ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກິ ດາວເພັດ ແລະພິ້ງ ລັດສະໝີ: ຂີ້ໂມ້


ກິ ດາວ​ເພັ​ດ ​ແລະ​ພິ້ງ ລັດສະໝີ
ກິ ດາວ​ເພັ​ດ ​ແລະ​ພິ້ງ ລັດສະໝີ

ທ່ານຜູ້ຟັງທີ່ເຄົາຣົບ ລາຍການສຽງເພງຈາກແດນໄກ ຂອງ ວີໂອເອ ໃນແລງວັນອາທິດ ມື້ນີ້ ວັນນະສອນ ໄດ້ນໍາເອົາສຽງ ເພງຂັບລໍາ ອັນສະໜຸກສະໜານ ເປັນພິເສດ ມາສະເໜີທ່ານ ຈະມີເພງໄດແດ່ນັ້ນ ຂໍເຊີນທ່ານຈົ່ງເຂົ້າສູ່ລາຍການຂອງ ເຮົາໄດ້ນະບັດນີ້

ສະບາຍດີ​ ວັນນະສອນຂໍ​ຈັດເພງ ຂີ້​ໂມ້ ​ໃຫ້ຕາມ​ຄໍາ​ຂໍ​ຂອງ​ອະນຸ​ສັກ ​ແກ້ວມະນີ ຈາກ​ສປປ ລາວ ທີ່​ຂຽນ​ເຂົ້າ​ມາ​ຂໍ​ຟັງ ​ແລະ​ວ່າ ຍັງ​ບໍ່ທັນ​ໄດ້​ຮັບ​ຂອງ​ຂັວນຈາກ VOA ຂໍ​ໃຫ້​ອະນຸ​ສັກ ສົ່ງ​ທີ່ຢູ່​ມາ​ໃຫ້​ໃໝ່ ​ແລ້ວ​ຈະ​ແຈ້ງ​ໄປ​ຫາ​ຫ້ອງການ​ທີ່​ປະ​ເທດ​ໄທ ​ແລ້ວ​ຈະ​ຈັດສົ່ງ​ໄປ​ໃຫ້ ອົດ​ໃຈ​ໄວ້ ກໍ​ແລ້ວ​ກັນ ອີກ​ບໍ່​ດົນ​ຄົງ​ຈະ​ໄດ້​ຮັບ ​ເອົາ​ຂໍ​ມອບ​ເພງ​ມ່ວນ​ໆ ທີ່​ຕາລົກຂົບ​ຂັນ ດັ່ງ​ເພງ ຂີ້​ໂມ້ ຂອງ ກິ ດາວ​ເພັ​ດ ​ແລະ​ພິ້ງ ລັດສະໝີ ​ໃຫ້​ຟັງ​ກັນ.

ເພງ: ຂີ້​ໂມ້ ກິ ດາວ​ເພັ​ດ ​ແລະ​ພິ້ງ ລັດສະໝີ

ສ່ວນ​ນ້ອງ ພອນ​ວິ​ໄລ ນາມ​ວິ​ໄລ ຈາກ​ສປປ ລາວ ຂໍ​ຟັງ​ເພງ
"ສະຫັວນ​ແດນ​ຮັກ" ຂອງ ສົມ​ຮັກ ​ແກ້ວ​ດວງ​ດີ ​ແຕ່​ເສຍ​ດາຍ
ທາງ​ເຮົາ​ບໍ່​ມີ​ເພ​ງຂອງ​ນັກ​ຮ້ອງ​ທ່ານ​ນີ້ ຈຶ່ງ​ຂໍ​ປ່ຽນ​ເປັນ​ຂອງ ຈ່ອຍ
ທົດ​ສະກັນ
​ແທນ ຊຶ່ງ​ກໍມ່ວນ​ໄປ​ອີກ​ແບບ ​ເຊີນ​ຟັງ​ເພງ​ນີ້ ພ້ອມໆ​ກັນ​ເລີຍ​

ເພງ: "ສະຫັວນ​ແດນ​ຮັກ"

ເພງ: ສະຫັວນແດນ​ຮັກ ​ ນີ້ ຟັງ​ຍາມໃດ ກໍ​ປະ​ທັບໃຈຍາມ​ນັ້ນແລ້ວ​ກໍ​ມີ​ນັກ​ຮ້ອງ​ນັກ​ສິນລະ
ປິນຫຼາຍໆ​ທ່ານ​ນໍາ​ເອົາ​ມາ​ຂັບ​ຮ້ອງ ມ່ວນ​ໄປ​ກັບ​ຄົນ​ລະ​ແບບ ​ແລ້ວ​ແຕ່​ຈະ​ມັກ. ​ເອົາ​ທ້າຍ​ນີ້
ຂໍ​ມອບ​ເພງ​ໃຫ້​ທ່ານ ຊົມ​ພູ ພິມ​ມະ​ຈັກ ຈາກ Montreal, Canada ຊຶ່ງ​ເພິ່ນ​ທັນ​ສະ​ໄໝ ສຸດຂີດ
ຂໍ​ເພງ​ຜ່ານ​ທາງ Facebook ວ່າ ເພ​ງຫຍັງກໍ​ໄດ້ ​ເອົາ ​ວັນນະ​ສອນຂໍ​ມອບ​ໃຫ້ ທ່ານ​ຊົມ​ພູ ​
ແລະ​ທຸກໆທ່ານ​ໄດ້​ຟັງ​ຮ່ວມ​ກັນ​ໃນ​ບົດ​ເພງ ສາວ​ດົງດອກ​ໄມ້ ຂອງ​ນັກ​ຮ້ອງ​ສຽງ​ດີ​ມີ​ຄຸນ​ນະ
ພາ​ບຢ່າງ ​ໄກ່​ແກ້ວ ​ແວວ​ສະຫວັນ.

ເພງ: ສາວ​ດົງດອກ​ໄມ້ ຂອງ ​ໄກ່​ແກ້ວ ​ແວວ​ສະຫວັນ

​ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ ນອນ​ຫຼັບ​ຝັນ​ຫວານ
XS
SM
MD
LG