ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະຊາຊົນ ອາເມຣິກາ ສະແດງ ຄວາມຂອບໃຈ ດ້ວຍການ ກິນເຂົ້າ ຊຸມກັນ ແລະ ຊື້ເຄື່ອງໃຊ້


ນັກກິລາ ເບສບອລ ທີມ Washington Nationals ທ້າວ Ryan Zimmerman, ຂວາ, ແລະ ພັນລະຍາຂອງລາວ ນາງ Heather, ກາງ, ຊ່ວຍຫໍ່ໄກ່ງວງ ສຳລັບອາຫານວັນ Thanksgiving ທີ່ອົງການ Food & Friends Food & Friends ໃນນະຄອນຫຼວງ ວໍຊິງຕັນ, 23 ພະຈິກ, 2015.
ນັກກິລາ ເບສບອລ ທີມ Washington Nationals ທ້າວ Ryan Zimmerman, ຂວາ, ແລະ ພັນລະຍາຂອງລາວ ນາງ Heather, ກາງ, ຊ່ວຍຫໍ່ໄກ່ງວງ ສຳລັບອາຫານວັນ Thanksgiving ທີ່ອົງການ Food & Friends Food & Friends ໃນນະຄອນຫຼວງ ວໍຊິງຕັນ, 23 ພະຈິກ, 2015.

ປະຊາຊົນ ອາເມຣິກາ ຄາດວ່າ ຈະສະເຫຼີມສະຫຼອງວັນພັກຂອບ ຄຸນພະເຈົ້າ ຫຼື Thanksgiving ປະຈຳປີໃນວັນພະຫັດມື້ນີ້ພ້ອມ ກັບການ ເຕົ້າໂຮມຄອບຄົວ, ຮັບປະທານອາຫານ ແລະ ຊືື້ເຄື່ອງ ລາຄາຖືກຕາມ ຫ້າງຊັບພະສິນຄ້າ.

ການສະເຫຼີມສະຫຼອງແມ່ນຈັດຂຶ້ນ ເປັນຮີດຄອງປະເພນີໃນວັນ ພະຫັດທີ 4 ຂອງເດືຶອນພະຈິກ ແລະ ເປັນຂີດໝາຍສຳລັບການ ເລີ່ມຕົ້ນລະດູ ການພັກຜ່ອນ ທີ່ແກ່ຍາວໄປຮອດການສະເຫຼີມ ສະຫຼອງວັນ​ຂຶ້ນປີໃໝ່ໃນຕົ້ນເດືອນມັງກອນ.

ມື້ໜຶ່ງຫຼັງຈາກວັນ Thanksgiving ແມ່ນວັນສຳລັບການຫຼຸດລາຄາ ສິນຄ້າ ຄັ້ງໃຫຍ່ ເຊັ່ນ ເຄື່ອງນຸ່ງ, ຂອງຫຼິ້ນເດັກນ້ອຍ ແລະ ເຄື່ອງໃຊ້ຕ່າງໆ ໃນຂະນະທີ່ປະຊາ ຊົນເລີ່ມຊື້ເຄື່ອງໃນວັນພັກຢ່າງຈິງຈັງ.

ວັນຂາຍຂອງເລທີ່ເອີ້ນວ່າ “Black Friday” ເລີ່ມຂຶ້ນໃນວັນພະຫັດ ເຊິ່ງເປັນວັນ Thanksgiving, ຫຼືວ່າສອງສາມມື້ ກ່ອນວັນດັ່ງກ່າວ, ແລະ ໂດຍທົ່ວໄປຈະສິ້ນສຸດລົງໃນວັນ ຈັນຕໍ່ມາ, ເຊິ່ງຮູ້ຈັກວ່າເປັນວັນ Cyber Monday. ອີງຕາມສະຫະພັນການຂາຍຍ່ອຍແຫ່ງ ຊາດ, ປະຊາຊົນປະມານ 68 ລ້ານຄົນໃນ ສະຫະລັດ ກ່າວວ່າພວກເຂົາເຈົ້າ ຄາດວ່າ ຈະອອກ​ໄປຊື່ເຄື່ອງໃຊ້ຕ່າງໆໃນວັນພັກ Thanksgiving.

