ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ບັນດາລັດຖະມົນຕີ ຈາກ ASEAN ຕົກລົງຮ່ວມມືກັນ ພັດທະນາ ຍົກ​ລະດັບ ຄຸນນະພາບ ການສຶກສາ


ພິທີເປີດກອງປະຊຸມລະດັບ​ລັດຖະມົນຕີ​ດ້ານ​ການ​ສຶກສາ ຂອງ​ກຸ່ມ​ອາ​ຊ່ຽນ​ຄັ້ງທີ 8 ຢູ່​ນະຄອນຫລວງ​ວຽງ​ຈັນ.
ພິທີເປີດກອງປະຊຸມລະດັບ​ລັດຖະມົນຕີ​ດ້ານ​ການ​ສຶກສາ ຂອງ​ກຸ່ມ​ອາ​ຊ່ຽນ​ຄັ້ງທີ 8 ຢູ່​ນະຄອນຫລວງ​ວຽງ​ຈັນ.

ລັດຖະ​ມົນຕີ​ອາ​ຊ່ຽນ​ ຕົກລົງ​ທີ່​ຈະ​ດຳ​ເນີນ​ ການ​ພັດທະນາ​ປັບປຸງ​
ຄຸນ​ນະພາ​ບການ​ສຶກສາ ​ໃຫ້​ໄດ້​ມາດຕະຖານ​ດຽວ​ກັນ ​ໃຫ້​ໄວ​ທີ່​ສຸດ
ທັງ​ຍັງ​ຈະ​ຮ່ວມ​ກັນ​ຮ່າງວິ​ໄສ​ທັດ ການ​ພັດທະນາ​ການ​ສຶກສາ
2016-2020 ອີກ​ດ້ວຍ.


ທ່ານ​ພັນຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ແລະ​ກິລາ ​ໄດ້​ໃຫ້ການ​ຢືນຢັນ​ໃນ​ຖານະ​ປະທານ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ດ້ານ​ການ​ສຶກສາ ຂອງ​ກຸ່ມ​ອາ​ຊ່ຽນ​ຄັ້ງທີ 8 ຢູ່​ນະຄອນຫລວງ​ວຽງ​ຈັນ ​ເມື່ອ​ບໍ່​ນານ​ມາ​ນີ້ວ່າ ການ​ພັດທະນາ​ເພື່ອຍົກ​ລະດັບຄຸນ​ນະພາ​ບການ​ສຶກສາ ​ໃນ​ກຸ່ມ​ອາ​ຊ່ຽນ​ໃຫ້​ໄດ້​ມາດຕະຖານ​ດຽວ​ກັນ ຖື​ເປັນ​ເປົ້າໝາຍ​ສຳຄັນ​ທີ່​ສຸດ ທີ່​ກອງ​ປະຊຸມ​ຯ ຄັ້ງນີ້ໄດ້​ຕົກລົງ ​ແລະ​ໄດ້​ວາງ​ເປົ້າໝາຍ​ຮ່ວມ​ກັນ​ຢ່າງ​ຄັກ​ແນ່.

ທັງ​ນີ້​ໂດຍ​ກອງ​ປະຊຸມຯ ​ໄດ້​ຮັບຮອງ​ເອົາ​ຂອບ​ວຸດ​ທິການ​ສຶກສາ​ອາ​ຊ່ຽນ​ເພື່ອ​ເປັນ​ຄູ່​ມື​ອ້າງ​ອິງ​ໃຫ້​ແກ່​ປະ​ເທດ​ສະ​ມາ​ຊິກ​ໄດ້​ນຳ​ໃຊ້​ບົນ​ພື້ນຖານ​ຄວາມ​ສະມັກ​ໃຈ​ຂອງ​ແຕ່ລະ​ປະ​ເທດ ​ໂດຍ​ພ້ອມ​ກັນ​ນີ້ ກອງ​ປະຊຸມຯ ກໍ​ຍັງໄດ້​ຮ່ວມ​ກັນ​ປະກອບຄວາມ​ຄິດ​ເຫັນ​ເຂົ້າ​ໃນ​ການ​ຮ່າງ​ວິ​ໄສ​ທັດ ​ແລະ​ແຜນການ​ພັດທະນາການ​ສຶກສາອາ​ຊ່ຽນ ​ໃນ​ລະຍະ​ຈາກ​ປີ 2016-2020 ​ເພື່ອ​ນຳ​ໄປ​ຈັດຕັ້ງປະຕິບັດ​ແທນ​ແຜນການ​ປັດຈຸບັນ ທີ່​ຈະ​ສຸດ​ສິ້ນ​ແຜນການ​ລົງ​ໃນ​ປີ 2015 ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ພັນ​ຄຳ ​ໄດ້​ຖະ​ແຫລ​ງຊີ້​ແຈງ​ວ່າ:

