ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ບອສຕັນ ລະນຶກເຖິງ ພວກເຄາະຮ້າຍ ໃນເຫດວາງລະເບີດ ແລ່ນມາລາທອນ (ວີດີໂອ/ສະໄລດ໌)


BOSTON MARATHON BOMBING VO
please wait

No media source currently available

0:00 0:01:01 0:00
ຮອງ​ປະທານາທິບໍດີ ສະຫະລັດ ທ່ານ Joe Biden ກ່າວ​ວ່າ
ວັນຄົບ​ຮອບ​ນຶ່ງ​ປີ ຂອງ​ການວາງ​ລະ​ເບີດ ທີ່​ຮ້າຍ​ແຮງຢູ່ບ່ອນ
​ແລ່ນ​ມາ​ລາ​ທອນ ທີ່​ນະຄອນ ​Boston ບໍ່​ພຽງແຕ່ເປັນວັນ
ສຳຄັນ​ ສຳລັບບັນດາ​ຜູ້​ລອດ​ຊີວິດ​ເທົ່າ​ນັ້ນ ​ແຕເປັນ​ມື້​ສຳຄັນ​
ສຳ​ຫລັບສະຫະລັດ ທັງ​ໝົດປະ​ເທດ.

ລະ​ເບີດ​ສອງ​ລູກ ທີ່​ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ​ໄດ້​ຖືກ​ເອົາໄປ
ວາງ​ໄວ້ຢູ່​ເສັ້ນ​ໄຊ​ຂອງການ​ແລ່ນ​ມາລາ​ທອນ ​ໂດຍ​ສອງ
ອ້າຍນ້ອງ​ຊາ​ວ Chechen ນາມສະກຸນ Tsamaev ຄື
ທ້າວ Tamerlan ​ແລະ​ ທ້າວ Dzhokhar ນັ້ນ ​ໄດ້​ເຮັດໃຫ້
​ມີ​ຜູ້​ເສ​ຍ​ຊີວິດ​ສາ​ມຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບກວ່າ 250 ຄົນ.

​ໃນ​ການກ່າວ ​ໃນ​ວັນ​ອັງຄານ​ວານ​ນີ້ ທີ່ ນະຄອນ​ Boston ໃນ​ພິທີ​ຄົບ​ຮອບນັ້ນ ທ່ານ
Biden ​ໄດ້ເອີ້ນບັນດາ​ຜູ້​ລອດ​ຊີວິດ​ຈາກ​ການ​ໂຕມຕີ​ນັ້ນ​ວ່າ ​ “ຫລັກ​ຖານ​ທີ່​ຍັງ​ມີຊີວິດຢູ່”
ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ອາ​ເມຣິກາ ຈະ​ບໍ່​ມີ​ວັນ “ຖືກ​ຜາບ​ແພ້.” ແລະ​ທ່ານກໍ​ມີ​ຄຳ​ຖະ
​ແຫລ​ງຄ້າຍຄື​ກັນ​ ສຳ​ຫລັບບັນດາ​ຜູ້​ທີ່​ວາງ​ແຜນ​ທີ່​ຈະ​ແລ່ນ​ມາລາ​ທອນ ໃນ​ປີ 2014 ນີ້.


ທ່ານກ່າວ​ວ່າ : “​ແລະໃນ​ວັນ​ຈັນ​ໜ້າ ຄືວັນ​ທີ່ 21 ເມສາ ຊຶ່ງ​ເປັນວັນ​ຮັກ​ຊາດ ຫລື Patriot’s Day ນັ້ນ ຂ້າພະ​ເຈົ້າໄດ້​ຮູ້​ມາ​ວ່າ ຈະ​ມີ​ຮອດ 36,000 ພັນ​ຄົນ ພາກັນ​ລຽນ​ແຖວ​ຢູ່​ບ່ອນ​ເລີ້​ມ​ແລ່ນມາລາທອນ ​ເວລາ​ນັ້ນ ​ແມ່ນພວກ​ທ່ານ​ຈະ​ສົ່ງສຽງ​ທີ່​ດັງ​ກ້ອງ​ກັງວານ​ໄປ​ທົ່ວ​ໂລກ ​ໄປ​ເຖິງ ບໍ່​ພຽງແຕ່ຊົນ​ຊາດ​ອື່ນໆ​ຢູ່​ໃນ​ທົ່ວ​ໂລກເທົ່າ​ນັ້ນ ​ແຕ່ໄປ​ເຖິງ​ພວກ​ກໍ່ການ​ຮ້າ​ຍນຳວ່າ ພວກ​ເຮົາ​ຈະ​ບໍ່ຍອມ​ກົ້ມ​ຫົວ​ໃຫ້ ພວກ​ເຮົາ​ຈະ​ບໍ່​ຂີ້ຂາດ​ຕາຂາວ​. ອາ​ເມຣິກາ ຈະ​ບໍ່ມີ​ວັນຍິນ​ຍອມ​ເປັນອັນຂາດ. ພວກ​ເຮົາ​ແມ່ນ Boston. ພວກ​ເຮົາ​ແມ່ນ ອາ​ເມຣິກາ. ​ພວກ​ເຮົາ​ຕອບ​ໂຕ້ ພວກ​ເຮົາ​ອົດທົນ ພວກ​ເຮົາ​ເອົາ​ຊະນະ​ອຸບປະສັກ ​ແລະ​ເສັ້ນໄຊເປັນ​ຂອງ​ພວກ​ເຮົາ.”

​ເຈົ້າ​ຄອງ​ກຳ​ແພງ​ນະຄອນ​ບອສຕັນ ທ່ານ Martin Walsh ​ແລະ ຜູ້​ປົກຄອງ​ລັດ
Massachusetts ທ່ານ Deval Patrick ກໍ​ໄດ້​ເຂົ້າ​ຮ່ວມໃນ​ພິທີ​ດັ່ງກ່າວ ພ້ອມດ້ວຍ
ບັນດາ​ຜູ້​ລອດ​ຊີ​ວິດ​ຈາກ​ລະ​ເບີດ​ແຕກ ຄອບຄົວ​ຜູ້​ເຄາະ​ຮ້າຍ ​ແລະ​ບັນດາ​ພະນັກງານ​
ການ​ແພດ.
Boston Gears for First Marathon After 2013 Bombings
please wait

No media source currently available

0:00 0:02:55 0:00
XS
SM
MD
LG