ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຟາມແຂ້ ກາຍມາ ເປັນອຸດສາຫະກໍາ ທີ່ນໍາລາຍໄດ້ດີມາໃຫ້ (ສະໄລດ໌)


ແຂ້ນ້ອຍທີ່ແຕກອອກຈາກໄຂ່ໃໝ່ໆ ທີ່ມີຄວາມຍາວປະມານ 20 ເຊັນ ທີ່ຟາມແຂ້ ເມືອງ Camilla ລັດ Georgia ພາກໃຕ້ຂອງ
ສະຫະລັດ.
ແຂ້ນ້ອຍທີ່ແຕກອອກຈາກໄຂ່ໃໝ່ໆ ທີ່ມີຄວາມຍາວປະມານ 20 ເຊັນ ທີ່ຟາມແຂ້ ເມືອງ Camilla ລັດ Georgia ພາກໃຕ້ຂອງ ສະຫະລັດ.
ລັດ Georgia ​ທີ່​ຮູ້​ກັນ​ດີ​ວ່າເປັນ​ລັດ​ທີ່​ມີ​ຊື່​ສຽງ​ດ້ານ​ຜະລິດຕະພັນ
ການ​ກະ​ເສດ ​ເຊັ່ນໝາກ​ຄາຍຫຼືໝາກ pea​ches ແກ່ນພິຄານ​
ແລະ​ໄກ່ ​ເປັນ​ຕົ້ນ. ປັດຈຸບັນ​ນີ້ ທີ່​ເມືອງນ້ອຍໆ Camilla ຟາ​ມ​
ແຫ່ງ​ນຶ່ງ ກຳລັງ​ທຳ​ການຜະລິດ​ສິນຄ້າ​ທີ່​ມີ​ຄວາມ​ຮຽກຮ້ອງ​ຕ້ອງ
ການ​ຫຼາຍທີ່​ສຸດ​ຢູ່​ໃນ​ວົງ​ການ​ອຸດສາຫະກໍາ​ແຟຊັ່ນຊັ້ນ​ສູງ​ຂອງ
ພາກ​ພື້ນ​ຢູ​ໂຣບ ນັ້ນກໍ​ຄື​ໜັງ​ແຂ້.

ເມືອງ​ນ້ອຍໆ Camilla ດັ່ງກ່າວ​ນີ້ ຕັ້ງ​ຢູ່ກໍ້າ​ຕາ​ເວັນ​ຕົກ​ສຽງ​ໃຕ້ ​ຫ່າງ​ຈາກ​ເມືອງ​ຫຼວງ Atlanta ຂອງ​ລັດ Georgia ທີ່​ໃຊ້​ເວລາ​ຂັບ​ລົດ ​ປະມານ​ 4 ຊົ່ວ​ໂມງ ​ແລະ​ຢູ່​ນອກ​ເມືອງ Camilla ມີ​ທາງ​ເສັ້ນ​ນຶ່ງ​ທີ່​ໃຫ້​ຊື່ວ່າ Alligator Lane ຫຼື​ຖະໜົນ​ແຂ້​ ຊຶ່ງ​ມີ​ຄອກໄກ່ທີ່​ເປັນ ສີຂາວຊັ້ນ​ດຽວປະມານ ສິບ​ກວ່າ​ຫຼັງທີ່​ມອງ​ເຫັນ​ໄດ້.

“ຂ້ອຍ​ຊື່ວ່າ Mark Glass ​ເປັນ​ຄົນລ້ຽງແຂ້ ແລະ​ລ້ຽງໄກ່​ຢູ່​ທີ່​ເມືອງ Camilla ລັດ Georgia ພວກ​ເຮົາ​ມີຄອກໄກ່​ຢູ່ປະມານ 20 ກວ່າຫຼັງ ​ແລະ​ມີ​ແຂ້ປະມານນຶ່ງຮ້ອຍພັນໂຕ​ຢູ່​ທີ່​ຟາມນີ້.”

