ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການຊ່ອຍເຫຼືອບັນເທົາທຸກ ເລີ້ມຫລັ່ງໄຫລໄປຮອດ ເນປາລ ຫຼັງໄພແຜ່ນດິນໄຫວ ຮ້າຍແຮງ


ປະຊາຊົນພາກັນນັ່ງຢູ່ໃນຕູບຜ້າຕັ້ງຊົ່ວຄາວໃນສະຖານທີ່ກາງແຈ້ງ
ຫຼັງຈາກເກີດແຜ່ນດິນໄຫວທີ່ ກັດມັນດູ ເນປານ ວັນທີ 26 ເມສາ 2015.
ປະຊາຊົນພາກັນນັ່ງຢູ່ໃນຕູບຜ້າຕັ້ງຊົ່ວຄາວໃນສະຖານທີ່ກາງແຈ້ງ ຫຼັງຈາກເກີດແຜ່ນດິນໄຫວທີ່ ກັດມັນດູ ເນປານ ວັນທີ 26 ເມສາ 2015.

ພວກ​ທີ​ມ​ຊ່ອຍ​ກູ້​ໄພນາໆ​ຊາດ ​ແລະອົງການ​ຊ່ອຍ​ເຫຼືອ​ບັນ​ເທົາ
​ທຸກ ເລີ້ມ​ໄປ​ຮອດ​ນະຄອນຫຼວງ​ກັດ​ມັນ​ດູ ຂອງ​ເນ​ປາລ​ແລ້ວ​ 2 ມື້
ຫຼັງ​ຈາກ​ໄພ​ແຜ່ນດິນ​ໄຫວ​ຄັ້ງ​ຮ້າຍ​ແຮງ​ສັ່ນ​ສະ​ເທືອ​ນປະ​ເທດ ຊຶ່ງ​
ໄດ້​ສັງຫານ​ປະຊາຊົນ​ໄປ​ຫຼາຍ​ກວ່າ 3700 ຄົນ ​ແລະ​ໄດ້​ຮັບ​ບາດ​
ເຈັບ​ຕື່ມ​ອີກ​ ຫຼາຍ​ພັນ​ຄົນ.

ນາຍ Steve Herman ຜູ້​ສື່​ຂ່າວ​ວີ​ໂອ​ເອ ​ໄດ້ເດີນທາງ​ໄປ​ຍັງນະ
ຄອນຫຼວງ​ກັດ​ມັນ​ດູ ນຳ​ຖ້ຽວ​ບິນ​ທີ່​ບັນທຸກ​ທີ​ມງານຊອກ​ຄົ້ນ​ແລະກູ້​
ໄພ​ແຫ່ງ​ຊາດ​ຂອງ​ຍີ່ປຸ່ນ 70 ຄົນ. ​ແຕ່ວ່າ ຍ້ອນ “ຄວາມ​ອັດ​ແອ”
ທີ່ເກີດ​ຈາກ ​ການ​ທີ່​ມີ​ເຮືອບິນ​ທະຫານ​ຈຳນວນ​ຫຼວງຫຼາຍ ​ພະຍາ
ຍາມ​ຈະລົງ​ຈອດ​ທີ່​ສະໜາມ​ບິນ​ ​ເຮືອບິນ​ຂອງລາວ​ຈຶ່ງ​ບໍ່​ສາມາດ​
ລົງ​ຈອດ​ໄດ້ ​ແລະ​ໄດ້​ປ່ຽນ​ທິດ​ທາງ​ບິນ​ໄປ​ລົງ​ທີ່​ເມືອງ Kolkata ​ເພື່ອ​ເຕີມ​ນ້ຳມັນ​.

