ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ຈະພັດທະນາ ໃຫ້ເປັນຜູ້ສົ່ງອອກ ພະລັງງານ ລາຍໃຫຍ່ ຫຼື ເປັນໝໍ້ໄຟ ຂອງເອເຊຍ


ກອງປະຊຸມຄະນະກຳມະທິການຮ່ວມວ່າດ້ວຍການ
ຮ່ວມມືລາວ-ໄທ ຄັ້ງທີ 19 ຢູ່ນະຄອນຫຼວງວຽງຈັນ ເມື່ອທ້າຍ
ເດືອນມັງກອນ 2015.
ກອງປະຊຸມຄະນະກຳມະທິການຮ່ວມວ່າດ້ວຍການ ຮ່ວມມືລາວ-ໄທ ຄັ້ງທີ 19 ຢູ່ນະຄອນຫຼວງວຽງຈັນ ເມື່ອທ້າຍ ເດືອນມັງກອນ 2015.

ການເຊື່ອມຕໍ່ລະບົບສາຍສົ່ງກະແສໄຟຟ້າຈາກລາວຜ່ານໄທ
ແລະມາເລເຊຍ ໄປຍັງສິງກະໂປ ພາຍໃຕ້ແຜນກາານຮ່ວມມື
ດ້ານພະລັງງານໃນອາຊ່ຽນ ມີກຳນົດຈະລົງນາມໃນຂໍ້ຕົກລົງ
ໃນເດືອນຕຸລາ 2015 ນີ້.

ທ່ານດາວົງ ພອນແກ້ວ ຫົວໜ້າກົມນະໂຍບາຍ ແລະແຜນການພະລັງງານ ກະຊວງ
ພະລັງງານ ແລະບໍ່ແຮ່ ໃຫ້ການຢືນຢັນວ່າ ລັດຖະມົນຕີດ້ານພະລັງງານ ຈາກ 4 ປະເທດ
ສະມາຊິກຂອງອາຊ່ຽນ ຊຶ່ງປະກອບດ້ວຍລາວ ໄທ ມາເລເຊຍ ແລະສິງກະໂປ ມີກຳນົດ
ທີ່ຈະຮ່ວມກັນລົງນາມໃນບັນທຶກຄວາມເຂົ້າໃຈຮ່ວມ ວ່າດ້ວຍການເຊື່ອມຕໍ່ ລະບົບສາຍສົ່ງ
ກະແສໄຟຟ້າລະຫວ່າງກັນໃນເດືອນຕຸລາ 2015 ນີ້.

ໂດຍການລົງນາມດັ່ງກ່າວນີ້ ຈະມີຂຶ້ນໃນໂອກາດ ກອງປະຊຸມລະດັບລັດຖະມົນຕີ ດ້ານ
ພະລັງງານຄັ້ງທີ 33 ຂອງອາຊ່ຽນທີ່ກຳນົດຈະມີຂຶ້ນໃນເດືອນຕຸລາປີນີ້ ຢູ່ທີ່ມາເລເຊຍ
ຊຶ່ງກ່ອນໜ້ານີ້ ທາງການຂອງທັງ 4 ປະເທດກໍໄດ້ມີການແຕ່ງຕັ້ງ ຄະນະປະຕິບັດງານ
ຂຶ້ນມາຮັບຜິດຊອບ ໃນການຈັດທຳຂໍ້ຕົກລົງລະຫວ່າງກັນ ສຳເລັດສົມບູນແລ້ວ ໂດຍ ປະກອບມີເນື້ອໄນສຳຄັນ 4 ດ້ານດ້ວຍກັນ ກໍຄືດ້ານເທັກນິກ ດ້ານພາສີອາກອນ ດ້ານ
ລະບຽບກົດໝາຍ ແລະ ດ້ານການບໍລິຫານ ທີ່ຈະຖືເປັນຫລັກການປະຕິບັດຮ່ວມກັນຕໍ່ໄປ
ທັງຍັງຈະຖືເປັນຕົ້ນແບບຂອງການປະຕິບັດ ແຜນການຮ່ວມມືດ້ານພະລັງງານຂອງອາຊ່ຽນ
ຫຼື ASEAN Power Grid ອີກດ້ວຍ.

ລາວ ແລະ ໄທ ເຊັນສັນຍາຮ່ວມກັນວ່າດ້ວຍການເຊື່ອມຕໍ່ ລະບົບສາຍສົ່ງ ກະແສໄຟຟ້າ
ລາວ ແລະ ໄທ ເຊັນສັນຍາຮ່ວມກັນວ່າດ້ວຍການເຊື່ອມຕໍ່ ລະບົບສາຍສົ່ງ ກະແສໄຟຟ້າ

ກ່ອນໜ້ານີ້ ກອງປະຊຸມຄະນະກຳມະທິການຮ່ວມວ່າດ້ວຍການ
ຮ່ວມມືລາວ-ໄທ ຄັ້ງທີ 19 ຢູ່ນະຄອນຫຼວງວຽງຈັນ ເມື່ອທ້າຍ
ເດືອນມັງກອນ 2015 ທີ່ມີລັດຖະມົນຕີວ່າການຕ່າງປະເທດ
ທັງສອງຝ່າຍ ເປັນປະທານຮ່ວມກັນນັ້ນ ທາງການໄທ ກໍໄດ້
ໃຫ້ການຢືນຢັນຢ່າງໜັກແໜ້ນວ່າ ຈະຍັງຄົງຮັບຊື້ພະລັງງານ
ໄຟຟ້າຕາມສັນຍາ ທີ່ໄດ້ຕົກລົງໄວ້ກັບທາງການລາວ ໃນປະລິ
ມານລວມ 7,000 ເມກາວັດ ເປັນເວລາ 25 ປີ ນັບຈາກປີ 2016
ເປັນຕົ້ນໄປ.

ຍິ່ງໄປກວ່ານັ້ນ ທາງການໄທຍັງໄດ້ຕົກລົງ ທີ່ຈະນຳໃຊ້ແນວ
ສາຍສົ່ງກະແສໄຟຟ້າໃນໄທ ເພື່ອເຊື່ອມຕໍ່ ແລະ ສົ່ງກະແສໄຟຟ້າ ຈາກລາວຜ່ານໄທ ໄປຍັງມາເລເຊຍ ແລະ ສິງກະໂປ ໃຫ້ໄດ້ຢ່າງເປັນຮູບປະທຳພາຍໃຕ້ແຜນການ ASEAN
Power Grid ດັ່ງກ່າວ ຊຶ່ງກໍຈະສົ່ງຜົນດີ ຕໍ່ແຜນການ-ເປົ້າໝາຍທີ່ລັດຖະບານລາວ
ຈະດຳເນີນການໃນທຸກວິທີທາງ ເພື່ອພັດທະນາລາວໃຫ້ເປັນຜູ້ສົ່ງອອກພະລັງງານ ລາຍ
ໃຫຍ່ ຫຼື ເປັນໝໍ້ໄຟຂອງເອເຊຍ (Battery of Asia) ໃຫ້ໄດ້ໃນອະນາຄົດ ດ້ວຍການສົ່ງ
ເສີມໃຫ້ມີການລົງທຶນ ກໍ່ສ້າງເຂື່ອນຜະລິດ ໄຟຟ້າໃນລາວ ຢ່າງບໍ່ຢຸດຢັ້ງນັ້ນເອງ.

ໃນປັດຈຸບັນນີ້ ມີເຂື່ອນທີ່ຜະລິດກະແສໄຟຟ້າໃນລາວແລ້ວຈຳນວນ 24 ໂຄງການ ສ່ວນ
ທີ່ກຳລັງຢູ່ໃນລະຫວ່າງດຳເນີນການກໍ່ສ້າງນັ້ນ ມີຢູ່ 38 ໂຄງການ ແລະອີກ 100 ກວ່າ
ໂຄງການ ຢູ່ໃນຂັ້ນຕອນຂອງການສຶກສາສຳຫລວດອອກແບບ ຫຼື ສະແຫວງຫາເງິນທຶນ
ທີ່ຈະນຳໃຊ້ໃນການກໍ່ສ້າງຕໍ່ໄປ.

