ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອອສເຕຣເລຍ ທັບມ້າງ ການວາງແຜນ ກໍ່ການຮ້າຍ ແລະ ຈັບກຸມ 15 ຄົນ (ສະໄລດ໌/ວີດີໂອ)


Polisi Australia dalam operasi penggerebekan di distrik Guilford, pinggiran Sydney (18/9).
Polisi Australia dalam operasi penggerebekan di distrik Guilford, pinggiran Sydney (18/9).

ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ທ່ານ Tony Abbot ກ່າວ​ວ່າ
ການບຸກ​ເຂົ້າໄປກວດ​ຄົ້ນ ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ຄັ້ງ​ໃຫຍ່ ​ໃນ​ວັນ​
ພະຫັ​ດມື້​ນີ້ໄດ້​ມີ​ຂຶ້ນ​ ຍ້ອນບຸກຄົນ​ສຳຄັນຜູ້ນຶ່ງ​ ໃນ​ກຸ່ມ​ລັດ​ອິສລາມ
ໄດ້​ສັ່ງ​ໃຫ້ມີ​ “ການ ສັງຫານຕ່າງໆ ​ເພື່ອ​ເປັນ​ການສະ​ແດງ” ​
ໃນ​ອອສ​ເຕຣ​ເລຍ​ນັ້ນ.

ນາຍົກລັດຖະມົນຕີ Tony Abbot ກ່າວ​ວ່າ ຄຳ​ສັ່ງ​ນີ້​ມາ​ຈາກ​ຄົນ​ອອສ​ເຕຣ​ເລຍ​ຄົນ​ນຶ່ງ ທີ່​ປາກົດ​ວ່າ ​ເປັນ​ສະມາຊິກ​ຂັ້ນ​ອາວຸ​ໂສ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ຈັດ​ດັ່ງກ່າວທີ່​ຄວບ​ຄຸມ​ພາກ
ສ່ວນ​ໃຫຍ່ໆ​ຂອງ​ຊີ​ເຣຍ​ແລະ​ອີຣັກ.

ທ່ານ Abbot ກ່າວ​ວ່າ “ອັນ​ນັ້ນ​ແມ່ນ​ຂ່າວ​ລັບ ​ທີ່​ພວກ​ເຮົາ​ໄດ້​ຮັບ. ຄຳສັ່ງ​ເຫຼົ່າ​ນີ້ ​ເປັນຄຳສັ່ງ​ໂດຍ​ກົງ​ແທ້ໆ ​ມາ​ຈາກຄົນ​ອອສ​ເຕຣ​ເລຍ​ຄົນ​ນຶ່ງ​ທີ່​ປາກົດ​ວ່າ​ ເປັນ​ສະມາຊິກ​ຂັ້ນ​ອາວຸ​ໂສ​ໃນ​ກຸ່ມ ISIL ​ໄປ​ຍັງ​ເຄືອ​ຂ່າຍ​ຕ່າງໆ​ ທີ່​ໃຫ້ການ​ສະໜັບ
ສະໜຸນ​ພວກ​ເຂົາ ​ໃນ​ອອສເຕຣ​ເລຍ​ເພື່ອ​ໃຫ້​ທຳ​ການ​ສັງ​ຫານ​ແບບ​ສະ​ແດງ​ດັ່ງກ່າວ​ໃນ​ປະ​ເທດ​ນີ້ ດັ່ງ​ນັ້ນມັນ​ບໍ່​ແມ່ນ​ພຽງ​ເປັນ​ການ​ສົງ​ໄສ​ຊື່ໆ ​ແຕ່​ມັນ​ເປັນ
ຄວາມ​ຕັ້ງ​ໃຈ ​ແລະແລະ​ດ້ວຍ​ເຫດ​ນີ້ ​ເປັນ​ຫຍັງຕຳຫຼວດ​ແລະພວກອົງການ​ຮັກ
ສາ​ຄວາມ​ປອດ​ໄພ​ຈຶ່ງ​ໄດ້​ຕັດສິນ​ໃຈ​ທຳ​ການ​ເຄື່ອນ​ໄຫວ​ເຊັ່ນ​ນີ້
.”

ສື່​ມວນ​ຊົນ​ອອສ​ເຕຣ​ເລຍ ກ່າວ​ວ່າ ​ເອກະສານຕ່າງໆ​ຂອງ​ສານ​ຈະ​ເປີດ​ເຜີຍໃຫ້ຊາບໃນ
ວັນພະຫັດມື້ນີ້ວ່າ​ພວກ​ຫົວ​ຮຸນ​ແຮງ​ໄດ້​ວາງ​ແຜນ​ທີ່​ຈະ ລັກພາ​ໂຕ​ຄົນ​ອອສ​ເຕຣ​ເລຍ​ເພື່ອ​ຮຽກ​ເອົ່າຄ່າ​ໄຖ່ ​ໂດຍ​ຈະ​ຫໍ່​ຜູ້​ເຄາະ​ຮ້າຍ​ດ້ວຍທຸງຂອງ​ກຸ່ມ​ລັດ​ອິສລາມ ​ແລະ​ຕັດ​ຫົວ​ຜູ້ກ່ຽວ.

ທ່ານ Andrew Scipione ຫົວໜ້າ​ຕຳຫລວດລັດ New South Wales ​ໄດ້​ຢືນຢັນ​ວ່າ ການ​ໂຈມ​ຕີ​ກຳນົດ​ຈະ​ມີ​ຂຶ້ນ​ຕໍ່​ເຈົ້າ​ໜ້າ​ທີ່​ “​ໃນ​ລະດັບ​ສູງ​” ຄົນ​ນຶ່ງ​ ຢູ່​ຕາມ​ຖະໜົນ.

ການ​ເຜີຍ​ແບ​ຂ່າວ​ດັ່ງກ່າວ​ມີ​ຂຶ້ນ ຫຼັງ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອອສ​ເຕຣ​ເລຍ​ປະມານ 800 ຄົນ​ໄດ້ບຸກເຂົ້າໄປ​ກວດ​ຄົ້ນ ​ໃນ​ຕອນເຊົ້າ​ມືດ​ມື້ນີ້ ໃນນະຄອນ​ຊິດ​ນີ ,Brisbane ​ແລະ Logan ​ໂດຍ​ທຳ​ການ​ຈັບ​ກຸມ​ 15 ຄົນ.

australiaterrorarrests18september14
please wait

No media source currently available

0:00 0:01:48 0:00

XS
SM
MD
LG