ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວກຳປູເຈຍ ຮູ້ສຶກມີຄວາມຫວັງ ຈາກການຢ້ຽມຢາມຂອງ ທ່ານນາງ Michelle Obama


Cambodians Hopeful Obama Visit Will Boost Education for Girls
please wait

No media source currently available

0:00 0:03:01 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ຊາວ​ກຳປູ​ເຈຍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຫວັງ​ວ່າ ການມາ​ຢ້ຽມຢາມ
ຂອງ​ສະຕີ​ໝາຍ​ເລກ​ໜຶ່ງ​ຂອງ​ສະຫະລັດ ທ່ານ​ນາງ Michelle
Obama ຈະສົ່ງ​ຜົນ​ໃຫ້​ມີ​ການ​ປ່ຽນ​ແປງ​ໃນ​ທາງ​ບວກ ກໍ​ຄື​ໃນ
​ທາງທີ່​ດີ​ຂຶ້ນ ​ແກ່​ອະນາຄົດ​ດ້ານ​ການ​ສຶກສາ ລຂອງ​ພວກ​ເດັກ​ຍິງ​
ກຳປູ​ເຈຍ. Say Mony ນັກ​ຂ່າວວີ​ໂອ​ເອພະ​ແນ​ກພາສາ​ຂະ​ເໝນ
ມີ​ລາຍ​ງານ​ ມາ​ຈາກ​ສຽມຣຽບ ຊຶ່ງ​ດາຣາຈະ​ນຳ​ມາສະ​ເໜີ​ທ່ານ.

ນາງນ້ອຍ ພອນ ຈັນ ​ໂບນາວີ (Phorn Chan Bonavy) ​ເປັນ​ນັກຮຽນຊັ້ນ ປ. 6 ຢູ່ໂຮງ
ຮຽນປະຖົມ Kesaraream ​ໃນ​ເມືອງສຽມຣຽບ ທີ່​ທ່ານ​ນາງ Michelle Obama ​ໄດ້​ໄປ
​ຢ້ຽມຢາມ. ​ເດັກ​ຍິງ ພອນ ​ເວົ້າ​ວ່າ ຢ່າງ​ນ້ອຍ ນາງ​ຢາກ​ຮຽນ​ໃຫ້​ຈົບ​ມັດ​ທະ​ຍົມ ​ແຕໍກໍຢ້ານ
ວ່າ​ ນາງ​ອາດຈະ​ຕ້ອງ​ໄດ້​ເຊົາ​ຮຽນ ​ເພື່ອ​ອກມາ​ຊ່ວຍ​ພໍ່​ແມ່ຫາ​ເງິນ​ລ້ຽງຄອບຄົວ​ ຄື​ກັນ​ກັບ
ເດັກນ້ອຍ​ແມ່ຍິງ​ຄົນ​ອື່ນໆ ຈຳນວນ​ຫລວງຫລາຍ ຢູ່​ໃນ​ກຳປູ​ເຈຍ. ​ແຕ່​ເບິ່ງ​ຄື​ວ່າ ​ເດັກ​ຍິງ
ພອນ ​ມີ​ຄວາມຕັ້ງ​ໃຈ​ແນ່​ວ​ແນ່​ ທີ່​ຈະ​ຮຽນ​ໃຫ້​ຈົບ.

ເດັກ​ຍິງ ພອນ ​ເວົ້າ​ວ່າ “ຖ້າ​ຂ້ອຍ​ຕ້ອງ​ໄດ້​ຊ່ວຍ​ພໍ່​ແມ່ ຂ້ອຍ​ກໍ​ຈະເຮັດ ວຽກ​ກັບ​ຮຽນ ​
ໄປ​ພ້ອມ.”


ຄູ​ໃຫຍ່ຫລື​ຫົວໜ້າ​ໂຮງຮຽນ ທ່ານ​ນາງ ວັນ ມາຣາດ (Van Marath) ກ່າວ​ວ່າ ລາວ​ຫວັງ
​ວ່າການມາ​ຢ້ຽມຢາມ​ຂອງ​ທ່ານ​ນາງ Michelle Obama ກັບ​ໂຄງການ​ລິ​ເລີ້ມ "Let Girls Learn" ຫລື “ປ່ອຍ​ໃຫ້​ເດັກນ້ອຍ​ແມ່ຍິງ​ໄດ້​ຮ່ຳຮຽນ” ຂອງ​ສະຫະລັດ ຈະ​ຊ່ວຍ​ພວກ​ເດັກ
ຍິງ ຄື​ກັນ​ກັບ​ນາງ​ນ້ອຍ ພອນ ​ໂບນາວີ ນີ້.

