ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກພໍ່ຄ້າຄໍາຢ້ານວ່າ ບັນຫາໜີ້ສິນຂອງສະຫະລັດ ຈະເຮັດໃຫ້ຍອດຂາຍຄໍາຕໍ່າລົງ (ເບິ່ງວີດີໂອລາວ/ອັງກິດ)


ພວກພໍ່ຄ້າຄໍາຢ້ານວ່າ ບັນຫາໜີ້ສິນຂອງສະຫະລັດ ຈະເຮັດໃຫ້ຍອດຂາຍຄໍາຕໍ່າລົງ (ເບິ່ງວີດີໂອລາວ/ອັງກິດ)
ພວກພໍ່ຄ້າຄໍາຢ້ານວ່າ ບັນຫາໜີ້ສິນຂອງສະຫະລັດ ຈະເຮັດໃຫ້ຍອດຂາຍຄໍາຕໍ່າລົງ (ເບິ່ງວີດີໂອລາວ/ອັງກິດ)

ການຖົກຖຽງກັນດ້ານການເມືອງຢູ່ໃນສະຫະລັດ ກ່ຽວກັບເພດານໜີ້ສິນ ໄດ້ຊ່ວຍຜັກດັນໃຫ້ ຄ່າເງິນໂດລາຕົກຕໍ່າລົງ ຫລາຍເປັນປະວັດການ ແລະຜັກດັນໃຫ້ລາຄາຄໍາຖີບຕົວສູງຂື້ນ ເຖິງ 1,600 ກວ່າໂດລາ ຕໍ່ນຶ່ງອອນສ໌ ຫລືປະມານສອງບາດເຄິ່ງ ຊຶ່ງຂຶ້ນເປັນສອງເທົ່າຕົວ ຈາກລາຄາເມື່ອສອງປີຜ່ານມາ. ຢູ່ໃນຂົງເຂດເອເຊຍ ບ່ອນທີ່ຄໍາບໍ່ໄດ້ເປັນແຕ່ພຽງເຄື່ອງເອ້ ຫລືເຄື່ອງປະດັບເທົ່ານັ້ນ ແຕ່ຍັງຖືເປັນການລົງທຶນທີ່ເຊື່ອໝັ້ນໄດ້ນໍາອີກນັ້ນ ຄວາມຮຽກຮ້ອງ ຕ້ອງການຄໍາແມ່ນຍັງແຂງແຮງຢູ່ ແຕ່ໃນຂະນະທີ່ຄາດກັນວ່າ ລາຄາຄໍາຈະສືບຕໍ່ສູງຂຶ້ນໄປ ເລື້ອຍໆ ໂດຍສະເພາະຖ້າຫາກວ່າບັນຫາເລຶ່ອງການລົດຈໍານວນໜີ້ສິນ ແລະການໃຊ້ຈ່າຍ ຂອງລັດຖະບານສະຫະລັດຍັງແກ້ໄຂບໍ່ໄດ້ນັ້ນ ພວກຊື້ແລະພວກຂາຍຄໍາທັງຫລາຍພາກັນ ກ່າວວ່າ ການຂາຍຄໍາກໍຈະຖືກກະທົບ. ດາຣາມີເລຶ່ອງນີ້ມາສະເໜີທ່ານ.

ຮານຂາຍຄຳ ທເຍົາວະລາດ ໃນນະຄອນຫລວງບາງກອກຂອງໄທ.
ຮານຂາຍຄຳ ທເຍົາວະລາດ ໃນນະຄອນຫລວງບາງກອກຂອງໄທ.

ເວລາ​ນີ້ ​ຄໍາແທ່ງ​ ໜັກ​ນຶ່ງ​ກິ​ໂລ ມີ​ລາຄາ​ຂາຍ​ປະມານແທ່ງລ່ະ $50,000​.

ທີ່ເຍົາວະ​ລາດ ຍ່ານ​ການ​ຄ້າ​ຈີນ ຫລື China Town ໃນ​ບາງກອກ ຊຶ່ງ​ເປັນ​ສູນ​ກາງການ​ຄ້າ​ຄໍາຂອງ​ໄທ​ນັ້ນ ລາຄາຄໍາທີ່​ສູງ​ຂຶ້ນ​ເປັນ​ປະວັດ​ການ ພາ​ໃຫ້​ພວກ​ຫາເລາະ​ຊື້​ຄໍາ ພາກັນ​ຫັນ ປ່ຽນ​ຈາກ​ຄໍາ​ປະ​ເພດ​ຮູບ​ປະພັນເຄຶ່ອງ​ປະດັບ ມາ​ເປັນ​ຄໍາແທ່ງ.

ເຖິງ​ແມ່ນ​ຈະ​ມີ​ລູກ​ຄ້າອັ່ງ​ອໍ​ກັນ​ຢູ່ເຕັມຮ້ານ​ຂາຍ​ຄໍາ​ແຫ່ງ​ຕ່າງ​ໆກໍ​ຕາມ ​ແຕ່ພວກເຈົ້າຂອງ​ຮ້ານຄໍາ​ ກໍ​ຍັງ​ມີ​ຄວາມ​ເປັນ​ຫ່ວງຢູ່.

