ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເຄື່ອງພິມ 3 ມິ​ຕິ ສາ​ມາດ​ສ້າງອະໄວຍະວະ ເພື່ອນຳໄປໃຊ້ ທາງການແພດ ສຳລັບຊ່ອຍ ມວນມະນຸດໄດ້


ເຄື່ອງພິມ 3 ມິ​ຕິ
ເຄື່ອງພິມ 3 ມິ​ຕິ


ໃນໄລຍະສອງສາມ​ທົດ​ສະ​ວັດ​ຜ່ານ​ມານີ້ ການສັບປ່ຽນ​ອະ​ໄວ​ຍະ​ວະ​ຂອງ​ມະນຸດ ​ໄດ້​ກາຍ
ມາ​ເປັນ​ເລື້ອງ​ທຳມະດາພໍສົມຄວນຢູ່ໃນ​ທົ່ວ​ໂລກ​ ​ ​ແຕ່​ວ່າ​ພວກ​ທ່ານໝໍ ​ແລະ​ພວກ​ຄົນ​ປ່ວຍ​ກໍແມ່ນ​ຍັງຕ້ອງໄດ້​ປະ​ເຊີນ​ກັບ​ບັນຫາ​ເນື້ອເຍື້ອທີ່​ບໍ່ຍອມຮັບ​ແລະຈຳເປັນຕ້ອງໄດ້​ສັກ
​ເລືອດ​ເຂົ້າ​ໄປ​ຊຸບ​ລ້ຽງອະ​ໄວ​ຍະ​ວະໃໝ່ນັ້ນທັນທີ. ບັນດາ​ນັກ​ຄົ້ນ​ຄ້ວາຈາ​ກ​ມະຫາວິທະຍາ​ໄລ​ຫຼາຍໆແຫ່ງ ໄດ້ປະສານ​ງານ​ກັນ ​ໃນ​ຄວາມ​ພະຍາຍາມ ​ຫາ​ທາງ​ແກ້ໄຂບັນຫາດັ່ງກ່າວ​ ຊຶ່ງຮວມມີ ຄະນະ​ຂອງ​ມະຫາວິທະຍາ​ໄລ Pennsylvania ມະຫາວິທະຍາ​ໄລ Rice ຈາກ​ນະຄອນ Houston ທີ່​ກຳລັງທົດລອງເຄື່ອງພິມ ທີ່​ເອີ້ນ​ວ່າ 3-D ຫຼື 3 ມິ​ຕິ ທີ່​ຜລິດ ເສັ້ນ
ເລືອດແລະ​ສິ່ງ​ອື່ນໆສຳລັບການສັບປ່ຽນດັ່ງກ່າວ. ​ໃນຂນະທີ່ນັກ​ຂ່າວ VOA Greg Flakus ລາຍ​ງານມາຈາກ​ນະຄອນ Houstonຢູ່ນີ້ກໍແມ່ນວ່າ ​ນອກນັ້ນ ພວກ​ເຂົາເຈົ້າ
ຍັງ​ນຳ​ໃຊ້​ອະ​ໄວ​ຍະ​ວະທຽມເຫຼົ່ານີ້ເພື່ອ​ຫາທາງເອົາ​ຊະນະ​ເຊື້ອໂຣກທີ່ຈະພາໃຫ້ເກີດມະ​ເຮັງນຳ ວັນນະ​ສອນຈະ​ນຳເອົາລາຍ​ລະອຽດ ​ເລື້ອງນີ້ມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.


ເຄື່ອງພິມ 3-D ຫຼື 3 ມິ​ຕິ ​ທີ່ວ່ານີ້ ແມ່ນ​ນຳ​ໃຊ້​ທາດນ້ຳຕານ​ເພື່ອ​ສ້າງຕົວ​ແບບ ຊຶ່ງ​ຈະ​ສາມາດ
ນຳ​ມາ​ເຮັດຫຼອດ​ເລືອດຊິລິກັອນ​ນ້ອຍໆ​ແລະ​ເສັ້ນ​ເລືອດ​ໃຫຍ່.

ໃນ​ປີ​ກາຍ​ນີ້ ພວກ​ນັກ​ຄົ້ນ​ຄ້ວາ​ໄດ້​ສັບປ່ຽນຫຼອດ​ເລືອດທຽມນີ້ໄດ້ຢ່າງ​ສຳ​ເລັດ​ຜົນກັບພວກ
ຕົວໜູ.​ ທ່ານ Jordan Miller ​ຜູ້ນຳພາການວິ​ໄຈນີ້ ກ່າວ​ວ່າ ແຕ່​ວ່າເປົ້າໝາຍ​ບັ້ນປາຍ​ແມ່ນ​ວ່າ ຈະ​ຜະລິດ​ໂຄງ​ຮ່າງ​ເພື່ອຈະ​ສາມາດ​ນຳ​ໄປ​ໃຊ້​ກັບ​ມະນຸດໃຫ້​ໄດ້.

ທ່ານ Jordan Miller ນັກ​ຄົ້ນ​ຄ້ວາດ້ານ​ວິສະວະກຳ​ຊີວະ​ສາດ ກ່າວ​ວ່າ “ພວກ​ເຮົາ​ຢູ່​ໃນ​
ຂະ​ແໜງ​ທີ່​ພະຍາຍາມຈະ​ສ້າງ​ເນື້ອ​ເຍື້ອ ​ແລະລະບົບ​ອະ​ໄວຍະ​ວະ​ໃໝ່ ສຳຫຼັບຄົນ​ປ່ວຍ​
ທີ່​ເປັນ​ມະນຸ​ດ ທີ່​ສ້າງ​ຂຶ້ນ​ຈາກ​ແຊ​ລຂອງ​ເຂົາເຈົ້າ​ເອງ.”

​ຄວາມ​ຄິດ​ຢ່າງນຶ່ງ​ກໍ​ຄື ການທີ່​ຈະ​ເຕີມໃຫ້​ເຕັມຕົວ​ແບບ ສິ່ງທີ່ຫາໄດ້ເປັນປະຈຳໃນຮ່າງກາຍ​ທາດ​ ​ເຊັ່ນ ທາດ collagen ທີ່​ສາມາດ​ຕໍ່​ເຕີມ​ເຂົ້າ​ໄປຢ່າງ​ປອດ​ໄພ ​ໃນ​ຮ່າງ​ກາຍພ້ອມກັບອະ​ໄວ​ຍະ​ວະຂອງ​ຜູ້​ບໍລິຈາກ ຊຶ່ງຈະ​ເປັນກົນ​ໄກ​ຢ່າງວ່ອງໄວໃຫ້ເລືອດນຳ​ສົ່ງ​.

ນາງ Samantha Paulsen ນັກ​ສຶກສາ​ປລິນ​ຍາ​ໂທ ກ່າວ​ວ່າ “ຖ້າ​ພວກ​ເຮົາ​ເອົາທາດ
​ແຫຼວ
collagen ເຂົ້າໄປ, ​ແຊ​ລ ຈາກ​ຮ່າງ​ກາຍຂອງ​ພວກ​ເຮົາຈະສາມາດນຳ ເອົາໂປຣ
ຕີນ​ຂອງ​ມັນເອງເຂົ້າ​ໄປ​ແທນ.”

Collagen ​ເປັນ​ວັດຖຸທີ່​ຈະກາຍເປັນ​ກະດູກ ເປັນ​ເອັນ ​ແລະ​ສິ່ງອື່ນໆ​ທີ່​ພາໃຫ້ເນື້ອເຍື້ອ
ຕິດ​ຕໍ່​ກັນໃນ​ຮ່າງກາຍ.

ພ້ອມດຽວກັນນີ້ ພວກນັກ​ຄົ້ນ​ຄ້ວາຈາ​ກສະ​ຖາ​ບັນ Rice ກໍ​ແມ່ນ​ກຳລັງ​ຫາ​ທາງ ທີ່​ຈະ​ໃຊ້​ລະບົບ​ທຽມຕ່າງໆຂອງພວກເຂົາເຈົ້າ​ເພື່ອ​ຮຽນ​ຮູ້ກ່ຽວ​ກັບໄພຂົ່ມຂູ່​ທີ່​ຮ້າຍ​ແຮງ​ທີ່ສຸດ​ຂອງ​ມວນ​ມະນຸດ.

ນາງ Paulsen ກ່າວ​ວ່າ “ພວກ​ເຮົາ​ສາມາດ​ໃຊ້​ແບບ​ທີ່​ຄ້າຍຄື​ກັນ​ນີ້ ກັບ​ຫຼອດ​ເລືອດ​ຂອງ​ພວກ​ເຮົາ​ ທີ່ພວກເຮົາໄດ້​ອອກ​ແບບ​ແລະ​ຫຼັງຈາກ​ນັ້ນ ພວກ​ເຮົາ​ກໍສາມາດ​ສຶກສາເບິ່ງ​ວ່າ ​ແຊ​ລມະ​ເຮັງ​ຈະສາມາດ​ເຄື່ອນ​ຍ້າຍ​ອອກ​ຈາກ​ຕ່ອມ​ເນື້ອ​ງອກ​ເຂົ້າ​ໄປ​ໃນ​ເສັ້ນເລືອດ​ແບບ​ໃດ.”

ການ​ຄົ້ນຄວ້າ​ທັງໝົດຂອງນັກວິ​ໄຈ​ທັງຫຼາຍ ​ແມ່ນໄດ້​ຮັບ​ຜົນສຳ​ເລັດ​ຍ້ອນເຄື່ອງພິມ 3 ມິ​ຕິ ​
ທີ່​ຜະ​ລິດຂຶ້ນມາພິ​ເສດ​ ​ວ່ອງໄວແລະ​ແມ່ນຍຳ ຊຶ່ງ​ທ່ານ

ທ່ານ Miller ກ່າວ​ວ່າ ເປັນ​ເຄື່ອງ​ທີ່​ອອກ​ແບບຂຶ້ນມາ​ເພື່ອ​ຕັດ​ໂລຫະ​ທີ່ດັດແປງ​ໃຫ້ມາໃຊ້
ສຳລັບ​ການ​ທົດ​ລອງ​ນີ້.

ທ່ານ Miller ກ່າວວ່າ “ພວກ​ເຮົາຈະ​ສາມາດ​ໃຊ້​ໂຄງ​ຮ່າງ​ແບບ​ດຽວ​ກັນ ກັບທີ່​ທຸກໆ​ຄົນ​ໃຊ້ສຳລັບພິມ 3 ມິ​ຕິ​ ແຕ່​ວ່າ​ພວກ​ເຮົາ​ໃຊ້ມັນສຳລັບດູູດ​ທາດ​ນ້ຳຕານອອກໄປ ​ແທນ​ທີ່​ຈະ​ໃຊ້ມັນຕັດ​ໂລຫະ.”

ຄະນະ​ຂອງ​ທ່ານ Miller ​ໄດ້​ສ້າງ​ສິ່ງ​ນີ້​ຂຶ້ນ​ແລະ​ແບ່ງປັນການອອກ​ແບບ​ນີ້​ໃນ​ທາງ​ອິນ​ເຕິ​ແນ໊ຕ ​ກັບ​ປະຊາ​ຄົມ​ຊາວ RepRap.org ​ເພື່ອ​ໃຫ້ຜູ້​ຄົນ​ໃນ​ທົ່ວ​ໂລກ​ຈະ​ນຳ​ໄປປະດິດ
ເຄື່ອງຈັກ ທີ່ບາງຄົນຈະສາມາດປະດິດພາກສ່ວນຂອງຕົນເອງໄດ້​.

ທ່ານ Miller ກ່າວ​ວ່າ “ການ​ເຄື່ອນ​ໄຫວ ທີ່​ເປີດ​ກວ້າງນີ້ ເປັນ​ການ​ສົ່ງ​ເສີມ​ໃຫ້​ພະລັງ​ອຳນາດ​ແທ້ໆ ແກ່ ວິ​ທະຍາ​ສາດ. ນີ້​ລະ ​ມັນຈຶ່ງແມ່ນ ​ວິດທະຍາ​ສາດ​. ວິດທະຍາສາດ
ກໍຄື ທ່ານຈະ​ສາມາດ​ນຳ​ການ​ປະດິດ​ຄິດ​ສ້າງ​ຂອງ​ຄົນ​ອື່ນ​ມາເຮັດ​ໄດ້ ປະກອບ​ເປັນ​ອຸບປະກອນ​ໄດ້.”

ທ່ານ Miller ​ເຕື່ອນວ່າ ​ມັນ​ຈະ​ຕ້ອງ​ໃຊ້​ເວລາ​ໃນ​ການ​ວິ​ໄຈ​ຂັ້ນ​ຕໍ່​ໄປ ອີກດົນ ກ່ອນ​ທີ່ ເຄື່ອງພິມ 3 ມິ​ຕິ ຈະ​ນຳ​ເອົາ​ສິ່ງ​ປະດິດ​ສ້າງ​ເຫຼົ່າ​ນີ້​ຂຶ້ນ​ມານຳ​ໃຊ້ກັບ​ພວກ​ຜູ້​ປ່ວຍ​ທີ່ເປັນມະ
ນຸດນັ້ນໄດ້ ​ແຕ່​ຍ້ອນ​ຄວາມ​ພະຍາຍາມ​ໃນ​ການຮ່ວມ​ມືຂອງ​ພວກ​ເຂົາ​ເຈົ້າ ພວກ​ເຂົາ​ເຈົ້າ ​ພ້ອມ​ດ້ວຍ​ສະມາຊິກ​ຂອງຄະນະ​ຂອງເຂົາ​ເຈົ້າ ​ກໍຫວັງວ່າຈະ​ໄດ້ເຫັນ​ຄວາມ​ຝັນ​ກາຍ​ເປັນ
ຄວາມ​ຈິງ.

XS
SM
MD
LG