ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຖານທູດລາວ ທີ່ວໍຊິງຕັນ ແລະນິວຢອກ ຮ່ວມກັນຈັດງານ ສະຫຼອງປີໃໝ່ 2556 (ສະໄລດ໌)


ພະນະທ່ານ ແສງ ສຸກຂະທິວົງ, ເອກອັກຄະລັດຖະທູດລາວ ປະຈໍາສະຫະລັດ ການາດາແລະເມັກຊິໂກ, ກ່າວເປີດງານ ໂດຍມີ ພະນະທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ, ເອກ​
ອັກຄະ​ລັດຖະທູດລາວ ປະ​ຈໍາອົງການສະຫະ​ປະ​ຊາ​ຊາດ, ຢືນຢູ່ຄຽງຂ້າງ ພ້ອມຄອບຄົວຂອງທັງສອງທ່ານ, ວັນທີ 27 ເມສາ 2013.
ພະນະທ່ານ ແສງ ສຸກຂະທິວົງ, ເອກອັກຄະລັດຖະທູດລາວ ປະຈໍາສະຫະລັດ ການາດາແລະເມັກຊິໂກ, ກ່າວເປີດງານ ໂດຍມີ ພະນະທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ, ເອກ​ ອັກຄະ​ລັດຖະທູດລາວ ປະ​ຈໍາອົງການສະຫະ​ປະ​ຊາ​ຊາດ, ຢືນຢູ່ຄຽງຂ້າງ ພ້ອມຄອບຄົວຂອງທັງສອງທ່ານ, ວັນທີ 27 ເມສາ 2013.
ສະ​ບາຍ​ດີ​ປີ​ໃໝ່ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ເຖິງ​ແມ່ນ​ວ່າ ​ປະ​ຊາ​ຊົນ​
ລາວຢູ່​ເມືອງ​ລາວ ໄດ້​ສະ​ຫລອງ​ບຸນ​ປີ​ໃໝ່ ພ.​ສ 2556 ຕາມຮີດ
​ຄອງປະ​ເພ​ນີ​ ຜ່ານ​ພົ້ນ​ໄປ ດ້ວຍ​ຄວາມ​ມ່ວນ​ຊຶ່ນ​ລື້ນ​ເລີງ ເປັນ
​ເວ​ລາ​ສາມ​ອາທິດແລ້ວ​ກໍ​ດີ. ແຕ່​ສະຖານເອກ​ອັກ​ຄະ​ລັດ​ຖະທູດ
ສ​ປ​ປ ລາ​ວ ທີ່ສະ​ຫະ​ລັດອາ​ເມ​ຣິ​ກາ ​ແລະປະຊາກອນ ລາວ-
ອາເມຣິກັນ ຍັງ​ສືບ​ຕໍ່ສະ​ຫລອງ ບຸນ​ປີ​ໃໝ່ ຈົນ​ເຖິງທ້າຍ​ເດືອນ
​ເມ​ສາທີ່​ຜ່ານ​ມາ​ນີ້.

ພ​າຍ​ໃຕ້​ບັນຍາກາດອັນ​ແຈ່​ມໃສ ແລະສະພາບ​ດິນ​ຟ້າ​ອາ​ກາດ
ອຳ​ນວຍໃຫ້​ ທ່າ​ມກາງ​ການ​ເບັ່ງ​ບານ​ເດຍລະດາດ ​ຂອງ​ດວງ
ດອກ​ໄມ້ຢູ່ທຸກ​ຮ່ອມ​ທຸກ​ແຈ ທີ່​ບົ່ງບ​ອກ​ເຖິງລະ​ດູ​ບານ​ໃໝ່ ພ້ອມ​
ດ້ວຍ​ໃບ​ໜ້າ​ອັນ​ຍີ້ມ​ແຍ້ມ​ແຈ່ມ​ໃສ ແລະໄມ​ຕີຈິດ​ມິດຕະພາບ​ອັນ
​ດີ​ງາມຂອງ​ເຈົ້າ​ໜ້າ​ທີ່ສະ​ຖານເອກ​ອັກ​ຄະ​ລັດທູດ ສ​ປ​ປ ລາວ ​ທີ່ນະ​ຄອນ​ຫລວງວໍ​ຊິງ​ຕັນ
ດີ​.ຊີ. ​ໂດຍ​ການ​ເປັນ​ເຈົ້າພາບຂອງສອງພະນະ​ທ່ານ ຄື ພະນະທ່ານເອກອັກຄະລັດຖະທູດ ​
ສປປ ລາວ ປະ​ຈໍາ​ນະຄອນຫລວງວໍ​ຊິງ​ຕັນ ແສງ ສຸກ​ຂະ​ທິວົງ ແລະ ພະນະທ່ານເອກອັກຄະ​
ລັດຖະທູດ ສປປ ລາວ ປະ​ຈໍາອົງການສະຫະ​ປະ​ຊາ​ຊາດ ສະ​ເຫລີມ​ໄຊ ກົມ​ມະ​ສິດ ໄດ້ເປັນ
ເຈົ້າພາບ ຈັດ​ງານ​ກິ​ນ​ລ້ຽງສະຫລອງ​ປີ​ໃໝ່ ​ປະ​ຈຳປີ ພ​.ສ 2556.