​ແມ່ນແລ້ວ ​ແຂ້​ນຶ່ງ​ຮ້ອຍ​ພັນ​ໂຕ ​ແລະ​ກໍ​ໂຕ​ໃຫຍ່ ​ເປັນ​ສັດ​ເລືອ​ຄານ ​ທີ່ຢູ່ຕາມ​ໜອງຕາມ​ບຶງ ຕາມ​ແມ່​ນໍ້າລໍາ​ຄອງ​ຕ່າງໆ​ທາງ​ພາກ​ໃຕ້​ຂອງ​ສະຫະລັດ ທີ່​ສາມາດເ​ຕີບ​ໃ​ຫຍ່ ມີ​ຄວາມ​ຍາວ​ໄດ້​ເຖິງ 4 ​ແມັດ​ເຄິ່ງ ​ແລະ​ມີ​ນໍ້າໜັກຫຼາຍ​ເຖິງ 400 ກິ​ໂລ.

ທ່ານ Mark Glass ​ເປັນ​ເຈົ້າ​ຂອງ​ຟາ​ມ​ແຂ້ທີ່​ວ່າ​ໃຫຍ່​ທີ່​ສຸດ​ແຫ່ງນຶ່ງ​ຂອງ​ສະຫະລັດ.
ຄວາມ​ຈິງ​ແລ້ວ ທ່ານ Mark Glass ບໍ່​ໄດ້​ເລິ່ມຕົ້ນດ້ວຍ​ການ​ເຮັດ​ຟາ​ມ​ແຂ້ ຄື​ທໍາ​ອິດລາວເລິ່ມລ້ຽງ​ໄກ່ ​ແລະ​ກໍ​ຄິດ​ວ່າ ​ແຂ້​ຈະ​ເປັນ​ຕົວ​ຊ່ວຍ​ແກ້​ບັນຫາ​ໜັກ​ຢ່າງ​ນຶ່ງ ທີ່​ຄົນ​ລ້ຽງ​ໄກ່​ທັງ​ໝົດ​ປະ​ເຊີນ ຄື​ການມ້ຽນ​ຊາກ​ໄກ່​ຕາຍ.

ປົກກະຕິ​ແລ້ວ ​ປະມານ 5 ​ເປີ​ເຊັນ​ຂອງຝຸງ​ໄກ່ຈະ​ຕາຍ​ກ່ອນ​ຈະ​ໄປ​ເຖິງ​ຕະຫຼາດ ​ຄົນ​ລ້ຽງໄກ່
ສ່ວນ​ໃຫຍ່​ຈະ​ຈູດຫຼືຝັງ​ຊາກ​ໄກ່ ​ຊຶ່ງ​ທ່ານ ​Glass ​ເອັງກໍເຮັດແບບ​ດຽວ​ກັນ ​ຄື​ຈູດຫຼືຝັງ​ໄກ່
ທີ່​ຕາຍ​ແລ້ວ​ ​ແຕ່ລາຄາ​ແກັ​ສຈູດ​ເຜົາ​ໄກ່ ​ພັດແພງ​ຂຶ້ນ​ໄປເລື້ອຍໆ.

ດ້ວຍ​ເຫດ​ນີ້ ທ່ານ Glass ​ຈຶ່ງໄປ​ຊື້​ເອົາ​ລູກ​ແຂ້​ປະມານ 750 ​ໂຕ ​ມາປ່ອຍ​ໄວ້​ໜອງ​ນໍ້າ​ທີ່​ລ້ອມ​ຮົ້ວ​ໄວ້​ຢ່າງ​ດີ ​ແລະ​ຕໍ່​ມາ​ກໍ​ຮູ້​ວ່າ ​ວິທີ​ນີ້​ດີ​ທີ່​ສຸດ.

