ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມ ແມ່ນໍ້າຂອງ ຄັ້ງທີ 3 ທີ່ ປະ​ເທດ ​ຫວຽດນາມ


ຊາວກໍາປູເຈຍ ກໍາລັງຫາປາ ປະຈໍາວັນ ຕາມແມ່ນໍ້າຂອງ
ຊາວກໍາປູເຈຍ ກໍາລັງຫາປາ ປະຈໍາວັນ ຕາມແມ່ນໍ້າຂອງ
ໃນ​ຂະນະ​ທີ່​ ບັນດາ​ຜູ້​ກໍາໜົດນະ​ໂຍບາຍ ນັກ​ເຄຶ່ອນ​ໄຫວ ​ແລະ​
ນັກວິຊາການໄປ​ເຕົ້າ​ໂຮມ​ກັນ​ທີ່​ນະຄອນຫຼວງ​ຮາ​ໂນ່ຍ ປະ​ເທດ​
ຫວຽດນາມ ​ເພື່ອເຂົ້າຮ່ວມກອງ​ປະຊຸມ​ລະດັບ​ຂົງ​ເຂດ ກ່ຽວ​ກັບ​
ເລຶ່ອງນໍ້າ ອາຫານແລະ​ພະລັງງານ ​ໃນ​ແມ່​ນໍ້າຂອງນັ້ນ ບາງ​ຄົນ​
ກໍ​ຖາມ​ວ່າ ​ໂຄງການ​ເຂື່ອນ​ທີ່​ເປັນຂໍ້​ຂັດ​ແຍ້​ງກັນ​ເມື່ອ​ບໍ່​ດົນ​ມາ​ນີ້
ສະ​ແດງ​ໃຫ້​ເຫັນວ່າ​ການ​ຮ່ວມ​ມື​ລະດັບ​ຂົງເຂດ ຈໍາ​ເປັນ​ຕ້ອງ​ໄດ້
ເອົາ​ທິດ​ທາງ​ທີ່​ແຕກ​ຕ່າງ​ໄປ​ຫຼື​ບໍ່ Marianne Brown ຜູ້​ສື່​ຂ່າວ​
ວີ​ໂອ​ເອ ລາຍ​ງານເລື່ອງ​ນີ້ຈາກ​ຮາ​ໂນ່ຍ ຊຶ່ງ​ທອງ​ປານ ຈະ​ນໍາ​ມາ
ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.


ໃນ​ຂະນະການ​ສະ​ແດງ​ການ​ເຕັ້ນ​ມັງກອນ​ຂອງ​ຊາວ​ຫວຽດນາມໃນ​ພິທີເປີດ​ກອງ​ປະຊຸມ​ແມ່​ນໍ້າຂອງຄັ້ງ​ທີ​ສາມກ່ຽວ​ກັບ ນໍ້າ ອາຫານ ​ແລະ ພະລັງງານ ພ້ອມ​ດ້ວຍ​ບັນຫາສໍາຄັນ​ ຕ່າງໆຂອງ​ການ​ປົກຄອງ ​ແລະ​ການ​ຮ່ວມ​ມື​ລະດັບ​ຂົງ​ເຂດ ໄດ້​ຖືກ​ນໍາຂຶ້ນມາສະ​ເໜີ ໃຫ້​ເປັນ​ຫົວ​ຂໍ້​ໃຫຍ່​ຂອງ​ກອງ​ປະຊຸມຄັ້ງ​ນີ້ ​ເພື່ອປຶກສາ​ຫາລື​ກັນ.

ຕະຫຼອດ​ໄລຍະ​ສາມ​ປີຜ່ານມາ​ນີ້ ການ​ກໍ່ສ້າງ​ເຂື່ອນ​ ​ໄຊ​ຍະ​ບູລີ ​ໃນ​ລາວ​ໄດ້ກາຍເປັນ​ໂຄງ
ການ​ນຶ່ງ​ໃນ​ຫຼາຍໆ​ໂຄງການ​ເຂື່ອນໄຟຟ້າ​ນໍ້າຕົກ​ໃນ​ຂົງ​ເຂດທີ່​ເກີດມີ​ການ​ໂຕ້​ແຍ້​ງກັນ​ຫຼາຍ​ທີ່​ສຸດ ແລະ​ໄດ້​ທົດ​ສອບ​ຄວາມໜ້າ​ເຊື່ອ​ຖື​ຂອງ​ຄະນະກໍາມາ​ທິການ​ແມ່​ນໍ້າຂອງ ສາກົນ ຊຶ່ງ​ມີ ຫວຽດນາມ ກໍາປູ​ເຈຍ ລາວ ​ແລະ​ໄທ ​ເປັນ​ສະມາ​ຊິກນັ້ນ.

