ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທີມບຣາຊີລ ປະລາໄຊ ໃຫ້ແກ່ທີມເນເທີແລນ ໄດ້ທີ 4 ໃນການແຂ່ງຂັນ ເຕະບານໂລກ (ວີດີໂອ)


ນັກ​ເຕະທີ​ມ​ຊາດເນ​ເທີ​ແລນທ້າວ Robin van Persie ສະແດງວ່າລາວເປັນເບີໜຶ່ງຫຼັງຈາກໄດ້ຍິງລູກໂທດເຂົ້າປະຕູ ຂອງບຣາຊີລ ໃນການແຂ່ງຂັນເຕະບານໂລກປີ 2014 ໃນຕຳແໜ່ງທີ 3 ຢູ່ທີ່ ສະໜາມກິລາ ນະຄອນຫລວງ Brasilia ເມື່ອວັນທີ 12 ກໍລະກົດ ປີ 2014.
ນັກ​ເຕະທີ​ມ​ຊາດເນ​ເທີ​ແລນທ້າວ Robin van Persie ສະແດງວ່າລາວເປັນເບີໜຶ່ງຫຼັງຈາກໄດ້ຍິງລູກໂທດເຂົ້າປະຕູ ຂອງບຣາຊີລ ໃນການແຂ່ງຂັນເຕະບານໂລກປີ 2014 ໃນຕຳແໜ່ງທີ 3 ຢູ່ທີ່ ສະໜາມກິລາ ນະຄອນຫລວງ Brasilia ເມື່ອວັນທີ 12 ກໍລະກົດ ປີ 2014.

ທີມເຢຍຣະມັນ ຊຶ່ງເປັນ​ມະຫາ​ອຳນາດ ດ້ານ​ເຕະບານຈາກຢູ​ໂຣບ
​ຈະ​ໄດ້​ພົບ​ກັບ ທີ​ມອາ​ເຈັນ​ຕີ​ນາ ຊຶ່ງ​ນຳໂດຍ​ນັກ​ເຕະ​ຊື່​ດັງ​ທ້າວ
Lionel Messi ​ໃນ​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ ຫຼື World Cup
ຮອບ​ຊິງ​ຊະນະ​ເລີດ ຢູ່​ທີ່ ນະຄອນ Rio de Janeiro.

ທີ​ມອາ​ເຈັນ​ຕີ​ນາ ​ແລະ ​ເຢຍຣະມັນ ​ໄດ້​ເຄີຍ​ພົບ​ກັນ​ມາ​ແລ້ວ 2 ຄັ້ງ
​ໃນ​ຮອບ​ຊິງ​ຊະນະ​ເລີດ ຊຶ່ງ​ອາ​ເຈັນ​ຕີ​ນາ​ໄດ້​ຊະນະ​ໃນ​ປີ 1986 ​
ແລະ​ເຢຍ ຣະມັນ ​ໄດ້ຊະນະ​ໃນ​ປີ 1990. ບໍ່​ມີ​ທີ​ມໃດຈາກ​ຢູ​ໂຣບ
​ເຄີຍໄດ້​ຮັບໄຊຊະນະ ໃນ​ການ​ແຂ່ງ​ຂັນຊິງຕຳແໜ່ງແຊ້ມ​ເຕະ
ບານ​ໂລກ​ ທີ່​ໄດ້​ຈັດຂຶ້ນ 7 ​ເທື່ອ​ຢູ່​ໃນ​ທະວີບອາ​ເມຣິກາ. ຊຶ່ງທີ​ມ
ຈາກອາ​ເມຣິກາ​ໃຕ້ເປັນຜູ້​ໄດ້​ຮັບໄຊຊະນະ​ທຸກໆເທື່ອ.

ໃນ​ວັນ​ເສົາ​ວານ​ນີ້ ທີ​ມ​ເນ​ເທີ​ແລນ ​ໄດ້​ມອບ​ຄວາມ​ພ່າຍ​ແພ້ໃຫ້​ແກ່​ທີ​ມ ບຣາຊີ​ລ​ເປັນຄັ້ງທີ 2 ລຽນຕິດ ໂດຍໄດ້​ເອົາ​ຊະນະ​ທີ​ມ​ປະເທດເຈົ້າບ້ານ​ໄປ​ 3 ປະຕູ​ຕໍ່ 0 ​ແລະ​ໄດ້​ຮັບ​ຕຳແໜ່​ງ
ເປັນທີ 3 ຂອງ​ການ​ແຂ່ງຂັນ​ເຕະບານ​ໂລກໃນປີນີ້.

​ນັກ​ເຕະທີ​ມ​ຊາດເນ​ເທີ​ແລນທ້າວ Robin van Persie ​ແລະ Daley Blind ​ໄດ້ຍິງປະຕູ ​ໃນຕອນຕົ້ນ​ໆຂອງ​ການ​ແຂ່ງ​ຂັນ ​ເຮັດ​ໃຫ້​ພວກ​ກອງ​ເຊຍບຣາຊີ​ລ ທີ່​ມີຈຳນວນຫຼວງຫຼາຍ ພາກັນໝົດ​ຄວາມ​ຫວັງ​ໄປ​ຕາມ​ໆກັນ​ໃນ​ນະຄອນຫຼວງ​ Brasilia. ທ້າວ Georginio Wijnaldum ​ໄດ້ຍິງຕື່ມອີກປະຕູໜຶ່ງ​ໃນຕອນ​ທ້າຍ​ຂອງການແຂ່ງຂັນ ອັນ​ເປັນ​ການ​ຮັບປະກັນ​ໄຊຊະນະ.

ທີ​ມບຣາຊີ​ລ ​ທີ່​ຍອມຮັບ​ກັນ​ໂດຍ​ທົ່ວ​ໄປ​ວ່າ​ ເປັນ​ທີ​ມທີ່​ຈະ​ໄດ້​ຮັບ​ໄຊຊະ ຄວ້າເອົາແຊ້ມ
ເຕະບານໂລກໄປຄອງ​ໃນ​ການ​ແຂ່ງຂັນ​ນີ້ ແຕ່ກັບ​ໄດ້​ເສຍ​ໄຊ​ຢ່າງ​ໜ້າ​ອັບອາຍໃຫ້​ແກ່
​ທີ​ມ​ເຢຍຣະມັນ 7 ປະຕູ​ຕໍ່ 1 ​ໃນ​ຮອບ 8 ທີມ​.

XS
SM
MD
LG