ນາຍ Herman ກ່າວ​ວ່າ ຖ້ຽວ​ບິນ​ຂອງ​ລາວ​ໄດ້​ຮັບ​ຄຳ​ເຕືອນ​ລ່ວງ​ໜ້າ​ໃຫ້​ຄາດໝາຍ​ໄວ້​ເລິີຍ​ວ່າ ​ຈະ​ປະ​ເຊີນ​ກັບ”ສະຖານະ​ການ​ທີ່​ສັບສົນ​ວຸ້ນວາຍ” ທີ່​ສະໜາມ​ບິນນັ້ນ ດ້ວຍ​ຫໍ​ຄວບ​ຄຸມ​ການບິນ ​ໄດ້ມີ​ການອົບ​ພະຍົບພະນັກງານ​ອອກ​ໄປ ​ໃນ​ລະຫວ່າງເກີດ​ແຜ່ນດິນ​
ໄຫວ​ຄັ້ງ​ຕໍ່ໆ​ມາ ​ແລະ​ຜູ້ຄົນຈຳນວນ​ຫຼວງຫຼາຍ ທີ່​ພະຍາຍາມ​ຈະອອກ​ຈາກ​ປະ​ເທດ​ ​ໄດ້​ພາກັນໄປ​ລໍຖ້າ​ຢູ່ທາງ​ແລ່ນ​ຂຶ້ນ​ລົງ​ຂອງ​ເຮືອບິນ​.

Nepal Earthquake
please wait
Embed

No media source currently available

0:00 0:04:08 0:00

ພວກ​ທີ​ມຊ່ອຍ​ກູ້​ໄພ​ຫາຍຍະນະ​ຈາກ​ປະ​ເທດ​ຕ່າງ​ງໆ ຮວມທັງ​ສະຫະລັດ​ນຳ ​ໄດ້​ຖືກ​ສົ່ງ​ໄປ​ຍັງ​ຂົງ​ເຂດ ​ເພື່ອ​ພະຍາຍາມຊ່ອຍທຳ​ການ​ຊອກ​ຄົ້ນ ຊ່ອຍ​ກູ້​ຊີວິດ ​ແລະຟື້ນ​ໂຕ​ຄືນ.

ສະຫະລັດ​ໄດ້​ຮັບປາກ​ໃຫ້​ເງິນ​ ຊ່ອຍ​ເຫຼືອ 1 ລ້ານ​ດອນ​ລາ​ໃນ​ທັນທີແລະ ​ໄດ້ສັ່ງ​ໃຫ້ທີ​ມຊ່ອຍ​ກູ້​ໄພ​ແຜ່ນດິນ​ໄຫວ​ຊັ້ນ​ຢ້ຽມ ຈາກ​ລັດ Virginia ​ເດີນທາງ​ໄປ​ຊ່ວຍ​ເຫຼືອໂດຍ​ໄວ. ໜ່ວຍ​ກູ້​ໄພ​ທີ່​ມີ​ສະມາຊິກ 56 ຄົນ​ໄດ້​ອອກ​ເດີ​ນທາງ​ໄປ​ແລ້ວ ໃນ​ວັນ​ອາທິດ​ວານ​ນີ້ ພ້ອມ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ອົງການ​ຊ່ອຍ​ເຫຼືອ​ສະຫະລັດ.

Nepal Quake 2
please wait
Embed

No media source currently available

0:00 0:01:05 0:00

ຈີນ ​ເຢຍຣະມັນ ກາ​ນາ​ດາ ​ແລະ​ອິສຣາ​ແອ​ລ ​ແມ່ນ​ຮວມຢູ່​ໃນ​ບັນດາ​ປະ​ເທດ ທີ່​ສົ່ງ​ພວກ​ພະນັກງານຊ່ອຍ​ກູ້​ໄພ​ ​ໄປ​ຍັງ​ຂົງ​ເຂດ.

​ແຜ່ນດິນ​ໄຫວ​ໃນ​ວັນ​ເສົາ​ມື້ກ່ອນ​ນີ້ ແມ່ນ​ເປັນ​ ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ 81 ປີຜ່ານມາ​ທີ່​ເນ​ປາລ. ​ແຜ່ນ​ດິນ​ໄຫວ​ທີ່​ຮ້າຍ​ແຮງ​ກວ່າ​ນີ້ ​ເກີດ​ຂຶ້ນ​ໃນ​ປີ 1934 ທີ່​ໄດ້​ສັງຫານ​ປະຊາຊົນ​ໄປ​ຫລາຍ​ກວ່າ 10 ພັນ​ຄົນ​. ​

Nepal Quake
please wait
Embed

No media source currently available

0:00 0:03:37 0:00

XS
SM
MD
LG