ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ໂອບາມາ ກ່າວຕໍ່ຊາວມຸສລິມ ອາເມຣິກັນ ວ່າ “ພວກເຮົາ ແມ່ນຊາວອາເມຣິກາ ທີ່ເປັນຄອບຄົວດຽວກັນ”


Visiting Mosque, Obama Condemns Violence Against Muslim Americans
please wait

No media source currently available

0:00 0:02:38 0:00

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ຂໍ​ຮ້ອງ
ໃຫ້ມີຄວາມສາມັກຄີກັນ ໃນອາເມຣິກາ ໃນລະຫວ່າງການຢ້ຽມ
ຢາມວັດອິສລາມ ໃນສະຫະລັດ ເປັນຄັ້ງທຳອິດຂອງທ່ານ. ໃນ
ຂະນະທີ່ຜູ້ນຳຂອງປະເທດ ໄດ້ກ່າວຕໍ່ຜູ້ທີ່ນັບຖືສາສະໜາ
ອິສລາມ ວ່າ “ພວກເຮົາ ແມ່ນ ອາເມຣິກາ ທີ່ເປັນຄອບຄົວ
ໜຶ່ງດຽວກັນ.”

ໃນລະຫວ່າງການກ່າວຄຳປາໄສໃນວັນພຸດວານນີ້ ທີ່ສະມາຄົມ
ອິສລາມ ແຫ່ງນະຄອນ Baltimore, ທ່ານປະທານາທິບໍດີ ໄດ້ ສະແດງຄວາມຂອບໃຈຕໍ່ຊາວມຸສລິມ ສັນຊາດ ອາເມຣິກາ ທີ່
ໄດ້ຊ່ວຍເຫຼືອ ໃນການສ້າງສາ ແລະ ເຮັດໃຫ້ປະເທດ ສະຫະລັດ
ເຂັ້ມແຂງຂຶ້ນ. ນອກ​ນັ້ນ ທ່ານຍັງໄດ້ຮັບຮູ້ເຖິງຂໍ້ຄິດເຫັນໃນແງ່ລົບທີ່ “ມີການບິດເບືອນ
ຢ່າງໜັກ”
ຕໍ່ຊາວມຸສລິມ ອາເມຣິກັນ ເຊິ່ງພວກເຂົາເຈົ້າຕ້ອງໄດ້ອົດທົນ ພ້ອມກັບການ
ເພີ່ມຂຶ້ນ ຂອງຄວາມຮຸນແຮງ ທີ່ກ່ຽວພັນກັບລັດທິກໍ່ການຮ້າຍ ໂດຍພວກຫົວຮຸນແຮງ ອິສລາມ.

ປະທານາທິບໍດີ Barack Obama ພົບປະກັບ ບັນດາສະມາຊິກ ຊຸມຊົນ ຊາວມຸສລິມ ສັນຊາດອາເມຣິກາ ຢູ່ທີ່ ສະມາຄົມອິສລາມ ແຫ່ງນະຄອນ Baltimore, ວັນທີ 3 ກຸມພາ 2016, ໃນນະຄອນ Baltimore ຂອງລັດ Maryland.
ປະທານາທິບໍດີ Barack Obama ພົບປະກັບ ບັນດາສະມາຊິກ ຊຸມຊົນ ຊາວມຸສລິມ ສັນຊາດອາເມຣິກາ ຢູ່ທີ່ ສະມາຄົມອິສລາມ ແຫ່ງນະຄອນ Baltimore, ວັນທີ 3 ກຸມພາ 2016, ໃນນະຄອນ Baltimore ຂອງລັດ Maryland.