“​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ສຶກສາ​ອາ​ຊ່ຽນ​ຄັ້ງທີ 8 ນີ້ ພວກ​ເຮົາ​ໄດ້​ທົບ​ທວນຄືນ​ກຳນົດ​ວິ​ໄສ​ທັດ​ທິດ​ທາງ​ແຜນການ ​ແລະ​ການຈັດ​ວຽກ​ບຸລິມະສິດ ຂອງ​ການ​ພັດທະນາ​ການ​ສຶກສາ ​ໃນ​ກອບ​ອາ​ຊ່ຽນ ພາຍຫຼັງປີ 2015 ​ໂດຍ​ສະ​ເພາະ​ແມ່ນ​ແຜນພັດທະນາ​ການ​ສຶກສາ ​ໃນ​ລະຍະ 2016-2020 ​ແນ​ໃສ່​ເພື່ອ​ຫລຸດຜ່ອນ​ຊ່ອງວ່າງ​ລະ​ຫວ່າງບັນ​ດາ​ປະ​ເທດ​ສະມາຊິກ​ອາ​ຊ່ຽນ​ດ້ວຍ​ກັນ.”

ຄະນະຜູ້ແທນຈາກປະເທດໃນອາຊ່ຽນ ກຳລັງເຂົ້າກອງປະຊຸມ ເພື່ອພັດທະນາ​ປັບປຸງ​ ຄຸນ​ນະພາ​ບການ​ສຶກສາ ​ໃຫ້​ໄດ້​ມາດຕະຖານ​ດຽວ​ກັນ.
ຄະນະຜູ້ແທນຈາກປະເທດໃນອາຊ່ຽນ ກຳລັງເຂົ້າກອງປະຊຸມ ເພື່ອພັດທະນາ​ປັບປຸງ​ ຄຸນ​ນະພາ​ບການ​ສຶກສາ ​ໃຫ້​ໄດ້​ມາດຕະຖານ​ດຽວ​ກັນ.

​ໂດຍ​ກ່ອນ​ໜ້າ​ນີ້ ກະຊວງ​ສຶກສາຯຂອງ​ລາວ ​ໄດ້​ລົງ​ນາມ​ໃນ​ຂໍ້
​ຕົກລົງ​ການ​ພັດທະນາ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບດ້ານ​ວຸດ​ທິ
ການ​ສຶກສາ​ໃນ​ລາວ​ຮ່ວມ​ກັນ​ກັບ​ອົງການ UNESCO ​ໂດຍ​ມີ​
ເປົ້າໝາຍ​ທີ່​ຈະ​ດຳ​ເນີນ​ການ​ພັດທະນາ​ວຸດ​ທິການ​ສຶກສາ​ໃນ​ລະ
ດັບ​ມະຫາວິທະຍາ​ໄລ​ຂອງ​ລາວ ​ໃຫ້​ໄດ້​ມາດຕະຖານ​ດຽວ​ກັນ​ກັບ
ປະ​ເທດ​ສະມາຊິກ​ເກົ່າ​ຂອງ​ອາ​ຊ່ຽນ ຊຶ່ງ​ຈະ​ເຮັດ​ໃຫ້ນັກ​ສຶກສາ
ລາ​ວສາມາດ​ທຽບ​ໂອນ​ໜ່ວຍ​ກິດ ​ເພື່ອ​ເດີນທາງ​ໄປ​ສຶກສາ​ຕໍ່​ໃນ​
ທຸກປະເທດ​ໃນ​ອາ​ຊ່ຽນ​ດ້ວຍ​ກັນ​ໄດ້ ​ເຊັ່ນ​ດຽວ​ກັນ​ກັບ​ນັກ​ສຶກສາ​
ຈາກ​ທຸກ​ປະ​ເທດ​ໃນ​ອາ​ຊ່ຽນ​ກໍ​ສາມາດ​ເດີນ​ທາງ​ມາ​ສຶກສາ​ຕໍ່​ຢູ່​ມະຫາ​ວິທະຍາ​ໄລ​ໃນ​ລາວ​ໄດ້​ດ້ວຍ​ເຊັ່ນ​ກັນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ພັນ​ຄຳ ກໍ​ຍອມຮັບ​ວ່າ ​ໄດ້​ມີ​ການ​ປອມ​ແປງ​ໃບ​ປະກາດ​ສະ​ນີຍະ​ບັດ​ການ​ຈົບ​ການ​ສຶກສາ​ໃນ​ລະດັບ​ຕ່າງໆ ​ເກີດ​ຂຶ້ນຢູ່​ໃນ​ລາວ​ແລ້ວ​ໃນ​ປັດຈຸບັນ​ນີ້ ​ໂດ​ຍ​ໄດ້​ກວດ​ພົບ ​ປະກາດ​ສະ​ນີຍະ​ບັດ​ປອມ​ຈົບ​ຊັ້ນມັດທະຍົມ​ປາຍ​ຈຳນວນ 176 ​ໃບ ​ແລະ​ຈົບ​ບາງ​ຄະນະ​ໃນ​ມະຫາວິທະຍາ​ໄລ​ຂອງ​ລັດຖະບານ ​ແລ​ະ​ເອກະ​ຊົນ​ຈຳນວນ​ໜຶ່ງ.

ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຍັງ​ກວດ​ພົບ​ວ່າ​ມີ​ພະນັກງານ​ລັດ​ຈຳນວນ​ໜຶ່ງ ທີ່​ນຳ​ໃຊ້​ໃບ​ປະກາດ​ສະ​ນີຍະ​ບັດ​ປອມ ຊຶ່ງ​ຕໍ່​ກໍລະນີ​ດັ່ງ​ກ່າວນີ້ ກໍ​ໄດ້​ມີ​ການ​ດຳ​ເນີນ​ມາດ​ຕະການ​ເອົາ​ຜິດ​ຕາມ​ລະບຽບ​ກົດໝາຍ​ຕໍ່​ພະນັກງານ​ລັດເຫຼົ່ານັ້ນ​ແລ້ວ ສ່ວນ​ບັນດາ​ຜູ້​ຈັດ​ທຳ ​ແລະ​ນັກ​ຮຽນ ​ນັກ​ສຶກສາ ທີ່ໃຊ້ໃບປະກາດສະນີຍະບັດປອມນັ້ນ ກໍຈະຖືກດຳເນີນຄະດີຕາມ ກົດໝາຍເຊັ່ນດຽວກັນ.

ສ່ວນກ່ຽວກັບມາດຕະການແກ້ໄຂບັນຫາ ການປອມແປງ ໃບປະກາດສະນີຍະບັດ ໃນ
ລະຍະຕໍ່ໄປນີ້ ທ່ານພັນຄຳ ໄດ້ໃຫ້ການ ຊີ້ແຈງວ່າ ທາງກະຊວງຯ ໄດ້ອອກຄຳສັ່ງແນະນຳ
ໃຫ້ທຸກອົງການຈັດຕັ້ງ ທັງພາກລັດ ແລະເອກະຊົນ ເປັນເຈົ້າການ ຕິດຕາມ ແລະກວດກາ
ເອກະສານ ທີ່ຢັ້ງຢືນວຸດທິການສຶກສາ ຂອງຜູ້ທີ່ຢູ່ໃນການຄຸ້ມຄອງຂອງອົງການຕົນ ນັບ ທັງຜູ້ທີ່ສະໝັກເຂົ້າເຮັດວຽກໃໝ່ດ້ວຍ ໂດຍຖ້າຫາກກວດພົບວ່າ ມີການນຳໃຊ້ ໃບປະກາດ ສະນີຍະບັດປອມ ກໍໃຫ້ດຳເນີນການຕາມກົດໝາຍໃນທັນທີ.

ນອກຈາກນີ້ ກະຊວງສຶກສາທິການຯ ກໍຍັງຈະດຳເນີນການ ປັບປຸງຄືນໃໝ່ລະບົບ ການ
ຕິດຕາມ ການເຂົ້າຮຽນ ຜົນການຮຽນ ແລະການເຄື່ອນຍ້າຍຂອງນັກຮຽນ ນັກສຶກສາ
ນັບແຕ່ມື້ທຳອິດ ຂອງການຮຽນຈົນເຖິງມື້ຈົບການສຶກສາ ທັງໃນສະຖາບັນການສຶກສາ
ຂອງລັດ ແລະເອກະຊົນທົ່ວປະເທດອີກດ້ວຍ.

XS
SM
MD
LG