ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການລາວປະຕິເສດທີ່ຈະເຈລະຈາຮ່ວມກັບທ່ານນາຍພົນວັງປາວ


ທາງການລາວປະຕິເສດທີ່ຈະເຈລະຈາຮ່ວມກັບທ່ານ ນາຍພົນ ວັງປາວ ໂດຍໃຫ້ເຫດຜົນວ່າຜູ້ກ່ຽວບໍ່ມີ ຄວາມສຳຄັນຫຍັງເລີຍໃນສາຍຕາຂອງທາງການລາວ ນອກຈາກການ ເປັນຜູ້ທີ່ຖືກສານປະຊາຊົນລາວ ຕັດ ສິນປະຫານຊີວິດໄປແລ້ວ.

ສືບເນື່ອງຈາກການທີ່ ທ່ານ ນາຍພົນ ວັງປາວ ຜູ້ນຳ ຄົນສຳຄັນຂອງຊາວມົ້ງທີ່ເຄີຍ ຕໍ່ສູ້ກັບຝ່າຍຄອມມີວ ນິສ ກ່ອນນະຄອນຫຼວງວຽງຈັນແຕກໃນປີ 1975 ນັ້ນ ໄດ້ ປະກາດເມື່ອທ້າຍປີ 2009 ທີ່ຜ່ານມາວ່າ ທ່ານ ຈະເດີນທາງກັບຄືນໄປລາວໃນຕົ້ນປີ 2010 ນີ້ ເພື່ອ ປິດສາກຄວາມຂັດແຍ້ງອັນຍາວນານລະຫວ່າງ ລັດ ຖະບານລາວ ແລະ ບັນດາຊາວມົ້ງນັ້ນ ກໍ່ປະກາດວ່າ ໄດ້ຖືກປະຕິເສດຈາກ ຝ່າຍລັດຖະບານລາວຢ່າງເປັນ ທາງການແລ້ວ ໃນຂະນະນີ້ດ້ວຍເຫດຜົນທີ່ວ່າ ທ່ານ ນາຍພົນ ວັງປາວ ບໍ່ມີສະຖານະພາບ ແລະ ຄວາມສຳຄັນຫຍັງເລີຍ ໃນສາຍຕາຂອງທາງການລາວ ນອກຈາກການເປັນຜູ້ທີ່ໄດ້ຖືກ ສານປະຊາຊົນລາວຕັດສິນປະຫານຊີວິດໄປແລ້ວເທົ່ານັ້ນ.

ຊຶ່ງຈາກການຢືນຢັນດັ່ງກ່າວຂອງ ທ່ານ ສົມສະຫວາດ ນອກຈາກຈະເປັນການສະແດງທ່າທີໃຫ້ ເຫັນວ່າ ການປະກາດເຈດຕະນາຂອງ ທ່ານ ນາຍພົນ ວັງປາວ ທີ່ມີຕໍ່ຊຸມຊົນມົ້ງໃນສະຫາລັດ ຫຼາຍກວ່າ 1.000 ຄົນ ທີ່ໄດ້ເຂົ້າຮ່ວມໃນງານສະຫຼອງວັນເກີດຄົບຮອບ 80 ປີ ຂອງ ທ່ານ ນາຍພົນ ວັງປາວ ນັ້ນ ບໍ່ມີໂອກາດທີ່ຈະເກີດຂຶ້ນໄດ້ຈິງແລ້ວ ກໍ່ຍັງໄດ້ສະທ້ອນໃຫ້ເຫັນເຖິງ ຄວາມຕ້ອງການຂອງທາງການລາວ ທີ່ຍັງຄົງຢາກຈະລົງໂທດປະຫານຊີວິດຂອງ ທ່ານນາຍພົນ ວັງປາວ ຕາມການຕັດສິນຂອງສານປະຊາຊົນລາວຢູ່ຕໍ່ໄປອີກດ້ວຍ.

