ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ປະທ້ວງຢູ່ ເຂດອະນຸລັກສັດປ່າ ສະຫະລັດ ຖືກຈັບເພີ່ມເຕີມ


ກຸ່ມປະທ້ວງປະມານ 20 ຄົນຖືທຽນ ລະນຶກເຖິງ ທ້າວ Robert Finicum, ຜູ້ຖືກຂ້າຕາຍໃນລະຫວ່າງການຈັບກຸມໃນວັນອັງ
ຄານທີ່ຜ່ານມາໃກ້ກັບ ເຂດອະນຸລັກສັດປ່າແຫ່ງຊາດ Malheur ໃນເມືອງ Burns, ລັດ Oregon. 27 ມັງກອນ, 2016.
ກຸ່ມປະທ້ວງປະມານ 20 ຄົນຖືທຽນ ລະນຶກເຖິງ ທ້າວ Robert Finicum, ຜູ້ຖືກຂ້າຕາຍໃນລະຫວ່າງການຈັບກຸມໃນວັນອັງ ຄານທີ່ຜ່ານມາໃກ້ກັບ ເຂດອະນຸລັກສັດປ່າແຫ່ງຊາດ Malheur ໃນເມືອງ Burns, ລັດ Oregon. 27 ມັງກອນ, 2016.

ການປະເຊີນໜ້າກັນດົນເກືອບໜຶ່ງເດືອນ ທີ່ເຂດອະນຸລັກສັດປ່າ ໃນລັດ Oregon ຢູ່ທາງພາກຕາເວັນຕົກສຽງເໜືອຂອງ ສະຫະລັດ ລະຫວ່າງ ເຈົ້າໜ້າທີ່ ແລະກຸ່ມຂອງຜູ້ຄອບຄອງທີ່ດິນຕິດອາວຸດ ເບິ່ງຄືວ່າ ຄວາມເຄັ່ງຕຶງຈະຫຼຸດຜ່ອນລົງແລ້ວ.

ຕຳຫຼວດສັນຕິ​ບານ​ກາງ FBI ແລະ ຕຳຫຼວດລັດ Oregon ກ່າວວ່າ ສະມາຊິກຂອງກຸ່ມສອງຄົນ ທ້າວ Duane Leo Ehmer ແລະທ້າວ Dylan Wade Anderson ໄດ້ຖືກຈັບກຸມໃນຕອນບ່າຍຂອງວັນ ພຸດວານນີ້ ໃນຂະນະທີ່ພວກເຂົາເຈົ້າ ເດີນທາງອອກຈາກເຂດອະນຸ ລັກສັດປ່າ Malheur. ຜູ້ຊາຍຄົນທີ 3, ທ້າວ Jason Patrick ແມ່ນ ໄດ້ຖືກຈັບສອງສາມຊົ່ວໂມງຕໍ່ມາ. ບັນດາເຈົ້າໜ້າທີ່ກ່າວວ່າ ຜູ້ຊາຍຈຸດັ່ງກ່າວໄດ້ຕິດຕໍ່ນຳພວກເຂົາເຈົ້າພາຍໃນມື້ນັ້ນ, ແລະ ແຕ່ລະຄົນນັ້ນໄດ້ເລືອກທີ່ຈະ ມອບຕົວຕໍ່ເຈົ້າໜ້າທີ່.

ການຈັບກຸມໄດ້ເກີດຂື້ນມື້ໜຶ່ງຫຼັງຈາກຫົວໜ້າຂອງກຸ່ມ, ທ້າວ Ammon Bundy ແລະ ລູກນ້ອງ ຂອງລາວອີກ 7 ຄົນ​ໄດ້​ຖືກ​ຈັບທີ່ດ່ານກວດກາຢູ່ເທິງທາງຫຼວງ ໃນຂະນະທີ່ພວກເຂົາເຈົ້າກຳ ລັງເດີນທາງໄປຮ່ວມງານຂອງຊຸມຊົນ. ສະມາຊິກອີກຄົນໜຶ່ງຢູ່ໃນກຸ່ມເປັນເຈົ້າຂອງຟາມລ້ຽງ ສັດ ໃນລັດ Arizona ທ້າວ Robert Finicum ໄດ້ຖືກຂ້າຕາຍໃນເວລາທີ່ ຜູ້ຄອບຄອງທີ່ດິນ ຫຼາຍຄົນ ໄດ້ຍິງປະທະກັນກັບບັນດາເຈົ້າໜ້າທີ່.

ພາຍຫຼັງໄດ້ທຳການປະກົດຕົວຕໍ່ສານເປັນຄັ້ງທຳອິດຂອງລາວ ຫຼັງຈາກການຈັບກຸມ, ທ້າວ Ammon Bundy ໄດ້ອອກຖະແຫຼງສະບັບໜຶ່ງຜ່ານທະນາຍຄວາມຂອງລາວ ເພື່ອຮຽກຮ້ອງ ໃຫ້ສະມາຊິກຄົນອື່ນໆເດີນທາງອອກຈາກເຂດອະນຸລັກສັດ​ປ່າ. ທ້າວ Bundy ໄດ້ກ່າວວ່າ “ກັບບ້ານ ແລະ ໄປກອດລູກຂອງພວກເຈົ້າຊະ. ການຕໍ່ສູ້ຄັ້ງນີ້ຂອງພວກເຮົາສຳລັບເວລາ ນີ້ແມ່ນຢູ່ໃນສານ. ກະລຸນາກັບບ້ານຂອງພວກເຈົ້າ.”

ບັນດາເຈົ້າໜ້າທີ່ກ່າວວ່າ ທຸກໆຄົນທີ່ໄດ້ຖືກຈັບກຸມຈະຖືກຟ້ອງ​ໃນຂໍ້ຫາສົມຮູ້​ຮ່ວມ​ຄິດ “ເພື່ອ ຂັດຂວາງບັນດາເຈົ້າໜ້າທີ່ສະຫະລັດບໍ່​ໃຫ້ປະຕິບັດ ໜ້າທີ່ຂອງພວກເຂົາເຈົ້າດ້ວຍການ ໃຊ້ກຳລັງ, ການຄຸກຄາມ ຫຼື ຂົ່ມຂູ່."

US Ranch Standoff
please wait
Embed

No media source currently available

0:00 0:00:27 0:00

XS
SM
MD
LG