ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຖ້າຕັດ ກຳລັງ​ສະຫະລັດ ​ໃນ​ອັຟກາ​ນິສຖານ ການເຝິກແອບ ທະຫານອັຟການິສຖານ ຈະປະສົບກັບ ຄວາມຫຍຸ້ງຍາກ


ນາຍພົນ John Campbell ຜູ້​ບັນຊາ​ການ​ກຳລັງ​ສະຫະລັດ ​ໃນ​ອັຟກາ​ນິສຖານ ລາຍງານຕໍ່ຄະນະ​ກຳມະການກອງທັບ​ຂອງສະພາ​ສູງສະຫະລັດ.
ນາຍພົນ John Campbell ຜູ້​ບັນຊາ​ການ​ກຳລັງ​ສະຫະລັດ ​ໃນ​ອັຟກາ​ນິສຖານ ລາຍງານຕໍ່ຄະນະ​ກຳມະການກອງທັບ​ຂອງສະພາ​ສູງສະຫະລັດ.

ຜູ້​ບັນຊາ​ການ​ຂັ້ນ​ສູງ​ຂອງກຳລັງ​ສະຫະລັດ ​ໃນ​ອັຟກາ​ນິສຖານ
ກ່າວ​ຕໍ່ສະພາ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ​ການເຝິກແອບ​ກຳລັງ
​ອັຟກາ​ນິສຖານ ຈະໄດ້​ຮັບ​ຄວາ​ມລຳ​ບາກ​ທີ່ສຸດ ຖ້າ​ຫາກ​ຈຳ
ນວນ​ທະຫານ​ສະຫະລັດຢູ່ ທີ່​ນັ້ນ ​ຖືກ​ຕັດ​ລົງເຫຼືອພຽງ 5,500
ຄົນຕາມ​ທີ່ປະທານາທິບໍດີ Barack Obama ​ໄດ້​ສະ​ເໜີ.

ປະທານ​ນາ​ທິບໍດີ Obama ກຳລັງວາງ​ແຜນ​ທີ່​ຈະ​ຕັດຈຳນວນ
​ທະຫານ ​ສະຫະລັດ ຢູ່​ໃນ​ອັຟກາ​ນິສຖານ ຈາກລະດັບ​ຈຳນວນ​
ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ 9,800 ຄົນ ລົງ​ມາ​ເປັນ 5,500 ຄົນ ພາຍ​ໃນ​
ທ້າຍ​ປີ 2016 ນີ້. ​ແຕ່​ ນາຍ​ພົນ John Campbell ​ໄດ້​ກ່າວ​ຕໍ່
ຄະນະ​ກຳມະການ ກອງທັບ​ຂອງສະພາ​ສູງ ວ່າ ນັ້ນ​ແມ່ນ​ໝາຍ​
ຄວາມວ່າ ຈະ​ມີການ​ເຝິກ​ແອບ​ເພີ້ມ ຕື່ມ ​ແຕ່​ພຽງ “ໜ້ອຍ​ດຽວ” ​ໃຫ້​ແກ່ທະຫານ​ອັຟກາ​ນິສ
ຖານ ທີ່​ຈະ​ເປັນ​ໄປ​ໄດ້.

ນາຍ​ພົນ Campbell ຜູ້​ທີ່​ຄາດ​ວ່າ​ ຈະ​ອອກກິນ​ເບ້ຍ​ບຳນານ​ໃນ​ບໍ່ຊ້ານີ້ ກ່າວ​ວ່າ “ຂ້າ​ພະ​ເຈົ້າຢາກ​ຮັກສາ​ກຳລັງ 9,800 ຄົນໄວ້ ດົນ​ນານເທົ່າ​ທີ່ຂ້າພະ​ເຈົ້າ​ສາມາດ ກ່ອນ​ທີ່ຂ້າພະ​
ເຈົ້າ ຈະຫລຸດ​ລົງ​ມາ​ໃຫ້​ເຫຼືອ​ 5,500 ຄົນ.” ​ແຕ່​ທ່ານ​ກ່າວ​ວ່າ ທ່ານ​ກຳລັງ​ຕຽມ​ການ​ຫລຸດ
ຜ່ອນ ສົ່ງ​ທະຫານ​ສະຫະລັດ​ໄປ​ເພີ້ມ “ດັ່ງ​ທີ່ຂ້າພະເຈົ້າໄດ້​ຮັບ​ຄຳ​ສັ່ງ​ນັ້ນ."

ພວກ​ຕຳໜິຕິຕຽນ​ໃນສະພາ​ ກ່ຽວ​ກັບການ​ປະຕິບັດ​ງານທາງ​ທະຫານ​ຂອງປະທາ​ນາ​ທິບໍດີ
Obama ຕໍພວກ​ນັກ​ລົບຕາ​ລິ​ບານ ຢູ່​ໃນ​ອັຟກາ​ນິສຖານ ກ່າວ​ວ່າ ການຫລຸດ​ຈຳນວນ​ທະ
ຫານ​ສະຫະລັດ ຈະ​ທຳລາຍ​ຄວາມ​ພະຍາຍ​າມຂອງອາ​ເມຣິກັນ ​ໃນ​ລະຍະ​ຍາວ​ທີ່​ໄດ້​ເລີ້ມ
​ຂື້ນ​ບໍ່​ດົນ​ຫຼັງ​ຈາກ​ປີ 2001 ທີ່​ພວກ​ກໍ່​ການ​ຮ້າຍ al-Qaida ໄດ້ໂຈມ​ຕີຢູ່​ໃນສະຫະລັດ​ເຮັດ
​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເກືອບ 3,000 ພັນ​ຄົນ.

ສະມາຊິກ​ສະພາ​ສຸງ ສັງກັດພັກຣີພັບບບິ​ກັນຈາ​ກລັດ Arizona ທ່ານ John McCain ​ທີ່​ໄດ້ເສຍໄຊໃນ​ກາ​ນ​ເລືອກ​ຕັ້ງປະທານາທິບໍດີ​ໃນ​ປີ 2008 ​ໃຫ້​ແກ່ທ່ານ Obama ກ່າວ​ວ່າ
ການ​ຫລຸດ​ກຳລັງ​ທະຫານລົງ ຈະ​ບໍ່​ສາມາດປະຕິບັດ​ໜ້າ​ທີ່​ສອງ​ຢ່າງໃນການ​ເຝິກ​ແອບທະ
ຫານ​ອັຟ ກາ​ນິສຖານ ​ແລະ​ປະຕິບັດ​ງານ​ຕ້ານ​ການ​ກໍ່​ການ​ຮ້າຍ​ໄດ້.

US Troops Afghanistan
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG