ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮືອບິນ B-52 ຂອງ ສຫລ ເຝິກຊ້ອມ ຖິ້ມລະເບີດ ທີ່ເກົາຫລີໃຕ້


​ເຮືອບິນ​ຖີ້ມລະ​ເບີດ B-52 ​ໄດ້ຝຶກ​ຊ້ອມ​ ການ​ຖີ້ມລະ​ເບີດ​​
ໃສ່​ເປົ້າ​ໝາຍຕ່າງໆ ​ໃນ​ເກົາຫລີ​ໃຕ້ ​ໃນ​ວັນ​ອັງ​ຄານ​ວານ​ນີ້.
​ເຮືອບິນ​ຖີ້ມລະ​ເບີດ B-52 ​ໄດ້ຝຶກ​ຊ້ອມ​ ການ​ຖີ້ມລະ​ເບີດ​​ ໃສ່​ເປົ້າ​ໝາຍຕ່າງໆ ​ໃນ​ເກົາຫລີ​ໃຕ້ ​ໃນ​ວັນ​ອັງ​ຄານ​ວານ​ນີ້.
ສະຫະລັດ ​ໄດ້ເລີ້ມການປະຕິບັດ​ງານ​ຊ້ອມ​ລົບ​ຄັ້ງ​ທີ​ສອງ​ໃນ​ເດືອນ
​ນີ້ ​ດ້ວຍ​ການ​ສົ່ງເຮືອບິນ​ຖີ້ມລະ​ເບີດ B-52 ທີ່​ສາມາດ​ບັນທຸກ​ລະ
​ເບີດ​ນິວ ເຄລຍ​ໄດ້​ນັ້ນ ບິນ​ຢູ່​ເໜືອ​ແຫລມ​ເກົາຫລີ ​ເພື່ອ​ສະ​ແດງ​ກໍາ
ລັງທາງ​ທະ ຫານ ຫຼັງຈາກເກົາຫຼີ​ເໜືອໄດ້​ທຳການ​ຂົ່ມຂູ່​ຈະ​ເຮັດສົງ
ຄາມ​ນິວ​ເຄລຍ.

ກໍາລັງ​ທະຫານ​ສະຫະລັດ​ ໃນ​ເກົາ​ຫລີ ກ່າວວ່າ ​ເຮືອບິນ​ຖີ້ມລະ​ເບີດ
B-52 ​ໄດ້​ຝຶກ​ຊ້ອມ​ການ​ຖີ້ມລະ​ເບີດໃສ່​ເປົ້າ​ໝາຍຕ່າງໆ​ໃນ​ເກົາຫລີ​
ໃຕ້ ​ໃນ​ວັນ​ອັງ​ຄານ​ວານ​ນີ້. ນອກ​ນັ້ນ ທາງ​ກອງທັບ​ສະຫະລັດ ​ຍັງ​
ໄດ້ນຳ​ເຜີຍແຜ່​ຮູບ​ພາບ ຂອງ​ເຮືອບິນຈໍານວນ​ນຶ່ງ​ ພ້ອມ​ດ້ວຍ​ຄໍາ​
ເຕືອນ​ວ່າ ກໍາລັງ​ທະຫານສະຫະລັດ ​ແລະ​ເກົາຫລີ​ໃ​ຕ້ “​ພ້ອມ​ແລ້ວ
ທີ່​ຈະ​ທຳ​ການ ສູ້​ລົບ ​ແລະ​ໄດ້ຮັບການ​ຝຶກ​ຊ້ອມ​ມາ​ເປັນ​ຢ່າງ​ດີທີ່​ຈະ​
ນຳໃຊ້​ກຳລັງ​ທາງ​ອາກາດ ​ເພື່ອສະກັດ​ກັ້ນ​ການ​ລຸກ​ລານ” ​ແລະ​ປ້ອງ
​ກັນກຸງ​ໂຊ​ລຕໍ່​ການ ໂຈມ​ຕີ​ໃດໆກໍ​ຕາມ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ກ່າວ​ເຖິງ​ການ​ປະຕິບັດ​ງານ​ແລະການ​ຊ້ອມ​ລົບ​ຂັ້ນ​ຕົ້ນ​ທີ່​ມີ​ຂຶ້ນໃນ​ວັນ​ທີ 8 ເດືອນມີນາ​ນັ້ນ​ວ່າ ເປັນ​ການ “ຊ້ອມ​ລົບ​ປະ​ຈໍາ” ອັນ​ເປັນ​ພາກ​ສ່ວນນຶ່ງ​ໃນ​ກາ​ນຮ່ວມ​ມື​ຝຶກ​ຊ້ອມ ທາງທະຫານ​ກັບ​ເກົາຫລີ​ໃຕ້. ​ແຕ່ເຂົາ​ເຈົ້າ​ຍັງໄດ້​ເວົ້າອອກ​ມາ​ຢ່າງ​ເປັນການ​ເປີດເຜີຍ ວ່າການ​ເຂົ້າຮ່ວມ​ຂອງ​ເຮືອບິນ ​B-52 ແມ່ນເພື່ອສົ່ງ​ຄຳ​ເຕືອນ​ຢ່າງ​ແຮງ ໄປ​ຍັງພຽງ​ຢາງ ທີ່​ໄດ້ຂູ່ວ່າ ຈະທໍາ​ການ​ໂຈມຕີ​ແບ​ບບໍ່​ມີ​ການ​ເຕືອນ​ດ້ວຍ​ອາວຸດ​ນິວເຄລຍຕໍ່​ສະຫະລັດ ຫຼັງຈາກ​ໄດ້​ມີ​ການ​ລົງ​ໂທດ​ຂອງສະຫະ​ປະ ຊາ​ຊາດ ​ຕໍ່ເກົາຫລີ​ເໜືອ​ທີ່​ໄດ້​ທົດ​ລອງ​ນີວ​ເຄລຍຄັ້ງຫ​ລ້າ​ສຸດ.
XS
SM
MD
LG