ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບາງກອກ ເຕືອນວ່າ ຕົວເມືອງ ອາດຖືກ ຈົມລົງນ້ຳ ໃນໄວໆນີ້


Bangkok Warned It Soon Could Be Submerged
please wait

No media source currently available

0:00 0:01:46 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ນະຄອນ ​ເວ​ນິສ ແຫ່ງ​ອິຕາ​ລີ ກັບ ​ເມືອງ New Orleans​ ແຫ່ງ​ ສະຫະລັດ ບໍ່​ໄດ້​ແມ່ນ​ພຽງ​ແຕ່​ສອງ​ເມືອງ​ເທົ່ານັ້ນ ​ທີ່​ຄ່ອຍໆ​ຈົມ​ລົງໄປໃນ​ນ້ຳ. ​ປະຊາກອນເກືອ​ບ 10 ລ້ານ​ຄົນ​ໃນ​ຕົວເມືອງ ນະຄອນຫຼວງ ບາງກອກ ຕອນ​ນີ້ ​ແມ່ນ​ພວມ​ຕ້ອງ​ໄດ້​ປະ​ເຊີນ​ໜ້າ​ກັບ​ຄຳ​ເຕືອນ​ທີ່ວ່າເມືອງຂອງ​ຕົນ​ອາດຈະ​ກາຍ​ເປັນ​ເມືອງ​ຮ້າງໃນ ອີກ​ສອງ​ສາມ​ທົດ​ສະ​ວັດ​ຂ້າງ​ໜ້າ​ນີ້. ນັກ​ຂ່າວ ວີ​ໂອ​ເອ Steve Herman ລາຍງານມາຈາກ ບາງກອກ ເຊິ່ງ ພຸດທະສອນ ຈະນຳ ລາຍລະອຽດມາສະເໜີທ່ານ.

ນາງ ວິຈິຕຣີ ພວງສິຣິ ມີຄວາມຮູ້ສຶກວ່າລາວ​ພວມຈະຈົມລົງນ້ຳ. ລາວເຄີຍ​ໄດ້ມີປະສົບການ​ແນວ​ນັ້ນ​ມາແລ້ວ ຢູ່ບ້ານ​ເຮືອນຂອງລາວ ບ່ອນ​ທີ່ລາວໄດ້ອາໄສຢູ່ມາຕະຫຼອດ 44 ປີ. ມີຮອຍແຕກ​ແຫງຢູ່ຫົນທາງທີ່ປູບໍ່ສະໝ່ຳສະເໝີ ແລະ ກຳ​ແພງຄອງນ້ຳ​ເຂດຄຸ້ມຂອງ​ລາວ ທີ່ກຳລັງ ຊຸດລົງ ແມ່ນ​ເປັນຂໍ້ພິສູດຢ່າງຈະແຈ້ງວ່າ ຊະຕາກຳດັ່ງກ່າວຈະບໍ່ສາມາດ ຫຼີກລ່ຽງ ໄດ້.

ນາງ ວິຈິຕຣີ ກ່າວວ່າ “ຂ້ອຍບໍ່ຮູ້ວ່າຊິເຮັດແນວໃດ. ຈະມີໃຜສາມາດ ຊ່ວຍພວກເຮົາ ໄດ້? ຂ້ອຍບໍ່ຮູ້.”

ນັກຂ່າວວີໂອເອ Steve Herman ກ່າວ​ວ່າ “ນີ້​ແມ່ນ​ເຂດ​ທີ່ຈະ​ຈົມ​ນ້ຳ​ໄ​ວ ທີ່​ສຸດ​ຂອງ ບາງ​ກອກ, ທຸກໆ​ປີ​ມັນ​ຈະ​ຈົມ​ລົງ​ນ້ຳ​ສອງ ຊັງ​ຕີ​ແມັດ, ສອງ​ເທົ່າ​ອັດຕາ​ສະ​ເລ່ຍ ປົກກະຕິ​ຂອງ​ພື້ນ​ທີ່​ທັງ​ໝົດໃນ​ນະຄອນ​ຫຼວງ, ​ເຊິ່ງຕັ້ງ​ຢູ່​ເທິງ​ຊັ້ນ​ຂອງດິນ​ໜຽວ​ອ່ອນ.”

ທ່ານ ສົມ​ສັກ ກ້ອງຜີງ ອາສາ​ສະໝັກ​ຂອງ​ຊຸມຊົນ​ກ່າວ​ວ່າ “​ຖ້າ​ທ່ານຂີ່​ເຮືອຍາວ​ຢູ່ຄອງ​ນ້ຳ ​ທ່ານຈະ​ສາມາດສັງ​ເກດ​ເຫັນ​ວ່າ ​ມັນ​ຈະ​ເປັນ​ຮູໂວບ​ແນວໃດ. ບັນດາ​ຕຶກ​ທັງ​ຫຼາຍ​ກຳລັງ​ຈົມ​ລົງ​ຍ້ອນ​ວ່າ​ມັນ​ບໍ່​ໄດ້​ຖືກ​ສ້າງ​ຂຶ້ນ​ຢູ່​ເທິງ​ຖາ​ນພື້ນ​ດິນ​ທີ່​ແຂງ.”

