ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງທັບ​ຂອງ ສຫລ ແລະ ຈີນ ຫາທາງ ຍົກ​ລະດັບ​ ສາຍພົວພັນ ລະຫວ່າງ​ກັນ (ວີດີໂອ)


As US China Seek Closer Military Ties, Differences Loom Large
please wait

No media source currently available

0:00 0:02:30 0:00

ລັດຖະມົນຕີປ້ອງກັນປະເທດ ສະຫະລັດອາເມຣິກາ ທ່ານ Chuck Hagel ຢ້ຽມຢາມ ປະເທດຈີນ.

ການ​ໄປ​ຢ້ຽມຢາມ​ ປະ​ເທ​ດ ຈີນ ​ເມື່ອອາທິດ​ທີ່​ຜ່ານ​ມາ ຂອງ
ລັດຖະມົນຕີ​ ປ້ອງ​ກັນ​ ປະ​ເທດ ສະຫະລັດ​ອາ​ເມ​ຣິກາ ທ່ານ
Chuck Hagel ​ໄດ້​ເນ້ນ​ໃຫ້​ເຫັນ ​ເຖິງຄວາມພະຍາຍາມທີ່
ຂະຫຍາຍກ້ວາງ​ອອກ​ນັບ​ມື້​ ຂອງກອງທັບ​ຂອງ​ປະ​ເທດ​ທັງ
​ສອງ ​ເພື່ອ​ຍົກ​ລະດັບ​ສາຍພົວພັນລະຫວ່າງ​ກັນ ເຖິງ​ແມ່ນວ່າ
ຈະ​ມີ​ຂໍ້​ຂັດ​ແຍ້​ງ ທີ່​ຂະຫຍາຍ​ໃຫຍ່​ຂຶ້ນ ໃນ​ຂົງ​ເຂດ​ນັ້ນກໍ​ຕາມ.
ການ​ຢ້ຽມຢາມຄັ້ງນີ້​ ຍັງ​ໄດ້​ເຜີຍແບໃຫ້​ເຫັນເຖິງຄວາມ​ແຕກ
​ຕ່າງລະ​ຫວ່າງ​ສອງ​ປະເທດ. ຜູ້​ສື່​ຂ່າວ ວີ​ໂອ​ເອ Bill Ide ມີ
​ລາຍງານຊຶ່ງ​ໄຊ​ຈະ​ເຣີ​ນສຸກ​ ຈະ​ນຳ​ມາສະ​ເໜີ​ທ່ານ.

ການ​ໄປ​ຢ້ຽມຢາມ​ປະ​ເທ​ດຈີນ​ ຂອງລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Chuck
Hagel ໃນຄັ້ງ​ທຳ​ອິດນີ້​ ແມ່ນ​ໄດ້​ມີ​ການ​ແລກປ່ຽນ​ສັນ​ມິດ​ກັນ​ ຫລາຍໆ​ຢ່າງ ອັນ​ຮວມທັງ​ການໄປ​ຢ້ຽມຊົມ​ ເຮືອກຳ​ປັ່ນບັນ​ທຸກ​ເຮືອບິນ ລຳດຽວ​ຂອງ​ຈີນ ​ແລະການ​ພົບ​ປະກັບ
ປະທານປະ​ເທດຈີນ ທ່ານ Xi Jinping ນຳດ້ວຍ. ​ແຕ່ເຖິງ​ແມ່ນ​ວ່າ​ທັງ​ສອງ​ຝ່າຍ​ໄດ້ເວົ້າ
ລົມ​ກັນ​ເຖິງ​ເລື້ອງການ​ຮ່ວມໄມ້​ຮ່ວມມືກັນ​ກໍ​ຕາມ ​ແຕ່​ທັງ​ສອງ​ຝ່າຍ​ກໍຍັງມີ​ຄວາມ​ເຫັນ​ທີ່​ຂັດ​
ແຍ້​ງກັນຢ່າງ​ເປີດ​ເຜີ​ຍ ​ກ່ຽວ​ກັບບັນຫາ​ຂັດ​ແຍ້​ງ​ກັນ​ເລື້ອງເຂດ​ແດນ​ ໃນ​ພາກ​ພື້ນນັ້ນ.


