ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Biden ​ວ່າ ສະຫະລັດ​ ຈະຢືນ​ ຄຽງ​ບ່າ​ຄຽງ​ໄຫລ່​ ກັບ ຊາວຢູເຄຣນ (ວີດີໂອ/ສະໄລດ໌)


Ukraine VO
please wait
Embed

No media source currently available

0:00 0:01:32 0:00
ຮອງປະທານາທິບໍດີສະ​ຫະລັດ ທ່ານ Joe Biden ​ໄດ້​ບອກ​ກັບ
ບັນດາ​ຜູ້ນຳ​ຢູ​ເຄຣນວ່າ ສະຫະລັດ​ ະຢືນ​ຢູ່ຄຽງ​ບ່າ​ຄຽງ​ໄຫລ່​ກັບ
​ພວກ​ເຂົາ​ເຈົ້າ ທ່າມກາງກັບປະ​ເຊີນໜ້າ ​ໃນ​ອັນ​ທີ່​ທ່ານເອີ້ນ​ວ່າ
“ການ​ຂົ່ມຂູ່​ຢ່າງໜ້າອັບອາຍນີ້.”

ທ່ານ Biden ກຳລັງ​ຢູ່​ໃນ​ນະ​ຄອນ​ຫຼວງ Kyiv ເພື່ອພົບປະ
ກັບປະທານາທິບໍດີ​ຮັກສາ​ການ​ຊົ່ວ​ຄາວ ທ່ານ Oleksandr
Torchynov ​ແລະ ນາຍົກລັດຖະມົນຕີຊົ່ວຄາວ ທ່ານ Arseniy
Yatsenyuk ​ໃນ​ຂະນະ​ທີ່​ສະຖານະ​ການ​ຄວາ​ມ​ເຄັ່ງ​ຕຶງ​ທາງພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ນັ້ນ​ ຍັງ​ບໍ່​ໄດ້​ສະ​ແດງ​ໃຫ້ເຫັນວ່າ ມີການຜ່ອນຄາຍລົງ​ແຕ່​ຢ່າງ​ໃດ​ນັ້ນ.

ທ່ານ Biden ​ໄດ້​ກ່າວ​ວ່າ ລັດຖະບານ​ຂອງ​ຢູ​ເຄຣນ ​ແມ່ນ​ມີ​ໂອກາດ​ທີ່​ຈະ​ຮວມ​ປະ​ເທດ​ຊາດ ໃຫ້ເປັນອັນ​ນຶ່ງ​ອັນ​ດຽວ​ກັນ ​ແຕ່​ທ່ານ​ໄດ້​ເຕືອນ​ວ່າ ກ່ອນ​ອື່ນ​ນັ້ນ ​ຢູ​ເຄຣນຕ້ອງ​ໄດ້​ຕໍ່ສູ້ກັບ​ອັນ ​ທີ່​ທ່ານ​ເອີ້ນ​ວ່າ “ມະ​ເຮັງຂອງ​ການ​ສໍ້​ລາດ​ບັງ​ຫຼວງ.”

ທ່ານ Biden ຍັງ​ໄດ້​ກ່າວ​ວ່າ​ ສະຫະລັດ​ແມ່ນ​ພ້ອມແລ້ວ ​ທີ່​ຈະ​ຊ່ອຍ​ເຫຼືອ ​ໃຫ້​ຢູ​ເຄຣນ​ເປັນ​ເອກ​ກະລາດ​ທາງ​ດ້ານ​ພະລັງງານ ​ແລະ​ຈະ​ບໍ່ເພິ່ງ​ພາອາ​ໄສ ​ແກ໊ສທຳ​ມະ​ຊາດ​ຈາກ
ຣັດ​ເຊຍ​ອີກ.

​ໃນ​ຂະນະ​ດຽວ​ກັນ​ ຢູ​ເຄຣນ​ແລະຣັດ​ເຊຍ ຕ່າງກໍໄດ້​ຖິ້ມ​ໂທດ​ໃສ່​ກັນ​ແລະ​ກັນ ກ່ຽວ​ກັບໂຈມ​ຕີ ຮ້າຍແຮງທີ່ດ່ານກວດແຫ່ງນຶ່ງ ໃນ​ຂົງ​ເຂດ​ເມືອງ​ Slavyansk ທີ່​ນິຍົມຣັດ​ເຊຍ ຊຶ່ງເຮັດໃຫ້ ການຢຸດຍິງໃນລະຫວ່າງບຸນອິສເຕີ້ແຕກຫັກລົງ​ ທີ່​ຍັງ​ຜົນ​ໃຫ້​ມີ 3 ຄົນ​ເສຍ​ຊີວິດ​ນັ້ນ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ນຳ​ອອກ​ເຜີຍ​ແຜ່ ຮູບ​ພາບ​ຕ່າງໆ ທີ່​ໄດ້​ສະ​ແດງ​ໃຫ້ ເຫັນວ່າ ກອງ​ກຳລັງ​ພິ​ເສດ​ຂອງຣັດ​ເຊຍ​ພວມເຄື່ອນໄຫວຢູ່ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ຊຶ່ງ​ສະຫະລັດ​ກ່າວ​ວ່າ ​ນັກ​ການ​ທູດ​ຢູ​ເຄຣນ​ໄດ້​ມອບ​ພາບ​ເຫຼົ່າ​ນີ້ ໃຫ້​ແກ່ເຈົ້າໜ້າທີ່ສະຫະລັດ.

ຣັດ​ເຊຍ ​ໄດ້​ປະຕິ​ເສດວ່າ ຕົນບໍ່ມີທະຫານ​ຢູ່ໃນ​ຢູ​ເຄຣນ ຊຶ່ງຣັດ​ເຊຍ​ກ່າວ​ວ່າ ພວກ​ທີ່​ສະໜັບສະໜຸນຣັດ​ເຊຍ​ ແມ່ນ​ເປັນ​ພວກທີ່ຢູ່​ໃນ​ເຂດ​ທ້ອງ​ຖິ່ນ.
XS
SM
MD
LG