ທ່ານ Glass ​ເວົ້າວ່າ: ​“ໃນ​ທີ່​ສຸດ​ຂ້ອຍ​ກໍໄປ​ເອົາ​ແຂ້​ມາ ​ແລະ​ເອົາ​ໄປປ່ອຍ​ໃສ່​ໜອງທີ່​ອ້ອມຮົ້ວ​ໄວ້ ​ປະກົດ​ວ່າ​ແຂ້ໄ​ດ້ພາກັນ​ຄານ​ລອດ​ຮົ້ວ​ໄປ​ໄດ້ ຂ້ອຍ​ກໍ​ຕົກ​ໃຈ​ວ່າ​ ແຂ້ເຫຼົ່ານີ້ ບໍ່​ໄດ້ໃຫຍ່ຕາມ​ທີ່ຂ້ອຍ​ຄິດ​ໄວ້ ສະ​ນັ້ນ​ພວກ​ເຮົາ​ຕ້ອງ​ໄດ້​ຟ້າວ​ໄປ​ຫາ​ຮ້ານຂາຍ​ເຄຶ່ອງ​ມື​ເຄື່ອງ​ໃຊ້ໃນ​ເມືອງ​ທີ່​ຍັງເປີດຢູ່ ​ແລະ​ຊື້​ຮົ້ວ​ລ້ອມ​ໄກ່​ທັງ​ໝົດ​ທີ່​ມີ​ ​ເພື່ອ​ຈະເອົາ​ມາ​ກັ້ນ​ ບໍ່​ໃຫ້​ແຂ້​ໜີ​ ອອກ​ຈາກ​ໜອງ​ໄປ​ໄດ້ ​ເຮົາ​ບໍ່​ໄດ້​ເສຍ​ແຂ້​ໄປ ​ແຕ່ກໍອາດ​ມີ​ໂຕ​ສອງ​ໂຕທີ່​ໜີ​ໄປ​ໄດ້​ທໍ່​ນັ້ນ.”

ຂະນະ​ທີ່​ແຂ້​ກໍ​ໃຫຍ່​ໂຕ​ຂຶ້ນ​ໄປ​ນັບ​ມື້ນັ້ນ ທ່ານ Glass ກໍ​ຄິດຄືນໃໝ່ ຄືມາຄິດ​ວ່າການ​ລ້ຽງ​ແຂ້​ຈະ​ຕ້ອງ​ໃຊ້​ເວລາຫຼາຍ ​ແລະ​ບໍ່​ແມ່ນ​ແຕ່​ເອົາ​ແຂ້​ມາກິນ​ໄກ່​ຕາຍຢ່າງ​ດຽວ​ເທົ່າ​ນັ້ນ. ດັ່ງ​ນັ້ນ ​ລາວຈຶ່ງ​ເລີ່ມລ້ຽງ​ແຂ້​ເພື່ອ​ການ​ຄ້າ ສໍາລັບເອົາຊີ້​ນ​ແລະ​ໜັງ​ຂອງມັນ​ໄປ​ຂາຍ.


​ແຂ້​ຈະ​ບໍ່​ຂະຫຍາຍ​ພັນ​ຢູ່​ໃນ​ຄອກ​ລ້ຽງ ສະ​ນັ້ນ​ທຸກໆ​ລະດູ​ຮ້ອນ ທ່ານ Glass ຈະ​ໄປ​ຊອກ​ເອົາໄຂ່ແຂ້​ ຢູ່​ຕາມ​ບ່ອນ​ທີ່​ແຂ້​ຢູ່​ທໍາ​ມະ​ຊາດ​ຂອງ​ມັນຢູ່ໃນ​ລັດໃກ້​ຄຽງ ແລ້ວ​ກໍເອົາ​ມາ​ທີ່​ຟາ​ມ ການ​ເກັບ​ເອົາ​ໄຂ່​ແຂ້​ວິທີ​ນັ້ນ ​ບໍ່​ຜິດ​ກົດໝາຍ ຍ້ອນວ່າ​ແຂ້​ຊຶ່ງຄັ້ງນຶ່ງ​ເປັນ​ສັດ​ທີ່​ຖື​ວ່າ​ໃກ້​ຈະ​ສູນພັນ​ໄປນັ້ນ ບັດ​ນີ້ ​ມີຈໍານວນຫຼວງ​ຫຼາຍແລ້ວ.

ແລະຊ່ວງລະດູຮ້ອນນີ້ ກໍແມ່ນ​ລະດູ​ແຂ້​ຟັກ​ໄຂ່

“ນີ້​ຄື​ເຄຶ່ອງ​ຟັກ​ໄຂ່ ມັນ​ມີ​ອຸ​ນຫະພູມ​ທີ່​ຮ້ອນແລະ​ເອົ້າ ຄື 88 ອົງສາ​ຟາ​ເຣັນ​ໄຮ ດ້ວຍ​ຄວາມ​ຊື່ນ 95 ​ເປີ​ເຊັນ ​ແລະ​ເລີ່​ມຕົ້ນ​ຟັກ​ໄຂ່ແຂ້​ ຈິງໆ​ແລ້ວ​ ເຮົາ​ເຫັນ​ລູກ​ແຂ້​ນ້ອຍ​ໂຕ​ນຶ່ງ​ຄາ​ນ​ໄປມາ​ຢູ່​ຕາມ​ພື້ນ​.”

