ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ້າວໜໍ່ຄຳ ຖືກປະຫານຊີວິດ ທີ່ນະຄອນຄຸນໝິງ ປະເທດຈີນ


ທ້າວໜໍ່ຄຳ ລາຊາຄ້າຢາເສບຕິດຈາກລັດສານ ປະເທດມຽນມາ
ທ້າວໜໍ່ຄຳ ລາຊາຄ້າຢາເສບຕິດຈາກລັດສານ ປະເທດມຽນມາ
ທ້າວໜໍ່ຄຳ ລາຊາຄ້າຢາເສບຕິດຈາກລັດສານຂອງມຽນມາ ພ້ອມ
ດ້ວຍຜູ້ສົມຮູ້ຮ່ວມຄິດ ອີກ 3 ຄົນ ໄດ້ຖືກປະຫານຊີວິດ ດ້ວຍການ
ສັກຢາໃຫ້ຕາຍ ທີ່ນະຄອນຄຸນໝິງ ທາງພາກຕາເວັນຕົກສຽງໃຕ້
ຂອງຈີນໃນວັນສຸກວານນີ້ ຍ້ອນພວກກ່ຽວໄດ້ສັງຫານລູກເຮືອຈີນ
13 ຄົນໃນບໍລິເວນເຂດສາມຫຼ່ຽມຄຳຂອງແມ່ນໍ້າຂອງໃນປີ 2011.

ລາຍການອອກອາກາດສົດ ຂອງໂທລະພາບ CCTV ຂອງທາງ
ການຈີນ ກ່ອນການປະຫານຊີວິດ ໄດ້ກໍ່ໃຫ້ເກີດບັນຫາໂຕ້ແຍ້ງ.
ທ່ານ Aung Kyaw Zaw ນັກວິເຄາະ ກ່ຽວກັບຄວາມສຳພັນລະ
ຫວ່າງຈີນກັບມຽນມາໃນບໍລິເວນຊາຍແດນຂອງມຽນມາໃຫ້ການ
ຊີ້ແຈງຕໍ່ວີໂອເອວ່າ ໂດຍສະເພາະແລ້ວຊາວລັດສານຊຶ່ງເປັນຊົນ
ກຸ່ມນ້ອຍຂອງມຽນມາ ແມ່ນບໍ່ພໍໃຈ ກັບການປະຫານຊີວິດ ຂອງ
ຈີນ ແລະຖືການກະທຳດັ່ງກ່າວນີ້ວ່າ ເປັນການສະແດງອຳນາດ
ຂອງຈີນ ຕໍ່ບັນດາປະເທດເພື່ອນບ້ານນ້ອຍໆທີ່ຢູ່ທາງໃຕ້ລົງມາຂອງຕົນ ຂະນະທີ່ໂຄສົກກະ ຊວງການຕ່າງປະເທດຂອງຈີນ ທ່ານ Hua Chunying ເວົ້າວ່າ ມັນເປັນສັນຍານຂອງການ ຮ່ວມມືເພື່ອປາບປາມການກໍ່ອາດຊະຍາກຳຂ້າມຊາດ ຢູ່ໃນຂົງເຂດ.

ທ້າວໜໍ່ຄຳຖືກຈັບທີ່ລາວໃນເດືອນເມສາປີກາຍນີ້ຫລັງຈາກນັ້ນນຶ່ງເດືອນຕໍ່ມາກໍໄດ້ສົ່ງມອບ ໃຫ້ຈີນພ້ອມດ້ວຍຈຳເລີຍຄົນອື່ນໆ.

ບຸກຄົນທັງ 4 ໄດ້ຖືກຕັດສິນໂທດປະຫານຊີວິດໃນເດືອນພະຈິກປີກາຍ ໃນການດຳເນີນຄະ ດີເປັນເວລາ 2 ມື້ ແລະຄຳພິພາກສາດັ່ງກ່າວໄດ້ມີການຕັດສິນເຫັນພ້ອມ ໂດຍສານປະຊາ ຊົນສູງສຸດຂອງຈີນ ທີ່ນະຄອນຫຼວງປັກກິ່ງ ລຸນຫຼັງທີ່ໄດ້ມີການຂໍອຸທອນຢ່າງອັດຕະໂມ ເພື່ອ ໃຫ້ເປັນການສອດຄ່ອງກັບກົດໝາຍຂອງຈີນ.

ຜູ້ສົມຮູ້ຮ່ວມຄິດ 2 ຄົນທີ່ຖືກປະຫານຊີວິດນັ້ນ ຜູ້ນຶ່ງແມ່ນທ້າວ Hsang Kham ເປັນຄົນໄທ ແລະອີກຜູ້ນຶ່ງແມ່ນທ້າວ Zha Xika ເປັນຄົນລາວ.
XS
SM
MD
LG