ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ​ ຕ້ອງການ​ລາຍ​ຮັບ ​ເຂົ້າງົບ​ປະມານ ເພີ່ມ​ຂຶ້ນ ຫຼາຍກວ່າ 30%


ທ່ານ ພູເພັດ ຄໍາພູນວົງ ລັດຖະມົນຕີກະຊວງການເງິນຂອງລາວ
ທ່ານ ພູເພັດ ຄໍາພູນວົງ ລັດຖະມົນຕີກະຊວງການເງິນຂອງລາວ
ລັດຖະບານ​ລາວ​ຕ້ອງການ​ລາຍ​ຮັບ​ເຂົ້າງົບ​ປະມານເພີ່ມ​ຂຶ້ນ
ຫຼາຍກວ່າ 30% ​ໃນ​ແຜນ ການ​ປີ 2012-2013 ນີ້ ​ໂດຍ​ເປັນ​
ຜົນ​ມາ​ຈາກ​ການ​ປັບ​ຂຶ້ນ​ເງິນ​ເດືອນ​ໃຫ້​ພະນັກງານລັດຖະບານ
​ໃນ​ທົ່ວ​ປະ​ເທດ.

ທ່ານ​ພູ​ເພັດ ຄໍາ​ພູນ​ວົງ ລັດຖະມົນ​ຕິ​ວ່າການ​ກະຊວງການ​ເງິນ
ຖະ​ແຫຼງຍອມຮັບ​ວ່າ​ໃນ​ແຜນການ​ປະ​ຈໍາປີ 2012-2013 ນີ້ລັດ
ຖະບານ​ລາວ​ຈໍາ​ເປັນ​ຕ້ອງ​ຈັດ​ເກັບ​ລາຍ​ຮັບ​ເຂົ້າງົບປະມານ​ລາຍ
ຈ່າຍ ​ໃຫ້​ໄດ້​ເພີ່ມ​ຂຶ້ນຈາກ​ແຜນການ​ປີ 2011-2012 ທີ່​ຜ່ານ​
ມາ​ຄິດ​ເປັນ​ສັດສ່ວນ​ເຖິງ 30.35% ​ເນື່ອງຈາກ​ວ່າ​ລັດຖະບານ
​ມີ​ພາລະ​ດ້ານ​ລາຍ​ຈ່າຍຫຼາຍຂຶ້ນ ຊຶ່ງ​ກໍ​ເປັນ​ຜົນ​ໂດຍ​ກົງ ຈາກ​ການ​
ປັບ​ຂຶ້ນ​ເງິນ​ເດືອນ​ໃຫ້​ພະນັກງານ​ລັດຖະບານ​ໃນ​ທົ່ວ​ປະ​ເທດ
ທີ່​ໄດ້​ເລີ່​ມການ​ປະຕິບັດຈັດ​ຕັ້ງ​ນັບ​ແຕ່​ເດືອນ​ຕຸລາ​ເປັນ​ຕົ້ນ​ໄປ.

ທ່ານ​ພູ​ເພັດ ບອກ​ວ່າ​ຖ້າ​ຫາກ​ການຈັດ​ເກັບ​ແລະ​ການ​ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດ​ໃນ​ແຜນການ​ປີ ນີ້​ເປັນ​ໄປ​ຕາມ​ເປົ້າໝາຍ​ທີ່​ວາງ​ເອົາ​ໄວ້ ກໍ​ຈະ​ເຮັດ​ໃຫ້​ລັດຖະບານ​ມີ​ລາຍ​ຮັບລວມ​ເຖິງ 19,927 ຕື້​ກີບ ຫຼືຄິດ​ເປັນ 24.96% ຂອງ​ຄາດໝາຍ​ຜະລິດ​ຕະພັນ​ລວມພາຍ​ໃນ​ ຫຼື GDP ຕະຫຼອດແຜນການ​ປີ ​ໂດຍ​ໃນ​ນີ້​ກໍ​ຄາດ​ວ່າ​ຈະ​ເປັນ​ລາຍ​ຮັບ​ຈາກ​ພາຍ​ໃນ​ປະ​ເທດ​ໄດ້​ໃນ​ມູນ​ຄ່າ 15,289 ຕື້​ກີບ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ​ລັດຖະບານ​ລາວ​ຈະ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດ​ເຖິງ 4,638 ຕື້​ກີບ ຫຼື 587 ລ້ານ​ໂດ​ລານັ້ນ​ເອງ.

