ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ວິ​ສາ​ຫະກິດ ​ແປ​ຮູບ​ສິນຄ້າ ​ເກືອບ 40,000 ​ແຫ່ງ​ ໃນ​​ລາວ ຕົກຢູ່ໃນສະພາບ ສ່ຽງຕໍ່ການລົ້ມລະລາຍ


ໂຮງງານ ບັນຈຸເມັດສາລີ ໃສ່ກະປ໋ອງ ແຫ່ງໜຶ່ງໃນລາວ.
ໂຮງງານ ບັນຈຸເມັດສາລີ ໃສ່ກະປ໋ອງ ແຫ່ງໜຶ່ງໃນລາວ.

ບັນດາ​ວິ​ສາ​ຫະກິດ​ແປ​ຮູບ​ສິນຄ້າ ​ເກືອບ 40,000 ​ແຫ່ງ​ໃນ​ທົ່ວ
​ປະ​ເທດ​ລາວ​ ຕົກ​ຢູ່​ໃນ​ສະພາບ​ການ​ສຸ່ມ​ສ່ຽງ ​ທີ່​ຈະ​ຕ້ອງ​ລົ້ມລະ
ລາຍ ​ເພາະ​ບໍ່​ສາມາດ​ແຂ່ງຂັນ​ໃນ​ຕະຫລາດ​ການ​ຄ້າ​ເສລີ​ອາ​ຊ່ຽນ
​ປີ 2015 ນີ້.

​ເຈົ້າໜ້າ​ທີ່​ຂັ້ນສູງ​ໃນ​ກະຊວງ​ອຸດສາຫະກຳ ​ແລະ​ການ​ຄ້າ ​ເປີດ​ເຜີຍ​ວ່າ ການ​ສຳ​ຫລວດ​
ຄວາມ​ພ້ອມ​ໃນ​ດ້ານ​ການ​ແຂ່ງຂັນ ຂອງ​ບັນດາ​ວິ​ສາ​ຫະກິດ​ແປ​ຮູບ​ສິນຄ້າ​ ໃນທົ່ວ​ປະ​ເທດ
​ລາວ ພົບ​ວ່າ​ມີ​ຈຳນວນ​ເຖິງ 39,890 ​ແຫ່ງ​ບໍ່​ມີ​ຄວາມ​ພ້ອມ​ທີ່​ຈະ​ແຂ່ງຂັນ ​ໃນຕະຫລາດ
​ການ​ຄ້າ​ເສລີ​ລະຫວ່າງ 10 ປະ​ເທດ​ສະມາຊິກ​ໃນ​ກຸ່ມ​ອາ​ຊ່ຽນ ທີ່​ຈະ​ຕ້ອງ​ປະຕິບັດ​ຕາມ​ຂໍ້​
ຕົກລົງ​ຢ່າງ​ຄົບ​ຖ້ວນ ​ພາຍ​ໃນ​ວັນ​ທີ 31 ທັນວາ 2015 ນີ້.

ທັງນີ້ໂດຍມີສາເຫດມາຈາກ ການທີ່ບັນດາວິສາຫະກິດ ແປຮູບສິນຄ້າໃນລາວ ຍັງມີການ
ຜະລິດສິນຄ້າ ທີ່ມີລະດັບຄຸນນະພາບຕ່ຳ ເນື່ອງຈາກຜູ້ຜະລິດສິນຄາສ່ວນໃຫຍ່ ຍັງຂາດ
ຄວາມຮູ້ຄວາມເຂົ້າໃຈ ແລະບໍ່ມີທັກສະ ໃນການຜະລິດສິນຄ້າ ທີ່ເປັນທີ່ຕ້ອງການຂອງ
ຕະຫລາດ ລວມທັງຍັງບໍ່ມີຫລັກວິຊາການ ໃນການຜະລິດສິນຄ້າ ທີ່ໄດ້ມາດຕະຖານ
ອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການຢືນຢັນວ່າ:

