ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊາວ​ກຳປູ​ເຈຍ ​ແລະ ​ຊາວ​ລາວ ປະ​ທ້ວງ ນະ​ໂຍບາຍ ຂອງ​ຫວຽດນາມ​ ຢູ່​ຕໍ່ໜ້າ​ທຳນຽບຂາວ


ຊາວ​ກຳປູ​ເຈຍ ​ແລະ ​ຊາວ​ລາວ ຈຳນວນ​ນຶ່ງ ​​ພາກັນ ໂຮມ​ຊຸມນຸມ​ ຢູ່​ຕໍ່ໜ້າ​ທຳນຽບຂາວ ​ແລະ ​ສະຖານທູດຫວຽດນາມ ​ໃນ​ນະຄອນຫລວງ​ວໍ​ຊິງ​ຕັນ ​ເພື່ອປະ​ທ້ວງ ນະ​ໂຍບາຍຂອງ​ຫວຽດນາມ​ ຢູ່​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ, ວັນທີ 6 ຕຸລາ 2014.
ຊາວ​ກຳປູ​ເຈຍ ​ແລະ ​ຊາວ​ລາວ ຈຳນວນ​ນຶ່ງ ​​ພາກັນ ໂຮມ​ຊຸມນຸມ​ ຢູ່​ຕໍ່ໜ້າ​ທຳນຽບຂາວ ​ແລະ ​ສະຖານທູດຫວຽດນາມ ​ໃນ​ນະຄອນຫລວງ​ວໍ​ຊິງ​ຕັນ ​ເພື່ອປະ​ທ້ວງ ນະ​ໂຍບາຍຂອງ​ຫວຽດນາມ​ ຢູ່​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ, ວັນທີ 6 ຕຸລາ 2014.

ເມື່ອ​ຕົ້ນ​ອາທິດ​ນີ້ ຊາວ​ກຳປູ​ເຈຍ ​ແລະ ​ຊາວ​ລາວ ຈຳນວນ​ນຶ່ງ ​
ໄດ້​ພາກັນ ​ໂຮມ​ຊຸມນຸມ​ ຢູ່​ຕໍ່ໜ້າ​ທຳນຽບຂາວ ​ແລະ ​ສະຖານທູດ
​ຫວຽດນາມ ​ໃນ​ນະຄອນຫລວງ​ວໍ​ຊິງ​ຕັນ ​ເພື່ອປະ​ທ້ວງນະ​ໂຍບາຍ
​ຂອງ​ຫວຽດນາມ​ຢູ່​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ. ​ໄຊ​ຈະ​ເຣີນສຸກ​ມີ​
ລາຍ​ລະອຽດ​ມາສະ​ເໜີ​ທ່ານ ຈາກ​ລາຍ​ງານ​ຂອງ ພິນ ສີ​ໂສ​ວັນ
ນັກ​ຂ່າວ​ວີ​ໂອ​ເອ ພະ​ແນ​ກພາສາ​ຂະ​ເໝນ.

ຊາວກຳປູເຈຍແລະຊາວລາວ ຈຳນວນນຶ່ງ ໄດ້ພາກັນ​ໄປເຕົ້າໂຮມ ຢູ່ທີ່ດ້ານໜ້າຂອງທຳ
ນຽບຂາວ ໃນນະຄອນຫລວງວໍຊິງຕັນ ເມື່ອວັນຈັນຜ່ານມານີ້ ເພື່ອທຳການປະທ້ວງຫວຽດ
ນາມ ໂດຍອ້າງວ່າ ນະໂຍບາຍຂອງຫວຽດນາມ ຢູ່​ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້
ກຳລັງສ້າງຄວາມ​ເສຍ​ຫາຍ ​ໃຫ້​ແກ່ປະເທດຂອງພວກ​ເຂົາ​ເຈົ້າ.

