ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເມືອງໄຊທານີ ຖືກເລືອກ ເປັນທີ່ຕັ້ງແຫ່ງໃໝ່ຂອງ ສູນກາງລັດຖະບານລາວ


ພິທີເປີດເສັ້ໜທາງສະຫລອງວັນຄົບຮອບ 450 ປີທີ່ນະຄອນວຽງຈັນ
ພິທີເປີດເສັ້ໜທາງສະຫລອງວັນຄົບຮອບ 450 ປີທີ່ນະຄອນວຽງຈັນ
ທາງການລາວຈະພັດທະນາເມືອງໄຊທານີໃຫ້ເປັນເຂດສູນ
ກາງແຫ່ງໃໝ່ຂອງນະຄອນຫລວງວຽງຈັນ ໂດຍຈະຍົກຍ້າຍ
ບັນດາກະຊວງຕ່າງໆໄປຢູ່ໃນເຂດດັ່ງກ່າວພາຍໃນປີ 2030.

ເຈົ້າໜ້າທີ່ຂັ້ນສູງໃນສະຖາບັນວິໄຈຊັບພະຍາກອນດິນແຫ່ງ
ຊາດເປີດເຜີຍໃຫ້ຮູ້ວ່າ ຄະນະລັດຖະບານລາວໄດ້ມອບໝາຍ
ໃຫ້ ອໍານາດການປົກຄອງເຂດນະຄອນວຽງຈັນ ເປັນພາກ
ສ່ວນຮັບຜິດຊອບໃນການປະຕິບັດຈັດຕັ້ງແຜນການຂະຫຍາຍ
ຕົວເມືອງອອກໄປຍັງເຂດຮອບນອກ ຂອງນະຄອນວຽງຫລວງ
ຈັນຢ່າງເປັນທາງການເມື່ອບໍ່ດົນມານີ້.

ພື້ນທີ່ເປົ້າໝາຍທີ່ຈະຮອງຮັບແຜນການດັ່ງກ່າວກໍຄື ເມືອງໄຊ
ທານີ ເມືອງນາຊາຍທອງ ເມືອງຫາດຊາຍຟອງ ເມືອງສັງທອງ
ແລະເມືອງປາກງື່ມ ໂດຍສະເພາະແມ່ນເມືອງໄຊທານີນັ້ນ ຖືເປັນເຂດທີ່ມີຄວາມສໍາຄັນ
ທີ່ສຸດ ເນື່ອງຈາກວ່າຈະຖືກພັດທະນາໃຫ້ເປັນ ເມືອງສູນກາງການບໍລິຫານການເມືອງ
ແລະການປົກຄອງຂອງຊາດ ໂດຍຈະມີການຍົກຍ້າຍບັນດາກະຊວງແລະໜ່ວຍງານ ຕ່າງໆຂອງລັດຖະບານ ໄປລວມສູນຢູ່ໃນພື້ນທີ່ດຽວກັນ ທີ່ມີເນື້ອທີ່ລວມ 600 ກວ່າ
ເຮັກຕ້າ ຢູ່ ຖະໜົນວຽງຈັນ 450 ປີ.

ຖະໜົນໃນວຽງຈັນທີ່ມີບັນຫາການຈາລະຈອນຄັບຄັ່ງ
ຖະໜົນໃນວຽງຈັນທີ່ມີບັນຫາການຈາລະຈອນຄັບຄັ່ງ

ທັງນີ້ໂດຍໜ່ວຍງານທີ່ໄດ້ທໍາພິທີວາງສີລາເລິກເພື່ອເລີ່ມ
ການກໍ່ສ້າງອາຄານສໍານັກງານໃໝ່ເປັນໜ່ວຍງານທໍາອິດ
ໄປແລ້ວເມື່ອບໍ່ດົນມານີ້ ກໍຄືກະຊວງຖະແຫຼງຂ່າວ-ວັດທະ
ນະທໍາແລະທ່ອງທ່ຽວ ທີ່ເປັນການກໍ່ສ້າງອາຄານສູງ 5 ຊັ້ນ
ເທິງເນື້ອທີ່ 2 ເຮັກຕ້າຢູ່ຖະໜົນວຽງຈັນ 450 ປີ ດັ່ງກ່າວ
ຊຶ່ງຄິດເປັນມູນຄ່າເກີນກວ່າ 12 ລ້ານໂດລ່າ ທີ່ເປັນການ
ລົງທຶນທັງ 100% ໂດຍບໍລິສັດດາວເຮືອງ.

