ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາ ແຫ່ງຊາດລາວ ຊຸດທີ 7 ໄຂກອງປະຊຸມ ສະໄໝສາມັນ ຄັ້ງທີ 4


ກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງະພາແຫ່ງຊາດລາວ ຊຸດທີ 7 ທີ່ໄຂຂຶ້ນ ໃນເດືອນກໍລະກົດ 2012 ທີ່ຜ່ານມາ
ກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງະພາແຫ່ງຊາດລາວ ຊຸດທີ 7 ທີ່ໄຂຂຶ້ນ ໃນເດືອນກໍລະກົດ 2012 ທີ່ຜ່ານມາ

ສະພາແຫ່ງຊາດລາວ ຊຸດທີ່ 7 ໄຂກອງປະຊຸມສະໄໝສາມັນ ຄັ້ງທີ່ 4 ຂຶ້ນ ໃນວັນທີ 5 ທັນວານີ້ ເພື່ອຮັບຮອງເອົາກົດໝາຍ 10 ສະບັບ ພ້ອມດ້ວຍແຜນການຕ່າງໆ ຈໍານວນນຶ່ງ.

ສະພາແຫ່ງຊາດລາວຊຸດທີ 7 ເປີດກອງປະຊຸມສະໄໝສາມັນ
ຄັ້ງທີ 4 ຢ່າງເປັນທາງການໃນວັນທີ 5 ທັນວານີ້ ໂດຍຈະມີການ
ຮັບຮອງເອົາກົດໝາຍ 10 ສະບັບ ພ້ອມດ້ວຍແຜນການຕ່າງໆ
ຈໍານວນນຶ່ງ.

ກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດລາວຊຸດທີ
7 ມີກໍາໜົດທີ່ຈະດໍາເນີນກອງປະຊຸມຢ່າງເປັນທາງການໃນວັນທີ
5-20 ທັນວາ ປີ 2012 ນີ້ ເພື່ອຄົ້ນຄວ້າພິຈາລະນາໃນບັນຫາສໍາ
ຄັນ ແລະແຜນການພັດທະນາໃນຫຼາຍດ້ານດ້ວຍກັນ ເຊັ່ນການ
ພິຈາລະນາເພື່ອຮັບຮອງເອົາຮ່າງກົດໝາຍໃໝ່ 4 ສະບັບ ກໍຄື
ກົດໝາຍວ່າດ້ວຍຫຼັກຊັບ ກົດໝາຍຊົນລະປະທານ ກົດໝາຍວ່າ
ດ້ວຍທຸລະກໍາທາງອີເລັກໂທຣນິກ ແລະກົດໝາຍວ່າດ້ວຍການ
ຂົນສົ່ງຫຼາຍຮູບແບບ.

ໃນໂອກາດດຽວກັນນີ້ ກອງປະຊຸມກໍຍັງຈະໄດ້ພິດຈາລະນາເພື່ອຮັບຮອງເອົາກົດໝາຍ ເກົ່າ ທີ່ດັດແກ້ໃໝ່ຈໍານວນ 6 ສະບັບອີກດ້ວຍ ກໍຄືກົດໝາຍວ່າດ້ວຍອຸດສາຫະກໍາປຸງ ແຕ່ງ ກົດໝາຍຂົນສົ່ງທາງບົກ ກົດໝາຍຈະລາຈອນທາງບົກ ກົດໝາຍວ່າດ້ວຍການປົກ ປັກຮັກສາສິ່ງແວດລ້ອມ ກົດໝາຍວ່າດ້ວຍພັນທະໃນການປ້ອງກັນຊາດ ແລະກົດໝາຍ ອາຍາໃນສ່ວນທີ່ກ່ຽວກັບຢາເສບຕິດ.

