ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການກໍ່ສ້າງເຂື່ອນ ໄຊຍະບູລີ ຄືບໜ້າໄປແລ້ວ 7%


ພາບຈໍາລອງເຂື່ອນໄຊຍະບູລີເທິງແມ່ນໍ້າຂອງຢູ່ຝັ່ງລາວ
ພາບຈໍາລອງເຂື່ອນໄຊຍະບູລີເທິງແມ່ນໍ້າຂອງຢູ່ຝັ່ງລາວ
ກຸ່ມລົງທຶນໃນໂຄງການເຂື່ອນໄຊຍະບູລີເທິງແນວແມ່ນໍ້າຂອງ
ຢືນຢັນວ່າ ການກໍ່ສ້າງໄດ້ຄືບໜ້າໄປແລ້ວ 7% ຂອງແຜນການ
ແລະເຊື່ອວ່າການກໍ່ສ້າງຈະສໍາເລັດລົງຕາມແຜນການທີ່ວາງໄວ້.

ທ່ານ ເຣວັດ ສຸວັນນະກິດຕິ ຮອງຜູ້ຈັດການທາງດ້ານເທັກນິກ
ຂອງກຸ່ມບໍລິສັດໄຊຍະບູລີພາວເວີຈໍາກັດ ຊຶ່ງເປັນກຸ່ມລົງທຶນພັດ
ທະນາໂຄງການເຂື່ອນໄຊຍະບູລີເທິງແນວແມ່ນໍ້າຂອງໃນລາວ
ນັ້ນ ໄດ້ໃຫ້ການຢືນຢັນວ່າ ການດໍາເນີນງານໃນໂຄງການນັບ ແຕ່ພິທີວາງສິລາເລິກເມື່ອວັນທີ 7 ພະຈິກປີຜ່ານມານີ້ ເປັນຕົ້ນ
ມາ ຈົນເຖິງຂະນະນີ້ ໄດ້ຄືບໜ້າໄປແລ້ວປະມານ 7% ຂອງ
ແຜນການທັງໝົດ.

ເຖິງແມ່ນວ່າຈະຄືບໜ້າບໍ່ຫຼາຍ ເມື່ອທຽບກັບແຜນການທີ່ວາງໄວ້ກໍຕາມ ຫາກແຕ່ກໍເຊື່ອ ໝັ້ນວ່າ ດ້ວຍການດໍາເນີນການກໍ່ສ້າງຢ່າງຕັ້ງໜ້າຕະຫຼອດ 24 ຊົ່ວໂມງ ໃນເວລານີ້ ແລະ ຈະມີການເພີ່ມຈໍານວນບຸກຄະລາກອນດ້ານວິຊາການ ແລະກໍາລັງແຮງງານຈາກ 4,000 ກວ່າຄົນເປັນ 15,000 ກວ່າຄົນໃນໝໍ່ໆນີ້ ຊຶ່ງເມື່ອປະກອບກັບການທີ່ໄດ້ວາງພື້ນຖານ ໂຄງລ່າງຕ່າງໆ ເຊັ່ນຖະໜົນຫົນທາງ ແລະທີ່ພັກຄົນງານໄວ້ກ່ອນໜ້ານີ້ແລ້ວນັ້ນ ກໍຈະ ເຮັດໃຫ້ການດໍາເນີນງານ ເປັນໄປຕາມເປົ້າໝາຍແຜນການທີ່ວາງໄວ້ຢ່າງແນ່ນອນ ດັ່ງທີ່
ທ່ານ ເຣວັດ ໄດ້ໃຫ້ການຢືນຢັນວ່າ:

ເວົ້າເຖິງຄວາມຄືບໜ້າໃນການກໍ່ສ້າງຍັງບໍ່ໄດ້ຫຼາຍ ເພາະວ່າພວກເຮົາຫາກໍ່ ໄດ້ຮັບອະນຸຍາດຢ່າງເປັນທາງການເມື່ອຕົ້ນເດືອນພະຈິກຜ່ານມານີ້ ແຕ່ວ່າ ສິ່ງທີ່ພວກເຮົາເລີ່ມມາຕັ້ງແຕ່ປີກ່ອນ ກໍຄືການຕຽມງານກໍ່ສ້າງ ຖ້າເວົ້າເຖິງ ຄວາມກ້າວໜ້າຈົນເຖິງປັດຈຸບັນນີ້ ກໍປະມານ 6-7% ພວກເຮົາກໍເລັ່ງລັດ
ຢ່າງເຕັມທີ ຄືຕອນນີ້ ພວກເຮົາທໍາງານກັນ 24 ຊົ່ວໂມງ.”


