ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອອສເຕຣເລຍ ທົບທວນ ເຂດຊອກຫາ ເຮືອບິນ ມາເລເຊຍ ທີ່ຫາຍສາບສູນ (ວີດີໂອ )


ຮູບພາບເດັກນ້ອຍ ຂຽນຂໍ້ຄວາມໃຫ້ຄວາມຫວັງຕ່າງໆ ສຳລັບ
ພວກຄົນໂດຍສານໃນເຮືອບິນ ສາຍການບິນມາເລເຊຍ ທີ່ຫາຍສາບສູນໄປ ທີ່ສະໜາມບິນລະຫວ່າງຊາດ ທີ່ກົວລາລຳເປີ.
ຮູບພາບເດັກນ້ອຍ ຂຽນຂໍ້ຄວາມໃຫ້ຄວາມຫວັງຕ່າງໆ ສຳລັບ ພວກຄົນໂດຍສານໃນເຮືອບິນ ສາຍການບິນມາເລເຊຍ ທີ່ຫາຍສາບສູນໄປ ທີ່ສະໜາມບິນລະຫວ່າງຊາດ ທີ່ກົວລາລຳເປີ.

ບັນດາ​ເຈົ້າ​ໜ້າ​ທີ່​ອອສ​ເຕຣ​ເລຍ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ທົບທວນ
ຕື່ມອີກ​ ກ່ຽວກັບເຂດ​ຊອກ​ຫາ​ເຮືອບິນ​ອາຍ​ພົ່ນ ​ສາຍ​ການບິນ​
ມາ​ເລເຊຍ ທີ່​ໄດ້​ຫາຍ​ສາບ​ສູນ​ໄປ ​ຢ່າງ​ລຶກລັບ​ ໃນ​ເດືອນ​ມີນາ
​ຜ່ານ​ມາ​ນັ້ນ.

ທ່ານ Warren Truss ຮອງ​ນາຍົກລັດຖະມົນຕີ ກ່າວ​ໃນ​ວັນ​ພະ
ຫັດມື້​ນີ້​ວ່າ ບັດ​ນີ້​ບັນດາ​ເຈົ້າ​ໜ້າ​ທີ່​ຈະ​ເພ່ງ​ເລັງ “ໄປ​ຍັງ​ເຂດ ​ທີ່
ຢູ່ໃຕ້ລົງໄປ​ຕື່ມ​ອີກໜ້ອຍນຶ່ງ”
ພາຍ​ໃນ​ບໍລິເວນ​ທີ່​ທຳ​ການ​ຊອກ​
ຫາ​ໃນ​ປັດຈຸບັນ ​ໃນ​ຂົງເຂດພາກ​ໃຕ້​ຂອງ​ມະຫາ​ສະມຸດ​ອິນ​ເດຍ.

ທ່ານ Truss ກ່າວ​ຕື່ມ​ວ່າ ການ​ຕັດສິນ​ໃຈ​ດັ່ງກ່າວ ​ໄດ້​ມີ​ຂຶ້ນ​ພາຍ
ຫຼັງ​ການ​ວິ​ເຄາະ​ຕື່ມ​ອີກ ​ຂອງ​ຄວາ​ມພະຍາຍາມທີ່​ໄດ້​ປະສົບ​ກັບ​ຄວາມ​ລົ້ມແຫຼວ​ໄປເພື່ອ
​ຕິດ​ຕໍ່​ກັບ​ເຮືອບິນ Boeing 777 ນັ້ນ.ທ່ານ​ກ່າວ​ອີກ​ວ່າຂ່າວ​ຂໍ້​ມູນ​ໃໝ່​ແນະໃຫ້ເຫັນ​ວ່າ ​ເຮືອບິນ​ລຳ​ນີ້​ອາດ​ຈະ​ໄດ້​ລ້ຽວໄປ​ທາງ​ທິດ​ໃຕ້ ​ໄວກວ່າທີ່​ຄຶດ​ກັນ​ໄວ້​ກ່ອນ​ນັ້ນ.