ບັນດາແຂກຜູ້ມີກຽດທີ່​ຖືກ​ເຊີນ​ເຂົ້າ​ຮ່ວມຈໍານວນ​ນຶ່ງ ໄດ້ພາກັນຕັ້ງໜ້າ​ຕັ້ງ​ຕາ ​ເດີນທາງມາ
ຈາກ​ລັດ​ຕ່າງໆ ​ພ້ອ​ມ​ດ້ວຍ ຄະນະຜູ້​ແທນຈາກ ກະຊວງສຶກສາທິການ ຂອງ ​ສ​ປ​ປ ລາວ ທີ່ໄດ້
ເດີນທາງມາປະຊຸມ​ສັງ​ເກດ​ການໆ​ສຶກ​ສາ​ໃນສະຫະລັດ. ນອກ​ນັ້ນກໍ​ຍັງມີ ເຈົ້າໜ້າທີ່ຈາກ
ກະຊວງການຕ່າງປະເທດສະຫະລັດ ເຈົ້າ​ໜ້າ​ທີ່​ຈາກ​ຫ້ອງ​ການກຳກັບ​ນຳທະ​ຫານ​ສະ​ລັດ ທີ່
ຫາຍສາບ​ສູນໃນປາງ​ສົງ​ຄາມ ຫຼື MIA ບັນດານັກຮ້ອງ ນັກກາ​ຍະ​ສິນ ຈາກ ສ​ປ​ປ ລາວ
ແລະ​ນັກ​ຟ້ອນ​ພື້ນເມືອງລາວ ຈາກ​ລັດ​ຕ່າງໆ​ໃນສະ​ຫະ​ລັດ ໄດ້ພາ​ກັນ​ມາ​ຮ່ວມ​ສະຫຼອງ
ຢ່າງ​ມ່ວນ​ຊື່ນ ແລະຟົດຟື້ນ.

​ພິ​ທີໄດ້​ເລີ້ມ​ເປີດ​ຂື້ນ​ໃນ​ເວ​ລາບ່າຍ 3:00 ໂມງຢູ່​ທີ່​ຫ້ອງ​ປະ​ຊຸມ​ໃຫ​ຍ່​ຊັ້ນ​ທີ່​ສອງ​ຂອງສະຖາ​ນ​
ທູດໂດຍພິ​ທີກອນ ​ທ່ານ​ທອງ​ມູນ ພົງ​ໄພ​ລາດ ​ເລຂາທິການ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ທີ່ໄດ້​
ສະ​ເໜີ​ແນະໃຫ້​ບັນ​ດາ​ແຂກ​ຜູ້​ມີ​ກຽດ​ໄດ້​ຊົມ​ຮູບ​ເງົາ​ ກ່ຽ​ວ​ກັບປູ​ສ​ະນີຍະສະ​ຖານອັນ​ສຳຄັນໃນ
ເມືອງ​ລາວ ​ການເປັນ​ເຈົ້າ​ພາບກອງ​ປະ​ຊຸມອາ​ຊຽນ ຄັ້ງ​ທີ 9 ການ​ຢ້ຽມ​ຢາມ​ຂອງທ່ານນາງ
Hillary Clinton ຄັ້ງ​ປະ​ວັດ​ສາດໃນ​ປີ 2012 ແລະ​ການ​ນຳ​ພາ​ບັນ​ດາ​ນັກ​ຕີ​ກ້ອ​ຟ​ມິດ​ຕະພາບ
ລາວ ຈາກຕ່າງ​ປະ​ເທດ ​ໄປຢ້ຽມຢາມ​ລາວ ໂດຍ​ພະນະ​ທ່ານ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ ແສງ
ສຸກ​ຂະທິວົງ ໃນ​ປີ 2012. ຫລັງ​ຈາກ​ນັ້ນ ​ພະນະທ່ານເອກ​ອັກຄະ​ລັດຖະທູດ​ແສງ ກໍໄດ້ກ່າວ
ແນະ​ນໍາຕໍ່​ບັນດາແຂກ​ຜູ້​ເຂົ້າ​ຮ່ວມດັ່ງ​ນີ້:


ເອກອັກຄະລັດຖະທຸດ ແສງ ສຸກຂາທິວົງ ກໍາລັງກ່າວຄໍາປາໄສ
ເອກອັກຄະລັດຖະທຸດ ແສງ ສຸກຂາທິວົງ ກໍາລັງກ່າວຄໍາປາໄສ





ຫຼັງຈາກ​ນັ້ນ ສາສດາ​ຈານ ດຣ ສຸກວົງ​ແສງ ​ໄຊ​ຍະ​ເລີດ ອະທິການ​ບໍດີ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ກໍໄດ້​ກ່າວ​ລາຍ​ງານກ່ຽວກັບ​ຄວາມ​ຄືບ​ໜ້າ ດ້ານ​ການ​ສຶກສາ​ຢູ່​ໃນ ສປປ ລາວ ຊຶ່ງວີ​ໂອ​ເອ ຈະ​ໄດ້​ນໍາ​ມາສະ​ເໜີ ຢູ່​ໃນ​ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນ ​ໃນ​ໂອກາດ​ໜ້າ.
ຄະນະຜູ້ແທ່ນຈາກກະຊວງສຶກສາທິການ ສປປ ລາວ ແລະແຂກຜູ້ມີກຽດ
ຄະນະຜູ້ແທ່ນຈາກກະຊວງສຶກສາທິການ ສປປ ລາວ ແລະແຂກຜູ້ມີກຽດ

ຕໍ່​ມາ​ກໍ​ມີຊົມ​ການ​ສະ​ແດງ​ຮູບແຕ້ມ​ຂອງ​ຊາວ​ອາ​ເມ​ຣິ​ກັນ ທີ່​ໄດ້​ໄປ​ທ່ຽວ​ຊົມ​ເມືອງ​ລາວ ແລະ​ຮູບ​ແຕ້ມ​ຂອງ​ນັກ​ສິນ​ລະ​ປິນ​ລາວ ອາ​ເມ​ຣິ​ກັນ ທີ່​ແຕ້ມ​ກ່ຽວ​ກັບ​ປະ​ເພ​ນີ​ລາວ.

ໃນ​ເວ​ລາ 5:00 ໂມງ​ແລງ ກໍ​ໄດ້ເປີດ​ງານ​ກິນ​ລ້ຽງຢູ່​ທີ່​ເດີ່ນຫ​ຍ້າດ້ານ
ຫລັງຂອງຕຶກ​ສະ​ຖານ​ທູດ ທີ່​ມີ​ອາ​ຫານ​ພື້ນ​ເມືອ​ງ​ລາວຈັດ​ວາງ ໝາກ
​ໄມ້ຕົກ​ແຕ່ງຢ່າງ​ງົດ​ງາມ ​ແລ​ະ​ເຄຶ່ອງ​ດື່ມຕ່າງໆ ພ້ອມ​ດ້ວຍ​ເບ​ຍລາວ
ຢ່າງ​ອຸ​ດົມ​ສົມ​ບູນ ເຫັນແລ້ວ​ແມ່ໜ້າລັບປະທານອີ່ຫຼີ.

​ເດີນທາງ​ມາ​ຮ່ວມໃນ​ງານ​ດັ່ງກ່າວກໍ​ມີ ຄະນະ​ສະ​ຕີ​ລາວ​ຈາກສະ​ມາ​ຄົມ​ແມ່ຍິງ​ລາວ ​ເມືອງ Lowell
ລັດ Massachusetts ທີ່​ໄດ້​ພາ​ກັນຂັບ​ລົດ​ມາກ​ວ່າສິບຊົ່ວໂມງ ດ້ວຍ​ຄວາມ​ຕື່ນ​ເຕັ້ນດີ​ໃຈ​ ບາງ​
ທ່ານ​ກໍ​ໄດ້​ເດີນ​ທາງ​ມາ​ຮ່ວມ​ເປັນ​ຄັ້ງ​ທຳ​ອິດ ແລະ​ຫລາຍ​ໆ ທ່ານ​ ກໍ​ໄດ້​ເດີນ​ທາງ​ມາ​ແຕ່ ລະ​ປີບໍ່​ໄດ້​
ຂາດ ທ່ານ​ນາງສະ​ໝາຍ ພັກ​ປາກ​ດີ ປະທານ​ສະມາຄົມແມ່ ຍິງ​ລາວ ປະ​ຈໍາເມືອງ Lowell ລັດ
Massachusetts ແລະ​ຄະ​ນະ​ໄດ້ເລົ່າສູ່​ ວີ​ໂອ​ເອ ຟັງວ່າ:

