ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ແຜນທີ່ ສຳຫຼວດ ປະຊາກອນ ສຫລ​ ຊີ້​ໃຫ້​ເຫັນ​ຈຸດ​ ທີ່​ມີ​ຄົນ ບໍ່ໃຊ້ພາສາ ອັງກິດ ຢູ່ເຮືອນ


ຊາວຕ່າງດ້າວສາບານໂຕ ເປັນຄົນສັນຊາດອາເມຣິກັນ ທີ່ເມືອງ Oakland ລັດຄາລິຟໍເນຍ ເມື່ອວັນທີ 13 ສິງຫາ 2013.
ຊາວຕ່າງດ້າວສາບານໂຕ ເປັນຄົນສັນຊາດອາເມຣິກັນ ທີ່ເມືອງ Oakland ລັດຄາລິຟໍເນຍ ເມື່ອວັນທີ 13 ສິງຫາ 2013.
ສະຫະລັດ ກໍາລັງກາຍເປັນປະເທດທີ່ມີຄວາມຫລາກຫລາຍໃນ
ດ້ານຊົນຊາດຊົນເຜົ່າ, ວັດທະນະທໍາ ແລະພາສາ. ຫ້ອງການ
ສຳ​ຫຼວດປະຊາກອນຂອງ​ສະຫະລັດ ໄດ້ເປີດເຜີຍແຜນທີ່ແບບ
ເຄື່ອນໄຫວຕອບກັບໄດ້ ຢູ່ໃນອິນເຕີແນັດ ທີ່ສະແດງໃຫ້ເຫັນ
ບ່ອນທີ່ບໍ່ໄດ້ໃຊ້ພາສາອັງກິດຢູ່ທົ່ວສະຫະລັດ ໂດຍມີເປົ້າໝາຍ
ແນໃສ່ເພື່ອໃຫ້ການບໍລິການແກ່ປະຊາຄົມທີ່ບໍ່ເວົ້າພາສາອັງກິດ.
Jessica Berman ຜູ້ສື່ຂ່າວວີໂອເອ ມີລາຍງານເລື້ອງນີ້ ຊຶ່ງ
ບົວສະຫວັນຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ:


ແຜນທີ່ຫ້ອງການ​ສຳຫຼວດປະຊາກອນສະຫະລັດ​ສະບັບໃໝ່
ຊີ້​ໃຫ້​ເຫັນ​ຈຸດ​ຕ່າງໆ ໃນ​ທົ່ວ​ປະ​ເທດ ທີ່​ມີ​ຜູ້​ຄົນ​ໃຊ້ພາສາທຳ​ອິດ
ຫຼືພາສາແມ່ຂອງພວກເຂົາເຈົ້າ ທີ່ບໍ່ແມ່ນພາສາອັງກິດ. ແຕ່ລະຈຸດຢູ່ໃນແຜນທີ່ພາສາ
ຂອງປີ 2011 ສະແດງໃຫ້ເຫັນເຂດນຶ່ງໆທີ່​ມີ​ການ​ໃຊ້ນຶ່ງໃນ 15 ພາສາທໍາອິດເວົ້າກັນ
ຢູ່ໃນເຮືອນ.

ທ່ານນາງ Camille Ryan ນັກສະຖິຕິປະຈໍາຫ້ອງການສຳ​ຫຼວດປະຊາກອນເປັນ​ຜູ້ຮວບ
ຮວມເອົາຂໍ້ມູນດັ່ງກ່າວ. ທ່ານນາງເວົ້າວ່າ ໂດຍການໃຊ້ເມົ້າສະກົດປຸ່ມບາດດຽວ ຜູ້ຊົມໃຊ້
ກໍສາມາດໄດ້ຮັບຂໍ້ມູນລະອຽດ ກ່ຽວກັບສະຖານທີ່ແຫ່ງນັ້ນ ໂດຍອີງຕາມການສໍາພາດຄົນ
ທີ່ລາຍງານວ່າ ພວກເຂົາເຈົ້າເວົ້າພາສາອັງກິດ “ບໍ່ໄດ້ດີປານໃດ.” ທ່ານນາງ Ryan ເວົ້າວ່າ:

“ເວລາທີ່ເຮົາເຮັດໃຫ້ມັນຈ້ອມເຂົ້າເປັນເຂດພູມີສາດທີ່ນ້ອຍລົງ ບັນດາຈຸດ
ເຫລົ່ານັ້ນຈະສະແດງໃຫ້ມີຜູ້ຄົນຈໍານວນໜ້ອຍລົງຈະແມ່ນ 10 ຄົນ ຫລື 75
ຄົນ ຫລື 50 ຄົນກໍໄດ້. ສະນັ້ນມັນຖືກອອກແບບມາຄ້າຍກັບວ່າ ເພື່ອໃຫ້ເຮົາ
ເຫັນພາບລວມທັງໝົດຂອງກຸ່ມຄົນທີ່ເວົ້າພາສາອື່ນ ໂດຍທີ່ບໍ່ແມ່ນພາສາອັງ
ກິດຢູ່ເຮືອນເຂົາເຈົ້າ.”