ຜູ້ປະທ້ວງຄົນນຶ່ງ ກ່າວວ່າ ຫວຽດນາມມີນະໂຍບາຍ​ “ຍຶດເອົາ​ຫົວ​ເມືອງ​ຂຶ້ນ ຄ້າຍຄືກັນ
ກັບທີ່ຣັດ​ເຊຍ​ຍຶດ​ເອົາແຫຼມຄຣາຍເມຍ”
ນັ້ນ. ໃນຂະນະດຽວກັນ ຜູ້ປະທ້ວງຄົນອື່ນໆ
ກ່າວວ່າ ບັນດາເຈົ້າໜ້າທີ່ ຫວຽດນາມ ແມ່ນມີຄວາມຜິດ ໃນການລະເມີດສິດທິມະນຸດ
ຕ່າໆນາໆ ແລະ ວ່າ ນະໂຍບາຍຕ່າງໆຂອງພວກເຂົາ ກຳລັງສ້າງຄວາມບໍ່ທຸ່ນທ່ຽງ ຢູ່ໃນ
ຂົງເຂດ.

ການປະທ້ວງມີຂຶ້ນ ຫຼັງຈາກກອງປະຊຸມສອງມື້ ກ່ຽວກັບເອເຊຍຕາເວັນອອກສຽງໃຕ້ ຢູ່ໃນ
ລັດເວີຈີເນຍ ​ນອກ​ນະຄອນຫລວງ​ວໍ​ຊິງ​ຕັນ ​ໃນ​ຕອນທ້າຍອາທິດ ແລະ ຍັງ​ໄດ້ມີຂຶ້ນທ່າມ
ກາງການປະທ້ວງ ທີ່ກຳລັງດຳເນີນໄປເລື້ອຍໆ ຢູ່ໃນກຳປູເຈຍ ກ່ຽວ​ກັບຄວາມ​ເຫັນຂອງ
ເຈົ້າໜ້າທີ່ຫວຽດນາມຄົນນຶ່ງ ທີ່ກ່າວເຖິງ ເຂດກຳປູ​ເຈຍ ​ໂກຣມ ຫລື ເຂດ​ປາກ​ແມ່​ນ້ຳຂອງ
ຢູ່ໃນ​ຫວຽດນາມ ຊຶ່ງໃນຄັ້ງນຶ່ງ ເຄີຍຢູ່ໃຕ້ການປົກຄອງ ຂອງກຳປູເຈຍ.

ຢູ່ນອກທຳນຽບຂາວ ​ໃນ​ມື້ວັນຈັນ​ນັ້ນ ທ້າວ ໂສ ນໍຣາ ພຣົມ ຜູ້ຈັດ​ແຈງການປະທ້ວງກ່າວ
ວ່າ ການປະທ້ວງໄດ້ຈັດຂຶ້ນ ໃນເດືອນນີ້ ເພື່ອເປັນຂີດໝາຍ ຂໍ້ຕົກລົງສັນຕິພາບປາຣີ ຫຼື
Paris Peace Accords ຊຶ່ງໄດ້ຍຸດຕິສົງຄາມກາງເມືືອງ ທີ່ໄດ້ດຳເນີນ​ໄປ ເປັນເວລາ
ຫຼາຍສັດຕະຫວັດ ຢູ່ໃນກຳປູເຈຍ ເມື່ອປີ 1991 ນັ້ນ ແລະໄດ້ອຳນວຍ ໃຫ້ກຳປູເຈຍມີ
ອະທິປະໄຕ ສິດທິມະນຸດ ແລະປະຊາທິປະໄຕ.

ທ້າວໂສ ເວົ້າວ່າ “ພວກເຮົາຢາກໃຫ້ ອົງການສະຫະປະຊາຊາດ ຊ່ວຍຢຸດ ລັດຖະບານ ຄອມມິວນິສຂອງຫວຽດນາມ ບໍ່​ໃຫ້​ທຳ​ການ​ຍຶດ​ເອົາ ຫົວ​ເມືອງ​ຂຶ້ນ ໃນກຳປູເຈຍ ແລະ ລາວ ຄືກັນກັບທີ່ ແຫຼມຄຣາຍເມຍ ຖືກ​ຍຶດນັ້ນ. ຫວຽດນາມໄດ້​ເອົາຄົນຂອງເຂົາ ເຂົ້າ
ໄປຢູ່ໃນປະເທດຂອງພວກເຮົາ ແລະ ຢູ່ໃນລາວ. ກຳປູເຈຍ ແລະລາວ ແມ່ນມີບັນຫາ
ແບບດຽວກັນ. ດ້ວຍເຫດຜົນດັ່ງກ່າວນີ້ ພວກເຮົາຈຶ່ງໄດ້ມາປະທ້ວງຮ່ວມກັນ.”