ຫຼາຍໆ​ປະ​ເທດ​ມີ​ຄວາມ​ເປັນ​ຫ່ວງ​ກັນ​ທີ່​ສຸດ​ວ່າ ​ເຂື່ອນ​ດັ່ງກ່າວ​ອາດ​ສ້າງ​ຜົນ ກະທົບ​ອັນໃຫຍ່​ຫຼວງ ຕໍ່​ຈໍານວນ​ປາ ຢູ່​ໃນ​ຕອນ​ລຸ່ມ​ແມ່​ນໍ້າຂອງ ​ແຕ່​ກໍ​ປະກົດ ວ່າ ການ​ກໍ່ສ້າງເຂື່ອນ​ໄຊ​ຍະ​ບູລີ ຍັງ​ດໍາ​ເນີນ​ໄປ​.

ທ່ານ Hans Guttman ຫົວໜ້າ​ບໍລິຫານ​ຂອງ​ຄະນະ​ກໍາມາ​ທິການ​ແມ່ນໍ້າ ຂອງ​ສາກົນ ​ເວົ້າ​ວ່າ ທ່ານ​ເຊື່ອ​ວ່າ​ສະມາຊິກປະ​ເທດ​ຕ່າງໆ​ອາດ​ປຶກສາ​ກັນໄດ້​ກ່ຽວ​ກັບເລຶ່ອງບັນຫາ ທີ່​ລໍາບາກ​ເຫຼົ່ານີ້.

ທ່ານ Carl Middleton ນັກ​ບັນ​ລະ​ຍາຍຜູ້​ນຶ່ງ ​ກ່ຽວ​ກັບການ​ສຶກສາ​ ການ​ພັດທະນາ
ລະ ຫວ່າງ​ປະ​ເທດ ປະ​ຈໍາຈຸລາ​ລົງ​ກອນ ມະຫາວິທະຍາ​ໄລ​ ທີ່​ບາງກອກເວົ້າ​ວ່າ ທ່ານ​ບໍ່​ແນ່​ໃຈ​ວ່າ ບົດຮຽນ​ຕ່າງ​ໆ​ ທີ່​ໄດ້​ຮຽນ​ມາ​ໃນ​ອະດີດ​ ​ໂດຍ​ສະ​ເພາະເວລາ​ເວົ້າ​ ເຖິງ​ການ​ປະກອບ ສ່ວນ​ຂອງສາທາລະນະ ​ແລະການ​ປຶກສາ​ກັບ​ປະຊາຊົນ​ກ່ຽວ​ກັບ​ຜົນ​ກະທົບ​ຕ່າງໆ​ຂອງໂຄງການ​ເຂື່ອນ​ທັງ ຫຼາຍ​ນັ້ນ.

ເມື່ອ​ເດືອນແລ້ວນີ້ ລາວກໍ​ເລີ່​ມກໍ່​ສ້າງ​ເຂື່ອນ​ອີກ​ແຫ່ງ​ນຶ່ງທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ​ ຢ່າງ​ໃຫຍ່​ ນັ້ນ​ຄື​ເຂື່ອນ​ດອນ​ສະຫົງ.

ທ່ານ Middleton ​ເວົ້າ​ວ່າ: “​ໂອ​ກາດ​ທີ່​ວ່າ​ ຈະສະ​ເໜີ​ຂໍ້​ຕົກລົງ​ ຂ້າມ​ຊາຍ​ແດນ​ກັນ​ໄດ້​ ທີ່ເປັນວີ​ທີ​ການ​ຂອງ​ການ​ສ້າງ​ຊ່ອງ​ທາງ​ສໍາລັບ​ຄວາມ​ຮັບຜິດ ຊອບ ທີ່​ຈະ​ເຄື່ອນ​ໄຫວ​ຂ້າມຊາຍ​ແດນ​ໄດ້​ຢ່າງ​ງ່າຍດາຍນັ້ນ ນັບວ່າ​ມັນ​ເປັນ ການ​ລົ້ມ​ແຫຼວ​ໃນ​ກໍລະນີ​ເຂື່ອນ​ໄຊ​ຍະ​ບູລີ ຍ້ອນ​ວ່າ​ກົນ​ໄກ​ເຫຼົ່າ​ນັ້ນ ບໍ່​ໄດ້​ອໍານວຍ​ຄວາມ​ສະ​ດວກ​ຂ້າມ​ຊາຍ​ແດນຫຍັງ​ເລີຍ ​ແລະ​ບັນຫາ​ຄວາມ​ຍຸຕິ​ທໍາ​ຖືກ​ຈຳກັດ​ຢູ່ໃນ​ດິນ​ແດນ​ຂອງ​ຊາດ ​ແທນ​ທີ່​ຈະ​ມີ​ລະບົບ​ຄວາ​ມຍຸຕິ​ທໍາ​ລະດັບ​ຂົງເຂດ. ທີ່​ກ່າວ​ມາ​ນັ້ນ ​ແມ່ນ​ມີ​ສິ່ງ​ໃດ​ແດ່ ທີ່​ຈະ​ສາມາດ​ເຮັດ​ໃຫ້​ກໍລະນີ​ເຂື່ອນ ດອນ​ສະ​ຫົງ​ດີ​ຂຶ້ນ​ກວ່າ​ນີ້ໄດ້? ພວກ​ເຮົາຈະ​ຕ້ອງໄດ້ລໍຖ້າ​ເບິ່ງກັນ.”

