ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການກວດກາ ແຫ່ງລັດ ພົບເຫັນ ການສໍ້ລາດ ມູນຄ່າ ມະຫາສານ


ປະຊາຊົນ ເດີນຂະບວນຕໍ່ຕ້ານການສໍ້ລາດບັງຫຼວງ ໃນນະຄອນ ຫຼວງວຽງຈັນ
ປະຊາຊົນ ເດີນຂະບວນຕໍ່ຕ້ານການສໍ້ລາດບັງຫຼວງ ໃນນະຄອນ ຫຼວງວຽງຈັນ
ອົງການ​ກວດກາ​ແຫ່ງ​ລັດ ກວດ​ພົບ​ກາ​ນສໍ້​ລາດ​ບັງ​ຫຼວງ ທີ່​ເຮັດ​
ໃຫ້​ເກີດ​ການ​ຮົ່ວ​ໄຫຼ ຂອງ​ລາຍ​ຮັບ​ງົບປະມານ​ ຢ່າງ​ຫຼວງ​ຫຼາຍ
​ໂດຍ​ສະ​ເພາະ​ແມ່ນ​ໃນ​ໂຄງການ​ພັດທະນາ​ຕ່າງໆ ຂອງລັດຖະ
ບານ​ລາວ.

please wait

No media source currently available

0:00 0:05:02 0:00
ລິງໂດຍກົງ

ທ່ານ​ທອງ​ສີ ອ້ວນ​ລາ​ສີ ຮອງ​ປະທານ​ອົງການ​ກວດກາ​ແຫ່ງ​ລັດ ຖະ​ແຫຼ​ງຢືນ​ຢັນ​ວ່າ ​ໄດ້​ມີ​ການ​ກວດກາ​ພົບ​ການ​ປະຕິບັດ​ໜ້າ​ທີ່ ​ໂດຍ​ບໍ່​ສຸດຈະລິດ​ຂອງ​ບັນດາ​ພະ​ນັກ​ງານ​ຂອງ​ລັດຖະບານ​ລາວ​ ທີ່​ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍ​ທາງ​ດ້ານ​ລາຍ​ຮັບ​ງົບປະມານ​ຂອງລັດ ຖະບານ​ລາວ ຫຼາຍ​ຂຶ້ນຢ່າງ​ຕໍ່​ເນື່ອງ ຕົວຢ່າງ​ເຊັ່ນ​ການກວດ​ພົບ​ ກາ​ນລັກ​ລອບ​ຕັດ​ໄມ້​ຫວງ​ຫ້າມ ​ເຊັ່ນ​ໄມ້​ຄະ​ຍຸງ 1,400 ກວ່າ​ແມັດ​ກ້ອນ​ ໃນ​ແຂວງ​ສະຫວັນ​ນະ​ເຂດ ​ເມື່ອ​ປີ 2007 ທີ່​ມີ​ເຈົ້າໜ້າ​ທີ່​ລັດຖະບານ​ 11 ຄົນ ​ໄດ້​ຮ່ວມ​ມື​ກັບ​ບັນດາ​ນາຍທຶນ​ດ້ວຍ ທັງ​ຍັງ
ໄດ້​ ກວດ​ພົບ​ ການ​ຍັກ​ຍອກ​ເງິນ​ໄປ ຈາກ​ຄັງ​ເງິນ​ ຂອງ​ແຂວງ​ຫຼາຍ​ກວ່າ 5.1 ຕື້​ກີບ​ອີກ​ດ້ວຍ.

ສ່ວນ​ຢູ່​ແຂວງ​ຄໍາ​ມ່ວນ ກໍ​ໄດ້​ກວດ​ພົບ ການ​ຮັບ​ສິນ​ບົນ​ໃນ​ໂຄງການ​ກໍ່ສ້າງ​ທາງ​ໃນ​ເຂດ​ເທດສະບານ ຄິດ​ເປັນ​ມູນ​ຄ່າ​ຫຼາຍ​ກວ່າ 12 ຕື້ ກີບ ​ແລະ​ໃນ​ປີ 2010-2011 ກໍ​ກວດ​ພົບ​ການ​ຮົ່ວ​ໄຫຼ​ຂອງ​ງົບປະມານ​ທີ່​ໃຊ້​ໃນ​ໂຄງການ​ຕ່າງໆ ​ເພື່ອ​ຮອງ​ຮັບ​ການ​ເປັນ​ເຈົ້າ ພາບ​ຈັດການ​ແຂ່ງຂັນ​ກິລາ​ຊີ​ເກ​ມສ໌ ຄັ້ງ​ທີ່ 25 ຢູ່​ລາວ ຄິດ​ເປັນ​ມູນຄ່າ ຫຼາຍ​ກວ່າ 1.5 ລ້ານ​ໂດ​ລ່າ ກັບ​ອີກ​ຫຼາຍ​ຮ້ອຍ​ລ້ານ​ກີບ.

​ໃນ​ຂະນະ​ດຽວ​ກັນ ກໍ​ຍັງ​ກວດ​ພົບ​ວ່າ ​ໄດ້​ມີ​ການ​ຍັກ​ຍອກ​ເອົາ​ເງິນ​ໄປຫຼາຍ​ກວ່າ 10 ຕື້​ກີບ​ຢູ່​ໃນ ບາ​ງ​ແຂວງ ​ແລະ​ມີ​ພະນັກງານ​ລັດ 50 ກວ່າ​ຄົນ ທີ່​ໄດ້​ຮ່ວມ​ກັນ​ກະທໍາ​ຄວາມ​ຜິດ​ດັ່ງກ່າວ ​ແຕ່​ທີ່​ນັກ​ໄປ​ກວ່າ​ນັ້ນ ກໍ​ຄື​ການ​ກວດກາ 104 ​ເປົ້າໝາຍໃນ​ແຜນການ​ປີ 2012-2013 ທີ່​ຜ່ານ​ມາ ພົບ​ວ່າການ​ທຸດຈະລິດ ຂອງ​ບັນດາພະນັກງານ​ລັດ​ນັ້ນ ​ເຮັດ​ໃຫ້​ເກີດ​ ການ​ເສຍ​ຫາຍ​ ຫຼາຍກວ່າ 80 ຕື້​ກີບ ​ແລະ​ມີ​ຜູ້​ກະທໍາ​ຜິດ​ເຖິງ 472 ຄົນ ດັ່ງ​ທີ່​ທ່ານ​ທອງ​ສີ ​ໄດ້​ຖະ​ແຫຼ​ງຊີ້​ແຈງ​ວ່າ:

“ປີ 2012-2013 ນີ້ ທັງ​ຢູ່​ໃນ​ສູນ​ກາງ​ແລະ​ທ້ອງ​ຖິ່ນ ​ໄດ້​ດໍາ​ເນີນ​ການ​ກວດກາ​ລວມມີ 104 ​ເປົ້າໝາຍ ພົບ​ເຫັນ​ການ​ເສຍ​ຫາຍ 80 ກວ່າ​ຕື້​ກີບ ​ໃນ​ນີ້ ​ໄດ້​ເກັບ​ກໍາ​ກູ້​ຄືນ​ໄດ້​ຈໍານວນ​ນຶ່ງ ​ແລະ​ກໍມີ​ຜູ້​ກະທໍາ​ຜິດ 472 ຄົນ ພວກ​ທີ່​ກະທໍາ​ຜິດ​ດັ່ງ ກ່າວ ​ແມ່ນ​ຖືກ​ດໍາ​ເນີນ​ຄະດີ​ຕາມ​ລະ​ບຽບ ກົດໝາຍ.”

