ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນຍ ໄທ ປະຕິຍານວ່າ ຈະນຳເອົາຜູ້ວາງລະເບີດ ມາຮັບໂທດໃຫ້ສະສົມ


Raw Video Footage: Pedestrian on Skywalk as Bangkok Bomb Explodes
please wait

No media source currently available

0:00 0:00:46 0:00

ຜູ້ຄົນທີ່ຍ່າງຜ່ານແຖວນັ້ນ ໄດ້ເກັບກຳເອົາພາບການເຄື່ອນໄຫວ ໃນເຂດສານບູຊາຮູບ​ປັ້ນເອຣາວັນ

ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ ກ່າວວ່າ ບັນດາ
ເຈົ້າໜ້າທີ່ແມ່ນກຳລັງຊອກຄົ້ນຫາ ຜູ້ຕ້ອງສົງໄສທີ່ເຫັນໃນພາບ
ເຄື່ອນໄຫວ​ໃນກ້ອງວົງຈອນປິດ ຂອງສະຖານທີ່ເຫດລະເບີດ
ໃນເມືອງຫຼວງຂອງປະເທດ ໃນແລງວັນຈັນວານນີ້ ຊຶ່ງຍັງຜົນໃຫ້
ມີ 22 ຄົນເສຍຊີວິດ ແລະບາດເຈັບອີກ 120 ຄົນ ນັ້ນ.

ທ່ານໄດ້ກ່າວໃນວັນອັງຄານມື້ນີ້ວ່າ ມີຫຼາຍໆຄົນທີ່ພະຍາຍາມ
ທຳລາຍປະເທດ ດ້ວຍສາ​ເຫດຕ່າງໆນາໆ.ທ່ານໄດ້ຖະແຫຼ່ງ
ທາງໂທລະພາບຕໍ່​ປະເທດຊາດວ່າ:“ໃນຄວາມພະຍາຍາມ
ທຳລາຍ​ຄວາມສະງົບທີ່ກຳລັງດຳເນີນຢູ່ໃນຂະນະນີ້ ອາດເປັນ
ຍ້ອນສາເຫດທາງການ ເມືອງກໍວ່າໄດ້​ທີ່ແນເປົ້າໝາຍໃສ່ສະຖານ
ທີ່ທາງການເສດຖະກິດ ການທ່ອງທ່ຽວ ຈະດ້ວຍສາເຫດໃດ ກໍຕາມແຕ່.​ລັດຖະບານ
ຈະຊອກຄົ້ນຫາ ພວກທີ່ກໍ່ກວນທີ່ວ່ານີ້ ​ເພື່ອຄວາມຍຸຕິທຳ ຂອງທຸກເຄື່ອຂ່າຍທີ່ກ່ຽວຂ້ອງ ໃຫ້ໄວເທົ່າທີ່ຈະໄວໄດ້.”

ນາຍົກລັດຖະມົນຕີ ຍັງໄດ້ປະຕິຍານວ່າ ລັດຖະບານຂອງທ່ານ ຈະກະທຳຢ່າງດີທີ່ສຸດ​ເພື່ອ
ປ້ອງກັນຊາວຕ່າງດ້າວ ທີ່ອາໄສຢູ່ໃນປະເທດໄທ.

ເຈົ້າໜ້າທີ່ໄດ້ກ່າວວ່າ ພວກເຄາະຮ້າຍ ຈາກລະເບີດຂອງແລງວັນຈັນວານນີ້ ແມ່ນຮວມມີ
ມາ​ຈາກຈີນ 4 ຄົນ ມາ​ຈາກມາເລເຊຍ 2 ຄົນ ແລະ ອີກຄົນນຶ່ງມາ​ຈາກສິງກະໂປ.

ລະເບີດໄດ້ແຕກຂຶ້ນໃນສູນກາງການຄ້າ ເຂດຣາຊປຣະສົງ ໃກ້ໆກັບເຂດຮູບປັ້ນເອຣາວັນ
ຊຶ່ງເປັນທີ່ນັບຖືຂອງຮິນດູຢູ່ກາງແຈ້ງ.