ຄູ​ໃຫຍ່ ວັນ ມາຣາດ ​ເວົ້າ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ​ໂຄງການ “ປ່ອຍ​ໃຫ້​ເດັກນ້ອຍ​
ແມ່ຍິງໄດ້​ຮ່ຳຮຽນ” ​ແມ່ນ​ເປັນ​ໂຄງການ​ທີ່​ດີ​ຫລາຍ ​ເພາະວ່າ ປະ​ເພນີ​ກຳປູ​ເຈຍ
​ຂອງ​ພວກ​ເຮົາ ​ແລ​ເຫັນ​ແຕ່​ຄຸນຄ່າ​ຂອງ​ເດັກນ້ອຍ​ຜູ້​ຊາຍ ​ແລະ​ປະ​ຖີ້ມ​ເດັກ​ນ້ອຍ​
ແມ່ຍິງ​ໄວ້​ເບື້ອງ​ຫລັງແຕ່​ບັດ​ນີ້ ພວກ​ເຮົາ ຈະເພ່ງ​ເລັງໃສ່​ພວກ​ເດັກນ້ອຍ​ແມ່ຍິງ.”

ກຳປູ​ເຈຍ​ແມ່ນ​ໜຶ່ງ​ໃນ​ຈຳນວນ 11 ປະ​ເທດ ທີ່​ປະກ​ອບ​ສ່ວນ​ໃນ​ໂຄງ ການ “ປ່ອຍ​ໃຫ້​ເດັກນ້ອຍ​ແມ່ຍິງ​ໄດ້​ຮ່ຳຮຽນ” ຊຶ່ງ​ແນ​ໃສ່​ເພື່ອ​ຊ່ວຍ ເຫລືອ​ເດັກນ້ອຍ​ແມ່ຍິງ ​ໃຫ້​ໄດ້​ໄປ
ໂຮງຮຽນ​ແລະ​ຮຽນ​ໃຫ້​ຈົບ.

ສ່ວນ​ໜຶ່ງ​ຂອງ​ໂຄງການ​ນີ້ ​ແມ່ນຈະສະໜັບສະໜຸນ ວິທີ​ການ​ແກ້​ໄຂ​ບັນຫາ​ນີ້ ທີ່​ນຳພາ
​ໂດຍ​ຊຸມ​ຊົນ​ເອງ ຜ່ານ​ການ​ຊ່ວ​ຍ​ເຫລືອ​ຂອງ​ໜ່ວຍ Peace Corps ຫລື​ໜ່ວຍ​ອາສາ
​ສະໝັກສັນຕິພາບ ຂອງ​ສະຫະລັດ ທີ່​ມີ​ອາສາ​ສະ​ໝັກ ທຳ​ງານ​ຢູ່​ໃນ​ກຳປູ​ເຈຍ ​ແລະ​ໃນ​
ປະ​ເທດ​ພວມ​ພັດທະນາ​ອື່ນໆ​ອີກ ຫລາຍ​ກ່ວາ 60 ປະ​ເທດ.

ທ່ານ​ນາງ Michelle Obama ກ່າວ​ວ່າ “​ເວລາ​ພວກ​ເດັກ​ຍິງ​ໄດ້​ຮັບ​ການ​ສຶກສາ ​
ເວລາ​ພວກ​ເຂົາ​ໄດ້​ຮຽນ​ອ່ານ ຮຽນ​ຂຽນ ​ແລະ​ຮຽນ​ຄິດ ສິ່ງ​ເຫລົ່າ​ນັ້ນກໍ​ແມ່ນ​ຈະ
ມອບເຄື່ອງມື​ໃຫ້​ພວກ​ເຂົາ ສຳ​ຫລັບການ​ກ້າ​ປາກ ກ້າ​ເວົ້າ ກ່ຽວ​ກັບ​ຄວາມ​ບໍ່​ຍຸດ
ຕິ​ທຳ ​ແລະ​ທວງ​ເອົາ​ການ​ປະຕິບັດ​ຕໍ່​ທີ່​ເທົ່າ​ທຽມ​ກັນ ​ແລະ​ມັນ​ຈະ​ຊ່ວຍ​ພວກ​ເຂົາ​
ໃຫ້​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ຊີວິດ​ການ​ເມືອງ​ຂອງ​ປະ​ເທດ​ຊາດ ​ແລ​ຮຽກຮ້ອງ​
ໃຫ້​ບັນດາ​ຜູ້ນຳ​ຂອງ​ພວກ​ເຂົາ​ຮັບຜິດຊອບ ​ແລະ​ຮຽກຮ້ອງ​ໃຫ້​ມີ​ການ​ປ່ຽນ​ແປງ ​
ເວລາ​ທີ່​ຄວາມ​ຕ້ອງການ​ແລະ​ຄວາມ​ໄຝ່ຝັນ​ຂອງ​ພວກ​ເຂົາ ບໍ່​ໄດ້​ຮັບ​ການ​ສະ
ໜອງ​ຕອບ.”

