ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳປູເຈຍ ຂຶ້ນຄ່າຈ້າງ ຕ່ຳສຸດ ຈາກ 128 ໂດລາ ເປັນ 140 ໂດລາ ຕໍ່ເດືອນ


ພວກພະນັກງານ ໂຮງງານຕັດຫຍິບ ນັ່ງພັກຜ່ອນ ໃນໂຮງງານແຫ່ງນຶ່ງ ຫຼັງຈາກ ເວລາອາຫານທ່ຽງ ຢູ່ທີ່ນະຄອນຫຼວງ ພະນົມເປັນ, ວັນທີ 8 ຕຸລາ 2015.
ພວກພະນັກງານ ໂຮງງານຕັດຫຍິບ ນັ່ງພັກຜ່ອນ ໃນໂຮງງານແຫ່ງນຶ່ງ ຫຼັງຈາກ ເວລາອາຫານທ່ຽງ ຢູ່ທີ່ນະຄອນຫຼວງ ພະນົມເປັນ, ວັນທີ 8 ຕຸລາ 2015.

ລັດຖະບານ​ກຳປູ​ເຈຍ ກ່າວ​ໃນ​ວັນ​ພະຫັດ ອາທິດ​ແລ້ວ​ນີ້ ວ່າ
ຈະ​ຂຶ້ນຄ່າ​ຈ້າງ​ຂັ້ນຕ່ຳ ​ໃຫ້​ເປັນ 140 ​ໂດ​ລາ ຕໍ່​ເດືອນ ສຳ​ຫລັບ
ພາກອຸດສາຫະກຳ​ ໂຮງການຕັດ​ຫຍິບ ທີ່​ສ້າງ​ລາຍ​ຮັບ​ຈາກ​
ການ​ສົ່ງ​ອອກ​ ທີ່​ສຳຄັນ ​ແລະ ​ເປັນ​ອຸດສາຫະກຳ​ ທີ່​ວ່າ​ຈ້າງ​
ຄົນງານ​ຫຼາຍທີ່​ສຸດຂອງ​ປະ​ເທດ. ​ການເພີ້​ມຂຶ້ນ​ນັ້ນ ສະ​ເລ່ຍ
ແລ້ວ ແມ່ນ​ເກືອບ 10 ​ເປີ​ເຊັນ ເຊິ່ງ ຫຼາຍກວ່າ ບັນດາ​ຜູ້​ຜະລິດ
ຕ້ອງການຢາກໃຫ້ຂຶ້ນ ​ແຕ່​ຕ່ຳ​ເກີນ​ກວ່າ ສະຫະພັນກຳມະບານ
ຢາກ​ໃຫ້​ຂຶ້ນ. ຜູ້ສື່​ຂ່າວ​ວີ​ໂອ​ເອ Robert Carmichael ລາຍ​ງານ
​ຈາກ​ນະຄອນຫຼວງພະນົມ​ເປັນ ​ເຊິ່ງ ໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາ
ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ. ​



ການ​ປະກາດ​ເມື່ອ​ວັນ​ພະຫັດ ຜ່ານ​ມາ ​ໂດຍ​ກະຊວງ​ແຮງ​ງານ ທີ່​ວ່າ ຈະ​ຂຶ້ນຄ່າ​ຈ້າງ​ຂັ້ນ
ຕ່ຳສຸດ ​ໃຫ້​ເປັນ 140 ​ໂດ​ລາ ຕໍ່​ເດືອນ ​ສຳລັບ ພະນັກງານ 700,000 ຄົນ ​ໃນພາກສ່ວນ
ອຸດສາຫະກຳ ໂຮງງານ​ຕັດຫ​ຍິບ ຈະ​ມີ​ຜົນ​ບັງຄັບ​ໃຊ້ ໃນ​ເດືອນມັງກອນ ​ປີໜ້າ​ນີ້.

ການເພີ້ມຂຶ້ນຄ່າຈ້າງ ຈາກຕົວເລກເມື່ອກ່ອນ ຄື 128 ໂດລານັ້ນ ມີຂຶ້ນ ຫຼັງຈາກທີ່ໄດ້ມີ
ການເຈລະຈາຢ່າງຫຍຸ້ງຍາກ ເປັນເວລາຫຼາຍອາທິດ ລະຫວ່າງ ລັດຖະບານ ບັນດາ
ຜູ້ຜະລິດ ກັບ ສະຫະພັນກຳມະບານ.