​ເພື່ອເປັນ​ການ​ເຮັດ​ໃຫ້​ສາມາດ​ບັນລຸ​ຄາດໝາຍ​ດັ່ງກ່າວ​ໄດ້​ຢ່າງ​ແທ້​ຈິງນັ້ນ ທ່ານ​ພູ​ເພັດ ກໍ​ໄດ້​ເນັ້ນ​ຍໍ້າວ່າ​ລັດຖະບານ​ລາວ​ຈະ​ດໍາ​ເນີນ​ມາດ​ຕະການ​ເຂັ້ມ​ງວດຫຼາຍຂຶ້ນ​ໃນ​ການຈັດ​ເກັບ​ລາຍຮັບ​ຈາ​ກພາສີ​ອາກອນ ທີ່​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ຕ່າງໆ​ຢູ່​ໃນ​ທົ່ວ​ປະ​ເທດ​ມີ​ພັນທະ​ທີ່​ຈະ​ຕ້ອງຊໍາລະ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ດັ່ງ​ທີ່​ທ່ານ​ພູ​ເພັດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ພວກ​ເຮົາ​ຈະ​ພະຍາຍາມ​ລົງ​ເລິກ​ເກັບ​ກໍາ​ຂໍ້​ມູນ​ຖາ​ນລາຍ​ຮັບ ຖານ​ລາຍ​ຮັບ​ໃນ​ປັດຈຸບັນ​ນີ້​ກໍ​ເຫັນວ່າ ​ຍັງ​ມີຫຼວງຫຼາຍທີ່​ຍັງ​ຄຸ້ມ​ຄອງ​ບໍ່​ທັນ​ໄດ້​ດີ ຜູ້​ທີ່​ບໍ່​ເສຍ​ພາສີ​ອາກອນ​ນີ້​ມີຫຼາຍທີ່​ສຸດ​ຢູ່​ໃນ​ພື້ນຖານເສດຖະກິດ ​ເປັນ​ຕົ້ນ​ບັນດາ​ຫົວໜ່ວຍ​ການ​ຜະລິດ​ທຸລະ​ກິດ​ນີ້​ຍັງ​ບໍ່​ທັນ​ຈິງ​ໃຈ​ມາ​ແຈ້ງ​ເສຍ​ພາສີ ອາກອນ ອັນ​ນີ້ ຍັງ​ມີຢູ່ຢ່າງຫຼວງຫຼາຍ ຄິດ​ວ່າ​ຍັງ​ເປັນ​ແຫຼ່ງນຶ່ງ​ທີ່​ສາມາດ​ຂຸດ​ຄົ້ນ​ລາຍຮັບ​ໄດ້​ເພີ່ມ​ຂຶ້ນ.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ສໍາ​ລັບ​ໃນ​ຕະຫຼອດ​ໄລຍະ​ແຜນການ​ປີ 2011-2012 ທີ່​ຜ່ານ​ມາ ທ່ານ ພູ​ເພັດ ກໍ​ຍອມຮັບ​ວ່າ​ຍັງ​ມີ​ການ​ຮົ່ວໄຫຼຂອງ​ລາຍ​ຮັບ​ຈາກ​ພາສີ​ອາກອນ​ຢ່າງຫຼວງຫຼາຍ ທັງ​ນີ້​ກໍ ​ເນື່ອງ​ຈາກ​ວ່າ​ບັນດາ​ຫົວໜ່ວຍ​ວິ​ສາ​ຫະກິດ​ຕ່າງໆ​ທີ່​ດໍາ​ເນີນ​ທຸລະ​ກິດ​ການ​ຄ້າ​ຂາ​ອອກ -ຂາ​ເຂົ້າ​ໃນ​ລາວ​ ໃນ​ປັດຈຸບັນ​ນີ້​ກໍ​ຄິດ​ເປັນ​ສັດສ່ວນ​ເຖິງ 90% ທີ່​ໄດ້​ແຈ້ງ​ຂໍ້​ມູນ​ການ​ຄ້າ​ທີ່​ບໍ່​ເປັນ​ຈິງ ດ້ວຍຫວັງ​ວ່າ​ຈະ​ເຮັດ​ໃຫ້​ມີ​ຜົນກໍາ​ໄລຫຼາຍຂຶ້ນ ​ແລະ​ການ​ທີ່​ຫົວໜ່ວຍ​ວິ​ສາ​ຫະກິດ​ຕ່າງໆ​ສາມາດ​ແຈ້ງ​ຂໍ້ມູນ​ທີ່​ບໍ່​ເປັນຄວາມ​ຈິງ​ໄດ້ ​ໂດຍ​ບໍ່​ຢ້ານ​ກົວ​ຕໍ່​ຄວາມ​ຜິດ​ນັ້ນ ກໍ​ເປັນ​ຍ້ອນ​ວ່າ​ ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ພະນັກງານ​ລັດ ​ທີ່​ຫວັງ​ຜົນ​ປະ​ໂຫຍ​ດຕອບ​ແທນ​ເປັນ​ການ​ສ່ວນ​ຕົວ​ນັ້ນ​ເອັງ.