ພາສາອື່ນໆທີ່ຄົນຫລາຍກວ່າ 60 ລ້ານ 5 ແສນຄົນໃຊ້ກັນຢູ່ເຮືອນ ກໍໄດ້ແກ່ພາສາ
ສະເປນ, ຝຣັ່ງ, ພາສາຝຣັ່ງ Creole, ພາສາອິຕາລີ, ປອກຕຸຍການ, ເຢຍຣະມັນ, ຣັດ
ເຊຍ, ໂປໂລຍ, ເປີເຊຍ, ຈີນ, ຍີ່ປຸ່ນ, ເກົາຫລີ, ຕາກາລັອກ, ອາຣັບ ແລະຫວຽດນາມ.

ຄົນທີ່ເວົ້າພາສາສະເປນແມ່ນກວມເອົາ 2 ສ່ວນ 3 ຂອງຈໍານວນຄົນ ທີ່ຢູ່ໃນລາຍງານ
ນັ້ນ. ພາສາຫວຽດນາມແມ່ນເຫັນວ່າ ມີຈໍານວນຄົນເວົ້າພາສານີ້ ເພີ້ມຂຶ້ນແບບກະໂດດ
ຂັ້ນເລີຍ ຊຶ່ງເພີ້ມຂຶ້ນ 7 ເທົ່າ ແຕ່ປີ 2005 ຫາ 2011.

ໃນຂະນະທີ່ ແຜນທີ່ອີງໃສ່ການສໍາຫລວດ ທີ່ໄດ້​ທ້ອນ​ໂຮມໃນ​ໄລຍະຫຼາຍກວ່າ 7 ປີ
ຜ່ານມາ ມັນລວມມີຂໍ້ມູນຂອງການ​ສຳ​ຫຼວດປະຊາກອນ ທີ່ໃຊ້ເວລາເກັບກໍາດົນກວ່າ
ສາມທົດສະວັດ. ໃນຊ່ວງເວລານັ້ນ ຈໍານວນຄົນທີ່ບໍ່ເວົ້າພາສາອັງກິດຢູ່​ໃນສະຫະລັດ
ເພີ້ມຂຶ້ນ 158 ເປີເຊັນ ເມື່ອທຽບກັບອັດຕາເພີ້ມຂຶ້ນຂອງພົນລະເມືອງໂດຍລວມ ແມ່ນ
38 ເປີເຊັນ.

ທ່ານນາງ Ryan ເວົ້າວ່າ ແຜນທີ່ແບບເຄື່ອນໄຫວຕອບຄືນໄດ້ ແມ່ນໃຊ້ໄດ້ປະໂຫຍດ
ຫລາຍຢ່າງ. ທ່ານນາງ Ryan ອະທິບາຍວ່າ:

“ຕົວຢ່າງ ເຊັ່ນ ຖ້າທ່ານເຮັດທຸລະກິດ ແລະທ່ານຊອກຫາວິທີທີ່ຈະເຮັດໃຫ້
ການສື່ສານເຂົ້າໃຈກັນໄດ້ກັບ ລູກຄ້າສະເພາະກຸ່ມໃດນຶ່ງ ທ່ານຈະຮູ້ວ່າ ທ່ານຕ້ອງການໃຊ້ພາສາໃດ ກັບປະຊາຄົມກຸ່ມນັ້ນໆ. ນອກນັ້ນແລ້ວ ຖ້າ
ຫາກທ່ານເປັນຄົນຮັບມື ກັບເຫດການສຸກເສີນ ທີ່ຈິງ​ແລ້ວທ່ານສາມາດ
ໃຊ້ແຜນທີ່ດັ່ງກ່າວເພື່ອກໍານົດວ່າ ຕ້ອງໃຊ້ພາສາໃດຈຶ່ງຈະສາມາດສື່ສານ
ກັບຄົນຢູ່ໃນປະຊາຄົມໃດນຶ່ງ ຢ່າງ​ເປັນ​ການສະ​ເພາະໄດ້.”


ທ່ານນາງ Ryan ກ່າວມ້ວນທ້າຍວ່າ ແຜນທີ່ພາສາປີ 2011 ຍັງເປັນປະໂຫຍດຕໍ່ຫ້ອງ
ສະໝຸດ ແລະໂຮງຮຽນອີກດ້ວຍ ເພື່ອວ່າສະຖາບັນເຫລົ່ານັ້ນ ຈະສາມາດສະໜອງໂຄງ
ການສອນແລະຫລັກສູດຮຽນ ເພື່ອຊ່ວຍປັບປຸງຄວາມຄ່ອງແຄ້ວໃນການໃຊ້ພາສາອັງ
ກິດ ໃຫ້ແກ່ປະຊາຄົມເຫລົ່ານັ້ນໄດ້.
XS
SM
MD
LG