ແຕ່ຢ່າງໃດກໍຕາມ ການລົງທຶນດັ່ງກ່າວຂອງບໍລິສັດດາວ
ເຮືອງ ກໍເພື່ອເປັນການແລກປ່ຽນກັບອາຄານສໍານັກງານ ຂອງອົງການການທ່ອງທ່ຽວ ແຫ່ງຊາດລາວ ຫຼັງປັດຈຸບັນ ທີ່ຕັ້ງຢູ່ທີ່ຖະໜົນລ້ານຊ້າງ ທັງນີ້ໂດຍກຸ່ມບໍລິສັດດາວເຮືອງ ຈະດໍາເນີນການກໍ່ສ້າງໃຫ້ສໍາເລັດແລະສົ່ງມອບໃຫ້ເປັນທີ່ທໍາການແຫ່ງໃໝ່ ຂອງກະ
ຊວງຖະແຫຼງຂ່າວ-ວັດທະນະທໍາແລະທ່ອງທ່ຽວ ພາຍໃນ ປີ 2015 ດັ່ງທີ່ ທ່ານບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງ ຂ່າວ-ວັດທະນະທໍາແລະທ່ອງທ່ຽວ ໄດ້ຖະແຫຼງຊີ້ແຈງວ່າ:

ບໍລິສັດດາວເຮືອງ ຊຶ່ງຖືວ່າເປັນບໍລິສັດທີ່ມີມາດຕະຖານຢ່າງຄົບຖ້ວນເປັນ
ຜູ້ຕອບສະໜອງທຶນກໍ່ສ້າງພ້ອມເນື້ອທີ່ດິນ 20 ຕາລາງແມັດ ຊຶ່ງຄິດເປັນມູນ
ຄ່າປະມານ 120 ຕື້ກີບ ໂດຍການແລກປ່ຽນກັບທີ່ດິນແລະອາຄານຂອງຕຶກ
ທ່ອງທ່ຽວຫຼັງເກົ່າ ອາຄານດັ່ງກ່າວນີ້ຈະສ້າງເປັນຕຶກ 5 ຊັ້ນ ຄາດໝາຍວ່າ
ການກໍ່ສ້າງໂຄງການດັ່ງກ່າວນີ້ຢູ່ໃນກໍານົດ 2 ປີ ຊຶ່ງກໍໝາຍຄວາມວ່າຮອບປີ
2015 ການກໍ່ສ້າງນີ້ກໍຈະສໍາເລັດຢ່າງຮຽບຮ້ອຍ.


ສ່ວນອາຄານສໍານັກງານຂອງອົງການການທ່ອງທ່ຽວແຫ່ງຊາດລາວນັ້ນ ກຸ່ມບໍລິສັດ
ດາວເຮືອງກໍຈະທໍາການທຸບທໍາລາຍ ແລ້ວສ້າງເປັນອາຄານສູງ 7 ຊັ້ນ ເພື່ອໃຊ້ເປັນ
ສໍານັກງານໃຫຍ່ແຫ່ງໃໝ່ຂອງກຸ່ມບໍລິສັດດາວເຮືອງໃນໃຈກາງນະຄອນວຽງຈັນຕໍ່ໄປ.

ນອກຈາກການຍົກຍ້າຍໄປຢູ່ອາຄານໃໝ່ຕາມແຜນການດັ່ງກ່າວແລ້ວ ກະຊວງຖະແຫຼງ ຂ່າວ-ວັດທະນະທໍາ ກໍຍັງໄດ້ຕົກລົງໃຫ້ບໍລິສັດ TK ກໍ່ສ້າງຂົວທາງຈໍາກັດ ຂອງເອກກະ
ຊົນເປັນຜູ້ລົງທຶນກໍ່ສ້າງອາຄານສໍານັກງານແຫ່ງໃໝ່ ຂອງໜັງສືພິມປະຊາຊົນແລະໜັງ
ສືພິມ Vientiane Times ຢູ່ຖະໜົນກໍາແພງເມືອງ ໃນເຂດເມືອງສີສັດຕະນາກ. ສ່ວນ
ຖະໜົນປາງຄໍານັ້ນ ກໍຈະຍົກໃຫ້ແກ່ບໍລິສັດດັ່ງກ່າວ ຫຼັງຈາກທີ່ໄດ້ດໍາເນີນການກໍ່ສ້າງອາ
ຄານຫຼັງໃໝ່ສໍາເລັດແລ້ວ ພາຍໃນປີ 2015 ເຊັ່ນດຽວກັນ.

ການດໍາເນີນການປະຕິບັດແຜນການຍົກຍ້າຍ ບັນດາກະຊວງແລະໜ່ວຍງານຕ່າງໆ
ດັ່ງກ່າວນີ້ ລັດຖະບານລາວໄດ້ວາງເປົ້າໝາຍ ທີ່ຈະດໍາເນີນການໃຫ້ສໍາເລັດສົມບູນໃຫ້
ໄດ້ ພາຍໃນປີ 2030 ໂດຍນອກຈາກຈະເປັນການແກ້ໄຂບັນຫາການຈະລາຈອນທີ່ແອ
ອັດຫຼາຍຂຶ້ນນັບມື້ແລ້ວ ກໍຍັງຖືເປັນການປະຕິບັດນະໂຍບາຍ ວ່າດ້ວຍການແປງຊັບສິນ
ຂອງລັດຖະບານ ໃຫ້ເປັນເງິນທຶນອີກດ້ວຍ.
XS
SM
MD
LG