ທ່ານນາງ Michelle Obama ຢ້ຽມຢາມພວກນັກຮຽນຍິງ ແລະອັງກໍ ວັດ:

​ໃນ​ຂະນະ​ທີ່​ຢ້ຽມຢາມ​ໂຮງຮຽນ​ມັດທະຍົມ​ທ້ອງ​ຖິ່ນ​ແຫ່ງ​ໜຶ່ງ ​ໃນ​ມື້​ວັນ​ເສົາ​ນັ້ນ ທ່ານ​ນາງ Obama ກ່າວ​ວ່າ ວຽກ​ງານ​ຂ້າງ​ໜ້າ​ກໍ​ຄື​ເກ້​ຍກ່ອ​ມ​ໃຫ້ບັນດາ​ຊຸມ​ຊົນ ຫລື​ປະຊາ​ຄົມ ປ່ອຍ​ໃຫ້​ພວກ​ເດັກ​ຍິງ​ໄດ້​ຮຽນຈົນ​ຈົບ.

ຢູ່​ໃນ​ທົ່ວ​ໂລກ ​ມີເດັກນ້ອຍ​ແມ່ຍິງ ປະມານ 62 ລ້ານ​ຄົນທີ່​ບໍ່​ໄດ້ຮຽນ​ໜັງສື ແລະ​ອັດຕາການ​
ອອກ​ຈາກ​ໂຮງຮຽນ ຫລື​ເຊົາ​ຮຽນ ​ໃນ​ພວກ​ເດັກ​ຍິງ ຢູ່​ໃນ​ບັນດາ​ປະ​ເທດພວມພັດທະນາ
ກໍ​ຍັງ​ເປັນ​ເລື້ອງ​ທີ່​ໜ້າ​ເປັນ​ຫ່ວງ​ຢູ່.

ທ່ານ Hang Chuon Naron ລັດຖະມົນຕີ​ສຶກສາ​ຂອງ​ກຳປູ​ເຈຍ​ມີ​ຄວາມ​ເຫັນ​ດັ່ງ​ນີ້:

“ຍ້ອນ ​ຄວາມທຸກ​ຍາກ ​ເດັກນ້ອຍ​ບາງ​ຄົນ ​ໂດຍ​ສະ​ເພາະ​ພວກ​ເດັກ​ຍິງ​ນັ້ນ ​ແມ່ນ​ບໍ່​
ສາມາດ​ຮຽນ​ຈົນ​ຈົບ​ ​ແລະ​ຮຽນ​ໄປ​ຮອດ​ລະດັບ​ອຸດົມ​ສຶກສາ​ໄດ້ ສະ​ນັ້ນ ກຳປູ​ເຈຍ​ຈຶ່ງ​
ຍິນ​ດີ​ນຳ​ຫລາຍ​ກັບ​ໂຄງການ​ລິ​ເລີ້ມ​ຂອງ​ທ່ານ​ນາງ Michelle Obama ​ເພື່ອ​ໃຫ້​
ບັນດາ​ເດັກ​ຍິງ​ແລະ​ແມ່ຍິງ​ກຳປູ​ເຈຍ ສາມາດ​ໄດ້​ຮັບ​ການ​ສຶກສາ ຄື​ກັບ​ພວກທີ່ຢູ່
​ໃນ​ບັນດາ​ປະ​ເທດ​ທີ່​ພັດທະນາ​ແລ້ວ.”

ທ່ານນາງ Pung Chhiv Kek ປະທານ​ກຸ່ມ​ສິດທິ​ມະນຸດ​ທ້ອງ​ຖິ່ນ Licadho ສະ​ແດງ​ຄວາມ
ຮູ້ສຶກ​ໃນ​ແງ່​ດີ​ອອກ​ມາ ຫລັງ​ຈາກໄດ້​ຮ່ວມສົນທະນາ​ຫາລື​ໂຕະມົນ ກັບ​ທ່ານ​ນາງ Obama
ໃນ​ມືື້ວັນ​ເສົາ​ສັບປະດາ​ແລ້ວ​ນີ້.