ທ່ານ​ນາງ​ວຽງ​ທອງ ສີ​ພັນ​ດອນ ປະທານ​ອົງການ​ກວດກາ​ແຫ່ງ​ລັດ
ທ່ານ​ນາງ​ວຽງ​ທອງ ສີ​ພັນ​ດອນ ປະທານ​ອົງການ​ກວດກາ​ແຫ່ງ​ລັດ

ກ່ອນ​ໜ້າ​ນີ້ ທ່ານ​ນາງ​ວຽງ​ທອງ ສີ​ພັນ​ດອນ ປະທານ​ ອົງການ​
ກວດກາ​ແຫ່ງ​ລັດ ​ໄດ້​ສະ​ເໜີ​ລາຍ​ງາຍ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາ
ມັນ ຄັ້ງ​ທີ 5 ຂອງ​ສະພາ​ແຫ່ງ​ຊາດ​ລາ​ວຊຸດ​ທີ 7 ​ໃນ​ເດືອນ​ກໍລະ
ກົດ​ທີ່​ຜ່ານ​ມານີ້​ວ່າ ສະ​ເພາະໃນ​ແຜນການ​ປີ 2010-2011 ​ໄດ້​
ກວດ​ພົບ​ ການ​ໃຊ້ຈ່າຍ​ງົບປະມານ​ ທີ່​ບໍ່​ເປັນ​ໄປ​ຕາມ​ແຜນການ
ທັງ​ຍັງ​ ເປັນ​ການ​ໃຊ້​ຈ່າຍນອກ​ບັນຊີ ຄິດ​ເປັນ​ມູນ​ຄ່າ​ ລວມ​ເຖິງ
1,933.33 ຕື້​ກີບ ຫຼື​ປະມານ 254 ລ້ານ​ໂດ​ລ່າ.

​ໂດຍ​ການ​ໃຊ້​ຈ່າຍ​ນອກ​ບັນຊີ​ດັ່ງກ່າວ​ນີ້ ​ແບ່ງ​ເປັນ​ໃນ​ດ້ານ​ແຜນການ​ງົບປະມານລາຍ​ຮັບ 416.58 ຕື້​ກີບ ​ແລະ​ໃນ​ດ້ານ​ແຜນການ​ງົບປະມານ​ລາຍ​ຈ່າຍ 1,516.75 ຕື້​ກີບຊຶ່ງ​ທຽບ​ໄດ້ ກັບ 2.9% ຂອງ​ລາຍ​ຮັບ​ທີ່​ຈັດ​ເກັບ​ໄດ້​ທັງ​ໝົດ 9.84% ຂອງ​ລາຍ​ຈ່າຍ ທີ່​ປະຕິບັດ​ໄດ້​ທັງ​ໝົດ ​ເທົ່າ​ນັ້ນກໍ​ຕາມ ຫາກ​ແຕ່​ກໍ​ຕ້ອງ​ຖື​ວ່າ​ເປັນ​ການ​ຮົ່ວ​ໄຫຼ​ຂອງ​ງົບປະມານ​ລາຍ​ຮັບແລະ​ລາຍ​ຈ່າຍທີ່​ເພີ່ມ​ຂຶ້ນຈາກແຜນການ​ປີ 2009-2010 ​ໃນ​ລະດັບ​ທີ່​ສູງ​ພໍ​ສົມຄວນ ທັງ​ຍັງ​ເປັນ​ການສະ​ແດງ ​ໃຫ້​ເຫັນ​ເຖິງ​ການ​ປະຕິບັດ​ໜ້າ​ທີ່ຢ່າງ​ບໍ່​ສຸດຈະລິດ​ຂອງ​ບັນດາ​ພະນັກງານ​ລັດຖະບານ​ອີກ​ດ້ວຍ.

