ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາເລັກຊານດຣາ - ຮັກເຈົ້າ ຕະຫຼອດໄປ


ອາເລັກຊານດຣາ ທິດາວັນ ບຸນຊ່ວຍ
ອາເລັກຊານດຣາ ທິດາວັນ ບຸນຊ່ວຍ
ສະບາ​ຍດີ​ທຸກໆທ່ານທີ່​ຕິດ​ຕາມ​ຮັບ​ຟັງ​ລາຍການ​ສຽງ​ເພງ​
ຈາກ​ແດນ​ໄກ​ຂອງ VOA ວັນ​ສຸກທີ່​ຫາ​ກໍຜ່ານ​ໄປ​ແລ້ວ​ນີ້
ກົງ​ກັບ​ວັນ​ແຫ່ງ​ຄວາມ​ຮັກພໍດີ ​ເພາະສະ​ນັ້ນ ວັນນະ​ສອນ
​ຂໍ​ສົ່ງ​ຄວາມ​ຮູ້ສຶກ​ທີ່​ດີ ພ້ຽມພ້ອມ​ທັງ​ຄວາມ​ຮັກ​ຄວາມ​ຫວັງ​ດີ
​ມາ​ກັບ​ເພງ​ນີ້ ​ເພື່ອ​ມອບ​ໃຫ້​ແຟນລາຍການ​ທຸກໆ​ທ່ານ​ຈົ່ງ​
ປະສົບ​ແຕ່​ຄວາມສຸກ​ສົມ​ຫວັງ ຕະຫຼອດ​ໄປ…ຂໍ​ໃຫ້​ຮັກ​ກັນ​
ນານໆ ​ແລະ​ເປັນ​ແຟນລາຍການ​ຂອງ VOA ຕໍ່ໆໄປ ​…



​ເພງ "ຮັກເຈົ້າ ຕະຫຼອດໄປ" ເປັນ​ຜົນງານ​ເພງ​ຂອງ​ສິນລະປິນສາວລູກປະສົມ ທີ່ຍັງ
ສືບຕໍ່ສ້າງຜົນງານເພງດີໆໃຫ້ພວກເຮົາໄດ້ຟັງກັນຢູ່ເລື້ອຍມາ​ ເປັນເພງທີ່ເໝາະກັບ
ຊ່ວງວັນແຫ່ງຄວາມຮັກພໍດີ…ເຊີນຮັບຟັງໄດ້.



ເພງຕໍ່ໄປນີ້ ຂໍຈັດມອບໃຫ້ທ່ານຜູ້ຟັງທີ່ຂຽນເຂົ້າມາ email ເຂົ້າມາ ຈາກ​ທ່ານ​ນວນ​ຕາ
​ແກ້ວມະນີ ຈາກສະຫວັນ​ນະ​ເຂດທີ່ຂຽນເຖິງ​ຫົວໜ້າ​ຜະ​ແນ​ກພາສາລາວ ຖາມ​ທຸກ​ສຸກ
​ສະບາຍດີ​ແລະ​ຂໍ​ຟັງ​ເພງ ສະຫວັນ​ແດນ​ຮັກ ຊຶ່ງ​ເພງ​ນີ້ ວັນນະສອນຫາ​ກໍ​ຈັດ​ໃຫ້​ໄດ້​
ຟັງ​ກັນ ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ມາ​ນີ້ ​ແລະ​ອີກ​ປະການ​ນຶ່ງ​ຢ້ານວ່າ ​ທ່ານ​ຜູ້​ຟັງ​ຈະ​ເບື່ອ​ແລະ​
ເຂົ້າ​ໃນ​ຜິດທີ່​ວ່າ ມັກ​ແຕ່​ຄົນ​ສະຫວັນ​ນະເຂດຊັ້ນບໍ່? ຄວາມ​ຈິງ​ແລ້ວ​ວັນນະສອນ ກໍ​ຮັກ
​ຄົນ​ລາວ​ດ້ວຍ​ກັນ​ນັ້ນ​ລະ ບໍ່​ວ່າ​ຈະ​ມາ​ຈາກ​ຖິ່ນ​ແດນ​ໃດ​ ດັ່ງ​ເນື້ອຫາ​ຂອງ​ເພງ​ນີ້​ ​ເພາະສະ​ນັ້ນ
ວັນນະ​ສອນ​ກໍ​ເລີຍ​ຂໍ​ຈັດ​ເພງ​ທໍານ​ອງດຽວ​ກັນ ​ແຕ່​ເປັນ​ການ​ຮ້ອງ​ຕອບ​ຂອງ​ຝ່າຍ​ຍິງ​ ທີ່​ໄດ້
​ສິນລະປິນ​ສາວລາວ​ຈາກອອສ​ເຕຣ​ເລຍ ​ແດງ ຈໍາ​ພອນ ຂັບ​ຮ້ອງ ​ໃນ​ບົດ​ເພງ
"ສາວ​ສະຫວັນ​ຄອຍ​ຮັກ."



ສ່ວນ​ເພງ​ສຸດ​ທ້າຍ​ນີ້ ​ເປັນ​ຜົນງານ​ເພງ​ຂອງກຸ່ມ ​ສິນລະປິນສາວ 3 ສາວນ້ອຍໄວໃສໆ
​ທີ່ກໍາລັງໜ້າຮັກໜ້າຊັງ ຖືກໃຈ ໄວລຸ້ນເປັນແນ່ແທ້ ຂໍຈັດໃຫ້ເພື່ອເອົາໃຈ ນ້ອງໆໄວ
ອ່ອນໆທັງຫຼາຍ ທີ່ຕົກຫຼຸມຮັກສາວລາວຂຶ້ນມານັ້ນ.

ເພງ​ຫວານໆ​ນີ້ ໄດ້ສື່ຄວາມຮູ້ສຶກທີ່ດີໆຂອງສາວລາວໄດ້ເປັນຢ່າງດີ ຂໍເຊີນມ່ວນຊື່ນກັບ
ເພງນີ້ ແລະວ່າຫຼັງຈາກທີ່ໄດ້ຟັງເພງ “ຢາກຟັງຄໍາວ່າຮັກ” ຂອງກຸ່ມ​ Genii ແລ້ວ
ກໍໃຫ້ໝັ່ນກັບຄືນມາຟັງເພງຮ່ວມກັນອີກ ໃນທຸກໆຄໍ່ຄືນ ວັນອາທິດ ແລະ​ຂໍໃຫ້ທຸກໆ
ທ່ານ​ນອນ​ຫຼັບ​ຝັນ​ດີ.

XS
SM
MD
LG