ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊາວອາເມຣິກັນ ພາກັນ ສະເຫຼີມສະຫຼອງ ວັນຂອບຄຸນ ພະເຈົ້າ


US Community Kicks Off Thanksgiving With Parade
please wait

No media source currently available

0:00 0:01:59 0:00

ປະຊາຊົນໃນຫລາຍໆຊຸມຊົນ ເລີ້ມຕົ້ນສະຫລອງບຸນ ວັນຂອບຄຸນພະເຈົ້າ ຫລື Thanksgiving ດ້ວຍການສວນສະໜາມ ແລະຂະບວນແຫ່.

ຊາວ​ອາ​ເມຣິກັນ ​ພາກັນ​ສະ​ເຫຼີ​ມສະຫຼອງ​ວັນພັກປະຈຳປີ ຂອບ
ຄຸນພະເຈົ້າຫລື Thanksgiving​ ໃນ​ວັນພະຫັດ​ມື້​ນີ້ ດ້ວຍ​ການ​
ເຕົ້າ​ໂຮມຄອບຄົວ ການ​ກິນ​ເຂົ້າ​ຮ່ວມ​ກັນ ​ແລະ ​ການ​ອອກ​ໄປ
​ເລາະ​ຊື້ເຄື່ອງ​ຂອງທີ່​ຕໍ່​ລອງ​ລາຄາ​ກັນ.

ພວກ​ອາຫານ​ທີ່​ລ້ຽງກັນ​ນັ້ນ​ແມ່ນ​ໄກ່ງວງ​ພ້ອມ​ທັງອາຫານ​ອື່ນໆ
​ທີ່​ກິນ​ກັນ​ມາ​ເປັນ​ປະ​ເພນີ​ ຕະຫລອດທັງ​ພວກ​ຂອງຫວານ​ຕ່າງໆ
ໃນ​ຍາມ​ພັກ​ດັ່ງກ່າວ ທີ່​ຕົກ​ໃສ່​ວັນ​ພະຫັດ​ທີ​ສີ່​ ຂອງ​ເດືອນ​ພະຈິກ​
ໃນ​ທຸກໆ​ປີ.

ນຶ່ງມື້ກ່ອນ​ວັນ​ພັກ​ນີ້ ປະທານາທິບໍດີ ​ບາຣັກ ​ໂອ​ບາ​ມາ ​ແລະ​ຄອບຄົວ​ຂອງ​ທ່ານ​ ໄດ້​ແຈກ
​ຢາຍ​ເຂົ້າປາ​ອາຫານ​ ໃຫ້​ແກ່​ສູນ​ແຈກ​ຢາຍ​ອາຫານ​ແຫ່ງ​ຕ່າງໆ​ ໃນ​ນະຄອນຫຼວງ​ວໍ​ຊິງ​ຕັນ
​ໃຫ້​ແຈກ​ຢາຍ​ເຂົ້າປາ​ອາຫານພ້ອມ​ທັງ​ເຄື່ອງນຸ່ງ​ຫົ່ມ​ແລະ​ການໃຫ້ບໍລິການ​ຕ່າງໆ​ແກ່​ພວກ
​ ຄົນ​ທຸກ​ຈົນ. ​ໃນ​ເຊົ້າ​ມື້​ດຽວ​ກັນນີ້ ທ່ານ​ໂອ​ບາ​ມາ ​ໄດ້​ປະຕິບັດ​ຕາມ​ປະ​ເພນີ​ຂອງ​ປະທານາ
​ທິບໍດີ​ໂດຍ​ສະ​ເພາະໃນ​ການ​ໃຫ້ ອະ​ໄພ​ໂທດ ​ແກ່​ໄກ່​ງວງ​ໂຕ​ນຶ່ງ. ທຳນຽບຂາວ​ໄດ້​ທຳ​ການ​
ແຂ່ງຂັນ​ກັນ​ ທາງ​ອິນ​ເທີ​ແນັດ​ ໃນ​ສັບປະດາ​ຜ່ານມາ ​ໂດຍ​ຮຽກຮ້ອງ​ໃຫ້​ປະຊາຊົນ​ ພາກັນ
​ລົງມະ​ຕິ​ວ່າໄກ່ງວງໂຕ​ໃດຄວນຈະ​ໄດ້​ຮັບ​ການ​ອະ​ໄພ​ໂທດ ​ໄກ່ງວງ​ໂຕ​ນຶ່ງ​ຊື່ “Cheese” ຫຼື​
ເພື່ອນ​ໄກ່ງວງ​ອີກ​ໂຕ​ນຶ່ງ​ຊື່ “Mac”. ​ໃນ​ຂະນະ​ທີ່ Cheese ຊະນະ​ການ​ໃຫ້​ອະ​ໄພ​ໂທດ​ຢ່າງ
​ເປັນ​ທາງ​ການ ​ໄກ່ງວງ​ທັງ​ສອງ​ໂຕ ​ແຕ່ລະ​ໂຕ​ມີ​ນ້ຳ ໜັກ​ປະມານ 23 ກີ​ໂລ ຈະ​ຖືກ​ຍົກ​ໂທດ
​ບໍ່​ໃຫ້​ຂ້າ.

ປະ​ເພນີອີກ​ອັນ​ນຶ່ງ ​ຂອງ​ບຸນ Thanksgiving ກໍ​ແມ່ນ​ການຂາຍ​ເຄື່ອງ​ຂອງ​ ແບບລົດລາ
ຄາ ​ໃນ​ຮ້ານ​ຄ້າ​ຮ້ານ​ຂາຍ​ຕ່າງໆ​ທີ່​ມີ​ຜູ້​ຄົນໄປ​ຊື້​ເຄື່ອງ​ຢ່າງ​ແອ​ອັດ​ກັນ ​ໃນ​ຍາມ​ເລີ້ມ​ວັນ​ພັກ​
ດັ່ງກ່າວ.

ການ​ຂາຍ​ເຄື່ອງ​ຂອງ ໃນ​ລາຄາ​ຖືກ ອັນ​ທີ່​ເອີ້ນ​ກັນ​ວ່າ “Black Friday” ເລີ້ມ​ຂຶ້ນ ​ໃນ​ວັນ​
ພະຫັດວັນ Thanksgiving ຫຼື​ສອງ​ສາມ​ມື້ກ່ອນ​ນັ້ນແລະ​ໂດຍ​ທົ່ວ​ໄປ​ແລ້ວການ​ຂາຍ​ຂອງ​
ລົດ​ລາຄາ​ນີ້ ​ແມ່ນ​ໝົດ​ລົງ​ໃນ​ວັນ​ຈັນ​ຕໍ່​ໄປ ທີ່​ເອີ້ນ​ກັນ​ວ່າ Cyber Monday ນັ້ນ. ອີງ​ຕາມ​
ສະຫະພັນ​ຂາຍຂອງ​ຍ່ອຍ​ແຫ່ງ​ຊາດແລ້ວ ປະຊາຊົນ​ປະມານ 68 ລ້ານ​ຄົນ ​ໃນ​ສະຫະລັດ
ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຄາດ​ວ່າ ຈະ​ອອກ​ໄປເລາະຊື້​ເຄື່ອງຂອງ​ໃນ​ທ້າຍ​ສັບປະດາ​ວັນ​ບຸນ
Thanksgiving ນີ້.

Holiday Shopping Erodes Thanksgiving Tradition, Many Say
please wait

No media source currently available

0:00 0:02:18 0:00

XS
SM
MD
LG