ທາງ​ດ້ານ ທ່ານ​ພູ​ເພັດ ຄໍາ​ພູນ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ກໍ​ໄດ້​ຖະ​ແຫຼ​ງ ຢືນ ຢັນ​ວ່າ​ສາ​ເຫດ​ທີ່​ສໍາຄັນ​ປະການ​ນຶ່ງ ທີ່​ເຮັດ​ໃຫ້​ເກີດ​ການ​ຮົ່​ວ​ໄຫຼ​ຂອງ​ລາຍ​ຮັບ​ງົບປະ ມານ​ຂອງ​ລັດຖະບານ​ລາວ ກໍ​ຄື​ການ​ຫຼົບ​ຫຼ່ຽງ ການ​ຊໍາລະ​ພາສີ​ອາກອນ​ ຢ່າງ​ຖືກຕ້ອງ​ຂອງ​ບັນດາ​ຫົວໜ່ວຍ ທຸລະ​ກິດ ​ໂດຍ​ມີ​ພະນັກງານ​ພາສີ​ຂອງ​ລັດຖະບານ​ຈໍານວນ​ນຶ່ງ​ໃຫ້ການ​ຊ່ວຍ​ເຫຼືອ​ເພື່ອ​ແລກ​ກັບ ການ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຕອບ​ແທນ​ສ່ວນ​ຕົວ

ໂດຍ​ສໍາລັບ​ໃນ​ແຜນການ​ປີ 2011-2012 ທີ່​ຜ່ານ​ມາ ທ່ານ ພູ​ເພັດ ກໍ​ໄດ້​ຍອມຮັບ​ວ່າ ການມີ ການ​ຮົ່ວ​ໄຫຼ​ຂອງ​ລາຍ​ຮັບ​ຈາກ​ພາສີ​ອາກອນ ຢ່າງຫຼວງ​ຫຼາຍ ​ເນື່ອງ​ຈາກ​ບັນດາ​ຫົວໜ່ວຍ​ວິ​ສາ​ຫະກິດຕ່າງໆ ທີ່​ດໍາ​ເນີນ​ທຸລະ​ກິດ​ການ​ຄ້າ​ຂາ​ອອກ​ຂາ​ເຂົ້າຄິດ​ເປັນ​ສັດ ສ່ວນ​ເຖິງ 90% ຂອງ ຫົວ​ໜ່ວຍ​ທຸລະ​ກິດ​ທັງ​ໝົດ​ໃນ​ລາວ ທີ່​ໄດ້​ແຈ້ງ​ຂໍ້​ມູນ​ທີ່​ບໍ່​ເປັນ ຄວາມ​ຈິງ ດ້ວຍ​ຫວັງ​ວ່າ​ຈະ​ເຮັດ​ໃຫ້ ມີ​ຜົນ​ກໍາ​ໄລຫຼາຍ​ຂຶ້ນ

ນອກຈາກ​ນີ້ ການ​ນໍາ​ເຂົ້າຍານພາຫະນະ ​ແລະ​ນໍ້າມັນ​ຂອງ​ບັນດາ​ບໍລິສັດ​ຕ່າງ​ຊາດ​ທີ່​ລົງທຶນ​ຢູ່​ໃນລາວ ທີ່​ໄດ້​ຮັບ​ການ​ຍົກ​ເວັ້ນພາສີ ​ແຕ່​ກໍ​ປາກົດ​ວ່າ ​ໄດ້​ມີ​ການ​ນໍາ​ຍານ​ພາຫະ ນະ​ແລະ​ນໍ້າມັນ ​ເຂົ້າມາ​ເກີນ​ຄວາມ​ຈໍາ​ເປັນ ​ເພື່ອ​ລັກລອບ​ຈໍາໜ່າຍ​ຢູ່​ໃນ​ລາວ ກໍ​ຄື​ອີກ​ສ​າ​ເຫດ​ນຶ່ງ ທີ່​ເຮັດ​ໃຫ້​ເກີດ ການ​ຮົ່ວ​ໄຫຼ​ດ້ວຍເຊັ່ນ​ກັນ.
XS
SM
MD
LG