ທ່ານນາງ Pung Chhiv Kek ກ່າວ​ວ່າ “ການ​ຢ້ຽມຢາມ​ຂອງ​ສະຕີ​ໝາຍ​ເລກ​ໜຶ່ງ​
ສະຫະລັດ ​ແມ່ນ​ດີ​ຫລາຍ ບໍ່​ສະ​ເພາະ​ແຕ່​ສຳ​ຫລັບປະ​ເທດ​ຂອງ​ພວກ​ເຮົາ​ເທົ່າ​ນັ້ນ ​
ແຕ່​ສຳຫລັບ​ໂລກ​ນຳ​ ເພາະຂ້າພະ​ເຈົ້າ​ເຊື່ອ​ວ່າ ມັນ​ຊຸກຍູ້​ໃຫ້​ທຸກໆ​ຄົນ ຫັນ​ໄປ​ສົນ
ໃຈ​ເລື້ອງການ​ສຶກສາ ​ໂດຍ​ສະ​ເພາະ​ການ​ສຶກສາ​ຂອງ​ພວກ​ເດັກນ້ອຍ​ແມ່ຍິງ. ຂ້າ
ພະ​ເຈົ້າຄິດວ່າ ​ໂຄງການ "Let Girls Learn" ຫລື “ປ່ອຍ​ໃຫ້​ເດັກນ້ອຍ​ແມ່ຍິງ​ໄດ້
ຮ່ຳຮຽນ” ຂອງ​ທ່ານປະທານາທິບໍດີ
ມີ​ຜົນ​ກະທົບ​ໃນ​ທາງບວກ​ຫລາຍ. ​ເຖິງ​ແມ່ນ
​ພວກ​ເຮົາອາດ​ຈະ​ບໍ່​ເຫັນ​ຜົນ​ນັ້ນ​ໃນ​ທັນທີ​ນີ້ກໍ​ຕາມ ຂ້າພະ​ເຈົ້າ​ກໍ​ໝັ້ນ​ໃຈ​ວ່າ ພວກ
​ເຮົາ​ຈະ​ເຫັນ​ມັນ ​ໃນ​ອະນາຄົດ.”

ວີດີໂອ: ມີຊາວກຳປູເຈຍໜ້ອຍຄົນ ທີ່ຮູ້ເລື້ອງການຢ້ຽມຢາມ ຂອງທ່ານນາງ Michelle Obama:

Few Aware of Michelle Obama’s Visit to Cambodia
please wait

No media source currently available

0:00 0:01:13 0:00

(( TITLE: Cambodia Obama Education (TV)
HEAD: Cambodians Hopeful Obama Visit Will Boost Education for Girls
INTRODUCTION:
Cambodians say they are hopeful the visit of U.S. first lady Michelle Obama will make a positive difference in the educational future of their girls. Colin Lovett narrates this report from VOA's Say Mony in Siem Reap.

((NARRATOR))
Phorn Chan Bonavy is a sixth grader here at Kesaraream Elementary School in Siem Reap, Cambodia, where Michelle Obama visited. The school girl says she wants to at least finish high school, but is concerned she might have to give up her schooling to help her family earn a living like many other girls across Cambodia.

But she seems to be determined to complete school.

((PHORN CHAN BONAVY, STUDENT)) ((IN KHMER - Female))
"If I have to help my parents, I would work and study at the same time."

((NARRATOR))
School principal Van Marath says she is hopeful Mrs. Obama's visit and the United States' "Let Girls Learn" initiative will help girlslike Bonavy.

((VAN MARATH, PRINCIPAL)) ((IN KHMER - Female))
"I think 'Let Girls Learn' is a very good program because our Cambodian tradition values boys and leaves girls behind, but now we focus on girls.

((NARRATOR))
Cambodia is one of 11 countries participating in "Let Girls Learn," which is aimed at helping girls attend and complete school.

Part of the program will be to support community-led solutions through the U.S Peace Corps, which has volunteers working in Cambodia and more than 60 other developing countries.

((MICHELLE OBAMA, U.S. FIRST LADY))
"When girls get educated, when they learn to read and write and think, that gives them the tools to speak up and talk about injustice and demand equal treatment and helps them participate in the political life in their country and hold their leaders accountable, call for change when their needs and aspirations are not being met."

((NARRATOR))
While visiting a local high school Saturday, Mrs. Obama said the job ahead is convincing communities to let girls finish their education.

Around the world, 62 million girls are not in school and dropout rates among female students in developing countries also remains a concern.

Hang Chuon Naron is Cambodia's Education Minister.

((HANG CHUON NARON, CAMBODIAN EDUCATION MINISTER)) ((IN KHMER - Male))
"Because of poverty, some children, especially girls have not been able to complete school and reach tertiary level education, so Cambodia welcomes first lady Michelle Obama's initiative so that Cambodian girls and women can be as educated as those in developed nations."

((NARRATOR))
Pung Chhiv Kek, the president of the local rights group Licadho, expressed optimism after joining a round table discussion with Mrs. Obama Saturday.

((PUNG CHHIV KEK, PRESIDENT OF LICADHO ((in Khmer - Female))
"The U.S first lady's visit is very good not just for our country but for the world, as I believe it encourages everyone to pay attention to education, especially girls' education. I think the President's "Let Girls Learn" program has a lot of positive impacts. Although we might not see them immediately, I am confident in the future we will."

((This report was produced in collaboration with the VOA Khmer service.))



XS
SM
MD
LG