ການສ້າງເຂື່ອນໄຊຍະບູລີເລີ້ມຕົນຂຶ້ນແລ້ວ​
ການສ້າງເຂື່ອນໄຊຍະບູລີເລີ້ມຕົນຂຶ້ນແລ້ວ​

ກ່ອນໜ້ານີ້ ທ່ານ ວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການ
ກະຊວງພະລັງງານ ແລະບໍ່ແຮ່ ກໍໄດ້ໃຫ້ການຢືນຢັນວ່າ ໂຄງ
ການເຂື່ອນໄຊຍະບູລີ ນັບເປັນໂຄງການນຶ່ງ ທີ່ເປັນຕົວແບບ ຂອງການພັດທະນາຢ່າງຍືນຍົງ ເພາະນອກຈາກຈະສ້າງຜົນ ປະໂຫຍດທາງເສດຖະກິດໄດ້ຢ່າງຄຸ້ມຄ່າແລ້ວ ກໍຍັງເປັນໂຄງ
ການທີ່ຈະບໍ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດຢູ່
ທີ່ເຂດຕອນກາງຂອງເຂື່ອນອີກດ້ວຍ ເນື່ອງຈາກເປັນເຂື່ອນ
ທີ່ມີລັກສະນະເປັນຝາຍນໍ້າລົ້ນ ທີ່ບໍ່ມີອ່າງຂະໜາດໃຫຍ່ ກັກ
ເກັບນໍ້າໄວ້ ໃນປະລິມານຢ່າງຫຼວງຫຼາຍ ແຕ່ຢ່າງໃດ.

ພ້ອມກັນນີ້ ການທີ່ໂຄງການໄຊຍະບູລີ ເປັນເຂື່ອນທີ່ຜະລິດກະແສໄຟຟ້າຈາກພະລັງງານ ນໍ້າອີກດ້ວຍນັ້ນ ຈຶ່ງຖືເປັນພະລັງງານທີ່ສະອາດ ແລະບໍ່ມີວັນໝົດອີກດ້ວຍ ດັ່ງທີ່ທ່ານ
ວີລະພົນ ກ່າວໃນຕອນນຶ່ງວ່າ:

“ໂຄງການໄຊຍະບູລີເຮົານີ້ ເປັນໂຄງການຕົວແບບທັງໃນດ້ານທຸລະກິດ ເພາະ ວ່າມັນມີຜົນປະໂຫຍດທາງດ້ານທຸລະກິດກຸ້ມຕົວມັນເອງໄດ້ ອີກດ້ານນຶ່ງ ກໍເປັນ ໂຄງການພັດທະນາໄປພ້ອມໆກັນ ສະນັ້ນ ມັນສໍາຄັນກໍຄືເປັນເຂື່ອນໄຟຟ້າ ທີ່
ນອກຈາກວ່າ ມັນຈະເປັນແຫຼ່ງພະລັງງານສະອາດແລ້ວ ມັນກໍຍັງຍືນຍົງອີກ
ໝາຍຄວາມວ່າໃຊ້ໝົດປີ ຖ້າເຮົາອອກແບບໄດ້ຢ່າງຖືກຕ້ອງແລະການຄຸ້ມຄອງ
ມັນ ຢ່າງຖືກຕ້ອງ."


ທາງດ້ານທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງງານແລະບໍ່ແຮ່ ກໍໄດ້ ເປີດເຜີຍໃຫ້ຮູ້ວ່າ ລັດຖະບານລາວຈະໄດ້ຮັບຜົນປະໂຫຍດຈາກໂຄງການເຂື່ອນໄຊຍະບູລີ ຄິດເປັນມູນຄ່າລວມເກີນກວ່າ 3,900 ລ້ານ ໂດລາໃນຕະຫຼອດໄລຍະສໍາປະທ່ານ 29 ປີ ຫຼືຄິດເປັນລາຍໄດ້ສະເລ່ຍ 135 ລ້ານໂດລາຕໍ່ປີ ທີ່ຈະໄດ້ຮັບຈາກຄ່າສໍາປະທານ ຄ່າພາສີ
ອາກອນ ແລະເງິນປັນຜົນຈາການລ່ວມລົງທຶນໃນສັດສ່ວນ 20% ຂອງມູນຄ່າການລົງທຶນ
ທັງໝົດ 3,800 ລ້ານໂດລາ.

ໂຄງການເຂື່ອນໄຊຍະບູລີ ມີກໍານົດການກໍ່ສ້າງໃຫ້ສໍາເລັດ ແລະເລີ່ມສົ່ງກະແສໄຟຟ້າ ຂາຍໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ນັບແຕ່ປີ 2019 ເປັນຕົ້ນ
ໄປ ຊຶ່ງກໍຈະເຮັດໃຫ້ກຸ່ມລົງທຶນໃນໂຄງການ ມີລາຍຮັບຈາກການຂາຍພະລັງງານໄຟຟ້າ ສ່ວນໃຫຍ່ທີ່ຜະລິດໄດ້ເຖິງ 1,285 MV ນັ້ນ ຄິດເປັນມູນຄ່າສະເລ່ຍ 450 ລ້ານໂດລາຕໍ່ປີ
ຫຼື ຫຼາຍກວ່າ 13,000 ລ້ານໂດລາ ໃນຕະຫຼອດໄລຍະສໍາປະທານ 29​ ປີ ດັ່ງກ່າວ.
XS
SM
MD
LG