ປະທານາທິບໍດີ ທ່ານ ບາຣັກ ໂອບາມາ ສະແດງຄວາມໃຫ້ອະໄພຕໍ່ ໄກ່ງວງຊື່ວ່າ Abe, ເຊິ່ງເປັນໄກ່ງວງວັນ Thanksgiving ແຫ່ງຊາດ. 25 ພະຈິກ 2015.
ປະທານາທິບໍດີ ທ່ານ ບາຣັກ ໂອບາມາ ສະແດງຄວາມໃຫ້ອະໄພຕໍ່ ໄກ່ງວງຊື່ວ່າ Abe, ເຊິ່ງເປັນໄກ່ງວງວັນ Thanksgiving ແຫ່ງຊາດ. 25 ພະຈິກ 2015.

ໃນວັນພຸດວານນີ້, ປະທານາທິບໍດີ ບາຣັກ ໂອບາມາ ໄດ້ຮັບມື ກັບວຽກງານທັງຈິງຈັງ ແລະ ບໍ່ຈິງຈັງ. ທ່ານໄດ້​ເຮັດພິທີ “ໃຫ້ອະໄພໄກ່ ງວງ” ຕາມຮີດຄອງປະເພນີ, ເພື່ອຮັບຮອງວ່າ ໄກ່ງວງ 2 ໂຕທີ່ໄດ້ຖືກເລືອກຢ່າງເປັນພິເສດ ໃນພິທີຂອງທຳນຽບຂາວນັ້ນມັນຈະບໍ່ຖືກນຳ ມາເປັນອາຫານຄ່ຳຂອງວັນ Thanksgiving. ໄກ່ງວງທັງ ສອງໂຕຊື່ວ່າ “Honest" ແລະ “Abe” ຈະຖືກສົ່ງໄປສວນໄກ່ງວງ ເພື່ອພົບປະທັກທາຍກັບຜູ້ຊື່ນຊົມໃນເຂດວາງສະແດງ ສາທາລະນະ.

ທ່ານປະທານາທິບໍດີ ກໍຍັງໄດ້ເອົາຈິງເອົາຈັງຫຼາຍຂຶ້ນໃນການຮັບປະກັນ ຕໍ່ປະເທດວ່າໃນເວ ລາທີ່ການຮັກສາຄວາມປອດໄພເພີ່ມຂຶ້ນນີ້, ບໍ່ໃຫ້ເປັນຫ່ວງກ່ຽວກັບການຂົ່ມຂູ່ກໍ່ການຮ້າຍ ໃນເວລາທີ່ພວກເຂົາເຈົ້າອອກໄປທ່ອງທ່ຽວ ແລະ ການສະ​ເຫລີມສະຫລອງຕາມປະເພນີ ຕ່າງໆ. ໃນຄຳປາໄສຂອງ ທ່ານທີ່ທຳນຽບຂາວ, ທ່ານ ໂອບາມາ ໄດ້ກ່າວວ່າມັນ “ສາມາດ ​ເປັນ​ທີ່​ເຂົ້າໃຈ​ໄດ້” ທີ່ວ່າປະຊາຊົນອາເມຣິກາ ແມ່ນບໍ່ສະບາຍໃຈກັບກ່ຽວກັບການໂຈມຕີທີ່ສາ ມາດເກີດຂຶ້ນໄດ້, ແຕ່ວ່າລັດຖະບານບໍ່ໄດ້ມີຂໍ້ມູນທີ່ “ໜ້າເຊື່ອຖືໄດ້, ທີ່ສະເພາະເຈາະຈົງ” ​ກ່ຽວກັບການຂົ່ມຂູ່ແຕ່ໃດໆ.

Obama Turkey Pardon
please wait
Embed

No media source currently available

0:00 0:00:35 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG