ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບໍລິສັດເອກະຊົນ ເກືອບ 200 ລາຍ ລົງທຶນຢູ່ໃນ 10 ເຂດ ເສດຖະກິດພິເສດ ຂອງລາວ


ຕົວແບບ ຂອງເຂດ​ເສດຖະກິດ​ສະ​ເພາະ ​ດົງ​ໂພ​ສີ ຢູ່ໃນນະຄອນຫຼວງວຽງຈັນ
ຕົວແບບ ຂອງເຂດ​ເສດຖະກິດ​ສະ​ເພາະ ​ດົງ​ໂພ​ສີ ຢູ່ໃນນະຄອນຫຼວງວຽງຈັນ

ບັນດາບໍລິສັດເອກະຊົນລາວ ແລະຕ່າງຊາດເກືອບເຖິງ 200 ລາຍໄດ້ລົງທຶນໃນເຂດເສດຖະກິດພິເສດ ແລະເຂດເສດຖະກິດ
ສະເພາະໃນລາວທັງ 10 ເຂດ ຄິດເປັນມູນຄ່າການລົງທຶນລວມ
ຫຼາຍກວ່າ 6 ພັນລ້ານດອນລາແລ້ວ.

ກະຊວງແຜນການ ແລະການລົງທຶນ ລາຍງານວ່າ ມີບັນດາບໍລິສັດເອກະຊົນຈຳນວນເຖິງ
198 ລາຍທີ່ໄດ້ລົງທຶນຢູ່ໃນເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ທີ່ມີຢູ່
10 ແຫ່ງໃນລາວໃນປະຈຸບັນ ແລະຄິດເປັນມູນຄ່າການລົງທຶນລວມຫຼາຍກວ່າ 6,000 ລ້ານ
ດອນລາ ໂດຍເຂດເສດຖະກິດພິເສດ ສາມຫຼ່ຽມຄຳທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວເປັນເຂດ
ທີ່ໄດ້ລົງທຶນໄປແລ້ວຫຼາຍທີ່ສຸດ ກໍຄື 500 ລ້ານດອນລາ ຈາກແຜນການລົງທຶນລວມ 2,250 ລ້ານດອນລາ ທີ່ເປັນການລົງທຶນ100 ເປີເຊັນ ຂອງບໍລິສັດເອກະຊົນຈາກປະເທດຈີນ.

ສ່ວນເຂດເສດຖະກິດສະເພາະບໍ່ແຕນແດນງາມ ຊຶ່ງຕັ້ງຢູ່ຊາຍແດນ ລະຫວ່າງລາວກັບຈີນ
ໃນເຂດແຂວງຫລວງນ້ຳທານັ້ນ ກໍເປັນອີກເຂດໜຶ່ງ ທີ່ເປັນການລົງທຶນຂອງກຸ່ມບໍລິສັດ
ຈາກປະເທດຈີນເຊັ່ນດຽວກັນ ໂດຍໃນປະຈຸບັນ ກຸ່ມຜູ້ລົງທຶນກຳລັງກໍ່ສ້າງສາງສິນຄ້າ ແລະ
ສູນກັກກັນພືດອັນເປັນສ່ວນໜຶ່ງ ຂອງແຜນການພັດທະນາໃຫ້ເປັນເຂດການຄ້າ ແລະ
ບໍລິການຄົບວົງຈອນ ທີ່ຈະໃຊ້ເງິນລົງທຶນລວມເຖິງ 500 ລ້ານດອນລາ.

ແຜນທີ່ ຂອງ 10 ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ
ແຜນທີ່ ຂອງ 10 ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ

​ໂດຍກ່ອນໜ້ານີ້ທາງການລາວໄດ້ມີຄຳສັ່ງໃຫ້ປິດບ່ອນກາຊີໂນ
ຢູໃນເຂດເສດຖະກິດສະເພາະບໍ່ແຕນແດນງາມໄປແລ້ວ ຊຶ່ງມີ
ສາເຫດມາຈາກບັນຫາຫຍໍ້ຖໍ້ ທີ່ເກີດຂຶ້ນພາຍໃນບ່ອນກາຊີໂນ
ດັ່ງກ່າວທັງຍັງໄດ້ເປັນສາເຫດ ເຮັດໃຫ້ທາງການລາວຕ້ອງ
ທົບທວນແຜນການສ້າງຕັ້ງ ເຂດເສດຖະກິດພິເສດ ແລະເຂດ
ສະເພາະອີກເທື່ອໃໝ່ ຢ່າງຮອບຄອບໃນທົ່ວປະເທດອີກດ້ວຍ.