​ແຂ້​ນ້ອຍ ທີ່​ມີ​ລໍາ​ຕົວ​ກ່ານ​ດໍາ​ແລະ​ເຫຼືອງ ຍາວ​ປະມານ 12 ​ຊັງ​ຕີ​ແມັດຈາກ​ຫົວ​ຫາ​ຫາງ ໂຕນຶ່ງ ກໍາລັງ​ຄານ​ຢູ່​ຕາມ​ພື້ນ. ທ່ານ Glass ຈັບ​ມັນ​ຂຶ້ນມາ​ແລະ​ເວົ້າວ່າ.

​“ເອີ້ ​ໂຕ​ນີ້ຫຼ່ະທີ່​ຫາ​ກໍແຕກອອກ​ຈາກ​ໄຂ່ ​ໂຕທີ່​ກໍາລັງ​ຮ້ອງ​ຢູ່​ນັ້ນ.”

​ເຖິງ​ແມ່ນ​ຈະ​ມີ​ແຂ້​ນຶ່ງ​ແສນໂຕ ​ຟາ​ມນີ້​ກໍ​ມິດ​ງຽບ​ດີ ບໍ່ໄດ້​ຍິນ​ສຽງ​ແຂ້​ຟາດຫາງ ຫຼືຕີ​ນໍ້າ ຢູ່​ຟາ​ມ​ແຫ່ງ​ນີ້ ​ແຂ້​ທັງ​ໝົດ​ຖືກ​ລ້ຽງ​ຢູ່​ໃນ​ຫ້ອງ

“ຖ້າ​ລ້ຽງ​ແຂ້​ຢູ່​ນອກ ມັນ​ກໍ​ຂຶ້ນຢູ່​ກັບ​ດິນ​ຟ້າ​ອາກາດ ​ແຂ້ຈະ​ມີ​ພຶດຕິການ​ດຸ​ດັນ ເວລາ​ລ້ຽງ​ຢູ່​ນອກ ​ແລະ​ພ້ອມ​ທີ່​ຈະ​ສວບ​ ​ແລະ​ສູ້.”

​ແລະ​ເວລາໃດ​ແຂ້​ກັດ​ສູ້​ກັນ ມັນ​ກໍ​ເຮັດ​ໃຫ້​ທຸລະ​ກິດ​ບໍ່ດີ ຊຶ່ງ ທ່ານ Glass ອະທິບາຍ​ວ່າ:

ວົງ​ການ​ອຸດສາຫະກໍາ​ທີ່​ພວກ​ເຮົາ​ຂາຍ​ໜັງ​ແຂ້​ໃຫ້ ຄື​ບໍລິສັດ Louis Vittons, ບໍລິສັດ Hermes, Gucci, Prada, Chanel ບໍລິ​ສັດ​ເຫຼົ່ານີ້ ຕ້ອງການ​ຊື້​ໜັງ​ແຂ້​ທີ່​ສົມ​ບູນທີ່​ສຸດ
ຄື​ບໍ່​ມີແປ້ວ ບໍ່​ມີ​ຈຸດ​ດໍາ​ດ່າງ ຮອຍ​ຂາດ ​ ເພື່ອ​ຈະເຮັດ​ແບບ​ນັ້ນ​ໄດ້ ​ແລະ​ເພື່ອ​ບໍາລຸງຮັກສາ ​ສຸຂະພາບ​ແຂ້​ ​ເຮົາຕ້ອງ​ຄວບ​ຄຸມ​ທຸກ​ສິ່ງ​ທຸກ​ຢ່າງ​ໃຫ້​ໄດ້.”


ສະ​ນັ້ນ ແຂ້​ຂອງ​ທ່າ​ນ Glass ຈະ​ຢູ່​ບໍລິ​ເວນ​ໜອງ​ນໍ້າ​ຕື້ນ​ທີ່​ປິດ​ລ້ອມ ​ມີ​ອຸນຫະພູມ 30 ອົງສາ ​ເພື່ອ​ແຂ້​ຈະ​ບໍ່​ໜາວ. ຫຼາຍໆ​ເທື່ອ​ໃນ​ແຕ່​ລະ​ມື້ ຟາ​ມຈະ​ເປີດ​ປະຕູ​ ​ເພື່ອ​ນໍາ​ເອົາ​ອາຫານ​ໄປ​ວາງ​ໄວ້​ເທິງ​ແພ. ຢູ່​ໃນ​ໜອງ ແຂ້​ຈະ​ໄດ້ກິນ​ອາຫານ​ທີ່​ມີໂປຣຕີນ​ສູງ ພ້ອມ​ທັງ​ໄກ່​ຕາຍ ​ເວລາ​ໃຫຍ່ໂຕ​ຂຶ້ນມາ ຈະ​ເອົາ​ໄປ​ໄວ້​ໜອງ​ນຶ່ງ​ອີກ ​ແລະ​ຈະຢູ່​ທີ່​ນັ້ນ​ຈົນ​ຖືກ​ນໍາ​ໄປ​ຂ້າ.

“ພວກ​ເຮົາ​ຈະ​ລ້ຽງ​ແຂ້ໃຫ້​ໃຫຍ່​ແລະ​ຍາວ​ໄດ້ 3 ​ເຄິ່ງ ຫາ 6 ຟຸດ ແລະ​ກໍ​ຂື້ນ​ຢູ່​ກັບຕະຫຼາດທີ່​ເຮົາ​ຂາຍ​ໃຫ້ ​ເຊັ່ນໜັງ​ຂະ​ໜາ​ດນ້ອຍ ຈະ​ມີ​ຄວາມ​ຍາວ 3 ເຄິ່ງ ຫາ 4 ​ຟຸດ ຂະໜາດ​ນີ້​ຈະ​ຂາຍ​ໃຫ້​ພວກ​ຕະຫຼາດເຮັດ​ສາຍ​ໂມງ ສໍາລັບໂມງ​ຄຸນ​ນະພາ​ບດີ ລາຄາ​ແພງ. ສ່ວນ​ໜັງ​ທີ່​ຍາວ ຫ້າ​ຟຸດເຄິ່ງ ຫາ 6 ຟຸດ ຈະ​ຂາຍ​ໃຫ້​ພວກ​ຕະຫຼາດທີ່​ເຮັດ​ກະ​ເປົາ ພາຍ​ຂອງ​ບັນດາ​ສະຕຣີ ທັງຫຼາຍ.”

​ຕ້ອງ​ໃຊ້​ເວລາ​ນຶ່ງ​ປີ ​ເພື່ອ​ແຂ້​ໂຕ​ນຶ່ງ​ຈະ​ເຕີບ​ໃຫຍ່​ພໍດີເອົາ​ໜັງ​ໄປ​ເຮັດ​ສາຍ ​ໂມງ​ໄດ້ ສ່ວນ​ກະ​ເປົ໋າພາຍ​ສະຕຣີໜ່ວຍ​ນຶ່ງນັ້ນ ຕ້ອງໃຊ້​ແຂ້​ສາມ​ໂຕ​ທີ່​ຍາວ ສອງ​ແມັດ ​ແລະ​ຕ້ອງ​ໃຊ້​ເວລາ​ສາມ​ປີ.

ຫຼັງຈາກ​ແຂ້​ຖືກ​ຂ້າ​ແລ້ວ ຈະ​ຕ້ອງ​ລອກ​ໜັງ​ອອກ​ຢ່າງ​ລະມັດລະວັງ​ທີ່​ສຸດ ​ແລະ​ຕາກໃຫ້
ແຫ້ງ ​ຢູ່​ຟາ​ມ​ເອັງ ​ແລະ​ເລືອກ​ເອົາ​ຄຸນ​ນະພາ​ບ ​ແລະ​ກໍ​ຈັດ​ສົ່ງ​ໄປ ຍັງ​ໂຮງ​ຟອກ​ໜັງ​ໃນ​ຢູ​ໂຣບ ​ແລະ​ເອ​ເຊຍ ​ເພື່ອ​ແປ​ຮູບ ຍ້ອມ​ສີ ຂັດ​ເກົາ ຕັດ​ ​ແລະ​ຫຍິບ​ເປັນ​ຜະລິດ​ຕະພັນແຟຊັ່ນຫລູຫລາ.
XS
SM
MD
LG