ຜູ້​ຈັດ​ກອງ​ປະຊຸມ CGIAR ຊຶ່ງ​ເປັນ​ອົງການ​ລະຫວ່າງ​ຊາດ​ທີ່​ໃຫ້​ທຶນ​ໃນການ ​ຄົ້ນຄວ້າ​ການ​ກະ​ເສດຜະສົມພັນ​ພືດ​ ຫວັງ​ວ່າ​ແຜນ​ທີ່ ທີ່​ລວມຕົວ​ກັນ​ໃໝ່​ຊຸດ ນຶ່ງ ຂອງ​ໂຄງການ​ເຂື່ອນ​ຕ່າງໆ​ໃນ​ປັດຈຸບັນ ​ແລະ​ທີ່​ໄດ້ວາງ​ແຜນ​ໄວ້​ແລ້ວ​ ​ໃນ​ແມ່​ນໍ້າຂອງນັ້ນ ກໍ​ໜ້າ​ຈະ​ຊຸກ ຍູ້​ໃຫ້​ລັດຖະບານ​ທັງຫຼາຍ ໄດ້ຄິດ​ ​ແລະ​ພິດ​ຈາລະ​ນາໃນ​ຮູບພາບທີ່​ກວ້າງຂຶ້ນ ​ຖ້າ​ເວົ້າ​ເຖິງ​ຜົນ​ກະທົບ​ຂອງ​ມັນ ທີ່​ຈະ​ມີ​ຕໍ່​ປະຊາ​ຄົມ ​ແລະ​ສະພາບແວດ​ລ້ອມ​ນັ້ນ.

​ແຕ່​ແນວ​ໃດ​ກໍ​ດີ, ທ່ານ Middleton ​ເວົ້າ​ວ່າ ​ການແຕ້ມ​ແຜນ​ທີ່ ທີ່​ໄດ້​ຄຸນ​ນະປະໂຫຍ​ດ ນັ້ນ ຈະ​ຕ້ອງ​ມີ​ຫຼາຍ​ສິ່ງ​ທີ່​ຕ້ອງ​ໄດ້​ກະທໍາ​ໃຫ້​ສໍາ​ເລັດ ​ເພື່ອ​ລວມ​ເອົາ​ປະຊາຊົນ ພວກ​ທີ່​ວີ​ຖີຊີວິດ​ຂອງ​ພວກ​ເຂົາ​ຈະ​ໄດ້​ຮັບ​ຜົນ​ກະທົບ ​ເຂົ້າຢູ່​ໃນ​ຂະ​ບວນການ​ຕັດສິນ​ໃຈນັ້ນນໍາ.