ທັງນີ້ໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ
ລັດຖະມົນຕີຜູ້ຊີ້ນຳວຽກງານເສດຖະກິດການຜະລິດ ແລະ
ຈະລາຈອນໃນຖານະປະທານຂອງຄະນະກຳມະການຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະແຫ່ງຊາດ ໄດ້ໃຫ້ການຊີ້ແຈງວ່າ ການຄຸ້ມຄອງເຂດເສດຖະກິດ ທັງ 10 ແຫ່ງ ໃນປະຈຸບັນໄດ້ດຳເນີນໄປພາຍໃຕ້ສະພາວະ ທີ່ຍັງບໍ່ມີຄວາມຊັດເຈນໃນບາງດ້ານ ຕົວຢ່າງກໍຄືການທີ່ອະນຸຍາດໃຫ້ມີບ່ອນກາຊີໂນ ຢູ່ໃນເຂດເສດຖະກິດສະເພາະ ບໍ່ແຕນ
ແດນງາມນັ້ນ ໄດ້ເກີດບັນຫາອາຊະຍາກຳຫຼາຍຂຶ້ນນັບມື້ ຊຶ່ງກໍເຮັດໃຫ້ທາງການລາວ
ຕ້ອງສັ່ງປິດບ່ອນກາຊີໂນດັ່ງກ່ວ ນັບເປັນເວລາກວ່າ 2 ປີມາແລ້ວ.

ນິຄົມ​ອຸດສາຫະກຳ ​ ແລະ​ການ​ຄ້າ​ວຽງ​ຈັນ-​ໂນນ​ທອງ ​ເຂດ​ເສດຖະກິດ​ສະ​ເພາະ​ດົງ​ໂພ​ສີ.
ນິຄົມ​ອຸດສາຫະກຳ ​ ແລະ​ການ​ຄ້າ​ວຽງ​ຈັນ-​ໂນນ​ທອງ ​ເຂດ​ເສດຖະກິດ​ສະ​ເພາະ​ດົງ​ໂພ​ສີ.

ຍິ່ງ​ໄປ​ກວ່າ​ນັ້ນ ຈາກ​ບັນຫາ​ດັ່ງກ່າວ​ຍັງ​ເຮັດ​ໃຫ້​ທາງ​ການ​ລາວ
​ໄດ້​ຕັດສິນ​ໃຈ ​ທີ່​ຈະ​ບໍ່​ອະ​ນຸຍາດ​ໃຫ້​ມີ​ບ່ອນ​ກາ​ຊີ​ໂນ​ຢູ່​ໃນ​ເຂດ​
ເສດ​ທະ​ກິດ​ພິ​ເສດ ທີ່​ຈະ​ສ້າງ​ຕັ້ງຂຶ້ນ​ໃໝ່ ​ໃນ​ໄລຍະ​ຕໍ່​ໄປ​ອີກ​ດ້ວຍ
​ໂດຍ​ຈະ​ອະນຸຍາດ​ໃຫ້​ມີ​ບ່ອນ​ກາ​ຊີ​ໂນ​ໄດ້​ສະ​ເພາະ​ເຂດ​ທີ່​ມີ​ຢູ່​ແລ້ວ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ການ​ລາວ​ກໍ​ໄດ້​ວາງ​ແຜນການ ທີ່​ຈະ​ສ້າງ
ຕັ້ງ​ເຂດ​ເສດຖະກິດ ​ໃຫ້​ໄດ້​ບໍ່​ນ້ອຍ​ກວ່າ 20 ​ແຫ່ງ ພາຍ​ໃນ​ປີ 2015​
ໂດຍ​ເຂດ​ທຳ​ອິດ ກໍ​ແມ່ນ​ເຂດ​ເສດຖະກິດ​ພິ​ເສດ​ສະຫວັນ-​ເຊ​ໂນ
​ໃນ​ແຂວງ​ສະຫວັນ​ນະ​ເຂດ ທີ່​ສ້າງຕັ້ງຂຶ້ນ​ໃນ​ປີ 2003 ຕິດຕາມ​ດ້ວຍ​ເຂດ​ເສດຖະກິດ​ສະ​ເພາະ ບໍ່​ແຕນ​ແດນ​ງາມ ຢູ່​ແຂວງ
ຫຼວງນ້ຳທາ ທີ່​ສ້າງຕັ້ງຂຶ້ນ​ໃນ​ປີ​ດຽວ​ກັນ ​ແຕ່​ທີ່​ຖື​ວ່າ​ໄດ້​ມີ​ການ​ພັດທະນາ​ຢ່າງ​ໄວວາທີ່​ສຸດ
ກໍ​ແມ່ນ​ເຂດ​ເສດຖະກິດ​ພິເສດສາມຫລ່ຽມ​ຄຳ​ທີ່​ເມືອງ​ຕົ້ນ​ເຜິ້ງ​ໃນ​ແຂວງ​ບໍ່​ແກ້ວ​ດັ່ງກ່າວ.