ທ່ານ ອູດົງ ໄຊຊະນະ ປະທານສະພາສິດທິມະນຸດຂອງຊາວລາວ ໃຫ້ຄຳເຫັນ ໃນກອງປະຊຸມ ກ່ຽວກັບເອເຊຍຕາເວັນອອກສຽງໃຕ້ ຢູ່ໃນ ລັດເວີຈີເນຍ ​ນອກ​ນະຄອນຫລວງ​ວໍ​ຊິງ​ຕັນ ​ໃນ​ຕອນທ້າຍອາທິດ ຄື​ວັນ​ທີ 4 ກັບ 5 ຕຸລາ 2014.
ທ່ານ ອູດົງ ໄຊຊະນະ ປະທານສະພາສິດທິມະນຸດຂອງຊາວລາວ ໃຫ້ຄຳເຫັນ ໃນກອງປະຊຸມ ກ່ຽວກັບເອເຊຍຕາເວັນອອກສຽງໃຕ້ ຢູ່ໃນ ລັດເວີຈີເນຍ ​ນອກ​ນະຄອນຫລວງ​ວໍ​ຊິງ​ຕັນ ​ໃນ​ຕອນທ້າຍອາທິດ ຄື​ວັນ​ທີ 4 ກັບ 5 ຕຸລາ 2014.

ພວກຈັດ​ແຈງການປະທ້ວງ ກ່າວວ່າ ນຶ່ງສ່ວນສາມຂອງຈຳນວນ
200 ຄົນ ທີ່ໄດ້ມາປະທ້ວງ ທັງໝົດ ແມ່ນເປັນຄົນລາວ.

ທ້າວ ພູທອນ ສຸວັນນະວົງ ຄົນລາວຈາກລັດເວີຈີເນຍ ກ່າວ​ຕໍ່
ວີໂອເອ ພະແນ​ກພາສາ ຂະເໝນ ວ່າ ອິດທິພົນ​ຂອງຫວຽດນາມ
ໃນລາວ ​ໝາຍ​ເຖິງ​ ການ​ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນ ລາວ ຂອງ
ຊາວຫວຽດນາມ ​ເປັນຈຳນວນຫລວງຫຼາຍ ​ການເຂົ້າໄປຂຸດຄົ້ນ
ເອົາຊັບພະຍາກອນທຳມະຊາດຕ່າງໆ ອອກໄປ ແລະ
ລັດຖະບານລາວ ທີ່ບໍ່ນັບຖືສິດທິມະນຸດ.

ທ່າວພູທອນ ເວົ້າວ່າ “ຂ້າພະເຈົ້າຢາກໃຫ້ ລັດຖະບານ
ສະຫະລັດ ບອກພວກຄອມ ມິວນິສຫວຽດນາມ ໃຫ້ປ່ອຍ​
ປະເທດຂອງຂ້າພະເຈົ້າ ຕາມ​ລຳພັງ ເພາະວ່າຢູ່ທີ່ນັ້ນ
ບໍ່ມີສິດທິມະນຸດເລີຍ.”

ທ້າວ ມີນ ວັນນາກ ເປັນຊາວກຳປູເຈຍ ຈາກເມືອງໂລແວລ ລັດແມສສະຈູ​ແຊັສ ກ່າວວ່າ
ບັນດາຜູ້ຈັດ​ແຈງ ການປະທ້ວງ ໄດ້ເລືອກເອົາ ວັນຈັນເປັນມື້ປະທ້ວງ ຊຶ່ງ​ອາດມີຜູ້ເຂົ້າ ຮ່ວມໜ້ອຍ ກໍ​ຕາມນັ້ນ ​ເພາະວ່າ ເປັນມື້ທີ່ວໍຊິງຕັນ ແລະ ທຳນຽບຂາວ ເຮັດວຽກ. ລາວ
ເວົ້າວ່າ “ພວກເຮົາຢາກໃຫ້ ເຂົາເຈົ້າເຫັນການປະທ້ວງ ຂອງພວກເຮົາ.”

ພວກປະທ້ວງ ຍັງໄດ້ພາກັນໄປເຕົ້າໂຮມຢູ່ໜ້າ ສະຖານທູດຫວຽດນາມ ປະຈຳສະຫະລັດ
​ໃນ​ວໍ​ຊິງ​ຕັນ​ອີກ.