ນອກຈາກນີ້ ກໍມີວາລະການປະຊຸມທີ່ສໍາຄັນໃນດ້ານອື່ນໆ ອີກຫຼາຍວາລະດ້ວຍກັນ ເຊັ່ນ ການຮັບຟັງລາຍງານຂອງລັດຖະບານທີ່ກ່ຽວກັບການປະຕິຮູບຍຸທະສາດຂອງວຽກງານ ທາງດ້ານສາທາລະນະສຸຂໃນ 5 ປີຕໍ່ໜ້າ ການພິຈາລະນາຮັບຮອງເອົາຫລາຍໂຄງການ ກໍ່ສ້າງເຂື່ອນໄຟຟ້າໃນນໍ້າຂອງ ໄຊຍະບູລີ ການຮັບຮອງເອົາລາຍງານຂອງອົງການກວດ ສອບລັດ ກ່ຽວກັບບົດສະຫລຸບຂາດຕົວຂອງການຈັດຕັ້ງປະຕິບັດແຜນງົບປະມານແຫ່ງ ລັດປະຈໍາສົກປີ 2010-2011 ແລະລວມເຖິງການໃຫ້ສັດຕະຍາບັນຕໍ່ອະນຸສັນຍາ ການ ເປັນສະມາຊິກຂອງອົງການການຄ້າໂລກ (WTO) ຂອງ ລາວ​ດ້ວຍ.
ທ່ານ​ອຸ່ນແກ້ວ ວຸດ​ທິລາດ ສະມາຊິກ ແລະ​ຫົວໜ້າ​ຫ້ອງການ​ສະພາ​ແຫ່ງ​ຊາດລາວ
ທ່ານ​ອຸ່ນແກ້ວ ວຸດ​ທິລາດ ສະມາຊິກ ແລະ​ຫົວໜ້າ​ຫ້ອງການ​ສະພາ​ແຫ່ງ​ຊາດລາວ

ດັ່ງ​ທີ່​ທ່ານ​ອຸ່ນແກ້ວ ວຸດ​ທິລາດ ສະມາຊິກ ແລະ​ຫົວໜ້າ​ຫ້ອງ
ການ​ສະພາ​ແຫ່ງ​ຊາດລາວ ​ໄດ້​ຖະ​ແຫຼ​ງຢືນ​ຢັນ​ວ່າ:

ພິຈາລະ​ນາ​ຮັບຮອງ​ເອົາ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​
ນໍ້າຂອງ ​ແຂວງ​ໄຊ​ຍະ​ບູລີ ພິ​ຈາລະ​ນາ​ແລະ​ຮັບຮອງ​
ເອົາ​ບົດ​ລາຍ​ງານ​ຂອງ​ອົງການ​ກວດ​ສອບແຫ່ງ​ລັດ ກ່ຽວ
ກັບ​ການກວດ​ສອບ​ບົດ​ສະ​ຫລຸບຂາດ​ຕົວ ການ​ຈັດ​ຕັ້ງ​
ປະຕິບັດ​ແຜນ​ງົບປະມານ​ປະ​ຈໍາສົກ​ປີ 2010-2011
​ແລະ​ບົດ​ລາຍ​ງານ​ຜົນ​ການກວດ​ສອບ​ຄືນ​ຕາມ​ມະຕິ​
ຂອງ​ສະພາ​ແຫ່ງ​ຊາດ​ລາວ.”


ສະພາ​ແຫ່​ງຊາວ​ລາວ​ຈະ​ຈັດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ປີ​ລະ 2 ​ເທື່ອ ​ໂດຍ​ກອງ​ປະຊຸມກ່ອນ
​ໜ້າ​ນີ້​ກໍ​ຄືກ​ອງປະຊຸມ​ສະ​ໄໝ​ສາມັນ​ຄັ້ງທີ 3 ທີ່​ໄດ້​ດໍາ​ເນີນ​ກອງ​ປະຊຸມ​ໃນລະຫວ່າງ​ວັນ​ທີ 20
ມິຖຸນາ ຫາ​ວັນ​ທີ 13 ກໍລະກົດ​ທີ່​ຜ່ານ​ມາ ຊຶ່ງ​ກອງ​ປະຊຸມ​ໃນຄັ້ງ​ນັ້ນ ​ກໍ​ໄດ້​ມີ​ວາລະ​ການພິຈາ
ລະ​ນາ​ທີ່​ສໍາຄັນ ​ແລະ​ກໍ​ໄດ້​ມີ​ການ​ລົງມະຕິ​ຮັບຮອງເອົາ​ຢ່າງ​ເປັນ​ທາງ​ການ​ຈໍານວນ​ທັງ​ໝົດ​ເຖິງ 10 ວາລະ​ດ້ວຍ​ກັນ ​ໂດຍ​ໃນ​ນັ້ນ​ກໍລວມ​ທັງຮ່າງ​ໝາຍ​ເຖິງ 7 ສະບັບ​ດ້ວຍ​ກັນ ຊຶ່ງ​ໃນ​ນັ້ນ​ກໍ​ເປັນ​ກົດໝາຍໃໝ່ 2 ສະບັບ​ ຊຶ່ງກໍ​ຄື​ກົດໝາຍ​ວ່າ​ດ້ວຍການ​ສ້າງ​ນິຕິ​ກໍາ ​ແລະກົດໝາຍ
​ວ່າ​ດ້ວຍ​ການ​ສົ່ງ​ຜູ້ຮ້າຍ​ຂ້າມ​ແດນ ສ່ວນ​ອີກ 5 ສະບັບ​ກໍ​ເປັນ​ການ​ປັບ ປຸງ​ບາງ​ມາດຕາຂອງ
​ກົດໝາຍວ່າ​ດ້ວຍ​ການ​ດໍາ​ເນີນ​ຄະດີ​ອາຍາ ກົດໝາຍ​ວ່າ​ດ້ວຍການ​ດໍາ​ເນີນ​ຄະດີ​ແພ່ງ ກົດ ໝາຍວ່າ​ດ້ວຍຊັບ​ສິນ​ຂອງ​ລັດ ກົດໝາ​ຍວ່າ​ດ້ວຍ​ການກວດ​ສອບ ກົດໝາຍ​ວ່າ​ດ້ວຍ​ການ​ກິລາ ​ແລະ​ກາ​ຍະ​ກໍາ​ຕາມ​ລໍາດັບ.