ຂົງເຂດທີ່ວ່ານີ້ ເປັນທີ່ດຶງດູດນັກທ່ອງທ່ຽວ ແລະຜູ້ຄົນຈັບຈ່າຍໃຊ້ສອຍທີ່ມີບັນດາໂຮງແຮມ
ຫ້າດາວ ແລະຮ້ານຄ້າຫຼູຫຼາ. ພາບເຄື່ອນໄຫວ ຈາກວົງຈອນປິດ ໄດ້ເກັບກຳນາທີ​ທີ່ລະເບີດ
ໄດ້ແຕກຂຶ້ນ ໃນຂະນະທີ່ລົດລາແລະລົດຈັກ ແລ່ນຜ່ານເຂດທີ່ມີຜູ້ຄົນເດີນຜ່ານຫຼາຍນັ້ນ.

ຕິດຕາມມາດ້ວຍເຫດລະເບີດ ເຈົ້າໜ້າທີ່ ໄດ້ເພີ້ມການຮັກສາຄວາມປອດໄພໃນຂົງ
ເຂດທີ່ມີພວກນັກທ່ອງທ່ຽວແລະຍ່ານເສດຖະກິດ. ການທ່ອງທ່ຽວແມ່ນກຸນແຈສຳຄັນ ຂອງການເສດຖະກິດຂອງປະເທດ ຊຶ່ງຮວ່ມເປັນ 1/10 ຂອງເສດຖະກິດຂອງຣາຊອານາ
ຈັກໄທ.

ໃນວັນອັງຄານມື້ນີ້ ເຫດລະເບີດອີກບັ້ນນຶ່ງຕ່າງຫາກໄດ້​ແຕກຂຶ້ນໃນເມືອງແຕ່ຕຳຫຼວດກ່າວ
ວ່າ ມັນແມ່ນລະເບີດແບບນ້ອຍໆທີ່ວາງໄວ້ໃສ່ຂົວ ແຕ່ບໍ່ມີຜູ້ບາດເຈັບແຕ່ຢ່າງໃດ.

ນັກຊ່ຽວຊານ ທຳການສືບສວນສອບສວນຂອງເຫດລະເບີດ ໃນໃຈກາງກຸງເທບ, ປະເທດໄທ 18 ສິງຫາ, 2015.
ນັກຊ່ຽວຊານ ທຳການສືບສວນສອບສວນຂອງເຫດລະເບີດ ໃນໃຈກາງກຸງເທບ, ປະເທດໄທ 18 ສິງຫາ, 2015.

ຍັງບໍ່ທັນມີຜູ້ໃດອອກມາອ້າງເອົາຄວາມຮັບຜິດຊອບຂອງເຫດລະເບີດໃນວັນຈັນວານນີ້ເທື່ອ ນີ້ແມ່ນຄວາມຮຸນແຮງທີ່ເກີດຂຶ້ນໃນເມືອງຫຼວງນັບຕັ້ງແຕ່ໄດ້ມີການປະທະກັນລະຫວ່າງພວກ
ປະທ້ວງທີ່ຕໍ່ຕ້ານລັດຖະບານ ກັບກອງກຳລັງຮັກສາຄວາມປອດໄພໃນປີ 2010 ທີ່​ຍັງຜົນ
ໃຫ້ມີ 90 ຄົນເສຍຊີວິດນັ້ນ.

ປະເທດໄທ ໄດ້ຮັບຜົນເສຍຫາຍ ຂະໜາດນ້ອຍຈາກກຸ່ມກໍ່ການຮ້າຍອິສລາມໃນຈັງວັດ
ພາກໃຕ້ຂອງປະເທດ ນັບຕັ້ງແຕ່ ປີ 2004 ແຕ່ວ່າຄວາມຮຸນແຮງທີ່ວ່ານີ້ ບໍ່ສູ້ຈະຂະຫຍາຍ
ຂຶ້ນມາທາງພາກເໜືອຂອງປະເທດ.

XS
SM
MD
LG