ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະຊາກອນໂລກ ຈະເພີ້ມຂຶ້ນ ເປັນ 8 ພັນລ້ານຄົນ ໃນປີ 2025


ສະຫະປະຊາຊາດ ກ່າວວ່າ ປະຊາກອນຂົງເຂດ ອາຟຣິກາ ຈະເພີ້ມ ຂື້ນຫລາຍທີ່ສຸດຢູ່ໃນໂລກ
ສະຫະປະຊາຊາດ ກ່າວວ່າ ປະຊາກອນຂົງເຂດ ອາຟຣິກາ ຈະເພີ້ມ ຂື້ນຫລາຍທີ່ສຸດຢູ່ໃນໂລກ
ລາຍ​ງານໃໝ່​ຂອງສະຫະ​ປະຊາ​ຊາດ ກ່າວ​ວ່າ ປະຊາກອນ​ຂອງ​
ໂລກມີ​ທ່າ​ທາງ ວ່າ ຈະ​ເພີ້​ມຂື້ນ​ເກືອບ 1 ພັນ​ລ້ານ​ຄົນ ​ໃນ​ອີກ
12 ປີ​ຂ້າງ​ໜ້າ ຊຶ່ງ​ການ​ເພີ້​ມຂຶ້ນ ສ່ວນ​ໃຫຍ່​ ​ແມ່ນຢູ່​ໃນ​ຂົງ​ເຂດ
ກໍາລັງ​ພັດທະນາ ​ເຊັ່ນ​ວ່າ ອາ​ຟຣິກາ.

ລາຍ​ງານ​ທີ່​ນຳ​ອອກເຜີຍ​ແຜ່​ໃນ​ວັນ​ພະ​ຫັດ​ວານ​ນີ້​ ໂດຍພະ​ແນ​ກ
ເສດຖະກິດ​ແລະ ກິດຈະການ​ສັງຄົມ​ຂອງ​ສະຫະ​ປະຊາຊາດ
ຄາດຄະເນ​ວ່າ ​ປະຊາກອນຂອງໂລກ ຈະ​ເພີ້ມຈາກ​ລະດັບ​ປັດຈຸ
ບັນ 7ພັນ 200 ​ລ້ານ​ຄົນຂຶ້ນ​ເປັນ 8 ພັນ 100 ລ້ານ​ຄົນ​ໃນ​ປີ
2025​.

ສະຫະ​ປະຊາ​ຊາດກ່າວ​ວ່າ ຈຳນວນ​ປະຊາກອນ​ໂລກ​ຄາດ​ວ່າ​ຈະ​
ເພີ້ມ​ສູງຂຶ້ນ​ເປັນ 9 ພັນ 600 ຄົນໃນປີ 2050 ​ໂດຍ​ສະ​ເພາ​ະ​ແລ້ວ
ຈະ​ເພີ້ມຂຶ້ນຢູ່​ໃນ​ບັນດາ​ປະ​ເທດອາ​ຟຣິກາ ທີ່​ມີ​ອັດຕາ​ການ​ເກີດ​
ສູງແລະ​ບັນດາ​ປະ​ເທດ ທີ່​ມີ​ປະຊາກອນ​ຢູ່​ຫລາຍ ດັ່ງ​ໂຕ​ຢ່າງ ອິນ​
ເດຍອິນ​ໂດ​ເນ​ເຊຍ ປາ​ກິ​ສຖານ ຟິລິບ​ປິນ ​ແລະສະ ຫະລັດ. ​ໃນ
​ອີກປີ ປະຊາກອນ​ຢູ່​ໃນ​ຂົງ​ເຂດປະ​ເທດ​ທີ່​ຈະ​ເລີ​ນ​ແລ້ວ ຍັງຈະ​ຢູ່
ຄົງ​ເດີ​ມ ຊຶ່ງ​ສ່ວນ​ໃຫຍ່​ບໍ່​ມີ​ການ​ປ່ຽນ​ແປງ​ ຄືໃນ​ຈຳນວນປະມານ 1 ພັນ​ 300 ລ້ານຄົນ.

ລາຍ​ງານ​ກ່າວ​ວ່າ ບັນດາ​ຜູ້​ຍິງ​ຢູ່ໃນ 29 ປະ​ເທດ​ອາ​ຟຣິກາ ທີ່ມີ​ອັດຕາ​ການ​ເກີດ​ ລູກ​ສູງ ສະ​ເຫລັ່ຍ​ແລ້ວ​ແມ່ນມີ​ລູກຫ້າຄົນ ຫລື​ຫລາຍ​ກວ່ານັ້ນ.

ການ​ສຶກສາ​ຂອງ ສະຫະ​ປະຊາ​ຊາດ ກ່າວ​ວ່າ ຄວາມ​ຈິງ​ອີກ​ຢ່າງ​ນຶ່ງ​ທີ່​ເຮັດ​ໃຫ້​ມີ​ປະຊາກອນ​
ເພີ້​ມຂື້ນ ກໍ​ຄື​ການ​ມີ​ຊີວິດ​ຍືນຍາວ​ນານ​ຕື່ມ​ຂຶ້ນ ຢູ່​ໃນ​ບັນດາ​ປະ​ເທດ​ທີ່​ກໍາລັງ​ພັດທະນາ ຊຶ່ງ​
ຫຼາຍໆປະ​ເທດ​ແມ່ນ​ໄດ້​ຮັບ​ຜົນກະທົບ​ຈາກການ​ແຜ່​ລະບາດ ຂອງ​ເຊື້ອ HIV ​ແລະ​ໂຣກ
AIDS. ລາຍງານ​ກ່າວ​ອີກ​ວ່າ ອາຍຸ​ຂອງ​ຄົນຄາດ​ວ່າ​ ຈະ​ຍືນ​ຕື່ມ​ອີກ ຢູ່​ໃນ​ບັນດາ​ປະ​ເທດ
ເຫຼົ່ານັ້ນ ຈາກ 58 ປີ​ໃນຊ່ວງ​ລະຍະປີ 2005 ຫາ ປີ 2010 ​ຂຶ້ນເປັນ 70 ປີ ​ໃນລະຫວ່າງ​ປີ 2045-2050.

ການ​ທໍາ​ນາຍທີ່ີສໍາຄັນອີກ​ຢ່າງ​ນຶ່ງ ກໍ​ຄືປະຊາກອນອິນ​ເດຍ ຈະ​ກາຍ​ປະຊາຊົນ​ຈີນ ​ໃນ​ປີ
2028 ​ໃນ​ເວລາ​ທີ່​ທັງ​ສອງ​ປະ​ເທດ​ຄາດ​ວ່່າ​ຈະ​ມີ​ປະຊາກອນປະມານ 1 ພັນ​ 450 ລ້ານ
ຄົນ​. ນອກ​ນັ້ນ ລາຍ​ງານ​ຍັງ​ກ່າວ​ວ່າ ​ປະຊາກອນໄນ​ຈີ​ເຣຍ ທີ​ທ່າ​ທາງ​ວ່າຈະ​ກາຍ​ສະຫະ
ລັດ ​ໃນ​ປີ 2050.
XS
SM
MD
LG