ທັງນີ້ໂດຍຈາກການສຶກສາໃນໄລຍະທີ່ຜ່ານມາ ພົບວ່າການກໍ່ສ້າງເຂື່ອນ ໃນລາວຢ່າງເຕັມ
ກຳລັງນັ້ນ ຈະເຮັດໃຫ້ສາມາດຜະລິດພະລັງງານໄຟຟ້າໄດ້ລວມກັນ ລະຫວ່າງ 28,000
ເຖິງ 30,000 ເມກາວັດ ທັງກໍຍັງຈະສົ່ງຜົນດີຕໍ່ການພັດທະນາ ເພື່ອລົບລ້າງບັນຫາຄວາມ
ຍາກຈົນ ຂອງປະຊາຊົນລາວບັນດາເຜົ່າທີ່ຢູ່ເຂດຊົນນະບົດອີກດ້ວຍ ດັ່ງທີ່ທ່ານດາວົງ
ໄດ້ໃຫ້ການຊີ້ແຈງວ່າ:

“ເວລາເຮົາພັດທະນາເຂື່ອນໄຟຟ້ານ້ຳຕົກ ມັນຊ່ວຍໃນການພັດທະນາເຂດ
ຊົນນະບົດ ເພາະວ່າໂຄງການໄຟຟ້ານ້ຳຕົກນີ້ ຊິໄປຕັ້ງຢູ່ຊົນນະບົດຫ່າງໄກ
ສອກຫລີກ ສະນັ້ນ ຄັນມີໂຄງການຢູ່ຈຸດໃດ ຜົນພອຍໄດ້ກໍຕາມມາ ເພາະວ່າ
ເຮົາບໍ່ໄດ້ແຕ່ໄຟຟ້າ ເຮົາຊິໄດ້ອັນອື່ນໄປນຳ ເຊັ່ນວ່າ ຖະໜົນຫົນທາງ ຮັກສາ
ແຫລ່ງນ້ຳໄວ້ໃຊ້ ໃນລະດູແລ້ງ ສາມາດເພາະລ້ຽງປາໄວ້ເປັນແຫລ່ງອາຫານ
ຫຼືວ່າ ເປັນເຂດທ່ອງທ່ຽວ.”

ທັງນີ້ໂດຍກະຊວງພະລັງງານ ແລະບໍ່ແຮ່ ໄດ້ວາງແຜນການທີ່ຈະເພີ້ມລະດັບ ຄວາມອາດ
ສາມາດ ໃນການຜະລິດພະລັງງານໄຟຟ້າໃຫ້ເພີ້ມຂຶ້ນຈາກ 3,200 ເມກາວັດ ໃນປັດຈຸບັນ
ເປັນບໍ່ນ້ອຍກວ່າ 12,500 ເມກາວັດ ໃນປີ 2020 ຊຶ່ງການທີ່ຈະສາມາດ ບັນລຸເປົ້າໝາຍ
ດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງດຳເນີນການກໍ່ສ້າງເຂື່ອນໃຫ້ໄດ້ເຖິງ 38 ໂຄງການ
ກັບອີກ 1 ໂຮງງານທີ່ຜະລິດກະແສໄຟຟ້າຈາກຖ່ານລິກໄນຕ໌ ໂດຍຫລ້າສຸດ ໂຮງໄຟຟ້າ
ຫົງສາລິກໄນຕ໌ ຢູ່ແຂວງໄຊຍະບູລີ ກໍໄດ້ເລີ້ມການຜະລິດ ແລະກະແສໄຟຟ້າເຂົ້າສູ່ ລະບົບ
ສາຍສົ່ງຂອງໄທແລ້ວ ນັບແຕ່ວັນທີ 2 ມີຖຸນາ 2015 ເປັນຕົ້ນມາ ແລະກໍຈະສົ່ງກະແສ
ໄຟຟ້າຂາຍໃຫ້ໄທເປັນເວລາ 25 ປີຕິດຕໍ່ກັນ.

XS
SM
MD
LG