“ຂະແໜງອຸດສາຫະກຳປຸງແຕ່ງ ຍັງບໍ່ທັນເຕີບໃຫຍ່ຢ່າງສົມບູນ ທັງໃນດ້ານປະ
ລິມານ ແລະຄຸນນະພາບ ເຮັດໃຫ້ສັກກະຍະພາບ ໃນການແຂ່ງຂັນ ກັບບັນດາ
ປະເທດອ້ອມຂ້າງນັ້ນ ຍັງບໍ່ທັນພ້ອມ ການພັດທະນາ ແລະການສະໜອງຊັບພະ
ຍາກອນມະນຸດ ທີ່ເປັນມືອາຊີບ ກະຍັງຖືວ່າຂາດແຄນຕົ້ນທຶນ ການຜະລິດຂອງ ຂະແໜງອຸດສາຫະກຳປຸງແຕ່ງຍັງສູງ ແລະກໍມີທ່າອຽງ ຈະບໍ່ສາມາດຂະຫຍາຍ
ຕົວໄດ້.”

ກະຊວງອຸດສາຫະກຳ ແລະການຄ້າ ກັບອົງການ ພັດທະນາສາກົນ ຂອງ ສະຫະລັດອາເມຣິກາ (USAID) ກໍໄດ້ລົງນາມໃນບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍ ການເຊື່ອມໂຍງກັບອາຊ່ຽນ ແລະສາກົນລະຍະທີ 2.
ກະຊວງອຸດສາຫະກຳ ແລະການຄ້າ ກັບອົງການ ພັດທະນາສາກົນ ຂອງ ສະຫະລັດອາເມຣິກາ (USAID) ກໍໄດ້ລົງນາມໃນບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍ ການເຊື່ອມໂຍງກັບອາຊ່ຽນ ແລະສາກົນລະຍະທີ 2.

ແຕ່ຢ່າງໃດກໍຕາມ ການທີ່ຈະປ້ອງກັນ ເພື່ອບໍ່ໃຫ້ບັນຫາດັ່ງກ່າວນີ້
ເກີດຂຶ້ນນັ້ນ ຈະຕ້ອງໃຫ້ເງິນທຶນບໍ່ນ້ອຍກວ່າ 10,000 ຕື້ກີບ ຫຼື
ປະມານ 1,250 ລ້ານດອນລາ ສຳຫລັບໃຊ້ໃນການພັດທະນາ-
ປັບປຸງ ແລະ ຍົກລະດັບຄຸນນະພາບ ທັງໃນການບໍລິຫານ ແລະ
ການຜະລິດສິນຄ້າ ຂອງບັນດາວິສາຫະກິດເຫຼົ່ານີ້ ໃຫ້ສູງຂຶ້ນ ແຕ່
ບັນຫາກໍຄື ລັດຖະບານລາວ ມີກອງທຶນສຳຫລັບໃຫ້ການສະໜັບ
ສະໜຸນດັ່ງກ່າວ ພຽງ 16 ຕື້ກີບເທົ່ານັ້ນ ຈຶ່ງເຮັດໃຫ້ບັນດາວິສາຫະ
ກິດເຫຼົ່ານີ້ ມີຄວາມສ່ຽງສູງ ທີ່ຈະຕ້ອງປະສົບກັບ ສະພາວະລົ້ມລະ
ລາຍ ເນື່ອງຈາກບໍ່ສາມາດ ທີ່ຈະແຂ່ງຂັນກັບບັນດາວິສາຫະກິດ
ຂອງປະເທດສະມາຊິກ ໃນອາຊ່ຽນດ້ວຍກັນໄດ້ ໂດຍສະເພາະ
ແມ່ນບັນດາວິສາຫະກິດ ໃນປະເທດສະມາຊິກເກົ່າ ຂອງອາຊ່ຽນ
ທັງໄທ ອິນໂດເນເຊຍ ມາເລເຊຍ ຟີລິບປິນ ແລະ ສິງກະໂປ ລວມເຖິງປະເທດສະມາຊິກໃໝ່ ຢ່າງ ຫວຽດນາມດ້ວຍ.