ນາຍ ທະນະຣັດ ປະຊາ​ວົງ ຜູ້​ອໍາ​ນວຍການບໍລິຫານຂອງ​ຮ້ານ​ຂາຍ​ຄໍາ Hua Seng Hung ​ເປັນ​ຜູ້​ນຶ່ງ​ທີ່​ຕິດຕາມເບິ່ງ​ການ​ອະພິປາຍທາງ​ການ​ເມືອງ​ຂອງ​ສະຫະລັດ​ ກ່ຽວ​ກັບ​ເພດານ​ໜີ້​ສິນ​ນັ້ນ. ລາວ​ກ່າວ​ວ່າ:

“If they cannot cut...​ ຖ້າ​ຫາກ​ວ່າ​ສະຫະລັດ​ບໍ່​ສາມາດ​ຕັດ​ການ​ໃຊ້​ຈ່າຍ​ລົງ​ ​ແລະ ບໍ່ສາມາດ​ເພີ່ມລະດັບ​ເພດານ​ໜີ້​ສິນ​ໄດ້​ແລ້ວ ມັນກໍ​ຈະ​ເກີດ​ບັນຫາ​ຜິດ​ສັນຍາ​ຈ່າຍ​ໜີ້​ສິນ​ຄືນ ຊຶ່ງ​ນັ້ນ​ກໍ​ຈະ​ພາ​ໃຫ້​ລາຄາ​ຄໍາ​ສູງ​ຂຶ້ນໄປ​ອີກ.

ຊຶ່ງ​ນັ້ນ ນາຍ​ທະນະຣັດແລະ​ພວກ​ພໍ່ຄ້າຄໍາຄົນອື່ນໆ​ກ່າວ​ວ່າ ຈະໝາຍ​ເຖິງຍອດ​ຂາຍ​ທີ່​ຕໍ່າລົງ

ຄລິກຢູ່ບ່ອນນີ ເພື່ອເບິ່ງວີດີໂອພາສາລາວ

ໃນ​ປະ​ເທດ​ອິນ​ເດຍ ບ່ອນ​ທີ່ເຄື່ອງປະດັບ​ຄໍາ​ຖືກໃຊ້​ເປັນ​ສິນ​ສອດ​ທອງ​ໝັ້ນ​ ແກ່​ເຈົ້າສາວ​ໃນ​ວັນ​ແຕ່ງງານຕາມປະ​ເພນີ​ນັ້ນ ​ແມ່ນ​ກໍາລັງ​ມີ​ການ​ປ່ຽນ​ແປງ​ໃນການ​ຊື້ຄໍາ​ກັນ​ແລ້ວ ດັ່ງ​ທີ່​ແມ່ຍິງ​ຄົນ​ນີ້​ກ່າວ​ວ່າ:

“It’s an Indian wedding.... ມັນ​ເປັນ​ພິທີ​ແຕ່ງ​ງານ​ຂອງ​ຊາວ​ອິນ​ເດຍ ດັ່ງ​ນັ້ນ​ບໍ່​ມີ​ຄໍາ​ບໍ່​ໄດ້ ບໍ່​ມີ​ເພັດ​ກໍ​ບໍ່ໄດ້ ຂ້ອຍ​ຕ້ອງ​ໄດ້ເອົາ​ໃຫ້ ​ແຕ່​ແນ່ນອນ​ຈໍານວນ​ຂອງ​ເພັດ​ຄໍາ​ທີ່ຈະໃຫ້ ກໍ​ຈະລຸດລົງ​.”

ແຕ່​ຢ່າງ​ນ້ອຍ ກໍມີ​ນຶ່ງ​ບໍລິສັດ​ທີ່​ຫລິງເຫັນ​ຜົນ​ກໍາ​ໄລ​ຈາກ​ລາຄາ​ຄໍາທີ່​ແພງ​ຂຶ້ນ ຄືບໍລິສັດ Gold to Go ຂອງ​ເຢຍຣະມັນ ທີ່​ຂາຍ​ຄໍາ​ແທ່ງ​ນ້ອຍໆ​ຈາກ​ຕູ້ອັດຕະ​ໂນ​ມັດແບບ​ ATM ​ສໍາລັບ​ຖອນ​ເງິນ​ສົດທີ່​ມີ​ຂາຍ​ຢູ່​ໃນ​ບາງ​ປະ​ເທດ ຊຶ່ງ​ທາງບໍລິສັດ​ກ່າວ​ວ່າ ຍອດ​ຂາຍ​ກໍາລັງ​ເພີ່ມ​ຂຶ້ນ.

ເບິ່ງວີດີໂອພາສາອັງກິດ:

XS
SM
MD
LG