ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມ​ຮຸນແຮງ ລະຫວ່າງ​ ຊາວມຸສລິ​ມ ແລະ​ຊາວພຸດ ໃນມຽນມາ (ສະໄລດ໌)


ພະສົງຢືນຢູ່ຂ້າງຊາກບ້ານເຮືອນທີ່ຖືກເຜົາໄໝ້ ໃນເມືອງ Sittwe ອັນເນື່ອງມາຈາກຄວາມວຸ້ນວາຍ ລະຫວ່າງຊາວມຸສລິ​ມແລະ​ຊາວພຸດ
ພະສົງຢືນຢູ່ຂ້າງຊາກບ້ານເຮືອນທີ່ຖືກເຜົາໄໝ້ ໃນເມືອງ Sittwe ອັນເນື່ອງມາຈາກຄວາມວຸ້ນວາຍ ລະຫວ່າງຊາວມຸສລິ​ມແລະ​ຊາວພຸດ

ພວກເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ປະກອບອາ​ວຸດ ທໍາການລາດຕະເວນຢູ່ໃນ​ພາກ​
ຕາ​ເວັນຕົກ​ຂອງ​ມຽນມາ ທີ່​ສະຫງົບ​ແລ້ວ​ແຕ່​ຍັງ​ມີ​ຄວາມ​ເຄັ່ງ​ຕຶງ​ໃນວັນ​ອັງຄານ​ມື້​ນີ້​ ໃນ
​ຂະນະ​ທີ່ການກົດ​ດັນ​ຂອງນາໆ​ຊາດ ໄດ້​ເພີ່ມ​ທະວີ​ຂຶ້ນເພື່ອ​ໃຫ້​ຍຸຕິ​ການ​ກໍ່ຄວາມ​ຮຸນແຮງ
ລະຫວ່າງ​ຊາວມຸສລິ​ມແລະ​ຊາວພຸດນັ້ນ.

ປະທານາທິບໍດີ Thein Sein ​ໄດ້ສົ່ງທະຫານ​ໄປ​ແລ້ວແລະ​ກໍ​ໄດ້​ປະກາດພາວະສຸກ​ເສີນ​
ຂຶ້ນທີ່​ລັດຣາຄີ​ນ ບ່ອນ​ທີ່​ມີ​ຢ່າງ​ນ້ອຍ 17 ຄົນ​ໄດ້​ເສຍ​ຊີວິດ ​ແລະ​ບ້ານ​ເຮືອນ​ຫຼາຍ​ຮ້ອຍ​ຫຼັງ
​ໄດ້​ຖືກ​ທໍາລາຍ ນັບ​ແຕ່​ສັບປະດາ​ແລ້ວນີ້​ເປັນຕົ້ນມາ.

ແຕ່ບັນດາ​ກຸ່ມ​ປົກ​ປ້ອງສິດທິ​ມະນຸດຢ້ານ​ກົວ​ວ່າ ຈໍາ​ນວນ​ຜູ້​ເສຍ​ຊີວິດ​ອາດ​ຈະ​ສູງກວ່າ​ນີ້
ຫຼາຍ​ແລະ​ໄດ້​ຮຽກຮ້ອງ​ໃຫ້​ທາງ​ລັດຖະບານມຽນມາເອົາ​ມາດ​ຕະການ​ເພີ່ມຂຶ້ນຫຼາຍ
​ກວ່າ​ນີ້ ​ເພື່ອຍຸຕິຄວາມ​ຮຸນ​ແຮງ​ແລະ​ຫວ່າງຊົນ​ເຜົ່າຣາຄີ​ນທີ່​ນັບຖື​ສາສະໜາພຸດ ​ແລະ
ພວກໂຣຮິງຢາທີ່​ນັບຖື​ສາສະໜາ​ອິສລາມ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ທີ່​ມີ​ສໍານັກງານ​ຢູ່ນະຄອນນິວຢອກ​
ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຄວາມ​ຮຸນແຮງ​ດັ່ງກ່າວ​ໄດ້​ຂະ​ຍາຍວົງກວ້າງ​ອອກ​ແລະ​ຮຽກ
ຮ້ອງ​ໃຫ້​ລັດຖະບານ​ມຽນມາ​ອະນຸຍາດ​ໃຫ້ຄະນະສັງ​ເກດ​ການ​ນາໆ​ຊາດ​ເຕືອນ​ທັງ​ສອງ​
ຝ່າຍ​ໃຫ້​ຮູ້​ວ່າພວກ​ເຂົາ​ເຈົ້າໄ​ດ້ຖືກ​ຈັບ​ຕາມ​ອງຢູ່.

ປະຊາຊົນ​ຈຳນວນ​ນຶ່ງ​ທີ່​ອາ​ໄສ​ໃນ​ຂົງ​ເຂດ​ນັ້ນ​ ໄດ້​ບອກ​ກັບ VOA ວ່າພວກເຂົາເຈົ້າຢ້ານ
ກົວທີ່ຈະອອກນອກ​ເຮືອ​ນ ເພາະວ່າພວກກຸ່ມອັນທະພານທີ່​ເປັນ​ຄູ່ປໍ​ລະປັກ​ທັງຂອງ
​ພວກ​ມຸສລິ​ມ​ແລະ​ພວກ​ຊາວ​ພຸດ ​ໄດ້​ພາກັນ​ເອົາ​ໄຟ​ຈູ​ດ​ເຜົາ​ບ້ານ​ເຮືອນແລະພວກຕໍາ
ຫຼວດກໍໄດ້ຍິງປືນຂຶ້ນຟ້າເພື່ອຂັບ​ໄລ່​ພວກ​ກໍ່​ຈະລາຈົນນັ້ນ.

ຄວາມຮຸນແຮງດັ່ງກ່າວນີ້ໄດ້ລະ​ເບີດຂຶ້ນ ໃນວັນ 4 ເດືອນມິຖຸນາຜ່ານມານີ້​ເວລາກຸ່ມ
ຊາວພຸດທີ່ເມືອງຫຼວງ Sittwe ​ໄດ້ໂຈມ​ຕີລົດ​ເມຄັນນຶ່ງແລະໄດ້ສັງຫານຜູ້​ໂດຍສານ
ຊາວໂຣຮິງຢາ 10 ຄົນ ​ທີ່​ພວກ​ເຂົາ​ເຈົ້າ​ເຂົ້າ​ໃຈ​ຜິດ​ຄິດ​ວ່າ ​ເປັນ​ຜູ້ຮັບ​ຜິດຊອບ​ໃນ​ການ
ຂົ່ມຂືນ​ສໍາ​ເລົາແມ່ຍິງ​ຊາວ​ພຸດຄົນ​ນຶ່ງ.

XS
SM
MD
LG