ສະມາຄົມຜູ້ຜະລິດເສື້ອຜ້າໃນກຳປູເຈຍ ຫຼື GMAC ທີ່ຕາງໜ້າໃຫ້ 600 ໂຮງງານ ທີ່ສົ່ງ
ອອກເສື້ອຜ້າ ແລະ ເກີບ ກ່າວວ່າ ອົງກອນ​ນີ້ ຍອມຮັບເອົາການຂຶ້ນຄ່າຈ້າງ ເຖິງແມ່ນຈະ
ໄດ້ທຳການຕໍ່ລອງກັນ​ມາ ເພື່ອໃຫ້ໄດ້ຕົວເລກ ທີ່ຕ່ຳກວ່ານັ້ນ ກໍ​ຕາມ.

ທ່ານ Ken Loo ເລຂາທິການໃຫຍ່ຂອງ GMAC ເວົ້າວ່າ “ໃນຖານະເປັນອົງກອນ ຫຼື
ບໍລິສັດ ທີ່ປະກອບການ ພາຍໃນ ສະພາບແວດລ້ອມ ເຊັ່ນນີ້ ພວກເຮົາກໍຕ້ອງ​ໄດ້
ປະຕິບັດຕາມຄຳຕັດສິນ ຂອງລັດຖະບານ. ເຖິງຢ່າງໃດກໍຕາມ ພວກເຮົາກໍຢາກ
ເຕືອນ ຫຼື ຍົກຂຶ້ນມາ ໃຫ້ທຸກພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ວ່າ ຖ້າການຜະລິດ
ຂອງພວກເຮົາ ບໍ່ເພີ້ມຂຶ້ນ​ ແລະ​ ບໍ່​ມີປະສິດທິພາບ ທີ່ສອດຄ່ອງກັບ ການຂຶ້ນຄ່າ
ຈ້າງ ແລະ ຖ້າຜູ້ຮັບຊື້ ສືບຕໍ່ຈ່າຍຄ່າໃຫ້ ຄຳໝັ້ນສັນຍາຈະສະໜັບສະໜູນປາກເປົ່າ
ຫຼື ສືບຕໍ່ຫລອກລວງ ກ່ຽວກັບການຂຶ້ນລາຄາຂອງພວກເຂົາ ໂດຍອ້າງວ່າ ພວກເຂົາ
ຕ້ອງຈ່າຍ ໃຫ້ແກ່ພວກໂຮງງານ ຢູ່ທີ່ແຫ່ງນີ້ ​ແລ້ວ ພວກເຮົາກໍຈະເຫັນ ໂຮງງານ
ປິດກິດຈະການ ຫຼາຍຂຶ້ນ ພວກເຮົາກໍຈະເຫັນໂຮງງານໃໝ່ ຫຼື ບັນດາຜູ້ລົງທຶນໃໝ່
ເຂົ້າມາລົງທຶນໃນກຳປູເຈຍ ໜ້ອຍລົງ ​ແລະ ອັນ​ນີ້ ​ມັນແມ່ນ​ເລື້ອງ​ແທ້​ຈິງ​.”

ບົດລາຍງານ ສື່ມວນຊົນ ຊີ້ໃຫ້ເຫັນວ່າ ສະຫະພັນກຳມະບານສ່ວນໃຫຍ່ ລວມທັງພວກ
ທີ່ມີແນວທາງດຽວ​ກັນກັບລັດຖະບານ ໄດ້ລົງນາມ ​ໃນຂໍ້ຕົກລົງໃໝ່ດັ່ງກ່າວ. ແຕ່ຢ່າງນ້ອຍ
ສອງສະຫະພັນກຳມະບານ ຍັງບໍ່ໄດ້ ລົງນາມເທື່ອ.

