ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

Google ມີລະບົບ ແປພາສາລາວ ທາງຄອມພິວເຕີແລ້ວ


ໜ້າເວັບແປພາສາຂອງ Google
ໜ້າເວັບແປພາສາຂອງ Google
ບໍລິສັດ Google ໄດ້ເອົາພາສາລາວ ເຂົ້າໃສ່ໃນລະບົບແປພາສາ
ຂອງຕົນທາງຄອມພິວເຕີແລ້ວ ເປັນພາສາທີ 65. ແຕ່ເຈົ້າໜ້າທີ່
Google ກ່າວຢູ່ໃນ blog ປະກາດຂ່າວນີ້ວ່າ ລະບົບການແປ
ພາສາລາວນີ້ຍັງຢູ່ໃນຂັ້ນພື້ນຖານຢູ່ ຄືໝາຍຄວາມວ່າ ຄຸນນະ
ພາບການແປຍັງບໍ່ໄດ້ດີ ໂດຍສະເພາະປະໂຫຍກທີ່ຍາກໆ ຊຶ່ງ
ໝາຍຄວາມວ່າ ທ່ານຈະບໍ່ໄດ້ຄໍາແປເປັນພາສາລາວ ສໍາລັບ
ຄໍາສັບຫລືປະໂຫຍກພາສາອັງກິດທີ່ຍາກໆ ແຕ່ຈະໄດ້ຄໍາແປ
ທົ່ວໆໄປ ແລະກໍມີຄໍາແປໃຫ້ທ່ານເລືອກເອົາຢູ່.

ພ້ອມດຽວກັນນີ້ ຂະນະທີ່ທີມແປພາສາລາວຂອງ Google ກໍາລັງ
ພະຍາຍາມປັບປຸງການແປຢູ່ນີ້ ທາງ Google ກໍໄດ້ຮ້ອງຂໍຄວາມ
ຊ່ວຍເຫລືອຈາກບັນດາທ່ານທີ່ຊໍານານທັງພາສາລາວ ແລະພາ
ສາອັງກິດ ໃຫ້ຊ່ວຍດັດແກ້ຄໍາແປທີ່ບໍ່ຖືກຕ້ອງນັ້ນ ໂດຍການຄລິກ
ບ່ອນຄໍາສັບຫລື ປະໂຫຍກທີ່ແປເປັນພາສາລາວນັ້ນຫລືບໍ່ກໍເຂົ້າ
ໄປຫາເຄື່ອງມືແປພາສາຂອງ Google ຫລື Google Translator Toolkit ເພື່ອ upload
ຄໍາແປໃໝ່.

ທ່ານທີ່ສົນໃຈຢາກທົດລອງເບິ່ງການແປພາສາລາວຂອງ Google ກໍເຂົ້າໄປທີ່ໜ້າ
translate.google.com ແລ້ວກໍພິມຄໍາສັບ ຫລືປະໂຫຍກພາສາອັງກິດ ລົງໃນຊ່ອງ
translate from ແລ້ວປ່ຽນ translate to ເປັນ translate to Lao ແລ້ວທ່ານ
ກໍຈະໄດ້ຄໍາແປເປັນພາສາລາວ.
XS
SM
MD
LG