ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

553 ຄົນ ເສຍຊີວິດ ໃນຊີເຣຍ ຍ້ອນການ​ໂຈມ​ຕີ​ ທາງ​ອາກາດ ​ຂອງແນວໂຮມ​


ບັນດາ​ນັກ​ເຄື່ອ​ນ​ໄຫວຊາວ​ຊີ​ເຣຍ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​
ອາກາດ ​ທີ່​ນຳ​ໂດຍ​ສະຫະລັດ​ ຢູ່​ໃນ​ປະ​ເທດ​ຊີ​ເຣຍ ໃນລະຍະ
​ນຶ່ງ​ເດືອນຜ່ານມານີ້ ​ໄດ້​ສັງຫານ 553 ຄົນ​ ​ສ່ວນ​ໃຫຍ່​ແລ້ວ
​ແມ່ນ​ພວກ​ຫົວ​ຮຸນ​ແຮງຈາກ​ກຸ່ມ​ລັດ​ອິສລາມ ​ແລະກຸ່ມ Nusra
ຊຶ່ງ​ເປັນ​ເຄືອ​ຂ່າຍ​ຂອງພວກກໍ່ການຮ້າຍ al-Qaida.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດຊີ​ເຣຍ ຫຼື Syrian Observatory for
Human Rights ທີ່ຕັ້ງ​ຢູ່​ອັງກິດ ກ່າວໃນ​ວັນ​ພະ​ສັດ​ມື້​ນີ້ວ່າ ​ໃນ​
ຈຳນວນ​ນັ້ນ ລວມມີ 464 ​ຄົນເປັນ​ນັກ​ຕໍ່ສູ້​ລັດ​ອິສລາມ ​ແລະ 32
ຄົນ​ເປັນ​ພົນລະ​ເຮືອນ.

Turkish Border Towns Hosting Thousands of Kobani Refugees
please wait

No media source currently available

0:00 0:02:32 0:00

ກຸ່ມດັ່ງກ່າວ ​ທີ່ໄດ້​ຕິດຕາມ​ເບິ່ງ​ຄວາມ​ຮຸນ​ແຮງ​ ຢູ່ໃນ​ສົງຄາມ​ກາງ​ເມືອງ ໃນ​ຊີ​ເຣຍມາໂດຍ
ຕະຫລອດ ກ່າວ​ວ່າ ​ຕົນ​ເຊື່ອ​ວ່າ ຄວາມ​ຈິງ​ແລ້ວ ມີ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສ​ລາມຖືກ​ຂ້າ​ຕາຍ
ຫຼາຍກວ່​ານັ້ນແຕ່ຍັງ​ບໍ່​ໄດ້​ລາຍ​ ງານໃຫ້ຊາບ ຍ້ອນ​ວ່າມີ​ຄວາມຫ​ຍຸ້ງ​ຍາກ​ໃນ​ການ​ເຂົ້າຫາບາງ
​ບໍລິ​ເວນ​ ທີ່​ມີການໂຈມຕີ​ທາງ​ອາກາດນັ້ນ.

​ເຮືອບິນ​ລົບຂອງສະຫະ​ລັດ ​ແລະ ບັນດາ​ປະ​ເທດ​ກຸ່ມ​ແນວ​ໂຮມ ​ໄດ້​ປະຕິບັດ​ການ​ໂຈມ​ຕີ​
ທາງ​ອາກາດ ຫຼາຍກວ່າ 200 ຖ້ຽວ ​ໃນ​ຊີ​ເຣຍ ນັບ​ຕັ້ງ​ແຕ່ວັນ​ທີ 22 ກັນຍາ​ເປັນຕົ້ນມາ ຊຶ່ງ​
ເປັນ​ພາກສ່ວນ​ນຶ່ງ ​ຂອງ​ຄວາມ​ພະຍາຍາມທີ່​ຂະຫຍາຍວົງກວ້າງ​ອອກ ​ເພື່ອ​ຢຸດ​ຢັ້ງ​ກຸ່ມ​ລັດ
​ອິສລາມ.

ການ​ໂຈມ​ຕີ​ທາງ​ອາກາດ ຂອງ​ແນວ​ໂຮມ ຢ່າງ​ນ້ອຍ 300 ຖ້ຽວນັ້ນ ຍັງ​ມີ​ເປົ້າໝາຍ ​ແນໃສ່​
ກຸ່ມ​ພວກ​ຫົວ​ຮຸນ​ແຮງ​ຢູ່​ໃນ​ອີຣັກ ທີ່​ໄດ້ເຂົ້າ​ຢຶດ​ເອົາ​ເຂດ​ແດນ​ອັນກວ້າງ​ຂວາງ ໃນ​ພາກເໜືອ
​ແລະ ​ພາກຕາ​ເວັນ​ຕົກ​ຂອງປະ​ເທດ ​ເມື່ອ 2-3 ​ເດືອນ​ບໍ່​ດົນ​ມາ​ນີ້.

ISLAMIC STATE VO
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG