ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສັງຄົມລາວ ປະເຊີນກັບ ບັນຫາຄອບຄົວ ແຕກແຍກກັນ ຫລາຍຂຶ້ນ


ປ້າຍໂຄສະນາ ຕ້ານໂຣກເອດສ໌
ປ້າຍໂຄສະນາ ຕ້ານໂຣກເອດສ໌
ສັງຄົມລາວກໍາລັງປະເຊີນກັບບັນຫາຄອບຄົວແຕກແຍກແລະ
ການລ່ວງລະເມີດທາງເພດຫຼາຍຂຶ້ນນັບມື້ ໂດຍສະເພາະແມ່ນ
ການຂົ່ມຂືນເຍົາວະຊົນນັ້ນ ຖືເປັນບັນຫາທີ່ຮຸນແຮງຂຶ້ນໄປ ເລື້ອຍໆ.

ທາງການກົມຄຸ້ມຄອງລະບົບຍຸຕິທໍາໃນສັງກັດກະຊວງຍຸຕິທໍາຂອງ
ລາວລາຍງານວ່າ ໃນປີ 2012 ທີ່ຜ່ານມາ ກົມຄຸ້ມຄອງລະບົບຍຸຕິ
ທໍາໄດ້ໃຫ້ການຊ່ວຍເຫຼືອ ແລະໃຫ້ຄໍາປຶກສາໃນດ້ານກົດໝາຍ
ແບບບໍ່ຄິດຄ່າ ສໍາລັບແມ່ຍິງ ແລະເດັກນ້ອຍທີ່ໄດ້ຮັບຜົນກະທົບ
ຈາກບັນຫາຕ່າງໆ ທັງໃນສັງຄົມແລະພາຍໃນຄອບຄົວ ຈໍານວນ
ທັງໝົດ 1,897 ຄັ້ງ.

ສະຖິຕິດັງກ່າວນີ້ ໄດ້ເພີ່ມຂຶ້ນຈາກປີ 2011 ຄິດເປັນອັດຕາສະເລ່ຍ ເກີນກວ່າ 50% ກໍຄື
ມີຜູ້ຮ້ອງຂໍການຊ່ວຍເຫຼືອຈາກກົມຄຸ້ມຄອງລະບົບຍຸຕິທໍາ ຈໍານວນທັງໝດ 660 ຄົນ ຊຶ່ງ
ໃນນີ້ ລວມເຖິງເຍົາວະຊົນລາວເພດຍິງອາຍຸຕໍ່າກວ່າ 18 ປີ ດ້ວຍຈໍານວນເຖິງ 130 ຄົນ.
ພວກຂໍທານ ຈໍານວນນຶ່ງນັ່ງຢູ່ກ້ອງກົກໄມ້ ໃນນະຄອນວຽງຈັນ
ພວກຂໍທານ ຈໍານວນນຶ່ງນັ່ງຢູ່ກ້ອງກົກໄມ້ ໃນນະຄອນວຽງຈັນ


ທັງນີ້ ບັນຫາທີ່ບັນດາແມ່ຍິງ ແລະເດັກນ້ອຍເຫຼົ່ານີ້ ໄດ້ຮ້ອງຂໍ
ຄວາມຊ່ວຍເຫຼືອມາຍັງກົມຄຸ້ມຄອງລະບົບຍຸຕິທໍານັ້ນ ກໍມີທັງ
ບັນຫາທີ່ກ່ຽວກັບການຢ່າຮ້າງ ການຂັດແຍ້ງລະຫວ່າງສາມີ
ກັບພັນລະຍາ ກ່ຽວກັບສິນສົມສ້າງ ການຂັດແຍ້ງກ່ຽວກັບສິດ
ທິໃນການລ້ຽງດູລູກ ການກະທໍາອະນາຈານຕໍ່ເດັກນ້ອຍ ການ
ຮ່ວມເພດກັບເຍົາວະຊົນທີ່ອາຍຸຕໍ່າກວ່າ 18 ປີ ການຂົ່ມຂືນ ຫຼື ລ່ວງລະເມີດທາງເພດຕໍ່ເດັກນ້ອຍ ແລະບັນຫາອື່ນໆ ທີ່ກ່ຽວ
ຂ້ອງກັບການຄ້າດ້ານມະນຸດຂ້າມຊາດເປັນຕົ້ນ.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງຂອງກົມຄຸ້ມຄອງລະບົບຍຸຕິທໍາ ກໍຍອມຮັບວ່າການ ດໍາເນີນມາດຕະການ ເພື່ອໃຫ້ການຊ່ວຍເຫຼືອຜູ້ທີ່ໄດ້ຮັບເຄາະ ຈາກບັນຫາເຫຼົ່ານີ້ ຍັງມີ ປະສິດທິພາບໃນລະດັບທີ່ຕໍ່າຫຼາຍ ໂດຍໃນປີທີ່ຜ່ານມາ ກໍສາມາດໃຫ້ການຊ່ວຍເຫຼືອແກ່ ຜູ້ຮ້ອງຂໍໄດ້ພຽງ 86 ລາຍເທົ່ານັ້ນ ຈາກການຮ້ອງຂໍຄວາມຊ່ວຍເຫຼືອທັງໝົດ 660 ຄົນ ນັ້ນ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງສາທາລະນະສຸກ ກໍໄດ້ໃຫ້ການຢືນຢັນວ່າ ບັນຫາ ພາຍໃນຄອບຄົວ ຍັງຖືເປັນສາເຫດທີ່ສໍາຄັນປະການນຶ່ງ ທີ່ກໍ່ໃຫ້ເກີດເປັນບັນຫາດ້ານ
ສຸຂະພາບອີກດ້ວຍ ຕົວຢ່າງກໍຄືການຂົ່ມຂືນ ແລະການລ່ວງລະເມີດທາງເພດ ກໍຄືສາ ເຫດສໍາຄັນປະການນຶ່ງ ທີ່ນໍາໄປສູ່ບັນຫາການແຜ່ລະລາດຂອງໂຣກເອດສ໌ໄດ້ເຊັ່ນກັນ.