​ທ່ານ ປະທານາທິບໍດີ ໄດ້ກ່າວຕໍ່ກຸ່ມນີ້ວ່າ ຊາວມຸສລິມ ສັນຊາດ ອາເມຣິກາ ມີຄວາມເປັນ
ຫ່ວງບໍ່ພຽງແຕ່ ກ່ຽວກັບໄພຂົ່ມຂູ່ ຂອງລັດທິກໍ່ການຮ້າຍເທົ່ານັ້ນ, ແຕ່ກໍຍັງກ່ຽວກັບການ
ຕົກເປັນ “ເປົ້າໝາຍ ຫຼື ຖືກກ່າວຫາ​ ​ໃນການກໍ່ຄວາມຮຸນແຮງ.”

ໂດຍສະເພາະ ນັບຕັ້ງແຕ່ໄດ້ມີການໂຈມຕີກໍ່ການຮ້າຍໃນນະຄອນຫຼວງ ປາຣີ ​ເມື່ອເດືອນ
ພະຈິກ, ແລະ ເມືອງ San Bernardino, ລັດ California ໃນເດືອນທັນວາປີກາຍນີ້.
ທ່ານ ໂອບາມາ ໄດ້ກ່າວວ່າ ຫຼາຍຄັ້ງປະຊາຊົນ “ເອົາລັດທິກໍ່ການຮ້າຍ ມາລວມກັບຜູ້ທີ່
ເຊື່ອຖື ໃນສາສະໜາດຽວກັນ ທັງໝົດ.”

ປະທານາທິບໍດີ ຖັກທາຍ ພວກນັກຮຽນ ຫຼັງຈາກການກ່າວຄຳປາໄສ ຢູ່ທີ່ ວັດອິສລາມ ຂອງສະມາຄົມ ອິສລາມ ແຫ່ງນະຄອນ Baltimore ໃນເມືອງ Catonsville ລັດ Maryland, ວັນທີ 3 ກຸມພາ 2016.
ປະທານາທິບໍດີ ຖັກທາຍ ພວກນັກຮຽນ ຫຼັງຈາກການກ່າວຄຳປາໄສ ຢູ່ທີ່ ວັດອິສລາມ ຂອງສະມາຄົມ ອິສລາມ ແຫ່ງນະຄອນ Baltimore ໃນເມືອງ Catonsville ລັດ Maryland, ວັນທີ 3 ກຸມພາ 2016.

ທ່ານກໍຍັງໄດ້ກ່າວຕອບໂຕຕໍ່ການກ່າວ​ໂຈມ​ຕີ “ຕໍ່ຕ້ານມຸສລິມ” ໂດຍນັກການເມືອງບາງຄົນ.

ທ່ານ ໂອບາມາ ໄດ້ກ່າວວ່າ “ແນ່ນອນເມື່ອບໍ່ດົນມານີ້, ພວກເຮົາໄດ້ຍິນສຳນວນ ໃນ ການເວົ້າທາງດ້ານການເມືອງ ທີ່ໃຫ້ອະໄພບໍ່ໄດ້ ຕໍ່ຊາວມຸສລິມ ສັນຊາດ ອາເມຣິກາ.
ມັນບໍ່ມີບ່ອນ ສຳລັບຄຳເວົ້າແນວນີ້ ໃນປະເທດຂອງພວກເຮົາ.”

ທ່ານປະທານາທິບໍດີ ໄດ້ຕິຕຽນການ​ໃຫ້​ຄວາມ​ເຫັນ ໂດຍຜູ້ລົງສະໝັກແຂ່ງຂັນ ເອົາຕຳ
ແໜ່ງປະທານາທິບໍດີ ຂອງພັກຣິພັບບລີກັນ ທ່ານ Donald Trump, ທ່ານ Ted Cruz
ແລະ ຄົນອື່ນໆ ໃນສອງສາມເດືອນທີ່ຜ່ານມານີ້.

Obama Meets With Muslim-American Leaders in Baltimore
please wait

No media source currently available

0:00 0:00:28 0:00


ເຊີນຊົມ ການກ່າວຄຳປາໄສ ຂອງປະທານາທິບໍດີ ໂອບາມາ ທີ່ສະມາຄົມ ອິສລາມ ແຫ່ງນະຄອນ Baltimore

XS
SM
MD
LG