ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໝໍປະຈຳຄອບຄົວ ສາມາດຊ່ອຍປ້ອງກັນ ການເສຍສາຍຕາ ຍ້ອນພະຍາດຕາຕໍ້ໄດ້


Family Doctors Can Help Prevent Blindness From Glaucoma
please wait

No media source currently available

0:00 0:02:13 0:00

ເບິ່ງວີດີໂອ ລາຍງານເລື້ອງ ໝໍປະຈຳຄອບຄົວ ສາມາດຊ່ອຍ ປ້ອງກັນ ການເສຍສາຍຕາ ຍ້ອນພະຍາດຕາຕໍ້ໄດ້.

ພະຍາດຕາ​ຕໍ້ ຫຼື Glaucoma ​ແມ່ນສາ​ເຫດໃຫຍ່ ທີ່ພາໃຫ້ຕາບອດ
ຊຶ່ງ​ມັນບໍ່​ອາດສາມາດ​ປົວຄືນໄດ້ ​ແລະ ໂດຍ​ທົ່ວ​ໄປ​ແລ້ວ ຜູ້ຄົນບໍ່​ຮູ້
ຈັກ​ເລີຍວ່າ ຕົນ​ເປັນພະຍາດດັ່ງກ່າວຈົນ​ກວ່າ​ມັນ​ຮ້າຍແຮງເກີນໄປ
ແລ້ວ. ແຕ່ດັ່ງ​ທີ່ Carol Pearson ຜູ້​ສື່​ຂ່າວ​ວີ​ໂອ​ເອ​ ລາຍ​ງານມາກໍ
ແມ່ນວ່າ ຖ້າ​ຫາກ​ກວດເຫັນພະຍາດຕາຕໍ້ຕັ້ງ​ແຕ່ຕອນຕົ້ນໆ ​ແລະ ​
ໄດ້​ຮັບ​ການ ຮັກສາປິ່ນປົວ​ທັນທີໂລດ ຜູ້ຄົນທີ່ເປັນພະຍາດຕາຕໍ້ນີ້
ກໍ​ອາດຈະສາມາດ ຮັກສາສາຍຕາຂອງເຂົາເຈົ້າໄວ້ໄດ້. ​
ໄຊ​ຈະ​ເລີ​ນສຸກ ມີ​ລາຍ​ລະ​ອຽດກ່ຽວ​ກັບ​ເລື້ອງ​ນີ້​ ມາສະ​ເໜີ​ທ່ານ​.

ທ່ານ Jeffery Miller ​ເລີ້ມເປັນພະຍາດ​ຕາ​ຕໍ້ ​ໃນ​ຕອນທີ່ລາວ ມີອາຍຸ​ໄດ້ 30 ປີ.

ທ່ານ Miller ​ເວົ້າວ່າ “ຂ້ອຍບໍ່ແມ່ນຄົນ​ ທີ່​ຖື​ເບົາ​ ກ່ຽວ​ກັບ​ສາຍຕາ​ຂອງ​ຂ້ອຍ. ຂ້ອຍ
​ແມ່ນ​ຄົນ​ ທີ່ຮູ້ຈັກ​ຄຸນຄ່າອີຫຼີອີຫຼໍ​ ໃນສິ່ງທີ່ຂ້ອຍສາມາດ​ຮັກສາ​ໄວ້​ໄດ້​ນັ້ນ.”

ອິງຕາມ ອົງການອະນາໄມໂລກແລ້ວ ມີ 70 ລ້ານກວ່າຄົນ​ໃນທົ່ວໂລກ ໄດ້ຮັບຜົນກະທົບ
ຈາກພະຍາດຕາຕໍ້​. ໂດຍ​ທຳ​ມະ​ດາ​ແລ້ວ ຜູ້ຄົນ​ແມ່ນ​ບໍ່​ຮູ້ຈັກເລີຍວ່າ​ ຕົນມີ​ບັນຫາ ຈົນ​ກວ່າ
​ພະຍາດ​ຕາ​ຕໍ້ ​ໄດ້​ທຳລາຍ ​ສາຍຕາ​ສ່ວນໃຫຍ່ ຂອງ​ເຂົາ​ເຈົ້າ​ ຢ່າງເປັນການຖາວອນແລ້ວ.
ຢູ່​ທີ່ປະ​ເທດ​ຈີນ ​ແລະ ອິນ​ເດຍ ພະຍາດ​ຕາ​ຕໍ້ ​ແມ່ນ​ສາ​ເຫດອັນ​ດັບທີສອງ ທີ່ພາໃຫ້ຜູ້ຄົນ
ຕາບອດ. ຊາວ​ອາ​ຟຣິກາຜິວດຳ ​ແລະ ອາ​ເມຣິກາລາຕິນ ກໍ​ເປັນ​ກຸ່ມ​ ທີ່​ມີຄວາມ​ອ່ອນ​ໄຫ​ວ​
ໃນ​ການ​ເປັນພະຍາດ​ຕາ​ຕໍ້​ໄດ້​ງ່າຍ ​ແລະ​ມັນ​ກໍ ​ຕິດຕໍ່ກັນຢູ່ໃນ​ຄອບຄົວ ດັ່ງດຽວກັນກັບ
ສະພາບທີ່​ນາງ Jill Herndon ປະເຊີນຢູ່.

ນາງ Herndon ​ເວົ້າວ່າ “ມັນ​ເປັນສິ່ງ ​ທີ່ໜ້າ​ຢ້ານ​ກົວສະ​ເໝີ​ ເມື່ອຄຸ່ນ ຄິດວ່າ​ ຈະ​ສູນ
​ເສຍ​ສາຍຕາຂອງຕົນ​.”

ອາຍຸ​ຂອງ​ເຮົາ​ນັ້ນ ກໍ​ເປັນອີກ​ປັດ​ໄຈ​ນຶ່ງ​ຂອງ​ຄວາມ​ສ່ຽງ ​ເຖິງ​ແມ່ນ​ວ່າ ຜູ້ຄົນໃນ​ທຸກໆໄວ​
​ສາມາດ​ເປັນ​ພະຍາດ​ນີ້​ໄດ້. ການ​ຮັກສາ​ປິ່ນປົວ ​ແມ່ນ​ລວມທັງ ໃຊ້ຢາຢອດ​ຕາ ກິນ​ຢາ ຫຼື
ຜ່າຕັດ.

ດຣ. Robert Weinreb ທີ່ມະຫາວິທະຍາໄລ ກາລີຟໍເນຍ ​ຢູ່ເມືອງ ແຊນດີ​ເອ​ໂກ້ ເປັນຜູ້
ນຳພາການສຶກສາ ຂອງວາລະສານສະມາຄົມການແພດ ກ່ຽວກັບວິທີກວດຫາ ແລະ ຮັກສາ
ພະຍາດຕາ​ຕໍ້ 2 ປະ​ເພ​ດຫຼັກ ຄື: ມຸມປິດ ແລະ ມຸມເປີດ.

ດຣ. Weinreb ​ເວົ້າວ່າ “ຕາກໍ​ຄືກັບອ່າງ​ນ້ຳ ມັນ​ມີ​ກັອກນ້ຳ ​ແລະ ມັນ​ມີ​ບ່ອນລະບາຍ
ນ້ຳ. ນຶ່ງ​ໃນ​ສອງປະ​ເພດ​ດັ່ງກ່າວ​ນັ້ນ ບ່ອນ​ລະບາຍ​ນ້ຳ ແມ່ນ​ຕັນຢູ່​ພາຍ​ໃນ ​ແລະ
ໃນປະ​ເພດ​ນຶ່ງ​ອີກ ບ່ອນ​ລະບາຍ​ນ້ຳ ມັນ​ຖືກປົກຄຸມ​ໄວ້ ​ແລະ ຕັນ​ຢູ່​ພາຍ​ນອກ.”

​ເວລາ​ “ບ່ອນ​ລະບາຍ​ນ້ຳ” ຂອງຕາ ເກີດການອຸດຕັນ ຫຼື ໄຫຼໄປມາບໍ່ໄດ້ ​ມັນເຮັດ​ໃຫ້​
ຄວາມດັນ​ໃນ​ຕາ​ເພີ້​ມຂຶ້ນ ​ແລະ ​ໄປ​ທຳລາຍ​ເສັ້ນປະສາດ​ສາຍຕາ.

ດຣ. Weinreb ​ເວົ້າວ່າ “ບັນດາ​ຜູ້​ໃຫ້ການຮັກສາຂັ້ນທຳ​ອິດ ມີ​ບົດ ບາດ​ອັນ​ສຳຄັນ ​
ໃນ​ການ​ກວດ​ຫາ ຮັບຮູ້ ​ແລະ ກໍ​ແນະນຳບັນດາຄົນ​ປ່ວຍ ຜູ້​ທີ່​ມີ​ຄວາມ​ສ່ຽງ​ສູງ​ທີ່​ສຸດ
ໃນການເປັນ​ພະຍາດ​ຕາ​ຕໍ້.”

ບັນດາ​ນາຍ​ໝໍ​ປະຈຳ​ຄອບຄົວ ສາມາດສອບ​ຖາມ​ກ່ຽວ​ກັບ​ປະຫວັດຂອງ​ພະຍາດ​ຕາ​ຕໍ້​ ຢູ່
ໃນຄອບຄົວ​ຂອງ​ຄົນ​ປ່ວຍ. ​ເຂົາ​ເຈົ້າຍັງ​ສາມາດ ກວດ​ເບິ່ງເສັ້ນປະສາດ​ສາຍຕາ ຂອງ
ບັນດາ​ຄົນ​ປ່ວຍໄດ້ອີກ. ຖ້າເສັ້ນປະສາດສາຍຕາ ​ເບິ່ງ​ບໍ່​ປົກກະຕິ​ແລ້ວ ນາຍ​ໝໍ​ສາມາດ
ບອກ​ຄົນ​ປ່ວຍ ໃຫ້​ໄປ​ຫາ​ໝໍ​ຕາສະ​ເພາະ. ເຖິງ​ແມ່ນ​ວ່າ ມີ​ການ​ຮັກສາ​ປິ່ນປົວ​ຕ່າງໆ ຢູ່​ກໍ
​ຕາມ ​ແຕ່ວິທີປ້ອງກັນທີ່​ດີ​ທີ່​ສຸດ ​ກໍຄື ການກວດຕາ ໃນທຸກໆ​ປີ.

ທ່ານ Jeffery Miller ​ເວົ້າວ່າ “​ພຽງ​ແຕ່​ໃຫ້ໄປ​ກວດ​ຕາ​ຂອງເຈົ້າ ຕັ້ງ​ແຕ່ຫົວທີ ​ເທົ່າ​ທີ່​ເຈົ້າສາມາດ​ເຮັດ​ໄດ້ ​ແລະ ​ໃຫ້​ກວດ​ຢ່າງ​ລະອຽດ​ ເທົ່າ​ທີ່​ເຈົ້າສາມາດ​ເຮັດ​ໄດ້.”

ນັ້ນ​ແມ່ນ​ຄຳ​ແນະນຳ ຈາກພວກທີ່ຮູ້ເລື່ອງ​ດີ. ການ​ສຶກສານີ້​ໄດ້​ຖືກ​ພີມ ເຜີຍແຜ່ ໃນ​ວາລະສານຂອງສະມາຄົມການ​ແພດ​ອາ​ເມຣິກັນ ຫຼື Journal of the American Medical Association.

ເບິ່ງວີດີໂອ ພາສາລາວ ເລື້ອງຕາເຂົ້າເຜື້ອ ສາມາດຜ່າຕັດ ໃຫ້ຫາຍດີໄດ້

XS
SM
MD
LG