ຍິ່ງໄປກວ່ານັ້ນ ຈາກການສໍາຫຼວດດ້ວຍການສຸ່ມກວດເລືອດປະຊາຊົນລາວ ຜູ້ທີ່ສະມັກ
ໃຈ ໃນປີ 2012 ທີ່ຜ່ານມາ ກໍພົບວ່າມີປະຊາຊົນລາວທີ່ຕິດເຊື້ອ HIV ທັງໝົດ 5,260 ຄົນ ໂດຍໃນນີ້ ກໍມີຢູ່ເຖິງ 3,282 ຄົນ ທີ່ເປັນໂຣກເອດສ໌ ແລະໄດ້ເສຍຊີວິດໄປແລ້ວ 1,334 ຄົນ ແລະ 54% ໃນຈໍານວນທັງໝົດດັ່ງກ່າວ ກໍຄືປະຊາກອນເພດຍິງ ໂດຍສາເຫດທີ່ເຮັດ ໃຫ້ ແມ່ຍິງຕິດເຊື້ອຫຼາຍກວ່າຜູ້ຊາຍນັ້ນ ທ່ານບຸນກອງ ສີຫາວົງ ລັດຖະມົນຕີຊ່ວຍວ່າການ ກະຊວງສາທາລະນະສຸກ ກໍໄດ້ໃຫ້ການຊີ້ແຈງວ່າ:

ພວກເຮົາຍັງມີສິ່ງທ້າທາຍຫຼາຍຢ່າງ ທີ່ອາດຈະເປັນສິ່ງເອື້ອອໍານວຍທີ່ຈະເຮັດ ໃຫ້ມີການລະບາດຂອງໂຣກເອດສ໌ ເຊັ່ນວ່າໂຄງການກໍ່ສ້າງໂຄງລ່າງ ການກໍ່ ສ້າງເຂື່ອນໄຟຟ້າ ສ້າງຖະໜົນຫົນທາງ ຫຼືວ່າການລົງທຶນຂອງຕ່າງປະເທດ ທີ່ວ່າ ເຮັດໃຫ້ເປັນແຫຼ່ງພາໃຫ້ເກີດຂຶ້ນ ການຂຸດຄົ້ນບໍ່ແຮ່ ບ້ານພັກ ຮ້ານບັນເທີງຕ່າງໆ ກໍເພີ່ມຂຶ້ນ ພ້ອມກັນນີ້ ຈໍານວນສາວບໍລິການກໍເພີ່ມຂຶ້ນ.”

ແຕ່ຢ່າງໃດກໍຕາມອັດຕາການຕິດເຊື້ອ HIV-AIDS ຂອງຄົນລາວໃນປັດຈຸບັນນີ້ ກໍຍັງຖື
ວ່າຢູ່ໃນລະດັບທີ່ຕໍ່າເມື່ອທຽບໃສ່ກັບປະເທດອື່ນໆໃນອາຊ່ຽນດ້ວຍກັນ ເພາະຈາກການ ສຸ່ມກວດເລືອດປະຊາຊົນທີ່ສະມັກໃຈຫຼາຍກວ່າ 2 ແສນຄົນ ໃນ 17 ແຂວງໃນທົ່ວປະ
ເທດ ນັບແຕ່ປີ 1990 ເປັນຕົ້ນມາ ກໍພົບວ່າ ມີຄົນລາວຕິດເຊື້ອ ຄິດເປັນອັດຕາສະເລ່ຍ
ພຽງ 1.6% ເທົ່ານັ້ນ.
XS
SM
MD
LG