ແຕ່ຢ່າງໃດກໍຕາມ ທາງການລາວກໍຄາດຫວັງວ່າ ຈະໄດ້ຮັບການຊ່ວຍເຫຼືອ ຈາກຕ່າງປະເທດ
ທັງໃນດ້ານເທກນິກ ແລະເງິນທຶນສຳຫລັບພັດທະນາ ບັນດາວິສາຫະກິດດັ່ງກ່າວນີ້ໂດຍກ່ອນ ໜ້ານີ້ ກະຊວງອຸດສາຫະກຳ ແລະການຄ້າ ກັບອົງການ ພັດທະນາສາກົນຂອງສະຫະລັດ ອາເມຣິກາ (USAID) ກໍໄດ້ລົງນາມໃນບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍ ການເຊື່ອມ
ໂຍງກັບອາຊ່ຽນ ແລະສາກົນລະຍະທີ 2.

ໂດຍພາຍໃຕ້ບັນທຶກຄວາມເຂົ້າໃຈສະບັບນີ້ ອົງການ USAID ໄດ້ສະໜັບສະໜຸນເງິນ
ໃນມູນຄ່າລວມ 9 ລ້ານດອນລາ ຊຶ່ງແບ່ງອອກເປັນ 8 ລ້ານ 5 ແສນດອນລາ ສຳຫລັບ ໂຄງການຮ່ວມມືດ້ານການເຊື່ອມໂຍງອາຊ່ຽນ ແລະສາກົນ ທີ່ມີເປົ້າໝາຍໃຫ້ການສະໜັບ
ສະໜຸນລາວ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດພັນທະຕ່າງໆ ໃນການເປັນສະມາຊິກ ໃນ
ອົງການໆຄ້າໂລກ (WTO) ແລະບັນດາພັນທະຜູກພັນຕ່າງໆ ໃນການກ້າວໄປເປັນປະຊາ
ຄົມເສດຖະກິດອາຊ່ຽນພາຍໃນທ້າຍປີ 2015 ໃຫ້ໄດ້ຢ່າງແທ້ຈິງ.

ສ່ວນອີ 5 ແສນດອນລານັ້ນ ກໍເປັນການປະກອບສ່ວນເຂົ້າໃນກອງທຶນ ຊ່ວຍເຫຼືອຫຼາຍຝ່າຍ
ທີ່ອົງການ USAID ໄດ້ຮ່ວມມືກັບທະນາຄານໂລກ ໃຫ້ການຊ່ວຍເຫຼືອລາວ ເພື່ອການ
ພັດທະນາດ້ານການຄ້າ ລະຍະທີ 2 ລວມເຖິງການຊ່ວຍເຫຼືອ ໃນການຈັດຕັ້ງປະຕິບັດ
ບັນດາຄວາມຮຽກຮ້ອງຕ້ອງການຕ່າງໆ ພາຍໃຕ້ສັນຍາການຄ້າ ທັງລະຫວ່າງລາວກັບ
ສະຫະລັດ ແລະສາກົນດ້ວຍ.

ນອກຈາກນັ້ນ ສະຫະລັດ ຍັງໄດ້ໃຫ້ຄວາມສຳຄັນເປັນພິເສດ ໃນການພັດທະນາລະບົບ
ກົດໝາຍ ໃນລາວ ອີກດ້ວຍ ສ່ວນທະນາຄານໂລກ ກໍໃຫ້ການຊ່ວຍເຫຼືອ ວິສາຫະກິດ
ເຫຼົ່ານີ້ ໃນມູນຄ່າ 96 ຕື້ກີບ ໃນປີ 2015.

XS
SM
MD
LG