ທ່ານ Ath Thorn ຫົວໜ້າຂອງສະຫະພັນແຮງງານກຳປູເຈຍ ທີ່ເປັນນຶ່ງໃນສອງສະຫະພັນ
ກຳມະບານດັ່ງກ່າວນັ້ນ ອ້າງວ່າ ຕົນມີສະມາຊິກ 70,000 ຄົນ. ທ່ານ ກ່າວວ່າ ກຳມະບານ
ຂອງທ່ານ ຈະສືບຕໍ່ກົດດັນ ໃຫ້ຄົນ​ງານ​ຂອງ​ຕົນໄດ້ຮັບ​ຄ່າ​ຈ້າງ 160 ໂດລາ ແລະຈະປຶກສາ
ຫາລື ກັບບັນດາສະມາຊິກ ຂອງຕົນ ໃນສອງສາມອາທິດຈະມາເຖິງນີ້ ເພື່ອຮັບຟັງຄຳເຫັນ
ຕ່າງໆ ກ່ອນທີ່ຈະຕັດສິນໃຈວ່າຈະທຳ​ການ​ນັດ​ຢຸດ​ງານຫຼືບໍ່.

ການຕັດສິນຂັ້ນສຸດທ້າຍ ກ່ຽວກັບການຂຶ້ນຄ່າຈ້າງຂັ້ນຕ່ຳສຸດ ແມ່ນນອນຢູ່ກັບລັດຖະບານ.

ຫຼັງຈາກໄດ້ຕົກລົງວ່າ​ຈະ​ຮັບ​ເອົາຕົວເລກ 135 ໂດລາ ແລ້ວ ນາຍົກລັດຖະມົນຕີ ກຳປູເຈຍ
ທ່ານ Hun Sen ກໍໄດ້ອອກຄຳສັ່ງ ໃຫ້ເພີ້ມຕື່ມອີກ 5 ໂດລາຕໍ່ເດືອນ ໃສ່ຈຳນວນດັ່ງກ່າວນັ້ນ
ເຊິ່ງລວມ ເປັນ 140 ໂດລາ.

ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ທີ່ເພີ້​ມ​ເງິນ​ຄ່າ​ຈ້າງຂຶ້ນນັ້ນ ເປັນໜ້າ​ແປກ​ໃຈ​ໜ້ອຍ​ນຶ່ງ ​ເຊິ່ງ
ທ່ານ​ໄດ້​ເຮັດ​ເຊັ່ນ​ດຽວ​ກັນ ​ເມື່ອ​ປີ​ກາຍ​ນີ້ ອັນ​ເປັນຕົວ​ບົ່ງ​ບອກ​ວ່າ ​ເລື້ອງ​ຄ່າ​ຈ້າງ​ຂັ້ນຕ່ຳສຸດນີ້
​ແມ່ນ​ເປັນ​ເລື້ອງ​ທີ່ມີ​ຄວາມ​ລະອຽດ​ອ່ອນ​ ​ດ້ານ​ການ​ເມືອງ.

ສຳ​ຫລັບ ບົດບາດ​ຂອງ​ພັກ​ທີ່​ປົກຄອງ​ຢູ່​ ​ແມ່ນ​ຕົກ​ຢູ່​ໃນ​ລະຫວ່າງ ການ​ສ້າງຄວາມພໍ​ໃຈໃຫ້ແກ່
ຊາວ​ກຳປູ​ເຈຍ ຜູ້​ທີ່​ມີສິດອອກສຽງ​ເລືອກຕັ້ງ ຈຳນວນ 10 ລ້ານ​ຄົນ ຊຶ່ງ​ພວກ​ຄົນ​ງານ​ເປັນ​
ພາກສ່ວນທີ່​ສຳຄັນ ​ແລະ ເຮັດ​ໃຫ້​ບັນດາ​ຜູ້​ລົງທຶນ​ທັງຫຼາຍ ດີ​ອົກ​ດີ​ໃຈ​.

