ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ສະຫະລັດ ປະກອບ ພິທີ​ຄົບຮອບ​ນຶ່ງ​ປີ ຂອງ​ການ​ວາງ​ລະ​ເບີດ​ ​ຢູ່​ບອສຕັນ (ວີດີໂອ)


BOSTON MARATHON BOMBING VO
please wait

No media source currently available

0:00 0:01:01 0:00
ຮອງ​ປະທາ​ນາ​ທິບໍດີສະຫະລັດ ທ່ານ Joe Biden ​ໄປຮ່ວມ​ກັບ
ບັນດາ​ຜູ້ນຳ​ທ້ອງ​ຖິ່ນ ໃນ​ເຂດ​ນະຄອນ Boston ​ໃນ​ວັນ​ອັງຄານ​
ມື້​ນີ້ ເພື່ອ​ປະກອບ​ພິທີ​ຄົບຮອບ​ນຶ່ງ​ປີຂອງ​ການ​ວາງ​ລະ​ເບີດ​ທີ່
​ຮ້າຍ​ແຮງ​ເຖິງ​ຕາຍ ​ຢູ່​ບ່ອນ​ແຂ່ງ​ແລ່ນ​ທົນ ທີ່ເອີ້ນວ່າ Boston
Marathon ນັ້ນ .

ທ່ານ Biden ມີ​ໝາຍ​ກຳນົດ​ ຈະ​ກ່າວ​ຄຳ​ປາ​ໄສ ​ໃນ​ພິທີ​ທີ່​ວ່າ​ນີ້ ພ້ອມ​ທັງເຈົ້າ​ຄອງ​ກຳ​ແພງນະຄອນ Boston ​ທ່ານ Martin Walsh ​ແລະ ຜູ້​ປົກ​ຄອງ​ລັດ Massachusetts ທ່ານ Deval Patrick. ຄະນະ​ຈັດ​ງານ​ ກ່າວ​ວ່າ ພິທີ​ໃນ​ມື້​ນີ້​ແມ່ນ ​ເພື່ອ​ລະ​ລຶກ​ເຖິງ​ແລະ​ໃຫ້​ກຽດ​ແກ່​ພວກ​ເຄາະ​ຮ້າຍ ຈາກ​ການ​ລະ​ເບີດ​ໃນ​ຄັ້ງ​ນັ້ນ ຊຶ່ງ​ຈະຮວມທັງ​ສະມາຊິກ​ຄອບຄົວ​ແລະ​ພວກ​ພະນັກງານການ​ແພດ​ນຳ.
ພາບກ່ອນແລະຫຼັງ ວັນທີ15 ເມສາ2013 ແລະວັນທີ14 ເມສາ2014 ທີ່ ຖະໜົນ Boylston
ພາບກ່ອນແລະຫຼັງ ວັນທີ15 ເມສາ2013 ແລະວັນທີ14 ເມສາ2014 ທີ່ ຖະໜົນ Boylston

ລະ​ເບີດ 2 ລູກ​ໄດ້ແຕກຂຶ້ນ​ ໃກ້ໆ​ກັບ​ເສັ້ນ​ໄຊ​ຂອງ​ການ​ແຂ່ງ​ແລ່ນ​ທົນ ​ໃນ​ປີ​ກາຍ​ນີ້ ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ ​ແລະ​ຫລາຍ​ກ່ວາ 250​ ຄົນ ​ໄດ້​ຮັບບາດ​ເຈັບ.

​ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ສອງອ້າ​ຍນ້ອງ ທ້າວ Tamerian ​ແລະ​ທ້າວ Dzhokhar Tsarmaev ທີ່​ເປັນ​ຜູ້ທຳ​ການ​ໂຈມ​ຕີ ດ້ວຍລະ​ເບີດ​ທີ່​ເຮັດເອງ​ໂດຍ​ໃຊ້​ໝໍ້​ຕົມ​ທີ່​ອັດ​ຄວາມ​ແຮງ​ໄວ້​.

ການລະ ​ເບີດ​ໄດ້ພາ​ໃຫ້​ມີ​ການ​ຄົ້ນ​ຫາ ​ໄລ່​ລ້າ​ ​ແລະຕາມຈັບ​ຜູ້​ຕ້ອງ​ສົງ​ໄສ​ເປັນ​ເວລາ​ຫຼາຍໆ​ມື້​ ທີ່​ນຳ​ໄປ​ສູ່​ການ​ຕາຍ​ຂອງ​ທ້າວ Tamerian Tsarmaev ທີ່ໄດ້​ຍິງ​ປືນ​ຕໍ່ສູ້​ກັນ​ກັບຕຳຫຼວດ​ ພ້ອມ​ທັງການ​ຈັບ​ກຸມ​ ​ທ້າວ Dzhokhar Tsarmaev ​ທີ່ບາດ​ເຈັບ​ສາຫັດ ຮ່າງກາຍ​ປຽກ​ເປື້ອນ​ໄປ​ດ້ວຍ​ເລືອດ​ ​ຢູ່​ໃນ​ເຂດ​ຊານ​ເມືອງ​ Boston ນັ້ນ.

​ທ້າວ Dzhokhar ມີ​ກຳນົດ​ຈະ​ຂຶ້ນ​ສານ ​ໃນເດືອນພະຈິກ​ ​ໃນ​ທ້າຍ​ປີ​ນີ້ ​ໃນ​ຂໍ້​ຫາ​ຂອງ​ລັດຖະບານ​ກາງ 30 ກະ​ໂທ​ງ ຊຶ່ງ​ຜູ້ກ່ຽວ​ມີສິດ​ຖືກ​ໂທດປະຫານຊີວິດ​ໄດ້.
XS
SM
MD
LG