ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ​ນ່າງ ອອງຊານ ຊູຈີ ​ຊຸກຍູ້ ​ໃຫ້​​​ແກ້ໄຂ ລັດຖະທຳມະນູນ


ຜູ້ນຳ​ພັກ​ຝ່າຍ​ຄ້ານ​ ຂອງ​ມຽນມາ ທ່ານ​ນາງ Aung San Suu Kyi ປາກົດໂຕ ເມື່ອວັນທີ 13 ພະຈິກ 2014 ໃນພາບ ທີ່ເນປີຕໍ ປະເທດມຽນມາ.
ຜູ້ນຳ​ພັກ​ຝ່າຍ​ຄ້ານ​ ຂອງ​ມຽນມາ ທ່ານ​ນາງ Aung San Suu Kyi ປາກົດໂຕ ເມື່ອວັນທີ 13 ພະຈິກ 2014 ໃນພາບ ທີ່ເນປີຕໍ ປະເທດມຽນມາ.

ຜູ້ນຳ​ພັກ​ຝ່າຍ​ຄ້ານ​ຂອງ​ມຽນມາ ທ່ານ​ນາງ Aung San Suu Kyi
ກ່າວ​ວ່າ ນາງ​ ແລະ​ບັນດາ​ຜູ້​ສະໜັບສະໜຸນນາງ ຈະ​ສືບ​ຕໍ່​ຊຸກຍູ້
​ໃຫ້​ດັດແກ້ ມາດຕາ​ນຶ່ງ​ ຂອງ​ລັດຖະທຳ​ມະນູນ​ ທີ່​ຫ້າມນາງ​ ຈາກ
​ການ​ລົງ​ແຂ່ງຂັນ​ ​ເປັນ​ປະທາ​ນາ​ທິບໍ​ດີ ​ໃນ​ປີໜ້າ​ນີ້.

ໃນ​ຄຳ​ສຳພາດ ​ພິ​ເສດ ກັບ​ວີ​ໂອ​ເອ ພາສາ​ມຽນມາ ​ເມື່ອວັນ​ອາທິດ​
ວານ​ນີ້ ທ່ານ​ນາງ ຊູ ຈີ ຜູ້​ທີ່​ໄດ້​ຮັບ​ລາງວັນ Nobel ດ້ານ​ສັນຕິພາບ
ກ່າວ​ວ່າ ມັນ​ມີ​ຄວາມ​ຈຳ​ເປັນທີ່​ສຸດ ທີ່​ນາງ ​ແລະ ​ບັນດາ​ຜູ້​ສະໜັບ
ສະໜຸນນາງ ສືບ​ຕໍ່ ຮຽກຮ້ອງ​ໃຫ້​ມີ​ການ​ປ່ຽນ​ແປງ.

ທ່ານນາງ ຊູ ຈີ ​ເວົ້າວ່າ “ພວກ​ເຮົາ ບໍ່​ໄດ້​ຄາດ​ຄິດ​ໄວ້​ເລີ​ຍວ່າ ມັນ​ຈະເປັນ​ເລື້ອງ​ງ່າຍ ​ແຕ່ ພວກ​ເຮົາກໍ​ເຊື່ອ​ວ່າ ມັນອາດ​ເປັນໄປໄດ້ຢູ່. ຄຳ​ຖາມ​ກໍ​ຄື​ວ່າ ​ເວລາ​ໃດ! ຖ້າ​ພວກ​ເຮົາ​ສາມາດ​ປ່ຽນ​ແປງ ລັດຖະທຳ​ມະນູນໄດ້​ໄວ​ທໍ່​ໃດ ມັນກໍ​ຈະ​ເປັນ​ການດີຫຼາຍສຳ​ຫລັບ​ປະ​ເທດ. ພວກ​ເຮົາ​ຈະ​ຕ້ອງ​ມີ​ຄວາມ​ກ້າຫານ ​ແລະ ຄວາມ​ສາມາດ ທີ່​ຈະ​ປ່ຽນ​ແປງ ອັນ​ໃດ​ກໍ​ຕາມ ທີ່​ມີ​ຄວາມ​ຈຳ​ເປັນຕ້ອງປ່ຽນ​ແປງ ສຳ​ຫລັບ ຄວາມ​ກ້າວໜ້າ​ຂອງ​ປະ​ເທດ.”