ຄະນະສະມາຄົມຍິງລາວ ຈາກເມືອງ Lowell ລັດ Massachusetts
ຄະນະສະມາຄົມຍິງລາວ ຈາກເມືອງ Lowell ລັດ Massachusetts




ພວກນັກຟ້ອນ ຂະໝຸລາວ​ສໍາພັນ ກໍແມ່ນອີກຄະນະນຶ່ງ ທີ່​ພາ​ກັນເດີນທາງມາຈາກ
ລັດ Delaware ​ເພື່ອເຂົ້າຮ່ວມສະແດງຟ້ອນພື້ນເມືອງຊາວຂະໝຸ ​ເຈີ່​ມ​ເອີຍ ຫລື​ວ່າ
ຮັກອ້າຍ. ຫົວ​ໜ້າ​ຄະ​ນະ ທ່ານຄໍາ​ຫລ້າ ກົດ​ສະຫວັນ ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ:

ຄະນະນັກຟ້ອນ ຂະມຸ ຈາກລັດ Delaware
ຄະນະນັກຟ້ອນ ຂະມຸ ຈາກລັດ Delaware

ລິງໂດຍກົງ




ງານ​ກິນ​ລ້ຽງ​ຈະຂາດວົງ​ດົນຕີບໍ່​ໄດ້​ເປັນ​ເດັດຂາດ​ ​ເພາະສະ​ນັ້ນ ຄະ​ນະ​ວົງ​ດົນ​ຕີ Lao Philadelphia Band (LPB) ຫລືຫລວງ​ພະ​ບາງໄດ້​ມາໃຫ້ຄວາມ​ມ່ວນ​ຊື່ນ​ບັນ​ເທີ​ງ​ແກ່​ບັນ​ດາ​ແຂກ​ຜູ້​ມີ​ກຽດທີ່​ມາ​ຮ່ວມ​ໃນ​ງານ ຄະ​ນະ LPB ໄດ້​ໃຫ້​ການ​ສຳ​ພາດ​ແກ່ ວີ​ໂອ​ເອ​ ວ່າ:


ຄະນະວົງດົນຕີ ລາວ-ຟິລາແດນເຟຍ
ຄະນະວົງດົນຕີ ລາວ-ຟິລາແດນເຟຍ

ລິງໂດຍກົງ




ງານ​ກິນລ້​ຽງສະຫລອງ​ບຸນປີ​ໃໝ່ ປີ ພ.ສ 2556 ​ໄດ້​ຜ່ານ​ພົ້ນໄປ​ດ້ວຍ​ຄວາມ​ສະງ່າ​ງາມ ​ບັນດາ​ແຂກ​ທີ່​ມາ​ຮ່ວມ ຕ່າງ​ກໍ​ມີ​ຄວາ​ມມ່ວນ​ຊື່ນ​ລື້​ນ​ເລິງ ທີ່​ໄດ້​ມາ​ພົບ​ພໍ້ ໂອ້​ລົມເວົ້າ​ນົວ​ຫົວ​ມ່ວນ ​ແລະ​ຖ່າຍ​ພາບອັນເພື່ອ ​ໄວ້​ເປັນທີ່​ລະນຶກ ທີ່​ຈະ​ນໍາ​ໄປອວດ​ອ້າງແກ່​ຜູ້​ທີ່​ບໍ່​ມີ​ໂອກາດ​ໄດ້​ມາ​ຮ່ວມ.

ທ່ານ​ສາມາດ​ຕິດຕາມ​ອ່ານ ​ຟັງ​ລາຍ​ງານ​ ​ແລະ​ເບິ່ງ​ຮູບ​ພາບ​ໄດ້ຢ່າງ ເຕັມທີ່ ທີ່​ເວັບ​ໄຊ​ www.lao.voanews.com

ເບິ່ງສະໄລດ໌

XS
SM
MD
LG