ຕົວແບບຂອງໂຄງການພັດທະນາບຶງທາດຫຼວງ ຢູ່ໃນເຂດເສດຖະກິດ ສະເພາະ ທີ່ນະຄອນຫຼວງວຽງຈັນ.
ຕົວແບບຂອງໂຄງການພັດທະນາບຶງທາດຫຼວງ ຢູ່ໃນເຂດເສດຖະກິດ ສະເພາະ ທີ່ນະຄອນຫຼວງວຽງຈັນ.

ສ່ວນນະຄອນ​ວຽງ​ຈັນ ກໍ​ມີ​ຢູ່​ເຖິງ 5 ​ເຂດ ​ຄື​ນິຄົມ​ອຸດສາຫະກຳ
​ແລະ​ການ​ຄ້າ​ວຽງ​ຈັນ-​ໂນນ​ທອງ ​ເຂດ​ເສດຖະກິດ​ສະ​ເພາະ​
ດົງ​ໂພ​ສີ ເຂດ​ເສດຖະກິດ​ສະ​ເພາະລ່ອງ​ແກ່ງ-ວຽງ​ຈັນ ​ເຂດ​ພັດ
ທະນາ​ກວມ​ລວມ ຢູ່​ທີ່​ເມືອງ​ໄຊເສດ​ຖາ ​ແລະ​ເຂດ​ເສດຖະກິດ
​ສະ​ເພາະ ບຶງ​ທາດຫຼວງທີ່​ລົງທຶນ​ໂດຍ​ບໍລິສັດ​ຈາກ​ຈີນ​ອີກ​ເຂດ​ໜຶ່ງ
ຊຶ່ງ​ການ​ພັດທະນາ​ໃນ​ທັງ 5 ​ເຂດ ດັ່ງ​ກ່າວ​ກໍ​ຄື​ບໜ້າ​ໄປຫຼາຍ​ແລ້ວ
​ໃນ​ປະຈຸ​ບັນ​ດັ່ງ​ທີ່ ທ່ານ​ອານຸພາບ ຕຸ​ນາ​ລົມ ຮອງ​ເຈົ້າຄອງເຂດ
​ນະຄອນ​ຫຼວງວຽງ​ຈັນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“​ເຂດ​ເສດຖະກິດ​ພິ​ເສດ ​ໄດ້​ກຳນົດ​ແລ້ວ ມາ​ເຖິງ​ປະຈຸ​ບັນ​ນີ້ ​ໄດ້​ມີ​ຫ້າ​ເຂດ​ແລ້ວ ​ເຂດ​ດັ່ງກ່າວ​ນີ້ ຈະ​ເປັນ​ເຂດ​ອຸດສາຫະກຳ ​ແລະ​ເຂດ​ບໍລິການ​ເລື່ອງ​ທີ່ຢູ່​ອາ​ໄສ ​ແລະ​ຊຸມ​ຊົນ ​ແຕ່​ສ່ວນຫຼາຍ​ເຂດ​ດັ່ງກ່າວ ຈະ​ຂ້ອນ​ໄປ​ຫາ​ເຂດ​ຊາຍ​ແດນ​ ທີ່​ມີ​ບ່ອນ​ຄົມມະນາຄົມ​ສະດວກ​ໝາຍ​ຄວາມ​ວ່າ ​ໄປ​ທາງ​ແຄມ​ແມ່ນ້ຳຂອງ.”

ນອກຈາກ​ນີ້ ລັດຖະບານ​ລາວ​ກໍ​ຍັງ​ໄດ້​ວາງ​ເປົ້າໝາຍ ​ທີ່​ຈະສ້າງຕັ້ງ​ເຂດ​ເສດຖະກິດ​ພິ​ເສດ​ໃຫ້ໄດ້​ເຖິງ 41 ​ເຂດ ​ໃນ​ທົ່ວ​ປະ​ເທດ​ຫາກ​ແຕ່​ກໍ​ຍັງ​ບໍ່​ມີ​ຄວາມ​ຊັດ​ເຈນ​ວ່າ ຈະ​ດຳ​ເນີນ​ການ​ໃຫ້​ບັນລຸ​ເປົ້າໝາຍ​ດັ່ງກ່າວ ​ໄດ້​ຢ່າງ​ແທ້​ຈິງ​ ​ເມື່ອ​ໃດ​ແທ້ ​ແຕ່​ສຳ​ຫລັບ​ເຂດ​ເສດຖະກິດ ທັງ 10 ​ເຂດ ທີ່​ໄດ້​ສ້າງຕັ້ງຂຶ້ນ​ແລ້ວນັ້ນ ລັດຖະບານ​ລາວ ​ໄດ້​ອະນຸຍາດ​ໃຫ້​ສຳ​ປະທານ​ທີ່​ດິນ ​ໄປ​ແລ້ວ​ຄິດ​ເປັນ​ພື້ນ​ທີ່​ລວມກັນ​ກວ້າງ​ກວ່າ 13,000 ​ເຮັກຕາ.

XS
SM
MD
LG