ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມປະທ້ວງ ການລ່າປາ whale ພົບເຫັນວ່າ ຝ່າຝືນຄຳສັ່ງ ຂອງສານ


ເຮືອຫາປາ whale Yushin Maru No. 2 ຂອງຍີ່ປຸ່ນ ກຳລັງແລ່ນງຢູ່ ໃນເຂດມະຫາສະມຸດ ນອກຂົ້ວໂລກໃຕ້.
ເຮືອຫາປາ whale Yushin Maru No. 2 ຂອງຍີ່ປຸ່ນ ກຳລັງແລ່ນງຢູ່ ໃນເຂດມະຫາສະມຸດ ນອກຂົ້ວໂລກໃຕ້.

ພວກປ້ອງ​ກັນ​ສິ່ງ​ແວດ​ລ້ອມຫົວ​ຮຸນ​ແຮງ ທີ່ແກວ່ງນຳ້ກົດແລະ​
ລະ​ເບີດຄວັນ​ ໃສ່ພວກລ່າປາ whale ຫລືປາບາແລນຍີ່ປຸ່ນ ​
ໄດ້​ພົບ​ເຫັນ​ວ່າໝິ່ນປະໝາດຕໍ່ສານທີ່​ຍັງ​ສືບຕໍ່ຮາວີລົບ​ກວນ
ການ​ລ່າ​ປາ whale ປະຈຳ​ປີ​ ຂອງຍີ່ປຸ່ນ ຢູ່​ໃນ​ເຂດນ່າ​ນນໍ້າ
ນອກຂົ້ວໂລກໃຕ້.

ສານ​ອຸທອນເຂດ 9 ຂອງລັດຖະບານ​ກາງສະຫະລັດ ທີ່ນະ
ຄອນ San Fran-cisco ​ໄດ້​ອອກ​ຄຳ​ສັ່ງ​ໃຫ້ຄະນະ​ກຳມາ
ທິການນຶ່ງ​ພິຈາລະ​ນາ​ວ່າ ກຸ່ມສັງຄົມ​ຮັກ ສາ​ສັດ​ທະ​ເລ Sea
Shepherd Conservation Society ທີ່ມີສຳນັກງານຢູ່
ສະຫະລັດ​ແລະ​ຜູ້​ກໍ່​ຕັ້ງ​ຊາວ​ກາ​ນາ​ດາທ່ານ Paul Watson
​ຕ້ອງຈ່າຍເງິນ​ເທົ່າ​ໃດ ​ຕໍ່​ການ​ທ້າ​ທາຍຕໍ່ຄຳ​ສັ່ງ​ຂອງ​ສານ ​ເພື່ອ​ໃຫ້ຢຸດການ​ປະ​ທ້ວງ ທີ່ເປັນອັນຕະ ລາຍ​ ຕໍ່​ຕ້ານການຕ້ານ​ລ່າ​ປາ whale​ ນັ້ນ.

ພວກ​ລ່າ​ປາ whale ພາກັນຮຽກຮ້ອງ​ເອົາເງິນ 2 ລ້ານ​ໂດ​ລາ ​ເພີ້​ມ​ເຕີ​ມຈາກ​ຄ່າ​ທຳນຽມ
​ແກ່ທະນາຍຄວາມຂອງ​ເຂົາ​ເຈົ້າ​ແລະ​ຄ່າ​ເສຍ​ຫາຍ​ຕໍ່ເຮືອ​ເຂົາ​ເຈົ້າ​ໃນ​ກາ​ນ ປະ​ທະ​ກັນ​
ກັບເຮືອຂອງກຸ່ມ Sea Shepherd.

ອົງ​ການປົກ​ສິ່ງ​ແວດ​ລ້ອມ​ສາ​ກົນດັ່ງກ່າວນີ້ ກ່າວ​ຢູ່່​ໃນ​ຖະ​ແຫຼ​ງການ​ວ່າ ຕົນຜິດ​ຫວັງ​ຕໍ່​
ການ​ຕັດສິນຂອງສານ ​ແລະ​ກໍ​າລັງ​ພິຈາລະນາ​ທາງ​ເລືອກ​ດ້ານ​ກົດໝາຍ ຮວມທັງການ
​ຂໍອຸທອນ​ ທີ່​ອາດ​ເປັນ​ໄປ​ໄດ້​ນັ້ນ.

XS
SM
MD
LG