ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບຸນວຽງ: ຮັກເຄິ່ງທາງ (ຄາຣາໂອເກະ)


ບຸນວຽງ
ບຸນວຽງ

ລາຍການສຽງເພງຈາກແດນໄກຂອງເຮົາ ໃນແລງວັນອາທິດມື້ນີ້ ນໍາເອົາເພງດັງໃນອະດີດ ມາສະເໜີທ່ານ. ຈະມີເພງຫຍັງແດ່ນັ້ນ ໂປດເຂົ້າສູ່ລາຍການກັບວັນນະສອນໄດ້ ນະບັດນີ້.

ສະບາຍດີແລະພົບກັນອີກແລ້ວ ໃນລາຍການສຽງເພງຈາກ
ແດນໄກຂອງ VOA ທີ່ເຮົາກໍໝັ່ນພະຍາຍາມຈັດສັນແຕ່ເພງລາວ
ມ່ວນໆມາຝາກແຟນລາຍການເປັນປະຈໍາ ວັນນະສອນຄິດວ່າ

ຄົນເຮົານັ້ນແມ່ນຜູກພັນກັບບົດເພງ ບໍ່ວ່າຈະເປັນເພງປະເທດໃດ
ແນວໃດກໍຕາມ ແລະເພງທີ່ວັນນະສອນ ຈະຫຼິ້ນໃຫ້ຟັງຕໍ່ໄປນີ້
ເຄີຍເຮັດໃຫ້ຫຼາຍຄົນຮ້ອງໄຫ້ຫຼັ່ງນໍ້າຕາເສົ້າໂສກເສັຍໃຈກັບ
ຄວາມໝາຍອັນລຶກຊຶ້ງແລະທີ່ມາຂອງເພງນີ້ ທີ່ປະພັນໂດຍ
ອ. ສົມລິດ ໄຊຍະບຸນຊູ ທີ່ໃຫ້ບຸນວຽງ ຂັບຮ້ອງ ສິນລະປິນ
ສາວລາວຈາກຝຣັ່ງ. ວັນນະສອນຊາບມາວ່າ ເພງນີ້ມີເບື້ອງຫຼັງ
ທີ່ໄດ້ແຕ່ງອິງຕາມຊີວິດຈິງຂອງຍິງລາວຄົນນຶ່ງ ຄັ້ງເມື່ອຢູ່ສູນ
ອົບພະຍົບໜອງຄາຍພຸ້ນລະຊຶ່ງນັກປະພັນໄດ້ຖ່າຍເທຄວາມຮູ້ສຶກ
ຂອງໜຸ່ມສາວຄູ່ນຶ່ງທີ່ຮັກກັນແຕ່ຕ້ອງພັດພາກຈາກກັນ ເພາະຕ່າງ
ຄົນຕ່າງກໍຕ້ອງອົບພະຍົບຕາມຄອບຄົວໄປຢູ່ປະເທດທີ່ 3 ແລ້ວແຕ່
ຊະຕາກໍາກໍານົດ. ເອົາວັນນະສອນ ວ່າພໍໄດ້ຟັງເພງນີ້ແລ້ວຄົງຈະ
ເຮັດໃຫ້ ຫຼາຍໆທ່ານນໍ້າຕາຊຶມ ຄິດເຖິງອະດີດ…ແບບດັ່ງຊື່ຂອງ
ເພງນີ້…ຮັກເຄີ່ງທາງ

ຂໍຂອບໃຈທີ່ ບຸນວຽງ ໄດ້ສົ່ງເພງມາໃຫ້ແລະຫວັງວ່າ VOA ຄົງຈະມີ
ສ່ວນຊ່ອຍໃນການນໍາສະເໜີເພງລາວໃຫ້ຊາວລາວໃນທົ່ວໂລກໄດ້
ຮັບຟັງກັນ ແລະຈະຂໍເປັນແຮງໃຈ ສົ່ງເສີມສິນລະປິນລາວໃນຕ່າງ
ແດນຕະຫຼອດໄປ.
ເພງ: ຮັກເຄີ່ງທາງ ໂດຍ ບຸນວຽງ





ເພງຕໍ່ໄປນີ້ ກໍແມ່ນອີກເພງນຶ່ງ ທີ່ເຄີຍໂດງດັງໃນອະດີດ ໄດ້ເຈົ້າປາງຄໍາ ດິດທະວົງ
ສິນລະປິນລາວຈາກຝຣັ່ງ ນໍາມາຂັບຮ້ອງ ແລະວ່າ ພໍໄດ້ຟັງເພງ ແສນເສຍດາຍ ນີ້ແລ້ວ
ຄົງຈະເຮັດໃຫ້ທ່ານຜູ້ຟັງ ກັບເຂົ້າມາຟັງເພງດັງໃນອະດີດຂອງລາວຈາກລາຍການສຽງ
ເພງຈາກແດນໄກຂອງ VOA ໃນທຸກໆຄໍ່າຄືນວັນອາທິດອີກ
ເພງ: ແສນເສຍດາຍ ໂດຍ ເຈົ້າປາງຄໍາ ດິດທະວົງ



ຂໍປິດທ້າຍລາຍການດ້ວຍເພງຈັ່ງຫວະລໍາວົງຂອງ ບຸນວຽງ ອີກຕື່ມເພງນຶ່ງ ຟັງໃຫ້ໜໍາໃຈ
ໄປເລີຍໃນບົດເພງ ຝາກເພງເຖິງແຟນເກົ່າ ແລະຄັ້ງຕໍ່ໄປ ວັນນະສອນຈະນໍາເພງຂອງ
ສິນລະປິນທ່ານອື່ນໆມາຝາກທ່ານຜູ້ຟັງ ອີກຢ່າລືມມາຮັບຟັງຮ່ວມກັນອີກລະ.
ບຸນວຽງແລະບັນດາແຟນເພງ
ບຸນວຽງແລະບັນດາແຟນເພງ


ຂໍໃຫ້ທຸກໆທ່ານນອນຫຼັບຝັນດີ.
ເພງ: ຝາກເພງເຖິງແຟນເກົ່າ ໂດຍ ບຸນວຽງ
XS
SM
MD
LG