ພົນເອກ Min Aung Hlaing (ຊ້າຍ) ລົມກັບ ຜູ້ສື່ຂ່າວວີໂອເອ ຫົວໜ້າ ພະແນກພາສາມຽນມາ ທ່ານ Than Lwin Htun ໃນການສຳພາດພິເສດ ຢູ່ນະຄອນຫລວງ ເນປີຕໍ ປະເທດມຽນມາ, ວັນທີ 22 ພະຈິກ 2014.
ພົນເອກ Min Aung Hlaing (ຊ້າຍ) ລົມກັບ ຜູ້ສື່ຂ່າວວີໂອເອ ຫົວໜ້າ ພະແນກພາສາມຽນມາ ທ່ານ Than Lwin Htun ໃນການສຳພາດພິເສດ ຢູ່ນະຄອນຫລວງ ເນປີຕໍ ປະເທດມຽນມາ, ວັນທີ 22 ພະຈິກ 2014.

ທ່ານ​ນາງ ຊູ ຈີ ຍັງ​ກ່າວ​ອີກ​ວ່າ ພັກສັນນິບາດແຫ່ງຊາດ ເພື່ອ
ປະຊາທິປະໄຕ ຫຼື NLD ຂອງ​ທ່ານ​ນາງ ​ແມ່ນ​ພ້ອມ​ແລ້ວ ​ກ່ຽວ​ກັບ
​ເລື້ອງ​ນີ້ ​ເພື່ອ​ຊາວ​ມຽນມາ​ທັງ​ໝົດ.

ທ່ານ​ນາງ Suu Kyi ​ເວົ້າ​ຕໍ່​ໄປ​ວ່າ “ສະນັ້ນ ​ເປັນ​ຫຍັງ ທ່ານ
ຈຶ່ງບໍ່ເປີດໃຫ້​ມີການ​ລົງ ປະຊາ​ມະຕິ ທົ່ວ​ປະ​ເທດ? ພວກ​ເຮົາ​
ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ດັ່ງນັ້ນ ​ແລະ ​ໃນ​ທາງນັ້ນ ທ່ານ ສາມາດ​
ຮູ້ຈັກ ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນໆ​ອີກ ​ເຊັ່ນ​ກັນ.”

ທ່ານ ​ນາງ ກ່າວ​ຕອບ​ຜູ້ນຳ​ທະຫານ​ມຽນມາ ທ່ານ Min Aung Hlaing ຜູ້​ທີ່​ໄດ້​ປະ​ຕິ​ເສດ ຄວາມ​ພະຍາຍາມ​ຂອງ​ພັກ NLD ທີ່ໄດ້ເກັບ​ກຳ​ເອົາ 5 ລ້ານ ລາຍ​ເຊັນ ​ເພື່ອ​ດັດ​ແກ້​ລັດຖະທຳ​ມະນູນ.

​ໃນ​ການ​ສຳ​ພາດ​ ເປັນ​ພິ​ເສດ ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ​ແກ່ ວີ​ໂອ​ເອ ພາສາ​ມຽນມາ ​ໃນ​ວັນ​ເສົາ​ຜ່ານ​ມາ ພົນ​ເອກ​ດັ່ງກ່າວ ​ເວົ້າ​ວ່າ ມາດຕາ​ໃນ​ລັດຖະທຳ​ມະນູນ​ ທີ່​ມີ​ຄຳ​ຖາມ​ນັ້ນ ​ແມ່ນບໍ່​ໄດ້​ແນ​ໃສ່ ທ່ານ​ນາງ ອອງ ຊານ ຊູ ຈີ.

XS
SM
MD
LG