ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ຊາຍທີ່ເສຍຊີວິດ ໃນການລະເບີດ ເຮືອບິນ ໂຊມາລີ ໄດ້ຮັບ ແລັບທັອບ ກ່ອນຂຶ້ນເຮືອບິນ


ຮູລະເປີດຢູ່ດ້ານຂ້າງຂອງເຮືອບິນຂອງສາຍການບິນ Daallo Airlines ທີ່ຈອດຢູ່ເທິງທາງແລ່ນຂອງສະໜາມບິນ Mogadishu, ປະເທດ ໂຊມາລີ, 2 ກຸມພາ, 2016.
ຮູລະເປີດຢູ່ດ້ານຂ້າງຂອງເຮືອບິນຂອງສາຍການບິນ Daallo Airlines ທີ່ຈອດຢູ່ເທິງທາງແລ່ນຂອງສະໜາມບິນ Mogadishu, ປະເທດ ໂຊມາລີ, 2 ກຸມພາ, 2016.

ບັນດາເຈົ້າໜ້າທີ່ ລັດຖະບານຂອງປະເທດໂຊມາລີ ກ່າວໃນວັນອາ ທິດມື້ນີ້ ວ່າ ກ້ອງຖ່າຍຮັກສາຄວາມປອດໄພຂອງສະໜາມບິນ ໄດ້ ບັນທຶກພາບສອງຄົນທີ່ ແຕ່ງກາຍໃນຊຸດທະຫານ ກຳລັງສົ່ງ ແລັບ ທັອບເຄື່ອງໜຶ່ງໃຫ້ຜູ້ໂດຍສານຄົນໜຶ່ງ ຊຶ່ງຜູ້ກ່ຽວໄດ້ເສຍຊີວິດ ຫຼັງ ຈາກເຮືອບິນໂດຍສານໄດ້ລະເບີດຂຶ້ນຢູ່ກາງອາກາດ ໃນວັນອັງ ຄານຜ່ານມາ.

ໂຄສົກລັດຖະບານ ທ່ານ Abdisalan Ahmed Ato ບອກກັບວີໂອ ເອພະແນກພາສາ ໂຊມາລີ ວ່າ “ອົງການສືບລັບແຫ່ງຊາດໄດ້ມີ ບັນທຶກຂອງ ກ້ອງຖ່າຍຮັກສາຄວາມປອດໄພ ທີ່ສະແດງໃຫ້ເຫັນ ວ່າຊາຍສອງຄົນ ຍື່ນແລັບທັອບເຄື່ອງໜຶ່ງ ຢູ່ຈຸດລົບລີ້ຈາກສາຍ ຕາ ໃຫ້ແກ່ຜູ້ຊາຍໂດຍສານຄົນໜຶ່ງ. ຜູ້ຊາຍຄົນນີ້ໄດ້ ຖືກລະບຸຕົວ ວ່າ ເປັນສົບທີ່ໄດ້ຖືກ ດູດອອກມາຈາກຮູທີ່ເກີດຂຶ້ນໂດຍລະເບີດ ແຕກນັ້ນ.”

ເຈົ້າໜ້າທີ່ອົງການສືບລັບ ຂອງໂຊມາລີທ່ານໜຶ່ງໄດ້ບອກ ວີໂອເອ ກ່ອນໜ້ານີ້ວ່າ ພະນັກງານ ສະໜາມບິນ Mogadishu ແລະ ພະນັກງານ ຂອງສາຍການບິນ Daallo ຈຳນວນໜຶ່ງແມ່ນ ລວມຢູ່ໃນພວກທີ່ໄດ້ຖືກຄຸມຕົວໄວ້ເພື່ອສອບປາກຄຳ ທີ່ລວມທັງຜູ້ຊາຍສອງຄົນດັ່ງກ່າວທີ່ເປັນ ຜູ້ຕ້ອງສົງໄສໃນການໃຫ້ຄວາມຊ່ອຍ ເຫຼືອ ແກ່ຜູ້ທີ່ສົງໄສວ່າເປັນມືລະເບີດນັ້ນ.

ທ່ານ Ato ໄດ້ກ່າວອີກວ່າ ບັນດາພະນັກງານສືບສວນ ໄດ້ຄຸມຕົວ ຫຼາຍກວ່າ 20 ຄົນແລ້ວໃນ ຂະນະນີ້ ແລະ ໄດ້ສົງໄສວ່າ ເຈົ້າໜ້າທີ່ລັດຖະບານ ແລະ ພວກນັກ ທຸລະກິດຈຳນວນໜຶ່ງກໍມີ ສ່ວນກ່ຽວຂ້ອງກັບເຫດການດັ່ງກ່າວນີ້ດ້ວຍ.

Somalia Plane Blast
please wait
Embed

No media source currently available

0:00 0:00:22 0:00

XS
SM
MD
LG