ໃນ​ແຜນການ​ປີ 2011-2012 ທີ່​ຜ່ານ​ມາ ລັດຖະບານ​ລາວ​ກໍ​ສາມາດ​ຈັດ​ເກັບ​ລາຍຮັບຈາກ
​ພາຍ​ໃນ​ລວມກັບ​ການ​ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດ​ໄດ້​ໃນ​ມູນ​ຄ່າ​ລວມ 15,287 ຕື້​ກີບ ສ່ວນ​
ທີ່​ສາມາດ​ຈັດ​ເກັບ​ໄດ້​ຕໍ່າຫຼາຍ​ເມື່ອ​ທຽບ​ກັບ​ເປົ້າໝາຍ​ທີ່​ວາງ​ໄວ້​ນັ້ນ​ກໍ​ຄື​ ພາສີ​ທີ່​ດິນ ເພາະ ລັດຖະບານ​ລາວ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ຈັດ​ເກັບ​ລາຍ​ຮັບ​ຈາກ​ພາສີ​ທີ່​ດິນ​ໃຫ້​ໄດ້​ບໍ່​ໜ້ອຍກວ່າ
132 ຕື້​ກີບ ​ແຕ່ກໍ​ສາມາດ​ປະຕິບັດ​ໄດ້​ບໍ່​ເຖິງ 70% ຂອງ​ເປົ້າໝາຍ​ດັ່ງກາວ​ເທົ່າ​ນັ້ນ.

ຊຶ່ງ​ກໍ​ປະກອບ​ກັບ​ບັນຫາ​ຊັກ​ຊ້າ​ໃ​ນການ​ບໍລິຫານ​ງານ​ຂອງ​ໜ່ວຍ​ລັດ​ທີ່​ສົມທົບ​ດ້ວຍ​ການ
ຫຼີກລ່ຽງການ​ຊໍາລະ​ພາສີໃນ​ດ້ານ​ຕ່າງໆ ຢ່າງ​ຖືກຕ້ອງ​ຂອງ​ພາກ​ເອກ​ກະ​ຊົນ​ຈໍານວນ​ບໍ່​ໜ້ອຍ​ດ້ວຍ​ແລ້ວ ຈຶ່ງ​ບໍ່​ແມ່ນ​ເລື້ອງທີ່​ລັດຖະບານ​ລາວ​ ຈະ​ສາມາດ​ບັນລຸ​ເປົ້າໝາຍ​ໃນ​ແຜນ ການ​ປີນີ້​ໄດ້​ງ່າຍໆ ​ແລະ ​ໃນ​ຂະນະ​ດຽວ​ກັນ​ ກໍ​ຍັງ​ເຮັດ​ໃຫ້​ລັດຖະບານ​ລາວ​ຕ້ອງການ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດຫຼາຍຂຶ້ນອີກ​ດ້ວຍ.

​ໂດຍ​ສະ​ເພາະ​ແມ່ນ​ການ​ທີ່​ຈະ​ເຮັດ​ໃຫ້​ເສດຖະກິດ​ຂອງ​ລາວ​ຂະຫຍາຍຕົວ​ໃນ​ອັດຕາ​ສະ​ເລ່ຍ 8.5% ​ໃນ​ແຜນການ​ປີ 2012-2013 ນີ້ ລັດຖະບານ​ລາວ​ຍັງ​ຈະ​ຕ້ອງ​ຂໍ​ກູ້​ຢືມ​ຈາກ​ຕ່າງປະເທດ​ເພີ່ມ​ຂຶ້ນອີກ​ບໍ່​ໜ້ອຍ​ກວ່າ 3,073 ຕື້​ກີບ ຫຼື​ເກີນ​ກວ່າ 388 ລ້ານ​ໂດ​ລາ​ອີກ​ດ້ວຍ.
XS
SM
MD
LG