ທ່ານ Middleton ​ເວົ້າ​ວ່າ: “ນີ້​ຫຼ່ະຄື​ສິ່ງທີ່​ພວກ​ເຮົາ​ຕ້ອງ​ໄດ້​ປຶກສາ​ຫາລື​ກັນ ວ່າ ຄວາມ​ໝັ້ນຄົງ​ດ້ານພະລັງງານ​ນັ້ນ ​ແມ່ນມາ​ຈາກ​ຄວາມ​ເສຍ​ຫາຍ​ຂອງ​ຄວາມ ໝັ້ນຄົງ​ຢ່າງ​ອື່ນ​ທີ່​ມາ​ຈາກ​ແມ່​ນໍ້າ ​ເຊັ່ນ​ຄວາມ​ໝັ້ນຄົງ​ດ້ານອາຫານ ແລະ​ນໍ້າ ສະ​ນັ້ນ​ຄໍາ​ຖາມ​ກໍ​ຄື​ວ່າ ພວກ​ເຮົາ​ຈະ​ມີ​ການ​ກໍາໜົດນະ​ໂຍບາຍ ແບບລວມກັນ​ຫຼາຍ​ຂຶ້ນ​ໄດ້​ຢ່າງ​ໃດ ທີ່​ຮັບ​ຮູ້ໃນຄຸນຄ່າ​ປັດຈຸບັນ​ ທີ່​ແມ່​ນໍ້າ​ສະໜອງ​ຫຍັງ​ແດ່ ຊຶ່ງ ໃນ​ຂະນະ​ທີ່​ໃນ​ເວລາ​ດຽວ​ກັນ​ ແມ່ນ​ຊ່ວຍ​ຕອບ​ສະໜອງ ພະລັງງານແກ່​ທຸກໆ​ຄົນ ​ທີ່​ຕ້ອງການ​ໃນ​ເວລາດຽວ​ກັນ​ນັ້ນ.”

ທ່ານ Middleton ​ເວົ້າ​ຕໍ່​ໄປ​ວ່າ ​ໃນ​ຂະນະ​ທີ່​ປະ​ເທດ​ຕ່າງໆ ​ຕ້ອງການ​ພະ ລັງ​ງານ​ເພື່ອ​ການ​ພັດທະນາ​ເສດຖະກິດຂອງ​ຕົນກໍ​ຈິງ ​ແຕ່​ມັນ​ກໍ​ເປັນ​ການ​ສໍາຄັນ​ທີ່​ຈະ​ຄິດ​ເຖິງ​ທາງ​ເລືອກ​ອື່ນໆ​ນອກຈາກ​ເຂື່ອນ​ໄຟຟ້າ​ນໍ້າຕົກ​ ອັນ​ເປັນ​ພະລັງງານ ທີ່​ຕ້ອງ​ເຮັດ​ໃຫ້​ປະຊາ​ຄົມພັດ​ພາກ​ຈາກ​ຖິ່ນ​ຢູ່​ອາ​ໄສ ​ແລະ​ສູນ​ເສຍ​ວິຖີຊີວິດ ຂອງ​ພວກ​ເຂົາ​ເຈົ້າ​ໄປນັ້ນ.

ທ່ານ Middleton ​ເວົ້າ​ຕໍ່​ໄປ​ວ່າ ພວກ​ກໍາໜົດ​ນະ​ໂຍບາຍ ຕ້ອງ​ໄດ້​ຄິດ​ເຖິງ ວິທີ​ທີ່​ຈະ​ຈັດ​ຕັ້ງ​ໂຄງ​ຮ່າງ​ປະຕິບັດ​ນະ​ໂຍບາຍ ທີ່​ຊຸກຍູ້​ສົ່ງ​ເສີມ​ພະລັງງານ​ແບບ​ອື່ນ​ໆ​ ບໍ່​ແມ່ນ​ແຕ່​ພະລັງງານ​ທີ່​ໝຸນ​ໃຊ້​ຄືນ​ໃໝ່​ໄດ້ເທົ່າ​ນັ້ນ ທີ່​ອາດ​ສາ ມາດ​ສະໜອງແກ່​ຄວາມ​ຮຽກຮ້ອງ​ຕ້ອງການ ທີ່​ຍຸຕິ​ທໍາແລະມີ​ຄວາມ​ໝັ້ນຄົງ​ຫຼາຍກວ່າ. ທ່ານ Middle ກ່າວ​ໃນ​ທີ່​ສຸດ​ວ່າ ການ​ປຶກສາ​ຫາລື​ກັນ​ໃນ​ເລຶ່ອງນີ້​ຈະ​ຕ້ອງ​ກະທໍາ​ກັນ​ ໃນ​ວິທີ​ທີ່​ເປີດ​ກວ້າງ ຍ້ອນ​ວ່າ​ ໃນ​ປັດຈຸບັນ​ນີ້ ການວາງ​ແຜນ​ດ້ານ​ພະລັງງານ​ນັ້ນ​ ຍັງ​ກະທໍາ​ກັນແບບປິດ​ລັບ​ທີ່​ສຸດ​ຢູ່.

ກອງ​ປະຊຸມດັ່ງ​ກ່າວ ​ໄດ້​ສິ້ນ​ສຸດ​ລົງ​ ເມື່ອ​ວັນ​ພະຫັດ​ຜ່ານ​ມາ​ນີ້.
XS
SM
MD
LG