ສ່ວນ​ວາລະ​ອື່ນໆ​ທີ່​ສໍາຄັນ​ນັ້ນ ກໍ​ປະກອບ​ດ້ວຍ​ການ​ພິ​ຈາລະ​ນາ ​ແລະ​ຮັບຮອງ​ເອົາລາຍ​ງານ​ຂອງ​ລັດຖະບານ ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ
​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2011-2012 ​ແລະ​ທິດ​ທາງ​ວຽກງານສົກ​ປີ 2012- 2013 ການ​ພິ​ຈາລະ​ນາ​ບົດລາຍ​ງານ​ຂອງ​ປະທານ​ອົງການ​ກວດສອບ​ແຫ່ງ​ລັດ ຫົວໜ້າ​ອົງການໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ແລະ​ລັດຖະມົນຕີກະຊວງ​ຍຸຕິ​ທໍາ ​ເປັນ​ຕົ້ນ.

ນອກຈາກ​ນີ້ ກໍ​ມີການລາຍງານ​ກ່ຽວ​ກັບ​ການຈັດ​ຕັ້ງ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ສະພາ​ແຫ່ງ​ຊາດ​ລາວ​ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ໃນ​ຮອບ 1 ປີທີ​ຜ່າ​ນມາ ລວມ​ເຖິງ​ຮັບຟັງ​ການ​ປະກອບ​ຄວາມ​ເຫັນ​ຂອງ​ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ຂອງ​ພັກ-ລັດ ກໍ​ຄື​ແນວລາວ​ສ້າງ​ຊາດ ສະຫະ ພັນ​ກໍາ​ມະ​ບານ​ລາວ ສະຫະພັນ​ຍິງ​ລາວ ​ສູນ​ກາງ​ຊາວ​ໜຸ່ມ​ປະຕິວັດ​ລາວ ​ແລະ​ອົງການ​ອື່ນໆ​ອີກ​ຈໍານວນ​ນຶ່ງ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ກໍ​ລະ​ນີທີ່​ຖື​ວ່າ​ພົ້ນ​ເດັ່ນ​ທີ່​ສຸດ​ໃນ​ກອງ​ປະຊຸມ​ສະພາ​ແຫ່​ງຊາດ​ລາວ​ຄັ້ງດັ່ງ
ກ່າວ​ນີ້ ກໍ​ຄື​ການ​ລົງມະຕິ​ແຕ່ງຕັ້ງທ່າ​ນນາງວຽງ​ທອງ ສີ​ພັນ​ດອນ ລູກສາວຂອງ​ທ່ານ​ຄໍາ​ໄຕ ສີ​ພັນ​ດອນ ອະດີດ​ປະທານ​ພັກ ​ແລະ​ປະທານ​ປະ​ເທດ​ລາວ ​ໃຫ້​ເປັນ​ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ​ຄົນ​ໃໝ່.
XS
SM
MD
LG