ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບົວເງິນ ຊາພູວົງ: ກຸຫລາບປາກຊັນ


ສະບາ​ຍດີ ທ່ານ​ແຟນລາຍການທຸກໆ​ທ່ານ ​ຄືນ​ນີ້​ກໍ​ມາ​ຟັງ​ຕາມ​ຄໍາ
​ຂໍ​ກັນ​ອີກ ​ເພາະ​ວ່າ​ຂ້າພະ​ເຈົ້າ​ຕິດ​ໜີ້​ໄວ້​ຫລາຍ​ທ່ານຢູ່. ​ນ້ອງ​ຄໍາ​
ປະ​ເສີດ ພັນທະ​ວົງ ​ຂໍ​ຟັງ​ເພງ ສຸກ​ສັນ​ວັນ​ເກີດ ຂອງ​ໄຊ ອິນ​ດາ​ວັນ ​
ແລະ​ຂໍ​ມອບ​ໃຫ້ອ້າຍ​ສີ​ທະນະ ນະ​ສະຫວັນ​ນະ​ເຂດ ຟັງ​ພ້ອມ​ກັບ​ໝູ່
ເພື່ອນ​ຂອງ​ເພິ່ນ ​ເຊ່ນ ອ້າຍ​ສີ​ສຸວັນ ສັງຄະ​ບູລົມ ອ້າຍ​ຫັດສະ​ນະ
ສຸລິຍາ ອ້າຍ​ພູ​ວັນ​ທອງ ວຽງ​ມີ​ໄຊ ກັບອ້າຍ ບຸນ​ທະ​ເວດ ຫລື​ນ້ອຍ
ວຽງ​ມີ​ໄຊ. ຫວັງ​ວ່າ ທຸກ​ທ່ານ​ທີ່​ເອີ່ຍ​ຊື່​ມາ​ນັ້ນ ຄົງ​ກໍາລັງ​ຟັງ​ຢູ່ ​ແລະ​
ກະ​ຂໍ​ກ່າວ Happy Birthday ແກ່​ທ່ານ​ສີ​ທະນະ ຢ້ອນ​ຫລັງ ຖ້າວ່າ​
ກາຍ​ມາ​ແລ້ວ ດ້ວຍເພງນີ້ຂອງ​ໄຊ ອິນ​ດາ​ວັນ ​ແຫ່ງວົງ​ດົນຕີ​ແມ່​
ຂອງຂຽວ ທີ່​ປະ​ເທດຝຣັ່ງ ສຸກ​ສັນ​ວັນ​ເກີດ ຈາກນ້ອງຄໍາປະເສີດ ພັນທະວົງ.

ລິງໂດຍກົງ

​ເພງ​ຕໍ່​ໄປ ຂໍ​ຈັດໃຫ້​ຄອບຄົວ​ແກ້ວມະນີ ຕາມ​ຄໍາ​ຂໍ​ຂອງ​ຫລານ​ອານຸລັກ ທີ່​ຄິດ​ວ່າຄົງ​ກໍາລັງນັ່ງ​
ກິນ​ເຂົ້າ​ແລງ​ ກັບພໍ່​ແມ່ ​ແລະ​ນ້ອງ​ຊາຍຢູ່. ຫລານ​ອານຸລັກ​ຂໍ​ຟັງ​ເພງ ກຸຫລາບ​ປາກ​ຊັນ​ ມາ.
ປ້າ​ຂໍຈັດ​ຜົນງານຂອງ​ທ່ານບົວເງິນ ຊາ​ພູ​ວົງ ​ໃຫ້. ​ເວລາ​ນີ້ ​ເພິ່ນ​ກໍ​ໄດ້​ເປັນ​ລັດ​ຖະ​ມົນຕີຊ່ວຍ
​ກະຊວງ​ຖະ​ແຫລ​ງຂ່າວ​ແລະ​ວັດທະນະ​ທໍາ​ໄປ​ແລ້ວ ຊຶ່ງ​ກໍ​ໜ້າ​ພູມ​ໃຈ​ທີ່​ ​ສິນລະປິນ​ລາວກໍ​ມີ​ໂອກາດ​ໄດ້​ກ້າວ​ໄກ​ໄປ​ໜ້າ ​ເຖິງ​ຂັ້ນລັດຖະມົນຕີ. ຄື​ຢູ່​ອາ​ເມຣິກາ​ນີ້ ດາລາ​ຮູບ​ເງົາ​ກໍ​ຍັງ​ໄດ້​ເປັນຮອດ ​ປະທານາທິບໍດີ. ​ເອົ້າ ​ເຊີນ​ຫລານ​ອານຸລັກ​ກັບ​ຄອບ​ຄົວ ມ່ວນ​ຊື່ນ​ກັບ​ເພງ
ກຸຫລາບ​ປາກ​ຊັນ​ ​ໄດ້​ເລີຍ.


ບໍ່ແມ່ນງາມແຕ່ຜູ້ສາວປາກຊັ້ນເທົ່ານັ້ນເດີ້ ທ່ານທີ່ເຄົາລົບ ເມືອງປາກຊັນກໍງາມຄືກັນ ເພາະ
ເວລານີ້ເພິ່ນ ພັດທະນາໄປໄກແລ້ວ. ຖ້າບໍ່ເຊື່ອ ມາຟັງເພງສຸດທ້າຍນີ້ກັນເບິ່ງ ນໍ້າສອງສີ ຫລື
ຄອpວັນນ້ອງມາຍາມ ຂອງບຸນເຫລືອ ວາລິເດດ. ຄິດວ່າຄົງເປັນທີ່ພໍໃຈຂອງທຸກໆທ່ານ
ຂ້າພະເຈົ້າເອງແມ່ນມັກສຸດໃຈ. ກະຂໍມອບໃຫ້ທຸກໆທ່ານທີ່ກໍາລັງຟັງຢູ່ ພິເສດນ້ອງອິນແປງ
ສຸວັນນະສານ ທີ່ຂໍຟັງເພງກ້ຽວສາວແຄມງື່ມມາ. ອາທິດໜ້າຈະຈັດໃຫ້ຟັງ. ຫວັງວ່າທຸກໆທ່ານ
ຄົງມີຄວາມສຸກນໍາເພງນີ້. ພົບ​ກັນ​ໃໝ່​ອາທິດ​ໜ້າ. ລາຕີສະຫວັດ.



ຜູ້ຈັດລາຍການ: ຂອບໃຈນໍາທ່ານຜູ້ທີ່ອັບໂຫລດວີດິໂອນີ້ ມາໃຫ້ຊົມທາງຢູທູບ.
XS
SM
MD
LG