ທ່ານ Hagel ​ໄດ້​ທ້າ​ທາຍອອກ​ມາ​ຢ່າງ​ກົງ​ໆ ​ຕໍ່ການ​ຕັດສິນ​ໃຈຂອງ ປັກ​ກິ່ງ ​ໃນ​ປີ​ແລ້​ວ
ນີ້ ທີ່​ປະກາດ​ເຂດ​ປ້ອງ​ກັນ​ນ່ານ​ຟ້າ​ຂອງ​ຕົນ ໃນ​ບໍລິ​ເວນ​ເໜືອ​ໝູ່​ເກາະ​ທີ່​ເປັນ​ຂໍ້​ຂັດ​ແຍ້​ງ
ກັນ ​ຢູ່​ໃນທະ​ເລ​ຈີນ​ພາກ​ຕາ​ເວັນ​ອອກ ​ຊຶ່ງ​ຍີປຸ່ນກໍອ້າງເອົາ​ກຳມະສິດ​ຄື​ກັນ​ນັ້ນ.

ທ່ານ Hagel ກ່າວ​ວ່າ: “ທຸກໆ ​ປະ​ເທດ​ມີ​ສິດ​ທີ່​ຈະຕັ້ງ ​ເຂດ​ປ້ອງ​ກັນ​ນ່ານ​ຟ້າ​ແຕ່​ບໍ່​
ແມ່ນ​ສິດທີ່​ຈະ​ເຮັດ​ເຊັ່ນ​ນັ້ນແຕ່​ພຽງ​ຝ່າຍ​ດຽວ​ ​ໂດ​ຍທີ່​ບໍ່​ມີ​ການ​ຮ່ວມມື ຫຼື ການ​
ປຶກສາ​ຫາລືກັນ​ເລີຍ. ​ນັ້ນ​ແມ່ນ​ຈະເພີ້ມ​ໃສ່ຄວາມ​ເຄັ່ງຕຶງ ຄວາມ​ເຂົ້າ​ໃຈ​ຜິດ ​
ແລະໃນ​ທີ່​ສຸດ ກໍອາດສາມາດເພີ້ມໃສ່​ ແລະ​ໃນ​ທີ່​ສຸດ​ ນຳໄປ​ສູ່ ການ​ຂັດແຍ້​ງ
ທີ່​ອັນຕະລາຍ​ໄດ້.”


ລັດຖະມົນຕີ ​ປ້ອງ​ກັນ​ປະ​ເທດຈີນ ນາຍ​ພົນ Chang Wanquan ​ກໍໄດ້​ມີ​ຄວາມ​ເຫັນ
ຕອບ​ຕໍ່​ຄຳ​ເວົ້າດັ່ງກ່າວ ແບບທ້າ​ທາຍເຊັ່ນ​ກັນ ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ບັນຫາ​ດິນ​ແດນ
ແມ່ນເປັນ​ຜົນ​ປະ​ໂຫຍ​ດຫລັກ ​ຂອງຈີນ.

ນາຍ​ພົນ Wanquan ​ເວົ້າ​ວ່າ: “ກ່ຽວ​ກັບບັນຫາ​ນີ້ ພວກ​ເຮົາ​ຈະບໍ່​ມີ​ການ​ປານີ​
ປານ​ອມບໍ່ຍິນຍອມ ບໍ່​ແລກປ່ຽນ ແລະແມ່ນ​ແຕ່ການລະ​ເມີດ​ ພຽງ​ໜ້ອຍ​ດຽວ​
ກະອະນຸຍາດ​ໃຫ້​ມີບໍ່ໄດ້.”


ຢູ່ທີ່ ມະຫາວິທະຍາ​ໄລ​ປ້ອງ​ກັນ​ປະ​ເທດ​ແຫ່ງ​ຊາດ​ຈີນນັ້ນ ທ່ານ Hagel ​ໄດ້ຖະ​ແຫຼງ
ຕໍ່​ພວກ​ທະຫານ​ນາຍຮ້ອຍ​ທັງຫຼາຍ ກ່ຽວ​ກັບ​ຄວາ​ມ​ຈຳ​ເປັນສຳ​ຫລັບຄວາມ​ໂປ່​ງ​ໃສ ​
ໃນ​ຖານະ​ເປັນເສັ້ນທາງທີ່​ຈະພາ​ໃຫ້ ຫຼີກ​ເວັ້ນການ​ເຂົ້າ​ໃຈ​ຜິດ​ຕ່າງໆ.