ທັງນີ້ ໂດຍເຖິງແມ່ນວ່າຈະມີລາຍງານວ່າ ແຜນ ການກັບຄືນໄປລາວຂອງ ທ່ານ ນາຍພົນ ວັງ ປາວ ນັ້ນ ມີເຈົ້າໜ້າທີ່ຂັ້ນສູງຂອງໄທ ແລະ ກຳມະ ການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ເຄີຍໃຫ້ການຊ່ວຍເຫຼືອ ແລະ ປະ ສານງານກ່ຽວກັບແຜນການດັ່ງກ່າວກໍ່ຕາມ ຫາກ ແຕ່ກໍ່ຖືກປະຕິເສດໂດຍ ທ່ານ ສົມສະຫວາດ ວ່າ ບໍ່ມີການປະສານງານດັ່ງກ່າວຢ່າງແນ່ນອນ.

ແຕ່ຢ່າງໃດກໍຕາມ ໂດຍອີງຕາມການປະກາດ ເຈດຕະນາຂອງ ທ່ານ ນາຍພົນ ວັງປາວ ເມື່ອວັນທີ່ 22 ທັນວາ 2009 ທີຜ່ານມານັ້ນ ກໍ່ໄດ້ມີ ການເປີດເຜີຍໃຫ້ຮູ້ວ່າ ທ່ານ ນາຍພົນ ວັງປາວ ມີກໍານົດການທີ່ ຈະເດີນທາງເຖິງປະເທດໄທ ພາຍໃນເດືອນມັງກອນນີ້ ແລະ ຖ້າຫາກວ່າສະຖານະການເອື້ອອຳນວຍ ທ່ານນາຍພົນ ວັງປາວ ກໍ່ຍັງຈະຖືໂອກາດນີ້ ເດີນທາງຂ້າມຂົວມິດຕະພາບລາວ-ໄທ ຈາກ ໜອງຄາຍ ໄປຍັງນະຄອນ ຫລວງວຽງຈັນອີກດ້ວຍ.

ຍິ່ງໄປກວ່ານັ້ນກໍ່ຍັງມີລາຍງານອີກດ້ວຍວ່າ ທ່ານ ນາຍພົນ ວັງປາວ ມີແຜນການທີ່ຈະລົງທຶນ ພັດທະນາທາງດ້ານກະສິກຳຢູ່ໃນເຂດແຂວງພາກໃຕ້ຂອງລາວອີກດ້ວຍ ໂດຍຈະຂໍເຊົ່າທີ່ດິນ ຈາກທາງການລາວເປັນພື້ນທີ່ກ້ວາງເຖິງ 10.000 ເຮັກຕາເພື່ອຈັດສັນໃຫ້ຊາວມົ້ງ ທຳການກະ ເສດປອດສານເຄມີ ອັນຖືເປັນການຕອບສະໜອງແນວນະໂຍບາຍ ຂອງລັດຖະບານລາວ ກ່ຽວ ກັບການເສີມສ້າງການຮ່ວມມືກັບຄົນລາວໃນຕ່າງປະເທດ ອີກດ້ວຍ.

ແຕ່ຢ່າງໃດກໍ່ຕາມ ແຜນການ ແລະ ກຳນົດການ ດັ່ງກ່າວ ຍ່ອມບໍ່ສາມາດທີ່ຈະເກີດຂື້ນໄດ້ ຢ່າງແນ່ ນອນ ຖ້າຫາກຍຶດຖືຕາມການປະກາດທ່າທີຂອງ ທ່ານ ສົມສະຫວາດ ທີ່ໄດ້ຢືນຢັນເຖິງຄວາມຕ້ອງ ການຂອງທາງການລາວ ໃນການທີ່ຢາກຈະນຳ ເອົາຕົວ ທ່ານ ນາຍພົນ ວັງປາວ ກັບຄືນໄປລົງ ໂທດຕາມການຕັດສິນຂອງສານປະຊາຊົນລາວ ເມື່ອ 30 ກວ່າປີ ກ່ອນໜ້ານີ້.

ສ່ວນເຈົ້າໜ້າທີ່ກະຊວງການຕ່າງປະເທດຂອງໄທ ກໍ່ໄດ້ໃຫ້ການຢືນຢັນວ່າ ບໍ່ມີການປະສານງານ ຈາກ ທ່ານ ນາຍພົນ ວັງປາວ ແຕ່ຢ່າງໃດ.

XS
SM
MD
LG