ບັນດາເຈົ້າໜ້າທີ່ສະຖານທູດຫວຽດນາມ ໄດ້ປະຕິເສດ ທີ່ຈະໃຫ້ຄວາມ​ເຫັນ ກ່ຽວກັບການ
ປະທ້ວງ ຊຶ່ງ​ຕິດຕາມ​ມາຫຼັງຈາກກອງປະຊຸມສອງ​ມື້ ໃນລັດເວີຈີເນຍ ເພື່ອປຶກສາຫາລືບັນ
ຫາ ຕ່າງໆ ທີ່ປະເຊີນໜ້າ ຊາວກຳປູເຈຍ ຊາວມົ້ງ ແລະ ຊາວພູດອຍ.

ທ້າວ ສຳ ທະວີ ທີ່ໄດ້ຊ່ວຍຈັດແຈງກອງປະຊຸມ ກ່າວວ່າ ກຸ່ມຕ່າງໆເຫຼົ່ານີ້ ແມ່ນ
“ເປັນພວກທີ່​ໄດ້ຮັບເຄາະ ຈາກການຫລັ່ງໄຫລຂອງຊາວຫວຽດນາມ ເຂົ້າໄປ
ໃນປະເທດ ຂອງພວກເຮົາ.”

ມີຜູ້ຕາງໜ້າ ຫຼາຍກວ່າ 60 ຄົນ ຈາກທັງສະຫະລັດ ແລະ ຝຣັ່ງ ເຂົ້າຮ່ວມກອງປະຊຸມ ເພື່ອປຶກສາຫາລືກັນ ​ກ່ຽວ​ກັບ​ເລື້ອງການ​ເຂົ້າ​ໄປຕັ້ງຖິ່ນຖານ ຂອງຊາວຫວຽດນາມ ຢູ່ໃນກຳປູເຈຍ ແລະ ຢູ່ໃນລາວ ແລະການປະຕິບັດ​ບໍ່​ດີຕ່າງໆ ຕໍ່ຊົນເຜົ່ານ້ອຍຕ່າງໆ ທີ່ອາໄສຢູ່ໃນຫວຽດນາມ.

ທ້າວ ເຫມືອງ ສອນ ຊາວກຳປູເຈຍທີ່ອາໄສຢູ່ໃນຝຣັ່ງດຽວນີ້ ກ່າວວ່າ “ຖ້າພວກເຮົາ
ປ່ອຍໃຫ້ຫວຽດນາມ ລ່າ​ຫົວ​ເມືອງ​ຂຶ້ນ ແລະ ​ແຜ່ຜາຍ ຄວາມເປັນເຈົ້າ​ໃຫຍ່​ ຢູ່ໃນ
ອິນໂດຈີນ ຫວຽດນາມ​ກໍຈະເປັນອັນຕະລາຍຕໍ່ ບໍ່ພຽງແຕ່ກຳປູເຈຍ ແລະ ລາວ
ເທົ່ານັ້ນ ແຕ່ບັນດາປະເທດເພື່ອນ ບ້ານຂອງກຳປູເຈຍ ທີ່ຢ້ານກົວລັດທິຄອມມິວ
ນິສນຳ.”

ລາວກ່າວອີກວ່າ “ການຢຶດເອົາເປັນອານານິຄົມນີ້ ບໍ່ພຽງແຕ່ຈະສົ່ງຜົນກະທົບຕໍ່ ວັດທະນະທຳ ຂອງຊາວກຳປູເຈຍ ແລະຂອງຊາວລາວ ເທົ່ານັ້ນ ແຕ່ຄວາມໝັ້ນ
ຄົງ ຂອງນາໆຊາດ ແລະ ດ້ານການເມືອງ ໃນອາຊ່ຽນ ອີກດ້ວຍ.”

ເບິ່ງວີດີໂອ ຂອງ ວີໂອເອ ພະແນກພາສາຂະເໝນ ກ່ຽວກັບການປະທ້ວງ:

ທ່ານ ກອກ ຊໍ ປະທານຂອງມູນນິທິເດກກາ ຊຶ່ງເປັນຕົວແທນຂອງ ຊາວພູດອຍ ກ່າວວ່າ ປະຊາຄົມນາໆຊາດ ບໍ່ຄວນທີ່ຈະປະກອບອາວຸດ ໃຫ້ແກ່ຫວຽດນາມ.

ທ່ານ ກອກ ເວົ້າວ່າ “ຖ້າປະຊາຄົມນາໆຊາດ ຢາກຈະຊ່ວຍເຫຼືອ ຢູ່ໃນຂົງເຂດນັ້ນ
ພວກເຂົາບໍ່ຄວນເສີມກຳລັງ ໃຫ້ຫວຽດນາມ ແຕ່ພຽງຝ່າຍດຽວເທົ່ານັ້ນ. ພວກເຂົາ ຕ້ອງເສີມກຳລັງ ໃຫ້ກຳປູເຈຍ ລາວ ແລະ ໄທ ແລະ ອີກຫຼາຍໆຄົນອື່ນໆ ແຕ່ດຽວນີ້ ພວກເຂົາເອົາໃຈໃສ່ ພຽງແຕ່ຫວຽດນາມ. ສ່ວນຄົນອື່ນໆນັ້ນ ພວກເຂົາບໍ່ສົນໃຈເລີຍ. ເພາະສະນັ້ນແລ້ວ ດຽວນີ້ຫວຽດນາມ ແມ່ນມີຄວາມແຂງແກ່ນ ແລະ ພວກເຂົາຢາກ ເຂົ້າຍຶດເອົາລາວ ແລະກຳປູເຈຍ. ພວກເຂົາຄວນຕ້ອງໄດ້ຄິດເບິ່ງ​ໃຫ້​ດີ ກ່ຽວກັບເລື້ອງນີ້.”

ສະມາຊິກປະຊາຄົມຂອງຊາວລາວຫຼາຍຄົນ ກ່າວວ່າ ພວກເຂົາ​ເຄີຍໄດ້ດິນ​ຮົນ​ຕໍ່ສູ້​ເອົາ
ສິດທິ ຕາມ​ລຳພັງມາ​ແລ້ວໃນເມື່ອກ່ອນ ແຕ່ບໍ່ໄດ້ຮັບຜົນສຳເລັດຫຍັງ​ເລີຍ ແລະສະນັ້ນ
ຈຶ່ງໄດ້ຕັດສິນໃຈ ເຂົ້າຮ່ວມກັບກຸ່ມສະໜັບສະໜຸນອື່ນໆ ໃນຂົງເຂດດຽວກັນ.

ທ່ານ ອູດົງ ໄຊຊະນະ ປະທານສະພາສິດທິມະນຸດຂອງຊາວລາວ ກ່າວວ່າ “ຂ້າພະເຈົ້າຢາກ​ເວົ້າວ່າ ທີ່ຜ່ານມາ ​ແມ່ນບໍ່ໄດ້ຜົນດີປານ​ໃດເລີຍ ແລະ ກໍເປັນທີ່
ໜ້າຜິດ​ຫວັງ ເພາະວ່າ ສຽງດຽວແມ່ນບໍ່ພຽງພໍ. ພວກເຮົາຕ້ອງການໃຫ້ມີສອງສຽງ
ຂຶ້ນໄປ ຫຼາຍເທົ່າໃດສຽງ ຍິ່ງດີ ສະນັ້ນ ໝາຍຄວາມວ່າ ຊາວລາວແລະຊາວກຳປູ
ເຈຍ ມີບັນຫາດຽວ​ກັນ ແລະ ຂ້າພະເຈົ້າຂໍ​ຮຽກຮ້ອງຊຸກຍູ້ ຢ່າງ​ແຂງ​ຂັນ ​ໃຫ້ອ້າຍ
ເອື້ອຍນ້ອງ ຊາວມົ້ງ ອ້າຍເອື້ອຍນ້ອງ ຊາວກຳປູເຈຍ ແລະ ຊາວລາວ ຈົ່ງຮ່ວມ​
ແຮງ​ຮ່ວມ​ໃຈກັນເຮັດວຽກ ​ເພື່ອ​ແກ້​ໄຂບັນຫາຕ່າງໆ ອັນດຽວກັນທີ່ພວກເຮົາມີ
ຢູ່ໃນຂະນະນີ້.”

XS
SM
MD
LG