ທ່ານ Truss ກ່າວ​ວ່າ “​ເຂດຊອກ​ຄົ້ນນັ້ນ​ຍັງ​ແມ່ນ​ບ່ອນ​ດຽວ​ກັນ​ຢູ່ ​ແຕ່ບາງ​ເຂດຂໍ້​
ມູນ​ບາງ​ຢ່າງ​ທີ່​ພວກ​ເຮົາມີ​ຢູ່​ໃນ​ປັດຈຸບັນ ພາ​ໃຫ້​ພວກ​ເຮົາ ຄຶດ​ວ່າ ​ຂົງ​ເຂດ​ເຫຼົ່າ
​ນີ້​ ແມ່ນຫຍັບ​ລົງໄປ​ທາງໃຕ້​ຕື່ມ​ອີກ​ນ້ອຍ​ນຶ່ງ ພາຍໃນ​ເຂດ​ທີ່​ພວກ​ເຮົາກຳລັງ​
ຊອກ​ຫາ​ນັ້ນ ​ແຕ່​ໃຫ້​ຫຍັບ​ໄປ​ໃຕ້​ອີກ​ນ້ອຍ​ນຶ່ງ ອາດ​ຈະ​ເປັນ​ບ່ອນ​ໃຫ້​ຄວາມ​ສົນ​
ໃຈ​ໂດຍ​ສະ​ເພາະ ​ແລະເປັນ​ບູລິ​ມະ​ສິດ​ໃນເຂດ​ຊອກ​ຫາ​ນັ້ນ. ຂໍ້​ມູນ​ນີ້ ​ໄດ້​ມາ​
ຈາກ​ການ​ທົບ​ທວນ​ເບິ່ງ​ຂ່າວ​ຂໍ້​ມູນ​ທາງ​ດາວ​ທຽມ​ຕື່ມ​ອີກ.

ຄຳ​ປະກາດ​ດັ່ງກ່າວ ມີ​ຂຶ້ນ​ໃນ​ຂະນະ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ອອສ​ເຕຣ​ເລຍ ​ແລະ​ມາ​ເລ​ເຊຍລົງ​ນາມ​ໃນ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກັນ​ ກ່ຽວ​ກັບ​ຄວາມ​ຮ່ວມ​ໄມ້​ຮ່ວມ​ມື ​ໃນ​ການ​ຊອກ​ຄົ້​ນ​ຂັ້ນ​ຕໍ່​ໄປ. ພາຍ​ໃຕ້​ຂໍ້​ຕົກລົງ​ດັ່ງກ່າວຄ່າ​ໃຊ້​ຈ່າຍ​ໃນ​ການ​ຊອກ​ຫາ​ນີ້​ແມ່ນ​ແບ່ງປັນ​ກັນ​ຈ່າຍ​ເທົ່າ​ກັນ​ລະຫວ່າງສອງ​ປະ​ເທດ.

​ໃນ​ເດືອນ​ໜ້າ​ນີ້ ພວກ​ເຈົ້າ​ໜ້າ​ທີ່​ຈະ​ເລີ້ມ​ທຳ​ການ​ຊອກ​ຄົ້ນ​ຢ່າງ​ຂະໜານ​ໃຫຍ່​ໃນ​ທ້ອງ​ທະ​ເລ ​ໃນ​ເນື້ອ​ທີ່ 60 ພັນ​ກິ​ໂລ​ແມັດ​ມົນທົນ ຂອງ​ມະຫາ ​ສະມຸດ​ອິນ​ເດຍ ປະມານ 1800 ຫຼັກ
​ກິ​ໂລ​ແມັດ ຢູ່​ນອກ​ຝັ່ງ​ທະ​ເລ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ອອສ​ເຕຣ​ເລຍ. ຄາດ​ວ່າ ການ​ປະ
ຕິບັດ​ງານໃນການ​ຊອກ​ຄົ້ນ​ ຈະ​ໃຊ້​ເວລາເຖິງ​ນຶ່ງ​ປີ ​ແລະ​ສິ້ນ​ເປືອງ​ຄ່າ​ໃຊ້​ຈ່າຍ 48 ລ້ານ​ດອນ​ລາ.

malaysiaplane28august14
please wait

No media source currently available

0:00 0:01:55 0:00

XS
SM
MD
LG