​ໃນ​ຊ່ວງ​ຕອບ​ຄຳ​ຖາມຫຼັງຈາກ​ຄຳ​ປາ​ໄສນັ້ນ ນາຍຮ້ອຍ​ຜູ້​ໜຶ່ງໄດ້​ສະ​ແດງ ຄວາມ​ເປັນ
​ຫ່ວງວ່າ ວໍ​ຊິງ​ຕັນ​ກຳລັງ​ເຂົ້າຂ້າງ​ກັບ​ບັນດາປະ​ເທດໃນພາກ​ພື້ນ ເພື່ອ​ສ້າງ​ຄວາມ​ກົດ​ ດັນຂຶ້ນແລະ​ກີດ​ກັ້ນການເຕີບ​ໃຫຍ່​ທາງທະຫານ​ ຂອງປັກ​ກິ່ງ. ວໍ​ຊິງ​ຕັນປະ​ຕິ​ເສດ​ວ່າ
ຕົນ​ບໍ່​ໄດ້​ກຳລັງ​ພະຍາຍາມ​ຄວບ ຄຸມປະ​ເທດ​ຈີນ. ​ແຕ່ທ່ານ Jonathan Pollack
ຈາກສະ​ຖາບັນ Brookings ກ່າວ​ວ່າ ສະຫະລັດ​ອາ​ເມຣິກາ ​ໄດ້​ຮັບຮອງ​ເອົາ​ແນວ​
ທາງ​ທີ່ແຂງ​ກະດ້າງ​ກວ່າ​ເກົ່າແດ່ ໃນ​ການຮັບ​ມື​ກັບ​ບັນ​ຫາ​ຕ່າງໆ​ໃນຂົງ​ເຂດ​ດັ່ງກ່າວ.

ທ່າ​ນ Pollack ​ເວົ້າ​ວ່າ:
“ພວກ ​ທ່ານ​ຈະ​ໄດ້ຍິນ​ຂໍ້ຄວາມແບບ​ບໍ່​ປ່ຽນຈາກ​ເຈົ້າໜ້າ​ທີ່ສະຫະ​ລັດ ​ແຕ່​ໃນ
ອີກ​ດ້ານໜຶ່ງ ກໍ​ຈະ​ເຫັນ​ຄວາມ​ພະຍາຍາມໃນ​ການ​ຕີ​ຄວາມ​ໝາຍ ​ແລະ​ປັບປຸງ
ຊ່ອງ​ທາງ​ສຳ​ຫລັບ​ການ​ມີຄວາມ​ສຳພັນ ແບບທີ່​ມີຄວາມ​ໝາຍລະຫວ່າງກອງ
ທັບ ຂອງ​ທັງສອງປະ​ເທດ ຄືເພີ້​ມຂະຫຍາຍ​ການ​ຮ່ວມ​ໄມ້​ຮ່ວມ​ມື​ໃນພາກສ່ວນ
ສະເພາະ​ ​ແຕ່​ໃນ​ເວລາ​ດຽ​ວກັນນັ້ນ ກໍ​ເນ້ນ​ໜັກ​ໃສ່​ດ້ານ​ຕ່າງໆ ທີ່​ທາ​ງຈີນ​ກ່າວ​
ວ່າ ​ເຂົາ​ເຈົ້າ​ຈະ​ບໍ່​ຍິນ​ຍອມ ​ແລະ ທາງ​ຝ່າຍ​ເຮົາ ກໍ​ເວົ້າ​ຢ້ຳ​ເຖິງ​ພັນທະ ທີ່​ມີ​ຢູ່​
ແລ້ວ​ນັ້ນ.”


ນັກວິ​ເຄາະ​ທັງຫຼາຍກ່າວ​ວ່າ ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ໄດ້​ປະສົບກັບ​ຄວາມ
ກ້າວ​ໜ້າ​ທີ່ສຳຄັນ​ ໃນ​ຊ່ວງປີ​ທີ່​ຜ່ານ​ມາ. ການ​ພົບ​ປະກັນ​ເທື່ອ​ນີ້ ​ແມ່ນ​ຄັ້ງທີສາມ ທີ່ທ່ານ Hagel ​ແລະ​ຄູ່​ຕຳ​ແໜ່​ງຈາກ​ຈີນຂອງ​ທ່ານ ໄດ້​ພົບ​ປະກັນ​ຕັ້ງ​ແຕ່​ພວກ​ທ່ານ ​ໄດ້​ເຂົ້າ​
ຮັບ​ໜ້າ​ທີ່​ເປັນ​ຕົ້ນ​ມາ. ກອງທັບຂອງ​ທັງ​ສອງ​ປະ​ເທດ​ໄດ້​ທຳ​ການເຝິກ​ແອບ​ຮ່ວ​ມ​ກັນ​ມາ​
ແລ້ວຫຼາຍຄັ້ງ ຕັ້ງ​ແຕ່​ປີ​ກາຍ​ນີ້ມາ.
XS
SM
MD
LG