ພັກ​ຂອງ ທ່ານ Hun Sen ​ເກືອບ​ເສຍ​ໄຊຊະນະ ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ ​ເມື່ອ​ປີ 2013
​ແລະ​ການ​ເລືອກ​ຕັ້ງຄັ້ງ​ໃຫຍ່​ຕໍ່​ໄປ ​ໄດ້​ຖືກກຳນົດ​ໄວ້​ ໃນ​ປີ 2018 ​ເຊິ່ງຕົນ​ຮູ້​ວ່າ ຕົນ​ຕ້ອງ​ສົ່ງ​ເສີມ
ພາບ​ພົດ​ຂອງ​ຕົນ ພາຍ​ໃນບັນດາ​ພະນັກງານ ​ໃນ​ໂຮງງານ​ຕັດຫຍິບ ທີ່​ສ່ວນ​ໃຫຍ່​ແລ້ວ ​ແມ່ນ​
ພວກ​ຍິງ​ສາວ ຊຶ່ງ​ເງິນ​ຄ່າ​ຈ້າງ​ຂອງ​ພວກ​ເຂົາ​ເຈົ້າ ​ຈະ​ໄປ​ອູ້ມຊູ ຊີວິດ​ການ​ເປັນ​ຢູ່​ ຂອງບັນດາ
ຄອບຄົວ​ໃນ​ເຂດ​ຊົນນະບົດ ​ແລະຕາມ​ປະ​ເພນີ​ແລ້ວ ພວກ​ເຂົາ​ເຈົ້າ​ກໍ​ແມ່ນ​ຈະ​ໄປ​ສະໜັບ
ສະໜູນ ພັກ​ຝ່າຍ​ຄ້ານ.

ອຸດສາຫະກຳ ​ໂຮງງານ​ຕັດຫຍິບ ​ແມ່ນ​ເປັນ​ສູນ​ກາງ ​ເສດຖະກິດ ຂອງກຳປູ​ເຈຍ ​ແລະບໍ່ພຽງ​ແຕ່
​ເປັນ​ຜູ້​ວ່າ​ຈ້າງ​ທີ່​ໃຫຍ່​ທີ່​ສຸດ​ເທົ້າ​ນັ້ນ ​ແຕ່​ຍັງ​ເປັນລາຍ​ໄດ້​ຈາກ​ການ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ
ທີ່​ສຳຄັນ​ອີກ​ດ້ວຍ ທີ່​ມີ​ມູນ​ຄ່າ ຫຼາຍກວ່າ 5 ຕື້​ໂດ​ລາ ​ໃນ​ການ​ສົ່ງ​ອອກ​ແຕ່ລະ​ປີ ສ່ວນ​ໃຫຍ່​
ແມ່ນ​ສົ່ງ​ອອກ​ມາ ສະຫະລັດ ​ແລະ ສະຫະພາບ​ຢູ​ໂຣບ.

ຫຼາຍສິບ ຍີ່​ຫໍ້​ທີ່ໂດ່​ງດັງ ຂອງຕາ​ເວັນ​ຕົກ ​ເປັນ​ແຫ​ລ່ງຜະລິດ ຈາກ​ກຳປູ​ເຈຍ.

ພາກສ່ວນ ທີ່​ກາງ​ຕໍ່ ​ຍີ່​ຫໍ້​ທີ່​ມີຊື່ສຽງ​ໂດ່​ງດັງ ​ເຊັ່ນ​ວ່າ H&M, Adidas, Gap ​ແລະ Armani ​
ແຕ່​ພາບ​ພົດ​ຂອງ​ຍີ່​ຫໍ້​ດັ່ງກ່າວ ​ໄດ້ປະສົບຜົນ​ເສຍ​ຫາຍ ​ເມື່ອສອງ​ສາມ​ປີ ຜ່ານ​ມາ ດ້ວຍການ​
ຂັດ​ແຍ້​ງ​ເລື້ອ​ງ​ແຮງ​ງານ ​ແລະ ການ​ຂົ່ມ​ເຫັງ​ຂອງ​ສະຫະພັນກຳມະບານ​ທີ່​ເປັນ​ອິດສະຫລະ.
ອັນ​ນັ້ນ​ແມ່ນ​ໄດ້​ຂຶ້ນຮອດ​ຈຸດ​ສູງ​ສຸດ ​ໃນຕົ້ນປີ 2014 ​ໃນ​ເວລາ ​ບັນດາເຈົ້າໜ້າທີ່​ຂອງ​ກຳປູ​ເຈຍ
ຍິງ​ພະນັກງານ 5 ຄົນ​ຕາຍ ​ໃນ​ລະຫວ່າງ​ ຄວາມ​ບໍ່​ສະຫງົບ ທີ່​ເກີດ​ຂຶ້ນ ກ່ຽວ​ກັບ​ເລື້ອງຄ່າຈ້າງ
​ຂັ້ນຕ່ຳ ​ສຸດແລະ ສະພາບ​ຕ່າງໆ​ໃນການ​ທຳ​ງານ.

XS
SM
MD
LG