ທ່ານ ສົມ​ສັກ ກອງ​ປີງ ກ່າວເປັນ​ເຊີງຕະຫຼົກແກມຈິງ​ຈັງ​ເຄິ່ງໜຶ່ງວ່າ ຖ້າ​ເຮົາ​ກັບ​ມາສຳພາດ​ລາວ​ຢູ່​ບ່ອນ​ນີ້​ອີກ​ໃນ 20 ປີ​ຂ້າງ​ໜ້າ ລະດັບ​ນ້ຳ​ອາດ​ຈະ​ສູງ​ຂຶ້ນ​ຮອດ​ບ່າ​ຂອງ​ລາວ​ກໍ​ເປັນ​ໄດ້.

ສາ​ເຫດ​ຫຼັກ​ຂອງ​ມັນ​ກໍ​ແມ່ນ​ການ​ເພີ່ມ​ຂຶ້ນ​ຂອງ​ລະ​ດັບ​ນ້ຳ​ທະ​ເລ, ການ​ດູດ​ນ້ຳ​ໃຕ້​ດິນອອກເກີ​ນ ຂະໜາດ ​ແລະ ການ​ກໍ່ສ້າງ​ຕຶກ​ສູງ​ໃໝ່ໆ​ຫຼາຍ​ຕຶກ.

ຄວາມຈະ​ເລີນຮຸ່ງ​ເຮືອງ​ດ້ານການ​ກໍ່ສ້າງ​ທີ່​ຫຼູຫຼາທີ່ສ້າງ​ເງິນ​ໄດ້​ກຳ​ໄລ​ສູງ ສືບ​ຕໍ່​ຢ່າງ​ບໍ່​ຫຼຸດ​ໜ້ອຍ​ລົງ, ອັນ​ເປັນການ​ກະທຳ​ທີ່​ບໍ່​ມີ​ເຫດຜົນ​ຕໍ່​ຄົນ​ທີ່​ສົ່ງ​ສັນຍານ​ເຕືອນເຖິງໄພ​ນ້ຳ​ຖ້ວມ.

ອາຈານ ມະຫາວິທະ​ຍາ​ໄລ ຈຸລາ​ລົງ​ກອນ ທ່ານ ສຸຊາດ ຄູນ​ທະນະ​ກູນວົງ ກ່າວ​ວ່າ “​ຖ້າ​ເຮົາ​ບໍ່​ລົງມື​ເຮັດ​ຫຍັງ, ທຸກ​ຄົນ​ກໍ​ຈະ​ສູ​ນ​ເສຍຊີວິດ. ​ເພາະວ່າ ຖ້າ​ພື້ນ​ດິນ​ມັນ​ເອງ​ຈົມ​ລົງ ລາຄາ​ຂອງ​ດິນ​ກໍ​ຈະ​ຫຼຸດ​ລົງ​ເຊັ່ນ​ກັນ.”

​ແຜນການ​ໜຶ່ງແມ່ນ​ພວມຮຽກ​ຮ້ອງ​ໃຫ້​ໃຊ້ຈ່າຍ​ເງິນ​ນັບ​ເປັນ ພັນໆ​ລ້ານ​ໂດ​ລາ ​ເພື່ອ​ຄ້ຳ​ຈູ​ນ​ນະຄອນຫຼວງດັ່ງກ່າວເຊິ່ງ​ຖືກ​ນ້ຳ​ຖ້ວມເປັນ​ປະຈຳ​ດ້ວຍ​ກຳ​ແພງ​ກັ້ນນ້ຳ​ທະ​ເລ. ​ເຖິງ​ແມ່ນ​ວ່າ​ຈະ​ເຮັດ​ດ້ວຍ​ຄວາມ​ພະຍາຍາມ​ທີ່ມີຄ່າ​ໃຊ້​ຈ່​າຍສູງ​ນັ້ນກໍ​ຕາມ, ​ແຕ່ທຳ​ມະ​ຊາດ ​ໃນ​ທີ່​ສຸດ ​ກໍ​ຍັງ​ຈະ​ສາມາດ​ຍຶດ​ເອົາ​ທຸກສິ່ງ​ທຸກ​ຢ່າງ​ ທີ່​ຄົນ​ເຮົາ​ໄດ້​ເຮັດ​ໄດ້​ສ້າງ​ຂຶ້ນມາ ໃສ່​ເທິ​ງດິນ​ດອນ​ໜອງ​ນ້ຳ​ທີ່​ນອນ​ຢູ່ບ່ອນ​ຕ່ຳ​ນັ້ນ ຄືນມາ.

XS
SM
MD
LG