ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍພົນ Burkina Faso ວ່າ ກອງທັບ ຍັງຢູ່ພາຍໃຕ້ ການບັນຊາ ຂອງ ລັດຖະບານ


ນາຍພົນ Honore Traore ຜູ້ບັນຊາການ ກອງທັບ Burkina Faso
ນາຍພົນ Honore Traore ຜູ້ບັນຊາການ ກອງທັບ Burkina Faso

ນາຍພົນອະວຸໂສສຸດ ຂອງ Burkina Faso ໄດ້ປະຕິເສດວ່າ
ບໍ່ມີການກໍ່ລັດຖະປະຫານຂອງພວກທະຫານແຕ່ຢ່າງໃດເລີີຍ
ໂດຍກ່າວຕໍ່ວີໂອເອວ່ານອກຈາກວ່າປະທານາທິບໍດີລາອອກ
ແລ້ວ ທາງກອງທັບຍັງຢູ່ພາຍໃຕ້ການບັງຄັບບັນຊາ ຂອງລັດ
ຖະບານ.

ໃນກາໃຫ້ສຳພາດຕໍ່ວີໂອເອພະແນກພາສາຝຣັ່ງໄປຍັງອາຟຣິ
ການັ້ນ ນາຍພົນ Kouam Lougue ກ່າວວ່າ ທ່ານບໍ່ຮູ້ວ່າ ປະ
ທານາທິບໍດີ Blaise Compaore ຈະສະໜອງຕອບ ຕໍ່ການ
ຮຽກຣ້ອງຂອງພວກປະທ້ວງທີ່ໃຫ້ທ່ານລາອອກຫຼືບໍ່ ໂດຍເວົ້າ
ວ່າ ປະຊາຊົນຈະເປັນຜູ້ຕັດສິນໃຈ.

ນາຍພົນ Lougue ແມ່ນເບິ່ງກັນຢ່າງເປັນທີ່ກວ້າງຂວາງວ່າ ອາດຈະເປັນຜູ້ນຳ ໃນການ ໂອນອຳນາດທາງການເມືອງຕາມທີ່ມີການປະກາດໃນວັນພະຫັດວານນີ້ ຫລັງຈາກພວກ ປະທ້ວງໄດ້ຈູດສະພາ ແລະບຸກເຂົ້າໄປໃນໂຮງການລັດຖະບານ ທີ່ນະຄອນຫລວງ Oua-
gadougou.

​ໃນພົນ Lougue ເວົ້າວ່າ ທ່ານຈະຮັບເອົາຕຳແໜ່ງ ຜູ້ນຳດັ່ງກ່າວ ແຕ່ກໍເວົ້າວ່າ ຖ້າຫາກ ພວກທະຫານຮ່ວມຖັນແຖວຂອງທ່ານ ຂໍຮ້ອງແລະເຊື່ອໝັ້ນໃນໂຕທ່ານ ທ່ານກໍບໍ່ມີເຫດ ຜົນອັນໃດທີ່ຈະປະຕິເສດຕໍ່ຕຳແໜ່ງດັ່ງກ່າວ.

ໃນວັນພະຫັດວານນີ້ ປະທານາທິບໍດີ Compaore ໄດ້ປະຕິເສດທີ່ຈະລາອອກໂດຍກ່າວ ໂດຍເວົ້າວ່າ ທ່ານຈະກຳອຳນາດຕໍ່ໄປ ໃນການເປັນຜູ້ນຳພາລັດຖະບານສາສມັກຄີແຫ່ງ ຊາດແທນ ຊຶ່ງຈະຍັງຜົນໃຫ້ມີການເລືອກຕັ້ງ ພາຍໃນນຶ່ງປີ.

ໃນວັນສຸກມື້ນີ້ ພວກປະທ້ວງຫຼາຍຮ້ອຍຄົນພາກັນລົງສູ່ຖະໜົນຫົນທາງອີກຄັ້ງນຶ່ງໃນນະ ຄອນຫຼວງ Ouagadougou ເພື່ອສືບຕໍ່ຮຽກຮ້ອງໃຫ້ປົດປະທານາທິບໍດີ. ບໍ່ມີລາຍງານ
ວ່າ ໄດ້ເກີດຄວາມຮຸນແຮງໃດໆຂຶ້ນບໍ່ຄືກັນກັບມື້ວານນີ້ເວລາພວກປະທ້ວງຢ່າງໜ້ອຍ 3
ຄົນເສຍຊີວິດແລະອີກຫຼາຍສິບຄົນໄດ້ຮັບບາດເຈັບ.

ພວກປະທ້ວງໄດ້ສະແດງຄວາມບໍ່ພໍໃຈກ່ຽວກັບຂໍ້ສະເໜີໃຫ້ມີການດັດແປງແກ້ໄຂກົດໝາຍ ລັດຖະທຳມະນູນ ເພື່ອອະນຸຍາດໃຫ້ ປະທານາທິບໍດີ Blaise Compaore ທີ່ໄດ້ເຂົ້າກຳ ຕຳແໜ່ງ ມາແຕ່ປີ 1987 ນັ້ນ ສາມາດຮັບໜ້າທີ່ໄດ້ຕື່ມອີີກສະໄໝນຶ່ງ.

BURKINA FASO CNPK
please wait
Embed

No media source currently available

0:00 0:01:43 0:00

ໃນການຍອມອ່ອນຂໍ້ໃຫ້ແກ່ພວກປະທ້ວງນັ້ນ ລັດຖະບານໄດ້ຍົກເລີກຂໍ້ສະເໜີດັ່ງກ່າວນີ້. ນອກນັ້ນລັດຖະບານຍັງໄດ້ຍົກເລີກພາວະສຸກເສີນ ທີ່ໄດ້ມີການປະກາດບໍ່ເທົ່າໃດຊົ່ວໂມງ ກ່ອນໜ້ານັ້ນ. ການເຄື່ອນໄຫວດັ່ງກ່າວມາຮອດປັດຈຸບັນນີ້ຍັງປາກົດວ່າ ບໍ່ໄດ້ສ້າງຄວາມ ພໍໃຈໃຫ້ແກ່ພວກປະທ້ວງແຕ່ຢ່າງໃດເລີຍ.

ໃນວັນພະຫັດວານນີ້ ຜູ້ບັນຊາການກອງທັບ ນາຍພົນ Honore Traore ໄດ້ຍຸບສະພາ ແຫ່ງຊາດ ແລະປະກາດແຜນການສ້າງຕັ້ງລັດຖະບານໄລຍະຂ້າມຜ່ານ ແລະນອກນັ້ນ ແລ້ວທ່ານຍັງປະກາດຫ້າມອອກນອກເຮືອນ ແຕ່ຕາເວັນຕົກຫາຕາເວັນຂຶ້ນ.

ບໍ່ເທົ່າໃດຊົ່ວໂມງຕໍ່ມາປະທານາທິບໍດີ Compaore ກໍໄດ້ປາກົດໂຕທາງໂທລະພາບໂດຍ ກ່າວວ່າ ທ່ານແມ່ນເປີດກວ້າງໃນການເຈລະຈາກ່ຽວກັບໄລຍະການປົກຄອງຂອງລັດຖະ ບານລະຍະຂ້າມຜ່ານ ຊຶ່ງໃນຕອນທ້າຍ ຂອງລັດຖະບານດັ່ງກ່າວ ທ່ານຈະມອບໂອນອຳ ນາດໃຫ້ປະທານາທິບໍດີ ທີ່ຖືກເລືອກຂຶ້ນມາຕາມແນວທາງປະຊາທິປະໄຕ.

Burkina Faso Politics
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG